ຕາມທ່ານ Julien Guerrier ເອກອັກຄະລັດຖະທູດເອີລົບ ປະຈໍາຫວຽດນາມ ແລ້ວ, ສະຫະພາບເອີລົບ ກໍາລັງກະກຽມຢ່າງຕັ້ງໜ້າເພື່ອຍົກລະດັບການພົວພັນກັບຫວຽດນາມ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ອີຢູ ຫວັງວ່າ ຂໍ້ຕົກລົງສະບັບນີ້ຈະເປັນເອກະສານທີ່ "ເລິກເຊິ່ງກວ້າງຂວາງ ແລະມີຫຼາຍດ້ານ", ມີຄວາມສາມາດກໍານົດທິດໃຫ້ແກ່ການຮ່ວມມືໃນຫຼາຍທົດສະວັດຕໍ່ໄປ.
ຂະບວນການນີ້ຕ້ອງໄດ້ໃຊ້ເວລາເພື່ອເຈລະຈາຢ່າງເລິກເຊິ່ງກວ້າງຂວາງໃນແຕ່ລະຂົງເຂດ ແລະອາດຈະເປັນຂີດໝາຍໃນການຈັດຕັ້ງການຢ້ຽມຢາມຂັ້ນສູງລະຫວ່າງການນຳຂອງສອງຝ່າຍ. ທ່ານ Julien Guerrier ກ່າວວ່າ: "ຂ້າພະເຈົ້າ ຫວັງວ່າການຍົກລະດັບນີ້ຈະເກີດຂຶ້ນໂດຍໄວ, ອາດຈະແມ່ນໃນໂອກາດສະເຫຼີມສະຫຼອງ 35 ປີແຫ່ງການພົວພັນຄູ່ຮ່ວມມືໃນທ້າຍເດືອນພະຈິກນີ້, ຫຼືໃນຊຸມເດືອນຕໍ່ໄປ”.
35 ປີແຫ່ງການພັດທະນາ
ແບ່ງປັນທີ່ການຖະແຫຼງຂ່າວເນື່ອງໃນໂອກາດສະເຫຼີມສະຫຼອງ 35 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ອີຢູ (28-11-1990 / 28-11-2025), ທ່ານເອກອັກຄະລັດຖະທູດ ອີຢູ ໄດ້ເນັ້ນໜັກວ່າການພົວພັນລະຫວ່າງ ອີຢູ ແລະຫວຽດນາມ ໄດ້ກາຍເປັນໜຶ່ງໃນບັນດາການພົວພັນທີ່ "ພັດທະນາຢ່າງເລິກເຊິ່ງກວ້າງຂວາງທີ່ສຸດ" ເຊິ່ງ ອີຢູ ມີໃນພາກພື້ນອາຊຽນ ແລະ ມະຫາສະໝຸດອິນເດຍ - ປາຊີຟິກ. ທ່ານ ຢືນຢັນວ່າການເພີ່ມທະວີການຮ່ວມມືກັບຫວຽດນາມ ແມ່ນພາກສ່ວນໜຶ່ງທີ່ສຳຄັນຂອງຍຸດທະສາດມະຫາສະໝຸດອິນເດຍ - ປາຊີຟິກ ຂອງອີຢູ.
ທ່ານເອກອັກຄະລັດຖະທູດ ອີຢູ ໃຫ້ຮູ້ວ່າ ໃນໄລຍະ 35 ປີຜ່ານມາ, ການພົວພັນສອງຝ່າຍໄດ້ພັດທະນາໂດຍອີງໃສ່ຫຼາຍເສົາຄໍ້າ, ໃນນັ້ນ ພົ້ນເດັ່ນແມ່ນການຄ້າ ແລະການລົງທຶນ, ການກະທຳຮັບມືກັບດິນຟ້າອາກາດ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.
    |
 |
|
ທ່ານ Julien Guerrier ເອກອັກຄະລັດຖະທູດ ອີຢູ ປະຈໍາຫວຽດນາມ. ພາບ: ເຟືອງແອງ. |
ໃນດ້ານການຄ້າ, ປະຈຸບັນ ຫວຽດນາມ ເປັນຄູ່ຮ່ວມມືການຄ້າອັນດັບໜຶ່ງຂອງ ອີຢູ ໃນອາຊຽນ ແລະອັນດັບທີ 16 ໃນທົ່ວໂລກ. ກະແສການຄ້າລະຫວ່າງສອງຝ່າຍໄດ້ເພີ່ມຂຶ້ນ 40% ໃນຮອບ 5 ປີຜ່ານມາ, ບັນລຸຫຼາຍກວ່າ 65 ຕື້ເອີໂຣ. ເງິນລົງທຶນໂດຍກົງຈາກອີຢູ ທີ່ຫວຽດນາມ ກໍ່ເພີ່ມຈາກ 22 ຂຶ້ນເປັນ 30 ຕື້ເອີໂຣ, ສ້າງເງື່ອນໄຂໃຫ້ແກ່ບັນດາຜະລິດຕະພັນທີ່ຜະລິດຢູ່ຫວຽດນາມ ໄດ້ຮັບການຍົກເວັ້ນພາສີ ເມື່ອສົ່ງອອກກັບຄືນໄປເອີລົບ.
