ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຫາກໍ່ສິ້ນສຸດການຢ້ຽມຢາມກູເວດ, ອານເຊລີ ຢ່າງເປັນທາງການ, ເຂົ້າຮ່ວມກອງປະຊຸມສຸດຍອດ G20 ປີ 2025 ແລະການເຄື່ອນໄຫວສອງຝ່າຍຢູ່ ອາຟະລິກາໃຕ້. ການໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ບັນລຸໄດ້ໝາກຜົນພົ້ນເດັ່ນຫຼາຍຢ່າງ, ຍົກລະດັບການພົວພັນກັບ 3 ປະເທດແມ່ນ ກູເວດ, ອານເຊລີ ແລະອາຟະລິກາໃຕ້, ຢືນຢັນບົດບາດ, ທັດສະນະຂອງ ຫວຽດນາມ ຢູ່ G20, ຍົກໃຫ້ເຫັນສານທີ່ວ່າ ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືຢ່າງຕັ້ງໜ້າ, ສະເໝີພາບ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດກັບບັນດາປະເທດ.

ດ້ວຍການເຄື່ອນໄຫວເກືອບ 70 ລາຍການ, ການໄປປະຕິບັດງານເປັນເວລາ 9 ວັນຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ຊຸກຍູ້ການຮ່ວມມືທັງດ້ານສອງຝ່າຍ ແລະຫຼາຍຝ່າຍ.

ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມສຸດຍອດ G20 ປີ 2025. ພາບ: vov.vn

ທັດສະນະຂອງປະເທດກຳລັງພັດທະນາ

ໝາກຜົນສຳຄັນພິເສດຂອງການຢ້ຽມຢາມ ແລະເຮັດວຽກຂອງທ່ານນາຍົກລັດຖະມົນຕີ ແມ່ນການປະກອບສ່ວນຢ່າງເປັນເຈົ້າການ, ຕັ້ງໜ້າຂອງຄະນະຜູ້ແທນຫວຽດນາມ ຢູ່ກອງປະຊຸມສຸດຍອດ G20.

ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ກ່າວປາໄສສຳຄັນ 2 ບົດເຕື້ອງເຖິງບັນດາຂົງເຂດທີ່ກວ້າງໃຫຍ່ ເຊິ່ງ G20 ກຳລັງສົນໃຈໃນປະຈຸບັນ. ທ່ານນາຍົກລັດຖະມົນຕີ ໄດ້ສະເໜີບັນດາ ມາດຕະການແນໃສ່ຊຸກຍູ້ການເຕີບໂຕ, ໃນນັ້ນໄດ້ເນັ້ນໜັກວ່າ G20 ຄວນນໍາໜ້າໃນການສ້າງກົນໄກການຮ່ວມມືສາກົນທີ່ເຄົາລົບເຊິ່ງກັນ ແລະກັນ, ຊອກຫາມາດຕະການແກ້ໄຂໃຫ້ແກ່ການປະທະກັນ, ສ້າງສະພາບແວດລ້ອມທີ່ສະດວກໃຫ້ແກ່ການພັດທະນາ.

