ນັກຂ່າວ: ສະເໜີທ່ານຮອງລັດຖະມົນຕີ ໃຫ້ຮູ້ກ່ຽວກັບຄວາມໝາຍ, ຈຸດປະສົງ ແລະການເຄື່ອນໄຫວຕົ້ນຕໍໃນການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ໂຕເລິມ ໃນຄັ້ງນີ້?

ທ່ານ ຫງວຽນແມ້ງເກື່ອງ ຮອງລັດຖະມົນຕີກະຊວງການຕ່າງປະເທດ: ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວພົວພັນຕ່າງປະເທດທີ່ສຳຄັນພິເສດຂອງຫວຽດນາມ ໃນປີ 2025 ແລະກໍ່ແມ່ນການຢ້ຽມຢາມທາງລັດຖະກິດຄັ້ງທຳອິດຢູ່ ສປປ ລາວ ຂອງທ່ານເລຂາທິການໃຫຍ່ ໂຕເລິມ ໃນຖານະຕຳແໜ່ງໃໝ່. ການຢ້ຽມຢາມຄັ້ງນີ້ດຳເນີນກົງກັບໂອກາດທີ່ມີຄວາມໝາຍສຳຄັນເມື່ອປະເທດລາວ ສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ (2-12-1975 / 2-12-2025) ແລະໃນໄລຍະກ່ອນທີ່ຈະດໍາເນີນກອງປະຊຸມໃຫຍ່ຂອງສອງພັກ ເຊິ່ງຈະຈັດຂຶ້ນໃນປີ 2026 ແນໃສ່ວາງອອກລັດຖະນະໂຍບາຍພັດທະນາຂອງແຕ່ລະປະເທດ. ການຢ້ຽມຢາມສືບຕໍ່ເປັນການຢັ້ງຢືນຄວາມຕັດສິນໃຈຂອງການນຳສອງພັກ,  ສອງລັດ ຍາມໃດກໍສະຫງວນຄວາມເອົາໃຈໃສ່ເປັນພິເສດເຖິງການສືບທອດ ແລະເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ, ລາວ-ຫວຽດນາມ ໃຫ້ພັດທະນາສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ, ວິໄສທັດ, ຜົນປະໂຫຍດຍຸດທະສາດຂອງສອງປະເທດໃນໄລຍະໃໝ່.

leftcenterrightdel
ພິທີຕ້ອນຮັບທ່ານ ໂຕເລິມ ເລຂາທິການໃຫຍ່ ພ້ອມດ້ວຍພັນລະຍາ ທີ່ສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ, ພາບ: ສໍານັກຂ່າວສານຫວຽດນາມ

ພວກເຮົາລ້ວນແຕ່ຮູ້ວ່າ, ຫວຽດນາມ ແລະລາວ ມີສາຍພົວພັນ “ມີໜຶ່ງບໍ່ມີສອງ” ໃນການພົວພັນສາກົນ, ແມ່ນສອງປະເທດຖານບ້ານໃກ້ເຮືອນຄຽງທີ່ສະໜິດສະໜົມດ້ວຍປະຫວັດສາດທີ່ສະໜິດຕິດພັນມາແຕ່ດົນນານ ໃນຕະຫຼອດຂະບວນວິວັດແຫ່ງການສ້າງສາ ແລະປົກປັກຮັກສາປະເທດຂອງສອງຊາດ. ດ້ວຍພື້ນຖານສາຍພົວພັນອັນໜັກແໜ້ນ ໂດຍປະທານໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະປະທານ ສຸພານຸວົງ ເປັນຜູ້ກໍ່ຕັ້ງ ແລະໄດ້ຮັບການທຸ້ມເທເຫື່ອແຮງເພີ່ມພູມຄູນສ້າງຈາກການນຳລຸ້ນຕ່າງໆຂອງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ, ໄດ້ນຳມາເຊິ່ງຜົນງານອັນພົ້ນເດັ່ນ, ບາດກ້າວໃໝ່ ແລະຄວາມບຸກທະລຸໃນທຸກຂົງເຂດ.