ໃນຂົງເຂດດິນຟ້າອາກາດ, ທັງ ອີຢູ ແລະຫວຽດນາມ ລ້ວນແຕ່ໃຫ້ຄໍາໝັ້ນສັນຍາວ່າ ຈະບັນລຸຄວາມເປັນກາງດິນຟ້າອາກາດໃນປີ 2050. ຜ່ານການພົວພັນຄູ່ຮ່ວມມືໃນການຫັນປ່ຽນພະລັງງານທີ່ຍຸດຕິທຳ (JETP), ອີຢູ ແລະຜູ້ໃຫ້ທຶນອື່ນໆໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະລົງທຶນ 15 ຕື້ເອີໂຣ ໃສ່ພະລັງງານທົດແທນຢູ່ຫວຽດນາມ. ອີຢູ ຮັບຮູ້ຄວາມຄືບໜ້າອັນໃຫຍ່ໃນປີນີ້ ຕໍ່ໂຄງການສຳຄັນ ເຊັ່ນ: ໂຮງງານໄຟຟ້ານ້ຳຕົກ ບັກອາຍ, ໂຮງງານໄຟຟ້ານ້ຳຕົກ ຈິອານ ແລະຟາມພະລັງງານໄຟຟ້າແຮງລົມ ຈ່າວິງ.
ກ່ຽວກັບການປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບ, ທັງສອງຝ່າຍໄດ້ຢືນຢັນເຖິງລັດທິຫຼາຍຝ່າຍ, ການເຄົາລົບກົດໝາຍສາກົນ ແລະສົນທິສັນຍາກ່ຽວກັບກົດໝາຍວ່າດ້ວຍທະເລຂອງ ສປຊ, ຮັບປະກັນຄວາມເສລີໃນການເດີນເຮືອຢູ່ທະເລຕາເວັນອອກ. ທັງສອງຝ່າຍກໍໄດ້ຮ່ວມມືກັນໃນການບຳລຸງສ້າງກຳລັງຮັກສາສັນຕິພາບ.
ອີຢູ ສະໜັບສະໜູນເປົ້າໝາຍກາຍເປັນພື້ນຖານເສດຖະກິດພັດທະນາໃນປີ 2045 ຂອງຫວຽດນາມ
ທ່ານເອກອັກຄະລັດຖະທູດ ອີຢູ ຢືນຢັນວ່າ ພ້ອມແລ້ວທີ່ຈະໜູນຊ່ວຍຫວຽດນາມ ໃຫ້ບັນລຸເປົ້າໝາຍກາຍເປັນປະເທດພັດທະນາໃນປີ 2045 ຢ່າງແຂງແຮງ. ໜຶ່ງໃນບັນດາເຄື່ອງມືຕົ້ນຕໍເພື່ອສະໜອງການໜູນຊ່ວຍນີ້ແມ່ນຂໍ້ລິເລີ່ມປະຕູທົ່ວໂລກ (Global Gateway Initiative), ເຊິ່ງແມ່ນບ່ອນທີ່ ອີຢູ ລົງທຶນໃສ່ພື້ນຖານໂຄງລ່າງ, ພະລັງງານ, ການຄົມມະນາຄົມ ແລະດີຈີຕອນຢູ່ຫວຽດນາມ.
ທ່ານເອກອັກຄະລັດຖະທູດ ອີຢູ ເຊື່ອໝັ້ນວ່າ "ໃນເວລານີ້, ອຸປະສັກຫຼັກສຳລັບຫວຽດນາມ ໃນການພັດທະນາ ແລະບັນລຸຂັ້ນເປັນປະເທດພັດທະນາແມ່ນຕ້ອງມີພື້ນຖານໂຄງລ່າງທີ່ເໝາະສົມເພື່ອໜູນຊ່ວຍການພັດທະນານັ້ນ". ຕາມນັ້ນແລ້ວ, ອີຢູ ຈະຊ່ວຍຫວຽດນາມ ເພີ່ມທະວີການຜະລິດໄຟຟ້າຕາມທິດສີຂຽວ, ເພື່ອແນໃສ່ຊ່ວຍຫວຽດນາມ ສົ່ງອອກຜະລິດຕະພັນສີຂຽວ, ພ້ອມທັງ "ເພື່ອໃຫ້ຫວຽດນາມ ມີຄວາມເປັນເອກະລາດຫຼາຍກວ່າກັບພະລັງງານສີຂຽວທີ່ຜະລິດຢູ່ຫວຽດນາມ, ໂດຍຫວຽດນາມ" ແລະບໍ່ຕ້ອງນຳເຂົ້າເຊື້ອໄຟຟອດຊິວ.