ບັນຍາກາດທີ່ກອງປະຊຸມສຸດຍອດ G20. ພາບ: vov.vn

ບົດກ່າວຄໍາເຫັນຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ຮັບຄວາມຊົມເຊີຍ ແລະສະແດງຄວາມເຫັນດີເຫັນພ້ອມ, ຕີລາຄາສູງຈາກຫຼາຍປະເທດ. ທ່ານ ເລຮວ່າຍຈຸງ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ: “ຫຼາຍປະເທດໃຫ້ຄວາມສຳຄັນຕໍ່ສານຂອງຫວຽດນາມ ຍ້ອນວ່າ ຫວຽດນາມ ແມ່ນປະເທດທີ່ບັນລຸຜົນງານໃນການພັດທະນາຢ່າງຮອບດ້ານ, ຍືນຍົງ, ວຽກເຮັດງານທຳ, ຄວາມສາມາດບົ່ມຊ້ອນທີ່ກ່ຽວຂ້ອງເຖິງແຮ່ທາດ, ດິນຫາຍາກ. ຫວຽດນາມ ມີບົດບາດ, ທີ່ຕັ້ງ ແລະມາດຕະການ ເຊິ່ງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ສະເໜີທີ່ກອງປະຊຸມ G20 ໃນປະຈຸບັນແມ່ນເພີ່ມທະວີຄວາມສາມັກຄີ, ການຮ່ວມມື, ປັບປຸງບັນດາກົນໄກທີ່ມີຢູ່ແລ້ວ, ມາດຕະການປະຕິຮູບເພື່ອຮັບປະກັນສັນຕິພາບ, ການພັດທະນາແບບຍືນຍົງ”.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ພົບປະ, ແລກປ່ຽນກັບການນຳ 30 ປະເທດ, ອົງການຈັດຕັ້ງສາກົນຢູ່ນອກກອງປະຊຸມ G20 ກ່ຽວກັບແນວທາງ, ສະພາບການພັດທະນາໃນປະຈຸບັນຂອງຫວຽດນາມ, ຄວາມມານະພະຍາຍາມຂອງຫວຽດນາມ ແລະໝາກຜົນທີ່ບັນລຸໄດ້ກ່ຽວກັບການປັບປຸງລະບອບລະບຽບການໃຫ້ສົມບູນແບບ. ຜ່ານການພົບປະຄັ້ງຕ່າງໆ, ຫວຽດນາມ ໄດ້ເນັ້ນໜັກເຖິງສານທີ່ວ່າ ພ້ອມແລ້ວທີ່ຈະເຂົ້າຮ່ວມ ແລະປະກອບສ່ວນເຂົ້າໃນຂໍ້ລິເລີ່ມທົ່ວໂລກ, ບໍ່ພຽງແຕ່ແມ່ນ “ຝ່າຍຊົມໃຊ້ຜົນປະໂຫຍດ” ເທົ່ານັ້ນ, ແຕ່ກໍ່ພ້ອມແລ້ວທີ່ຈະຮ່ວມມືຢ່າງຕັ້ງໜ້າ, ສະເໝີພາບ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດກັບບັນດາປະເທດ.

ຫວຽດນາມ ກາຍເປັນຄູ່ຮ່ວມມືຍຸດທະສາດບຸລິມະສິດຂອງ 3 ປະເທດ

ໃນດ້ານສອງຝ່າຍ, ຈຸດພົ້ນເດັ່ນໃນການໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແມ່ນເລື່ອງຫວຽດນາມ ໄດ້ພ້ອມກັນຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດກັບ 3 ປະເທດ ກູເວດ, ອານເຊລີ ແລະອາຟະລິກາໃຕ້, ກາຍເປັນ 3 ຄູ່ຮ່ວມມືຍຸດທະສາດທຳອິດຂອງຫວຽດນາມ ຢູ່ພາກພື້ນຕາເວັນອອກກາງ-ອາຟະລິກາ.

ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ພົບປະສອງຝ່າຍກັບທ່ານ Sheikh Ahmad Al-Abdullah Al-Sabah ນາຍົກລັດຖະມົນຕີກູເວດ. ພາບ: VGP

ຢູ່ກູເວດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ພ້ອມກັບການນໍາ ກູເວດ ໄດ້ອອກຖະແຫຼງການຮ່ວມກ່ຽວກັບການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ, ໃນນັ້ນໄດ້ເນັ້ນໜັກເຖິງພະລັງງານວ່າແມ່ນຂົງເຂດຮ່ວມມືຍຸດທະສາດ, ໃຫ້ບຸລິມະສິດຊຸກຍູ້ການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງກວ່າໃນການສຳຫຼວດ, ຂຸດຄົ້ນນ້ຳມັນອາຍແກັດ ແລະພະລັງງານທົດແທນ. ທ່ານ Tariq Suleiman Al-Roumi ລັດຖະມົນຕີກະຊວງນໍ້າມັນ ກູເວດ ຢືນຢັນວ່າ:   “ກະຊວງນໍ້າມັນກູເວດ ຈະພ້ອມກັບບັນດາກະຊວງ, ຂະແໜງການຂອງຫວຽດນາມ ປຶກສາຫາລື, ຫັນໂຄງການຜັນຂະຫຍາຍຂອບຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ກູເວດ ໃຫ້ລະອຽດ ແລະບັນລຸປະສິດທິຜົນ. ໃນນັ້ນ, ພ້ອມກັນແກ້ໄຂຂໍ້ຕິດຂັດ, ຈະສະເໜີກໍານົດທິດ ແລະສ້າງກຳລັງໜູນໃໝ່ໃນການຮ່ວມມື ແລະການລົງທຶນ. ໃນໄລຍະຈະມາເຖິງ, ດ້ວຍຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດ, ການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນໃໝ່ລະຫວ່າງ ຫວຽດນາມ-ກູເວດ, ເປັນຕົ້ນແມ່ນໃນຂົງເຂດພະລັງງານ, ຈະມີບາດກ້າວພັດທະນາຢ່າງແຂງແຮງ”.