ໜຶ່ງໃນບັນດາການເຄື່ອນໄຫວທີ່ສຳຄັນຂອງການຢ້ຽມຢາມ ແມ່ນການພົບປະຂັ້ນສູງລະຫວ່າງພັກກອມມູນິດຫວຽດນາມ ແລະພັກປະຊາຊົນປະຕິວັດລາວ, ແມ່ນກົນໄກສຳຄັນທີ່ສຸດໃນການພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດ. ການນຳສອງຝ່າຍຈະມີໂອກາດແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະປະເທດ, ພ້ອມກັນຕີລາຄາຜົນການຮ່ວມມືສອງຝ່າຍໃນໄລຍະຜ່ານມາ ແລະວາງອອກທິດທາງພັດທະນາການພົວພັນທີ່ມີລັກສະນະຍຸດທະສາດ ແລະຍາວນານມຸ່ງໄປເຖິງຜົນປະໂຫຍດຂອງປະຊາຊົນສອງປະເທດ,  ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ, ສ້າງພື້ນຖານອັນໜັກແໜ້ນເພື່ອໃຫ້ສອງພັກ, ສອງລັດ ສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນໃນການສ້າງສາ ແລະປົກປັກຮັກສາປະເທດຊາດໃນໄລຍະໃໝ່.

ໃນຂອບເຂດການຢ້ຽມຢາມ, ທ່ານ ໂຕເລິມ ຍັງມີການພົບປະກັບບັນດາການນຳຂັ້ນສູງຂອງລາວ ແລະເຂົ້າຮ່ວມພິທີສະເຫຼີມສະຫຼອງວັນຊາດແຫ່ງ ສປປ ລາວ ຄົບຮອບ 50 ປີ. ບັນດາການເຄື່ອນໄຫວທີ່ອຸດົມສົມບູນ ແລະມີຄວາມໝາຍໃນການຢ້ຽມຢາມຄັ້ງນີ້ຈະສືບຕໍ່ປັບປຸງ ແລະຢືນຢັນຄວາມຮັບຮູ້ລວມຂັ້ນສູງລະຫວ່າງການນຳຂອງສອງປະເທດ, ເນັ້ນໜັກເຖິງນ້ຳໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ ແມ່ນຊັບສົມບັດອັນລ້ຳຄ່າ, ແມ່ນປັດໄຈສຳຄັນ ແລະຫຼັກແຫຼ່ງແກ່ນສານໃຫ້ແກ່ການພົວພັນລະຫວ່າງສອງປະເທດ.

ນັກຂ່າວ: ທ່ານຮອງລັດຖະມົນຕີ ຕີລາຄາຄືແນວໃດກ່ຽວກັບຜົນງານດີເດັ່ນໃນການພົວພັນ ຫວຽດນາມ-ລາວ ໃນໄລຍະຜ່ານມາ?

ທ່ານ ຫງວຽນແມ້ງເກື່ອງ ຮອງລັດຖະມົນຕີກະຊວງການຕ່າງປະເທດ: ເບິ່ງລວມແລ້ວ, ໃນຊຸມປີມໍ່ໆມານີ້, ຕໍ່ໜ້າການຜັນແປທີ່ສັບສົນ, ວ່ອງໄວ ແລະຍາກທີ່ຈະຄາດຄະເນລ່ວງໜ້າໄດ້ຂອງສະຖານະການ, ກາລະໂອກາດ ແລະສິ່ງທ້າທາຍທີ່ສະຫຼັບກັນໄປນັ້ນ, ແຕ່ການພົວພັນຮ່ວມມືລະຫວ່າງສອງປະເທດບັນລຸໄດ້ໝາກຜົນອັນພົ້ນເດັ່ນຫຼາຍຢ່າງ, ເປັນການຢັ້ງຢືນລວງເລິກ, ຄວາມໄວ້ເນື້ອເຊື່ອໃຈ ແລະພະລັງຊີວິດຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ລາວ ໃນໄລຍະໃໝ່.

leftcenterrightdel
ທ່ານ ຫງວຽນແມ້ງເກື່ອງ ຮອງລັດຖະມົນຕີກະຊວງການຕ່າງປະເທດ. ພາບ: qdnd.vn

