ອົດສະຕາລີ ຈະເຂົ້າຮ່ວມຢ່າງມີປະສິດທິຜົນກວ່າໃນວຽກງານຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຂອງຫວຽດນາມ
ກປ.ອອນໄລ - ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກຢູ່ອົດສະຕາລີ, ຕອນເຊົ້າວັນທີ 24 ພະຈິກ, ທີ່ Canberra, ຄະນະປະຕິບັດງານຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການຊອກຫາ, ທ້ອນໂຮມ ແລະກຳນົດຊື່ ແລະນາມສະກູນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ (ເອີ້ນຫຍໍ້ວ່າ ຄະນະຊີ້ນຳແຫ່ງຊາດ 515) ນໍາໂດຍທ່ານພົນໂທ ເລກວາງມິງ, ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ, ກໍາມະການຄະນະຊີ້ນໍາ ໄດ້ມີການເຮັດວຽກກັບຄະນະຊອກຫາ, ທ້ອນໂຮມອັດຖິຂອງທະຫານບົກອົດສະຕາລີ.
ທີ່ການເຮັດວຽກ, ທ່ານ ດຣ. Aaron Pegram, ຫົວໜ້າຄະນະຊອກຫາ, ທ້ອນໂຮມອັດຖິຂອງທະຫານອົດສະຕາລີ ຢືນຢັນວ່າຈະມານະພະຍາຍາມພ້ອມກັບຫວຽດນາມ ເຂົ້າຮ່ວມຢ່າງມີປະສິດທິຜົນກວ່າອີກໃນວຽກງານຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຂອງທະຫານຫວຽດນາມ, ປະກອບສ່ວນເຂົ້າໃນການພັດທະນາລວມຂອງການພົວພັນສອງຝ່າຍ. ທ່ານພົນໂທ ເລກວາງມິງ ໃຫ້ຮູ້ວ່າ ປະຈຸບັນຫວຽດນາມ ຍັງມີທະຫານເສຍສະຫຼະຊີວິດໃນປາງສົງຄາມກວ່າ 175.000 ຄົນຕ້ອງສືບຕໍ່ກໍານົດຊື່ ແລະນາມສະກຸນ ແລະຊອກຫາອັດຖິ. ນີ້ແມ່ນບັນຫາສັງຄົມທີ່ຮີບດ່ວນຍິ່ງສຳລັບຫວຽດນາມ, ແຕ່ວຽກງານນີ້ນັບມື້ນັບປະສົບກັບຄວາມຫຍຸ້ງຍາກ. ທ່ານພົນໂທ ເລກວາງມິງ ໄດ້ສະເໜີໃຫ້ອົດສະຕາລີ ສືບຕໍ່ເກັບກຳ, ແບ່ງປັນ, ສະໜອງຂໍ້ມູນ, ເອກະສານທີ່ກ່ຽວຂ້ອງເຖິງທະຫານຫວຽດນາມ ທີ່ເສຍສະຫຼະຊີວິດ, ເສຍຂໍ້ມູນ ຫຼື ຫາຍສາບສູນໃນປາງສົງຄາມ.
    |
 |
|
ບັນຍາກາດທີ່ການເຮັດວຽກ. ພາບ: ເລຈວນ |
ພ້ອມກັນນັ້ນ, ແບ່ງປັນປະສົບການ ແລະນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານທີ່ທັນສະໄໝໃນວຽກງານຄົ້ນຄວ້າ, ສັງລວມ, ສືບສວນ, ແບ່ງປະເພດ,... ເພື່ອຮັບໃຊ້ວຽກງານຊອກຫາ ແລະທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຫວຽດນາມ.
ໃນວັນດຽວກັນ, ຄະນະປະຕິບັດງານ ໄດ້ໄປຢ້ຽມຢາມ ແລະເຮັດວຽກຢູ່ຫໍພິພິທະພັນສົງຄາມອົດສະຕາລີ. ທ່ານພົນໂທ ເລກວາງມິງ ສະເໜີຫໍພິພິທະພັນ ຄັດຈາກສາງຂໍ້ມູນບັນດາຂໍ້ມູນທີ່ກ່ຽວຂ້ອງເຖິງທະຫານຫວຽດນາມ ເສຍສະຫຼະຊີວິດ, ເສຍຂໍ້ມູນ, ຫາຍສາບສູນໃນປາງສົງຄາມ ແລະສະໜອງໃຫ້ຫ້ອງການຄະນະຊີ້ນໍາແຫ່ງຊາດ 515 ຂອງຫວຽດນາມ.
ໂດຍ: ໄຊນີດາ