ນີ້ແມ່ນຄັ້ງທໍາອິດທີ່ທ່ານນາຍົກລັດຖະມົນຕີຫວຽດນາມ ໄປຢ້ຽມຢາມອາຟະລິກາໃຕ້ ນັບແຕ່ສອງປະເທດສ້າງຕັ້ງການພົວພັນທາງການທູດໃນປີ 1993. ສຳລັບ ອານເຊລີ ແລະກູເວດ, ນີ້ແມ່ນການຢ້ຽມຢາມຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີຫວຽດນາມ ພາຍຫຼັງໄລຍະ 10 ປີ ແລະ 16 ປີຕາມລໍາດັບ. ການໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີຫວຽດນາມ ໄດ້ນຳມາເຊິ່ງສານສຳຄັນຫຼາຍຢ່າງທັງດ້ານສອງຝ່າຍ ແລະຫຼາຍຝ່າຍ, ທັງເປີດກວ້າງຂົງເຂດການຮ່ວມມືທີ່ສ້າງກຳລັງໜູນໃຫ້ແກ່ການຮ່ວມມືດ້ານເສດຖະກິດ-ການລົງທຶນແບບຍືນຍົງ ຢູ່ຕາເວັນອອກກາງ-ອາຟະລິກາ, ພ້ອມທັງຢືນຢັນທີ່ຕັ້ງສາກົນໃນ G20.

ເຊື່ອມຕໍ່ຕາເວັນອອກກາງ-ອາຟະລິກາ, ເປີດກວ້າງຂົງເຂດພະລັງງານ ແລະການເງິນ

ຫວຽດນາມ ມີການພົວພັນມິດຕະພາບ, ການຮ່ວມມືອັນດີງາມກັບ ກູເວດ, ອານເຊລີ ແລະອາຟະລິກາໃຕ້. ໃນຈຸດເວລາປະຈຸບັນ, ການພົວພັນລະຫວ່າງຫວຽດນາມ ກັບທັງ 3 ປະເທດ ກໍ່ພວມຢູ່ໃນທ່າພັດທະນານັບມື້ນັບມີປະສິດທິຜົນ ແລະແທດຈິງກວ່າ.

ອາຟະລິກາໃຕ້ ແມ່ນພື້ນຖານເສດຖະກິດໃຫຍ່ທີ່ສຸດຂອງ ອາຟະລິກາ ແລະປະຈຸບັນພວມດຳລົງຕໍາແໜ່ງເປັນປະທານ G20 ປີ 2025 ແລະເປັນສະມາຊິກຫຼັກແຫຼ່ງຂອງກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນ (BRICS). ອານເຊລີ ແມ່ນໜຶ່ງໃນບັນດາປະເທດທີ່ມີການພົວພັນກັບຫວຽດນາມຢ່າງເລິກເຊິ່ງທີ່ສຸດຢູ່ພາກພື້ນອາຟະລິກາ ແລະພວມແມ່ນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2024-2025. ໃນປີນີ້, ກູເວດ ພວມດໍາລົງຕໍາແໜ່ງເປັນປະທານສະພາການຮ່ວມມືເຂດອ່າວເປີເຊຍ (GCC). ບັນດາປະເທດຕາເວັນອອກກາງ ແລະອາຟະລິກາ ຖືຫວຽດນາມ ແມ່ນແບບຢ່າງກ່ຽວກັບຜົນສຳເລັດໃນການປ່ຽນແປງໃໝ່ ແລະພັດທະນາ, ແມ່ນແບບຢ່າງກ່ຽວກັບການປະກອບສ່ວນນັບມື້ນັບຕັ້ງໜ້າ, ມີຄວາມຮັບຜິດຊອບກວ່າສຳລັບປະຊາຄົມສາກົນ. ສິ່ງດັ່ງກ່າວແມ່ນພື້ນຖານສຳຄັນທີ່ສຸດ, ເຮັດໃຫ້ເພີ່ມຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະການແບ່ງປັນຄຸນຄ່າລວມລະຫວ່າງຫວຽດນາມ ກັບບັນດາປະເທດຢູ່ພາກພື້ນຕາເວັນອອກກາງ ແລະອາຟະລິກາ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ບົນພື້ນຖານນັ້ນ, ທ່ານນາງ ຫງວຽນມີງຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຢືນຢັນວ່າ, ການໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີຫວຽດນາມ ໄດ້ນຳມາເຊິ່ງສານສຳຄັນຫຼາຍຢ່າງກ່ຽວກັບເລື່ອງຫວຽດນາມ ຖືເປັນສຳຄັນການພັດທະນາການພົວພັນກັບຄູ່ຮ່ວມມືຢູ່ພາກພື້ນ, ກໍ່ຄືໃຫ້ຄຳໝັ້ນສັນຍາຈະເປີດໄລຍະການຮ່ວມມືໃໝ່, ຍຸດທະສາດຢ່າງເລິກເຊິ່ງ ແລະແທດຈິງກວ່າອີກ: “ການໄປປະຕິບັດງານແມ່ນໂອກາດເພື່ອໃຫ້ຫວຽດນາມ ຍູ້ແຮງ, ເຊື່ອມຕໍ່ກັບ 3 ສະຖານທີ່ຍຸດທະສາດຂອງພາກພື້ນ. ຜ່ານນັ້ນບໍ່ພຽງແຕ່ຍົກລະດັບ, ເຮັດໃຫ້ການພົວພັນລະຫວ່າງຫວຽດນາມ ກັບ 3 ປະເທດເລິກເຊິ່ງກວ່າອີກເທົ່ານັ້ນ, ຫາກຍັງປະກອບສ່ວນສ້າງອະນາຄົດ, ວິໄສທັດໃໝ່ລະຫວ່າງຫວຽດນາມ ກັບພາກພື້ນຕາເວັນອອກກາງ ແລະອາຟະລິກາ ບົນຈິດໃຈທີ່ໄວ້ເນື້ອເຊື່ອໃຈ, ຍືນຍົງ ແລະມຸ່ງໄປເຖິງອະນາຄົດວັດທະນາຖາວອນລວມ”.

