ຕອນທ່ຽງວັນທີ 2 ທັນວາ, ພະມະຫາກະສັດ ບຣູໄນ Darussalam Haji Hassanal Bolkiah ໄດ້ເດີນທາງອອກຈາກ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ແຕ່ວັນທີ 30 ພະຈິກ ຫາວັນທີ 2 ທັນວາ ຕາມຄຳເຊື້ອເຊີນຂອງທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ຢ່າງຈົບງາມ. ໃນໄລຍະຢ້ຽມຢາມຢູ່ ຫວຽດນາມ, ພະມະຫາກະສັດບຣູໄນ Darussalam Haji Hassanal Bolkiah ໄດ້ມີການພົບປະສອງຝ່າຍກັບທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ, ພົບປະກັບທ່ານເລຂາທິການໃຫຍ່ ໂຕ ເລິມ ແລະ ພົບປະກັບນາຍົກລັດຖະມົນຕີ ຟ້າມມິງຈິງ ແລະທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ. ໃນການພົບປະຕ່າງໆ, ການນຳສອງປະເທດເຫັນດີເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ; ຊຸກຍູ້ ແລະສ້າງເງື່ອນໄຂໃຫ້ແກ່ບັນດາການເຄື່ອນໄຫວທາງດ້ານການຄ້າ-ການລົງທຶນ, ເພີ່ມທະວີການເຊື່ອມຕໍ່, ໜູນຊ່ວຍວິສາຫະກິດແລກປ່ຽນຂໍ້ມູນຂ່າວສານ ແລະຊອກຫາຄູ່ຮ່ວມມື; ຂຸດຄົ້ນປະສິດທິຜົນຂອງກຳລັງບົ່ມຊ້ອນໃນການຮ່ວມມືລະຫວ່າງສອງປະເທດໃນບັນດາຂົງເຂດ.
ເນື່ອງໃນໂອກາດນີ້, ການນຳສອງປະເທດໄດ້ອອກຖະແຫຼງການຮ່ວມຫວຽດນາມ - ບຣູໄນ Darussalam, ຢັ້ງຢືນຄຳໝັ້ນສັນຍາເພີ່ມທະວີການຮ່ວມມືໃນທຸກຂົງເຂດຫຼາຍກວ່າອີກ.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ
Type the code from the image