ນັກຂ່າວ: ໃນຊຸມປີມໍ່ໆມານີ້, ບັນດາທ້ອງຖິ່ນຕ່າງໆຂອງຫວຽດນາມ ໄດ້ມີການຫັນປ່ຽນທີ່ສຳຄັນດ້ວຍຈິນຕະນາການປ່ຽນແປງໃໝ່ໃນສັງກາດໃໝ່. ທ່ານເອກອັກຄະລັດຖະທູດ ຕີລາຄາແນວໃດກ່ຽວກັບຄວາມສາມາດບົ່ມຊ້ອນລະຫວ່າງຍີ່ປຸ່ນ ແລະທ້ອງຖິ່ນຕ່າງໆຂອງຫວຽດນາມ ໃນການພົວພັນສອງຝ່າຍ?
ທ່ານ Ito Naoki ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ຫວຽດນາມ: ການປະຕິຮູບທີ່ກຳລັງຜັນຂະຫຍາຍພາຍໃຕ້ການນຳພາຂອງທ່ານ ໂຕເລິມ ເລຂາທິການໃຫຍ່ ແມ່ນກາລະໂອກາດທີ່ດີເພື່ອເຮັດໃຫ້ການພົວພັນຄູ່ຮ່ວມມືເສດຖະກິດ ຍີ່ປຸ່ນ-ຫວຽດນາມ ເລິກເຊິ່ງຂຶ້ນກວ່າເກົ່າ. ຜົນງານຂອງການປະຕິຮູບລະບຽບການບໍລິຫານເລີ່ມເສີມຂະຫຍາຍຢ່າງມີປະສິດທິຜົນ. ພ້ອມກັບການແບ່ງຂັ້ນຄຸ້ມຄອງທີ່ເຂັ້ມແຂງໃຫ້ແກ່ທ້ອງຖິ່ນ, ຫັນລະບຽບການບໍລິຫານເປັນງ່າຍດາຍ ແລະການນຳໃຊ້ແຫຼ່ງທຶນ ODA ຢ່າງມີປະສິດທິຜົນ, ສະພາບແວດລ້ອມແຫ່ງການລົງທຶນຢູ່ຫວຽດນາມ ຈະໄດ້ຮັບການປັບປຸງຢ່າງຈະແຈ້ງ, ເປີດກາລະໂອກາດໃໝ່ຫຼາຍຢ່າງໃຫ້ວິສາຫະກິດຍີ່ປຸ່ນ.
    |
 |
|
ທ່ານ ຟ້າມມິງຈິ້ງ ນາຍົກລັດຖະມົນຕີຫວຽດນາມ ໂອ້ລົມສົນທະນາກັບວິສາຫະກິດຍີ່ປຸ່ນ ໃນວັນທີ 12 ສິງຫາ. ພາບ: nhandan.vn |
ເພື່ອສືບຕໍ່ການເຕີບໂຕແບບຍືນຍົງ, ການພັດທະນາເສດຖະກິດທ້ອງຖິ່ນ ສວມບົດບາດຫຼັກແຫຼ່ງໃນການຫັນພື້ນຖານເສດຖະກິດແຫ່ງຊາດເປັນຫຼາຍຮູບຫຼາຍແບບ ແລະຫຼຸດຜ່ອນຄວາມຜິດດ່ຽງດ້ານລາຍຮັບໃນເຂດພາກ. ປະຈຸບັນ, ການເພີ່ມທະວີການລົງທຶນ ແລະການພັດທະນາແຫຼ່ງຊັບພະຍາກອນມະນຸດຢູ່ທ້ອງຖິ່ນແມ່ນຮີບດ່ວນທີ່ສຸດ.
ທີ່ເວທີປາໄສການຮ່ວມມືທ້ອງຖິ່ນລະຫວ່າງຍີ່ປຸ່ນ-ຫວຽດນາມ ທີ່ຈັດຕັ້ງຢູ່ແຂວງກວາງນິງ ໃນລະຫວ່າງວັນທີ 24-25 ພະຈິກ, ສອງປະເທດຈະທວນຄືນໝາກຜົນທີ່ບັນລຸໃນການຮ່ວມມືທ້ອງຖິ່ນ ແລະປຶກສາຫາລືກ່ຽວກັບການກໍານົດທິດສຳລັບໄລຍະຕໍ່ໄປ. ເວທີປາໄສດັ່ງກ່າວມີການເຂົ້າຮ່ວມຂອງ 16 ທ້ອງຖິ່ນຂອງຍີ່ປຸ່ນ ແລະ 30 ທ້ອງຖິ່ນຂອງຫວຽດນາມ ຄາດວ່າຈະເປັນກາລະໂອກາດອັນລໍ້າຄ່າໃນການເຊື່ອມຕໍ່ຄວາມຕ້ອງການ ແລະທ່າແຮງຂອງທ້ອງຖິ່ນຫວຽດນາມ ກັບກະແສເງິນລົງທຶນ ແລະວິສາຫະກິດຍີ່ປຸ່ນ, ປະກອບສ່ວນເຂົ້າໃນການຊຸກຍູ້ການຮ່ວມມືທ້ອງຖິ່ນລະຫວ່າງສອງຝ່າຍ.
