ເລື່ອງສອງຝ່າຍເຫັນດີເຮັດໃຫ້ເນື້ອໃນການພົວພັນຫວຽດນາມ-ລາວ ທີ່ເລິກເຊິ່ງໃຫ້ຂຶ້ນສູ່ລະດັບສູງໃໝ່ໃນຂອບເຂດການປະຕິບັດງານໄດ້ສ້າງຂີດໝາຍປະຫວັດສາດອັນສະຫງ່າລາສີຂອງການພົວພັນສອງປະເທດ, ເປັນການຢືນຢັນວິໄສທັດຮ່ວມ ແລະການກໍານົດທິດຮ່ວມເດີນທາງອັນຍາວນານເພື່ອເປົ້າໝາຍພັດທະນາແບບຍືນຍົງ ແລະຄວາມວັດທະນາຖາວອນ.
    |
 |
|
ບັນຍາກາດທີ່ກອງປະຊຸມພົບປະຂັ້ນສູງລະຫວ່າງພັກກອມມູນິດຫວຽດນາມ ແລະພັກປະຊາຊົນປະຕິວັດລາວ. ພາບ: ສໍານັກຂ່າວສານຫວຽດນາມ |
ການຢ້ຽມຢາມ ສປປ ລາວ ຄັ້ງນີ້ຂອງທ່ານເລຂາທິການໃຫຍ່ ໂຕ ເລິມ ໄດ້ນຳມາເຊິ່ງຄວາມສາມັກຄີ, ຄວາມເຂັ້ມຂຸ້ນ ແລະແໜ້ນແຟ້ນຂອງປະຊາຊົນຫວຽດນາມ ທີ່ມີຕໍ່ປະຊາຊົນລາວບັນດາເຜົ່າ, ກໍ່ຄືຢືນຢັນແນວທາງການພົວພັນຕ່າງປະເທດທີ່ສະເໝີຕົ້ນສະເໝີປາຍຂອງຫວຽດນາມ ຍາມໃດກໍ່ໃຫ້ບຸລິມະສິດສູງສຸດແກ່ສາຍພົວພັນສາມັກຄີແບບພິເສດກັບລາວ.
ທີ່ການພົບປະສອງຝ່າຍ, ທ່ານເລຂາທິການໃຫຍ່ ໂຕ ເລິມ ແລະບັນດາການນຳຂັ້ນສູງຂອງລາວ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ບາດກ້າວພັດທະນາຂອງການພົວພັນສອງປະເທດ; ໂດຍຢືນຢັນວ່າການພົວພັນນີ້ແມ່ນປັດໄຈສຳຄັນເພື່ອຮັບປະກັນໄຊຊະນະຂອງພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດຢູ່ແຕ່ລະປະເທດ.
ສອງຝ່າຍເຫັນດີເປັນເອກະພາບຈະຊຸກຍູ້ຢ່າງແຂງແຮງ, ສ້າງບາດກ້າວບຸກທະລຸໃນການຮ່ວມມືດ້ານເສດຖະກິດ-ການຄ້າ, ວັດທະນະທໍາ, ວິທະຍາສາດ-ເຕັກໂນໂລຢີ, ການສຶກສາ-ບໍາລຸງສ້າງ...
ພິເສດ, ສອງຝ່າຍໄດ້ອອກຖະແຫຼງການຮ່ວມຫວຽດນາມ-ລາວ. ຖະແຫຼງການຮ່ວມ ໄດ້ຊີ້ແຈ້ງວ່າ: ສອງຝ່າຍເຫັນດີເຮັດໃຫ້ເນື້ອໃນການພົວພັນຫວຽດນາມ-ລາວ ທີ່ເລິກເຊິ່ງຂຶ້ນສູ່ລະດັບສູງໃໝ່, ແມ່ນການພົວພັນ “ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຄວາມຜູກພັນຍຸດທະສາດ”, ໄດ້ສະແດງໃຫ້ເຫັນວິໄສທັດຮ່ວມ, ຜົນປະໂຫຍດຍຸດທະສາດທີ່ສະຫຼັບກັນ ແລະການກໍານົດທິດຮ່ວມເດີນທາງອັນຍາວນານ ເພື່ອເປົ້າໝາຍພັດທະນາແບບຍືນຍົງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະວັດທະນາຖາວອນລວມຂອງສອງຊາດ.