ກ່ອນອື່ນໝົດ, ສາມາດເຫັນໄດ້ວ່າໝາກຜົນອັນໃຫຍ່ຫຼວງທີ່ສຸດໃນການພົວພັນ ຫວຽດນາມ-ລາວ ແມ່ນການພົວພັນທາງດ້ານການເມືອງ-ການທູດທີ່ສະໜິດສະໜົມ ແລະຄວາມໄວ້ເນື້ອເຊື່ອໃຈສູງ, ສືບຕໍ່ແມ່ນຈຸດພົ້ນເດັ່ນ, ສວມບົດບາດກໍານົດທິດລວມໃຫ້ແກ່ການພົວພັນສອງຝ່າຍ. ການພົບປະລະຫວ່າງການນໍາພັກ, ລັດ, ສະພາແຫ່ງຊາດ ແລະລັດຖະບານຂອງສອງປະເທດ ໄດ້ດຳເນີນໄປຢ່າງເປັນຂະບວນຟົດຟື້ນດ້ວຍຫຼາຍຮູບການທີ່ມີໄຫວພິບ ແລະທັນການ. ການເຄື່ອນໄຫວແລກປ່ຽນຄະນະຜູ້ແທນທຸກຂັ້ນ, ທຸກຂະແໜງການຂອງສອງຝ່າຍ ກໍ່ດຳເນີນໄປຢ່າງເປັນປົກກະຕິ, ປະກອບສ່ວນເຂົ້າໃນການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ຄວາມສະໜິດຕິດພັນຍຸດທະສາດ, ພ້ອມທັງສ້າງພື້ນຖານອັນສຳຄັນເພື່ອຜັນຂະຫຍາຍກົນໄກຮ່ວມມືສອງຝ່າຍຢ່າງມີປະສິດທິຜົນ.

ການຮ່ວມມືດ້ານການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສືບຕໍ່ຢັ້ງຢືນບົດບາດເປັນໜຶ່ງໃນບັນດາເສົາຄ້ຳອັນສໍາຄັນຂອງສາຍພົວພັນ ຫວຽດນາມ-ລາວ. ສອງຝ່າຍໄດ້ຮັກສາກົນໄກປະສານສົມທົບ, ແລກປ່ຽນຂໍ້ມູນຂ່າວສານ ແລະລາດຕະເວນປົກປັກຮັກສາຊາຍແດນ; ການຮ່ວມມືບໍາລຸງສ້າງຊັບພະຍາກອນມະນຸດ; ສົມທົບກັນຕໍ່ສູ້, ຕ້ານ ແລະສະກັດກັ້ນອາດຊະຍາກໍາຂ້າມຊາດ; ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບໃຫ້ແກ່ການພັດທະນາຢູ່ແຕ່ລະປະເທດ.

ໄປຄຽງຄູ່ກັບການເພີ່ມທະວີການຮ່ວມມືດ້ານການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສອງຝ່າຍກໍ່ມານະພະຍາຍາມຍົກລະດັບ, ສ້າງບາດກ້າວບຸກທະລຸ ແລະສ້າງການຫັນປ່ຽນຢ່າງແຂງແຮງໃນການຮ່ວມມືດ້ານເສດຖະກິດ, ເປັນຕົ້ນແມ່ນຜັນຂະຫຍາຍບັນດາໂຄງການສຳຄັນທີ່ເຊື່ອມຕໍ່ສອງພື້ນຖານເສດຖະກິດຢ່າງມີປະສິດທິຜົນ, ພິເສດແມ່ນໃນຂົງເຂດຄົມມະນາຄົມ, ພະລັງງານ, ການຄ້າ, ການລົງທຶນ, ບຳລຸງສ້າງ ແລະພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ແລະກໍ່ສ້າງຕ່ອງໂສ້ການສະໜອງແບບຍືນຍົງ. ຫວ່າງມໍ່ໆນີ້, ການຮ່ວມມືດ້ານການຄ້າ ແລະການລົງທຶນໄດ້ສືບຕໍ່ມີການຫັນປ່ຽນຢ່າງຕັ້ງໜ້າ ດ້ວຍວົງເງິນການຄ້າໃນ 10 ເດືອນຕົ້ນປີ 2025 ບັນລຸເກືອບ 2,5 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 50,4% ເມື່ອທຽບໃສ່ປີ 2024, ເຮັດໃຫ້ຫວຽດນາມ ກາຍເປັນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 3 ຂອງລາວ ມຸ່ງໄປເຖິງຄາດໝາຍວາງອອກແມ່ນ 5 ຕື້ ໂດລາສະຫະລັດ ແລະສູ້ຊົນໃຫ້ບັນລຸ 10 ຕື້ໂດລາສະຫະລັດໃນໄລຍະຈະມາເຖິງ. ກ່ຽວກັບການລົງທຶນ, ປະຈຸບັນ ຫວຽດນາມ ມີ 274 ໂຄງການທີ່ລົງທຶນຢູ່ລາວ ດ້ວຍຍອດຈຳນວນທຶນຈົດທະບຽນກວ່າ 5,8 ຕື້ໂດລາສະຫະລັດ. ໂຄງການເຊື່ອມຕໍ່ພື້ນຖານໂຄງລ່າງຄົມມະນາຄົມຈຳນວນໜຶ່ງທີ່ໄດ້ນຳເຂົ້າໃຊ້ງານນັ້ນ ແມ່ນບາດກ້າວໃໝ່ກ່ຽວກັບການຮ່ວມສຳພັນຍຸດທະສາດໃນຂົງເຂດພັດທະນາ, ປະກອບສ່ວນຊຸກຍູ້ການພັດທະນາຂອງສອງປະເທດໃນໄລຍະຈະມາເຖິງ.