ຢູ່ອານເຊລີ, ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ອານເຊລີ ໄດ້ສ້າງຕັ້ງຂຶ້ນນັ້ນເປັນການເປີດຂົງເຂດການຮ່ວມມືອັນໃຫຍ່ຫຼວງໃນທຸກຂົງເຂດ. ທ່ານ Sifi Ghrieb ນາຍົກລັດຖະມົນຕີ ອານເຊຣີ ຕີລາຄາວ່າ:  “ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ແມ່ນແນໃສ່ສ້າງກອບນິຕິກຳໃນການພົວພັນລະຫວ່າງສອງປະເທດໃຫ້ສົມບູນແບບ, ດ້ວຍການລົງນາມໃນເອກະສານຮ່ວມມືສຳຄັນຫຼາຍສະບັບໃນຂົງເຂດການຄ້າ, ເຮືອນຢູ່, ການເງິນ… ການແລກປ່ຽນແມ່ນມີປະສິດທິຜົນ ແລະແທດຈິງທີ່ສຸດ, ອີກເທື່ອໜຶ່ງເປັນການຢັ້ງຢືນຂະໜາດທີ່ສຳຄັນຂອງການພົວພັນສອງຝ່າຍ ແລະປັບປຸງນໍ້າໃຈສາມັກຄີລະຫວ່າງສອງປະເທດ ແລະປະຊາຊົນສອງປະເທດໃນການຮັບມືກັບສິ່ງທ້າທາຍຄວາມໝັ້ນຄົງແບບເກົ່າ ແລະແບບໃໝ່”.

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ G20 ຢູ່ອາຟະລິກາໃຕ້, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການພົບປະກັບການນຳບັນດາປະເທດ ແລະອົງການຈັດຕັ້ງສາກົນ. ພາບ: vov.vn

ໃນຂະນະນັ້ນ, ຢູ່ອາຟະລິກາໃຕ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະທ່ານປະທານາທິບໍດີອາຟະລິກາໃຕ້ Ciryl Ramaphosa ໄດ້ຖະແຫຼງຢ່າງເປັນທາງການຍົກລະດັບການພົວພັນ ຫວຽດນາມ-ອາຟະລິກາໃຕ້ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດ, ກາຍເປັນແບບຢ່າງຂອງການຮ່ວມມືລະຫວ່າງບັນດາປະເທດທາງທິດໃຕ້. ສອງຝ່າຍກໍ່ຢືນຢັນຄຳໝັ້ນສັນຍາ ສືບຕໍ່ຍູ້ແຮງການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນ, ສູ້ຊົນຍົກວົງເງິນການຄ້າສອງຝ່າຍໃຫ້ຂຶ້ນເຖິງ 4-5 ຕື້ໂດລາສະຫະລັດ ໃນເວລາ 2-3 ປີຈະມາເຖິງນີ້.

ບັນດາໝາກຜົນຂອງການຢ້ຽມຢາມ ແລະການເຮັດວຽກຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຢູ່ກູເວດ, ອານເຊລີ ແລະການເຄື່ອນໄຫວສອງຝ່າຍຢູ່ອາຟະລິກາໃຕ້, ເຂົ້າຮ່ວມກອງປະຊຸມສຸດຍອດ G20 ມີຄວາມໝາຍສໍາຄັນ, ແມ່ນໂອກາດເພື່ອໃຫ້ຫວຽດນາມ ສືບຕໍ່ຕັດສິນໃຈຫັນຄວາມຄາດຫວັງພັດທະນາຂອງຊາດໃຫ້ປະກົດຜົນເປັນຈິງ, ດຶງດູດແຫຼ່ງກຳລັງສາກົນໃຫ້ໄດ້ຢ່າງສຸດຂີດເພື່ອຮັບໃຊ້ເປົ້າໝາຍພັດທະນາຂອງປະເທດຊາດໃນສັງກາດໃໝ່.

ໂດຍ: ເຈິ່ນຮວ່ຽນ