ຕາມຖະແຫຼງການຮ່ວມແລ້ວ, ສອງຝ່າຍຢືນຢັນວ່າ ການຜູກພັນຍຸດທະສາດຈະເປັນພື້ນຖານຊຸກຍູ້ການພົວພັນຮ່ວມມືໃຫ້ເຂົ້າສູ່ລວງເລິກ ແລະແທດຈິງ, ເປັນຕົ້ນແມ່ນການຜູກພັນດ້ານວິໄສທັດ ແລະເປົ້າໝາຍ, ນະໂຍບາຍ ແລະພັດທະນາຍຸດທະສາດ, ພື້ນຖານໂຄງລ່າງ ແລະຂົງເຂດພັດທະນາ, ການສຶກສາ, ບຳລຸງສ້າງ ແລະພັດທະນາຊັບພະຍາກອນມະນຸດ, ຜ່ານນັ້ນປັບປຸງຄວາມໝັ້ນຄົງ ແລະການພັດທະນາແບບຍືນຍົງ.
    |
 |
|
ທ່ານ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພົບປະກັບທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ພາບ: ສໍານັກຂ່າວສານຫວຽດນາມ |
ຄວາມຄືບໜ້າຂອງການພົວພັນລະຫວ່າງຫວຽດນາມ-ລາວ ທີ່ກ່າວມາຂ້າງເທິງແມ່ນການຕອບສະໜອງຄວາມຮຽກຮ້ອງຕ້ອງການໃໝ່ຂອງຍຸກສະໄໝ. ສິ່ງເຫຼົ່ານີ້ທ່ານ ໂຕ ເລິມ ໄດ້ເນັ້ນໜັກໃນບົດກ່າວປາໄສນະໂຍບາຍຢູ່ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດລາວ.
ຕາມທ່ານ ໂຕ ເລິມ ແລ້ວ, ໃນສະພາບການໂລກພວມມີການປ່ຽນແປງຢ່າງວ່ອງໄວ, ສອງປະເທດຕ້ອງຍົກລະດັບຈາກ “ການຮ່ວມມື” ຂຶ້ນເປັນການ “ຜູກພັນ”, ເພາະວ່າການຜູກພັນມີລັກສະນະຍຸດທະສາດ, ມີການອອກແບບສັງລວມ, ມີບົດບາດ ແລະເພີ່ມເຕີມເຊິ່ງກັນ ແລະກັນ. ເນື່ອງໃນໂອກາດການຢ້ຽມຢາມ, ຕາງໜ້າພັກ ແລະລັດລາວ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ໄດ້ປະດັບຫຼຽນຄຳແຫ່ງຊາດ ໃຫ້ແກ່ທ່ານເລຂາທິການໃຫຍ່ ໂຕເລິມ ເຊິ່ງເປັນຫຼຽນສູງສຸດຂອງ ສປປ ລາວ.
ທ່ານ ໂຕ ເລິມ ແລະທ່ານ ທອງລຸນ ສີສຸລິດ ໄດ້ເປັນປະທານຮ່ວມກອງປະຊຸມພົບປະຂັ້ນສູງລະຫວ່າງພັກກອມມູນິດຫວຽດນາມ ແລະພັກປະຊາຊົນປະຕິວັດລາວ. ນີ້ແມ່ນກົນໄກຮ່ວມມືສູງສຸດ ແລະມີຄວາມໝາຍສຳຄັນເປັນພິເສດ, ສວມບົດບາດກໍານົດທິດ, ນຳການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຄວາມຜູກພັນຍຸດທະສາດລະຫວ່າງຫວຽດນາມ-ລາວ ໃຫ້ນັບມື້ນັບພັດທະນາເຂົ້າສູ່ລວງເລິກ ແລະນໍາເອົາຜົນປະໂຫຍດ ອັນແທດຈິງມາໃຫ້ປະຊາຊົນສອງປະເທດ.