ຂົງເຂດຮ່ວມມືອື່ນອີກຄື: ການສຶກສາ-ບໍາລຸງສ້າງ, ວັດທະນະທຳ, ຄົມມະນາຄົມ-ຂົນສົ່ງ, ພະລັງງານ, ກະສິກຳ... ສືບຕໍ່ໄດ້ຮັບຄວາມເອົາໃຈໃສ່ຊຸກຍູ້ ແລະບັນລຸໄດ້ໝາກຜົນທີ່ເປັນໜ້າສົ່ງເສີມ. ການພົບປະແລກປ່ຽນປະຊາຊົນ ແລະການຮ່ວມມືລະຫວ່າງທ້ອງຖິ່ນຂອງສອງປະເທດນັບມື້ນັບເປີດກວ້າງ, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ, ຄວາມສະໜິດຕິດພັນລະຫວ່າງປະຊາຊົນສອງປະເທດ, ພິເສດແມ່ນຄົນຮຸ່ນໜຸ່ມ.

ທີ່ເວທີປາໄສຫຼາຍຝ່າຍຂອງພາກພື້ນ ແລະສາກົນ, ຫວຽດນາມ ແລະລາວ ຍາມໃດກໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນ ແລະແບ່ງປັນທັດສະນະລວມກ່ຽວກັບສັນຕິພາບ, ສະຖຽນລະພາບ ແລະການພັດທະນາແບບຍືນຍົງ. ການສະໜິດຕິດພັນກັນໃນກົນໄກ ຄື ອາຊຽນ, ບັນດາເວທີປາໄສຂອງສະຫະປະຊາຊາດ ແລະ ການຮ່ວມມືອະນຸພາກພື້ນ ສືບຕໍ່ຢືນຢັນນ້ຳໃຈສາມັກຄີ, ຄວາມສັດຊື່ບໍລິສຸດ,  ຄວາມຮັບຜິດຊອບຂອງສອງປະເທດຕໍ່ກັບປະຊາຄົມພາກພື້ນ.

ແລະດ້ວຍພື້ນຖານສາຍພົວພັນແບບພິເສດ, ຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງຢ່າງເລິກເຊິ່ງ ແລະ ຄວາມສາມາດບົ່ມຊ້ອນໃນການຮ່ວມມືທີ່ເປີດກວ້າງ, ຂ້າພະເຈົ້າ ເຊື່ອໝັ້ນວ່າ ການຢ້ຽມຢາມທາງລັດຖະກິດຂອງທ່ານເລຂາທິການໃຫຍ່ ໂຕເລິມ ຈະສ້າງຂີດໝາຍຢ່າງແຂງແຮງຕໍ່ກັບການພັດທະນາຄວາມຈະເລີນຮຸ່ງເຮືອງຂອງສອງປະເທດ, ສ້າງບາດກ້າວບຸກທະລຸຢ່າງແຂງແຮງໃນການພົວພັນຮ່ວມມືລະຫວ່າງສອງປະເທດໃນສະພາບການໃໝ່, ຜ່ານນັ້ນປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ກໍ່ຄືໃນໂລກ.

ນັກຂ່າວ: ຂໍຂອບໃຈທ່ານຮອງລັດຖະມົນຕີ ຫຼາຍໆ!

ໂດຍ: ທູຈາງ