ສອງປີກ່ອນນີ້, ໃນເດືອນພະຈິກ 2023, ການພົວພັນ ຍີ່ປຸ່ນ-ຫວຽດນາມ ໄດ້ຍົກລະດັບເປັນ “ຄູ່ຮ່ວມມືຍຸດທະສາດຮອບດ້ານເພື່ອສັນຕິພາບ ແລະຄວາມຈະເລີນຮຸ່ງເຮືອງຢູ່ອາຊີ ແລະໃນໂລກ”.
ໃນເດືອນເມສາປີນີ້, ໃນການຢ້ຽມຢາມຫວຽດນາມ, ທ່ານ Ishiba Shigeru ນາຍົກລັດຖະມົນຕີຍີ່ປຸ່ນ ໄດ້ຢືນຢັນຕໍ່ທ່ານ ໂຕເລິມ ເລຂາທິການໃຫຍ່, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ແລະການນຳຫວຽດນາມ ວ່າ ຍີ່ປຸ່ນ ສະໜັບສະໜູນການກໍານົດທິດການປະຕິຮູບທີ່ຫວຽດນາມ ກຳລັງຜັນຂະຫຍາຍໃນ “ສັງກາດໃໝ່”, ພ້ອມທັງ ເນັ້ນໜັກວ່າ ຍີ່ປຸ່ນ ຈະສືບຕໍ່ເປັນຄູ່ຮ່ວມມືທີ່ບໍ່ສາມາດປ່ຽນແທນໄດ້ໃນຂະບວນການພັດທະນາດັ່ງກ່າວ.
ນັກຂ່າວ: ທ່ານເອກອັກຄະລັດຖະທູດ ຕີລາຄາແນວໃດກ່ຽວກັບຄວາມດຶງດູດຂອງບັນດາທ້ອງຖິ່ນຫວຽດນາມ ສໍາລັບວິສາຫະກິດຍີ່ປຸ່ນ ໃນຊຸມປີມໍ່ໆມານີ້?
ທ່ານ Ito Naoki ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ຫວຽດນາມ: ນັບຕັ້ງແຕ່ຊຸມປີ 1990, ວິສາຫະກິດຍີ່ປຸ່ນ ໄດ້ລົງທຶນຫຼາຍເຂົ້າຂົງເຂດອຸດສາຫະກຳຢູ່ເຂດຊານເມືອງຂອງຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ, ພົ້ນເດັ່ນແມ່ນເຂດອຸດສາຫະກຳທັງລອງ ແລະເຂດອຸດສາຫະກຳແຂວງບິ່ງເຢືອງ. ໃນຊຸມປີມໍ່ໆມານີ້, ພາກກາງ, ເຂດທົ່ງພຽງແມ່ນ້ຳແດງ ແລະເຂດທົ່ງພຽງແມ່ນ້ຳຂອງ ໄດ້ກາຍເປັນຈຸດໝາຍປາຍທາງຂອງການລົງທຶນທີ່ມີຄວາມສາມາດບົ່ມຊ້ອນໃໝ່.
ນັບມື້ມີວິສາຫະກິດຍີ່ປຸ່ນຫຼາຍແຫ່ງ ມີຄວາມສົນໃຈເຂດຕົວເມືອງທີ່ຢູ່ນອກນະຄອນໃຫຍ່ສອງແຫ່ງ, ຖືນັ້ນແມ່ນບໍລິເວນລົງທຶນທີ່ມີຄວາມສາມາດບົ່ມຊ້ອນ. ຍີ່ປຸ່ນ ຕັ້ງຄວາມຫວັງວ່າ ການເປີດກວ້າງ ແລະຫັນສະຖານທີ່ລົງທຶນເປັນຫຼາຍຮູບຫຼາຍແບບນັ້ນຈະປະກອບສ່ວນເຂົ້າໃນການເສີມຂະຫຍາຍຄວາມສາມາດບົ່ມຊ້ອນຂອງບັນດາທ້ອງຖິ່ນ ແລະຊຸກຍູ້ການພັດທະນາເສດຖະກິດໃຫ້ແກ່ຫວຽດນາມ.