ກ່ຽວກັບການຄົມມະນາຄົມ, ໃນປີໜ້າ ອີຢູ ຈະຜັນຂະຫຍາຍຮາກຖານຂົນສົ່ງແບບຍືນຍົງແຫ່ງໃໝ່ເພື່ອໜູນຊ່ວຍການຫັນທາງລົດໄຟ ແລະລົດໄຟສາຍດ່ວນເປັນທັນສະໄໝ.
ຄຽງຂ້າງກັບການລົງທຶນພາກລັດ, ເຄື່ອງມືທີສອງແມ່ນບໍລິສັດເອກະຊົນຂອງເອີລົບ, ເຊິ່ງກຳລັງຫຼັ່ງໄຫຼລົງທຶນເຂົ້າຫວຽດນາມ ໃນຂົງເຂດເຕັກໂນໂລຢີສູງ.
ຄວາມສົມດຸນດ້ານການຄ້າ
ກ່ຽວກັບດ້ານການຄ້າ, ທ່ານເອກອັກຄະລັດຖະທູດ ອີຢູ ໄດ້ສະແດງຄວາມປາດຖະໜາຢາກບັນລຸໄດ້ການພົວພັນທີ່ສົມດຸນລະຫວ່າງສອງຝ່າຍ. ເປົ້າໝາຍຫຼັກຂອງອີຢູ ສໍາລັບຫວຽດນາມ, ກໍ່ຄື ບໍ່ວ່າປະເທດໃດ, ແມ່ນ "ເຂົ້າເຖິງຕະຫຼາດຂອງກັນຢ່າງຍຸຕິທຳ".
ເພື່ອສ້າງຄວາມສົມດຸນຄືນໃໝ່, ທັງສອງຝ່າຍຕ້ອງຮັບປະກັນວ່າຕະຫຼາດໄດ້ຮັບການເປີດກວ້າງ. ກໍາລັງພິເສດຂັ້ນສູງລະຫວ່າງສອງອົງການຄຸ້ມຄອງໄດ້ສ້າງຕັ້ງຂຶ້ນເພື່ອພິຈາລະນາສະຖານະການ ແລະແກ້ໄຂບັນດາບັນຫາເພື່ອແນໃສ່ "ສ້າງຄວາມສົມດຸນການພົວພັນທາງການຄ້າຄືນໃໝ່". ອີຢູ ໃຫ້ຄໍາໝັ້ນສັນຍາວ່າ ຍັງຄົງເປັນຄູ່ຮ່ວມມືທີ່ມີສະຖຽນລະພາບ, ມີຄວາມໄວ້ເນື້ອເຊື່ອໃຈ ແລະຈະ "ຮັກສາຕະຫຼາດຂອງຕົນເປີດປະຕູໃຫ້ຫວຽດນາມ".
ກ່ຽວກັບສັນຍາການຄ້າເສລີ ອີຢູ-ຫວຽດນາມ (EVFTA), ທ່ານເອກອັກຄະລັດຖະທູດ ອີຢູ ຢືນຢັນວ່າ "EVFTA ແມ່ນພື້ນຖານໃນການພົວພັນດ້ານການຄ້າສອງຝ່າຍຂອງພວກເຮົາ". ເຖິງຢ່າງໃດກໍ່ຕາມ, ສັນຍາດັ່ງກ່າວຍັງບໍ່ທັນຂຸດຄົ້ນຄວາມສາມາດບົ່ມຊ້ອນໄດ້ໝົດເທື່ອ ຍ້ອນມີສິ່ງກີດຂວາງດ້ານການບໍລິຫານຈຳນວນໜຶ່ງ ແລະໄລຍະເວລາຫັນປ່ຽນພາສີແກ່ຍາວຈົນຮອດປີ 2030. ຕາງໜ້າ ອີຢູ ຮຽກຮ້ອງຕ້ອງ "ຫຼຸດຂັ້ນຕອນການບໍລິຫານໃຫ້ເຫຼືອໜ້ອຍທີ່ສຸດ" ເພື່ອຂຸດຄົ້ນຄວາມສາມາດບົ່ມຊ້ອນຂອງ EVFTA ໃຫ້ໄດ້ໝົດ.
ນອກຈາກນັ້ນ, ອີຢູ ຍັງສົ່ງເສີມວິສາຫະກິດຫວຽດນາມ ລົງທຶນເຂົ້າອີຢູ. ເຖິງວ່າ ປະຈຸບັນ ລະດັບການລົງທຶນຂອງຫວຽດນາມ ຢູ່ ອີຢູ ຍັງຕໍ່າກໍຕາມ, ແຕ່ອີຢູ ກໍຊົມເຊີຍກ່ຽວກັບເລື່ອງນີ້. ອີຢູ ຮັບຮູ້ຄວາມສົນໃຈຈາກບໍລິສັດໃນຂົງເຂດຊອບແວໄອທີ ແລະການລົງທຶນໃນຂະແໜງຕ່ຳແຜ່ນຈຳນວນໜຶ່ງ.
ໂດຍ: ຈາງຫງວຽນ