ທີ່ການພົບປະ, ການນຳສອງທ່ານ ໄດ້ຕີລາຄາສູງບັນດາຜົນງານທີ່ສໍາຄັນ, ຮອບດ້ານ ແລະມີຄວາມໝາຍປະຫວັດສາດເຊິ່ງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ບັນລຸໄດ້, ເປັນຕົ້ນແມ່ນການປະຕິບັດມະຕິກອງປະຊຸມໃຫຍ່ ກໍ່ຄືວຽກງານກະກຽມຈັດຕັ້ງກອງປະຊຸມໃຫຍ່ຂອງພັກຢູ່ແຕ່ລະປະເທດ ໃນໄລຍະຈະມາເຖິງ.
ເຫັນດີພ້ອມກັນສືບຕໍ່ນໍາການພົວພັນລະຫວ່າງສອງພັກ, ສອງລັດ ໃຫ້ເຂົ້າສູ່ລວງເລິກ, ຖືນີ້ແມ່ນເສົາຄໍ້າສໍາຄັນໃນການກໍານົດທິດຍຸດທະສາດລວມໃຫ້ແກ່ການພົວພັນຮ່ວມມືຮອບດ້ານຫວຽດນາມ-ລາວ, ທ່ານ ໂຕ ເລິມ ແລະທ່ານ ທອງລຸນ ສີສຸລິດ ໄດ້ຢືນຢັນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງສອງພັກ, ສອງລັດ ແມ່ນຍາມໃດກໍ່ຄຽງບ່າຄຽງໄຫຼ່, ສະໜັບສະໜູນ ແລະຊ່ວຍເຫຼືອເຊິ່ງກັນ ແລະກັນໃນພາລະກິດປ່ຽນແປງໃໝ່, ສ້າງສາ ແລະປົກປັກຮັກສາປະເທດຊາດ.
ສອງຝ່າຍຢືນຢັນວ່າຈະສືບຕໍ່ເສີມຂະຫຍາຍປະສິດທິຜົນຂອງກົນໄກຮ່ວມມືທີ່ມີຢູ່ແລ້ວຢ່າງສຸດຂີດ, ປ່ຽນແປງໃໝ່ ແລະຍົກສູງຄຸນນະພາບການສົມທົບກັນໃນທຸກຂົງເຂດ; ພ້ອມທັງພິຈາລະນາສ້າງກົນໄກຮ່ວມມືໃໝ່ໃຫ້ໝາະສົມ.
ໃນຂອບເຂດການປະຕິບັດງານ, ທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນຊາດ ແຫ່ງ ສປປ ລາວ ຄົບຮອບ 50 ປີ (2-12-1975 / 2-12-2025) ເຊິ່ງໄດ້ຈັດຂຶ້ນຢ່າງສົມກຽດຢູ່ນະຄອນຫຼວງວຽງຈັນ; ແບ່ງປັນຄວາມສຸກຊື່ນບານກັບປະເທດລາວ ອ້າຍນ້ອງເນື່ອງໃນໂອກາດວັນບຸນສຳຄັນນີ້.
ການຢ້ຽມຢາມທາງລັດຖະກິດຢູ່ ສປປ ລາວ, ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນຊາດແຫ່ງ ສປປ ລາວ ຄົບຮອບ 50 ປີ ແລະເປັນປະທານຮ່ວມກອງປະຊຸມພົບປະຂັ້ນສູງລະຫວ່າງພັກກອມມູນິດຫວຽດນາມ ແລະພັກປະຊາຊົນປະຕິວັດລາວ ຂອງທ່ານ ໂຕ ເລິມ ໄດ້ປະກອບສ່ວນຍົກລະດັບຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ, ເປີດກວ້າງການກໍານົດທິດຮ່ວມມືໃໝ່.
ໂດຍ: ເຈິ່ນຮວ່ຽນ