ນັກຂ່າວ: ໂດຍຮູ້ມາວ່າ ຍີ່ປຸ່ນ ກຳລັງຊຸກຍູ້ການຮ່ວມມືກັບຫວຽດນາມ ໃນບັນດາຂົງເຂດຢ່າງມີປະສິດທິຜົນ ຄື: ການຫັນເປັນສີຂຽວ, ພື້ນຖານໂຄງລ່າງ ແລະປັນຍາປະດິດ (AI). ທ່ານເອກອັກຄະລັດຖະທູດ ສາມາດແບ່ງປັນກ່ຽວກັບແຜນການຮ່ວມມືສະເພາະກັບທ້ອງຖິ່ນຂອງຫວຽດນາມໃນຂົງເຂດເຫຼົ່ານີ້ໄດ້ບໍ?
ທ່ານ Ito Naoki ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ຫວຽດນາມ: ຂົງເຂດການຫັນເປັນສີຂຽວ (GX), ການຫັນເປັນດີຈີຕອນ (DX), ພື້ນຖານໂຄງລ່າງ ແລະປັນຍາປະດິດ (AI) ແມ່ນກຸນແຈສຳຄັນຕໍ່ການພັດທະນາເສດຖະກິດກະໂດດຂັ້ນຂອງຫວຽດນາມ. ຍີ່ປຸ່ນ ຈະສືບຕໍ່ຮ່ວມມືຢ່າງຕັ້ງໜ້າ, ໃນຂະນະທີ່ບັນດາທ້ອງຖິ່ນຍັງມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງໃນການລົງທຶນເຂົ້າໂຄງການໃໝ່ ແລະຊີວິດການເປັນຢູ່ຂອງປະຊາຊົນກໍໄດ້ຮັບການປັບປຸງໃຫ້ດີຂຶ້ນກວ່າເກົ່າ. ພິເສດແມ່ນໃນສະພາບການທີ່ການແບ່ງຂັ້ນຄຸ້ມຄອງໃຫ້ແກ່ທ້ອງຖິ່ນຕ່າງໆກຳລັງໄດ້ຮັບການຍູ້ແຮງ, ບັນດາແຂວງ, ນະຄອນ ກາຍເປັນຄູ່ຮ່ວມມືທີ່ສຳຄັນໃນການຜັນຂະຫຍາຍບັນດາໂຄງການຮ່ວມມື.
    |
 |
|
ທ່ານ Ito Naoki ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາຫວຽດນາມ. ພາບ: VGP |
ໃນຂົງເຂດພະລັງງານ ແລະ GX, ໃນຂອບເຂດຂໍ້ລິເລີ່ມປະຊາຄົມອາຊີປ່ອຍອາຍພິດລົງເປັນ 0 (AZEC), ສອງປະເທດກຳລັງຊຸກຍູ້ໂຄງການລົງທຶນ 15 ໂຄງການ ເຊິ່ງມີມູນຄ່າປະມານ 20 ຕື້ໂດລາສະຫະລັດ, ລວມທັງພະລັງງານທົດແທນ ເຊັ່ນ: ພະລັງງານໄຟຟ້າແຮງລົມຢູ່ນອກຝັ່ງທະເລ ແລະໂຮງງານໄຟຟ້າ LNG. ວິສາຫະກິດຍີ່ປຸ່ນຫຼາຍແຫ່ງຄາດວ່າຈະເຂົ້າຮ່ວມໂຄງການ ໂຮງງານໄຟຟ້າອາຍແກັດ ແລະ LNG ທີ່ກຳລັງກໍ່ສ້າງຢູ່ ແຄງຮວ່າ, ຮືງອຽນ, ຫາຍຟ່ອງ ແລະ ເກິ່ນເທີ.
ນອກຈາກນັ້ນ, ຍີ່ປຸ່ນ ກຳລັງພິຈາລະນາເງິນກູ້ຢືມຂອງໂຄງການ ຫຼາຍກວ່າ 300 ລ້ານໂດລາສະຫະລັດ ແກ່ຂົງເຂດການປ່ຽນແປງຂອງດິນຟ້າອາກາດ ແລະ GX ໃນປີນີ້. ຍີ່ປຸ່ນ ຫວັງວ່າຈະສົ່ງເສີມການຮ່ວມມືລະຫວ່າງອົງການລັດ, ວິສາຫະກິດ, ມະຫາວິທະຍາໄລຂອງສອງປະເທດໃນໂຄງການເຫຼົ່ານີ້, ຜ່ານນັ້ນຍົກສູງກຳລັງຄວາມສາມາດຕ້ານທານ ແລະການພັດທະນາສີຂຽວຢູ່ເຂດຕົວເມືອງທ້ອງຖິ່ນຂອງຫວຽດນາມ.
ນັກຂ່າວ: ທ່ານເອກອັກຄະລັກຖະທູດ ຕັ້ງຄວາມຫວັງຫຍັງແດ່ຕໍ່ການພັດທະນາເສດຖະກິດຂອງຫວຽດນາມ ໃນໄລຍະຕໍ່ໄປ ກໍ່ຄືການປະກອບສ່ວນຂອງບັນດາທ້ອງຖິ່ນໃນຄວາມມານະພະຍາຍາມນີ້?
ທ່ານ Ito Naoki ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ຫວຽດນາມ: ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາການປະຕິຮູບຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ເສດຖະກິດຂອງຫວຽດນາມ ຈະເຕີບໂຕຢ່າງວ່ອງໄວກວ່າ. ພື້ນຖານເສດຖະກິດທ້ອງຖິ່ນທີ່ເຂັ້ມແຂງແມ່ນກຳລັງໜູນໃຫ້ແກ່ການພັດທະນາປະເທດຊາດ.
ໃນໄລຍະ 30 ປີຜ່ານມາ, ຍີ່ປຸ່ນ ໄດ້ໜູນຊ່ວຍຫວຽດນາມ ຜ່ານໂຄງການ ODA, ຊ່ວຍສ້າງພື້ນຖານໂຄງລ່າງເສດຖະກິດ-ສັງຄົມທີ່ສຳຄັນ, ລວມທັງພື້ນຖານໂຄງລ່າງຢູ່ທ້ອງຖິ່ນ, ສ້າງພື້ນຖານໃຫ້ວິສາຫະກິດຍີ່ປຸ່ນລົງທຶນ ແລະຮ່ວມມືໃນການດຳເນີນທຸລະກິດຢູ່ຫວຽດນາມ. ໃນໄລຍະຕໍ່ໄປ, ເພື່ອເພີ່ມທະວີຄວາມສາມາດຕ້ານທານຂອງທ້ອງຖິ່ນທີ່ໄດ້ຮັບຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ, ຍີ່ປຸ່ນ ຈະສືບຕໍ່ໜູນຊ່ວຍການສະໜອງພື້ນຖານໂຄງລ່າງ ເຊັ່ນ: ການກໍ່ສ້າງລະບົບປະຕູນ້ຳເພື່ອປ້ອງກັນນ້ຳເຄັມຊຶມເຂົ້າ ຍ້ອນນ້ຳຍຶ່ງຂຶ້ນສູງ ສຳລັບຜະລິດຕະພັນກະເສດຢູ່ເຂດທົ່ງພຽງແມ່ນ້ຳຂອງ, ຫຼື ການພັດທະນາພື້ນຖານໂຄງລ່າງການຄົມມະນາຄົມ ແລະຊົນລະປະທານຢູ່ 4 ແຂວງພາກຕາເວັນອອກສ່ຽງເໜືອ ແລະ 5 ແຂວງພູດອຍທາງທິດຕາເວັນຕົກສ່ຽງເໜືອ.
ທ້ອງຖິ່ນຕ່າງໆຂອງຫວຽດນາມ ມີຄຸນຄ່າທີ່ເປັນເອກະລັກສະເພາະຂອງຕົນເອງທີ່ແຕກຕ່າງຈາກເຂດຕົວເມືອງ, ບໍ່ພຽງແຕ່ໃນດ້ານເສດຖະກິດເທົ່ານັ້ນແຕ່ຍັງລວມທັງໃນດ້ານຊັບພະຍາກອນ, ວັດທະນະທຳ, ທຳມະຊາດ, ອາຫານການກິນ ແລະສິລະປະ. ຕົວຢ່າງ, ນະຄອນດານັງ ກຳລັງຜັນຂະຫຍາຍແຜນຮ່າງສູນການເງິນສາກົນທີ່ເປັນເອກະລັກຂອງຕົນ, ດ້ວຍຈຸດສຸມແມ່ນການເງິນດີຈີຕອນ ແລະການເງິນສີຂຽວ, ສົມທົບກັບມະຫາວິທະຍາໄລໃນການຝຶກອົບຮົມຊັບພະຍາກອນມະນຸດ - ທິດທາງເດີນທີ່ສ້າງສັນແຕກຕ່າງຈາກສູນການເງິນທີ່ເປັນມູນເຊື້ອ. ພວກຂ້າພະເຈົ້າ ຕັ້ງຄວາມຫວັງໄວ້ວ່າ ນະຄອນດານັງ ຈະພັດທະນາໄປສູ່ສູນກາງການເງິນທົ່ວໂລກ, ໂດຍມີການສົມທົບກັບນະຄອນໂຮ່ຈີມິນ ເພື່ອຊຸກຍູ້ເຄືອຂ່າຍການເງິນຂອງຫວຽດນາມ.
ນັກຂ່າວ: ຂໍຂອບໃຈທ່ານເອກອັກຄະລັດຖະທູດ!
ໂດຍ: ຈາງຫງວຽນ