G20 ແລະທັດສະນະຂອງຫວຽດນາມ ໃນບັນດາບັນຫາທົ່ວໂລກ

ໃນດ້ານຫຼາຍຝ່າຍ, ນີ້ແມ່ນປີທີ 2 ຕິດຕໍ່ທີ່ຫວຽດນາມ ໄດ້ຮັບຄໍາເຊີນເຂົ້າຮ່ວມກອງປະຊຸມສຸດຍອດຂອງກຸ່ມ 20 ພື້ນຖານເສດຖະກິດແຖວໜ້າໂລກ. ນີ້ແມ່ນການຢືນຢັນກ່ຽວກັບອິດທິພົນຊື່ສຽງ, ທີ່ຕັ້ງ, ບົດບາດທີ່ນັບມື້ນັບສູງຂຶ້ນຂອງຫວຽດນາມ, ແມ່ນຄວາມຮັບຮູ້ ແລະການຕີລາຄາສູງຈາກບັນດາຄູ່ຮ່ວມມື, ພິເສດແມ່ນບັນດາສະມາຊິກ G20 ກ່ຽວກັບຜົນງານພັດທະນາ ແລະການປະກອບສ່ວນຢ່າງແທດຈິງ, ມີຄວາມຮັບຜິດຊອບຂອງຫວຽດນາມ ໃນບັນດາບັນຫາລວມຂອງໂລກ.

ເຂົ້າຮ່ວມກອງປະຊຸມຄັ້ງນີ້ຈະແມ່ນໂອກາດເພື່ອໃຫ້ຫວຽດນາມ ສືບຕໍ່ຢືນຢັນນະໂຍບາຍການຕ່າງປະເທດທີ່ສະເໝີຕົ້ນສະເໝີປາຍ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງປະຊາຄົມສາກົນ ແລະຫວຽດນາມ ພ້ອມແລ້ວທີ່ຈະຮ່ວມແຮງຮ່ວມໃຈແກ້ໄຂບັນຫາທົ່ວໂລກບົນຈິດໃຈເຄົາລົບ, ເຂົ້າໃຈເຊິ່ງກັນ ແລະກັນ, ປະກອບສ່ວນເຂົ້າໃນການພັດທະນາລວມຂອງມວນມະນຸດ. ທ່ານນາງ ຫງວຽນມີງຮັ່ງ ຢືນຢັນວ່າ: “ທີ່ກອງປະຊຸມສຸດຍອດ 20, ໃນຖານະເປັນແຂກຖືກເຊີນຂອງປະທານ G20 ອາຟະລິກາໃຕ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຈະແບ່ງປັນສານນະໂຍບາຍທີ່ສຸມໃສ່ເນື້ອໃນສຳຄັນແນໃສ່ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມຂອງທົ່ວໂລກ ເພື່ອຊຸກຍູ້ການເຕີບໂຕເສດຖະກິດຂອງໂລກ, ຊຸກຍູ້ການຮ່ວມມືໃນບັນດາຂົງເຂດຍຸດທະສາດ, ຄື: ແຮ່ທາດ, ພະລັງງານ...

ຜ່ານສານ, ຂໍ້ລິເລີ່ມ ແລະຂໍ້ສະເໜີລະອຽດນັ້ນ, ປະຊາຄົມສາກົນຈະຮັບຮູ້ຢ່າງຈະແຈ້ງກວ່າກ່ຽວກັບປະເທດຫວຽດນາມ ພວມຕັດສິນໃຈປ່ຽນແປງໃໝ່ເພື່ອກ້າວເຂົ້າສູ່ສັງກາດພັດທະນາບືນຕົວຂຶ້ນ; ໄດ້, ພວມ ແລະຈະສືບຕໍ່ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ນັບມື້ນັບເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບ ແລະມານະພະຍາຍາມເຮັດຈົນສຸດຄວາມສາມາດຂອງຕົນເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ວັດທະນາຖາວອນ ແລະການພັດທະນາແບບຍືນຍົງໃຫ້ທົ່ວໂລກ.

ການໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຈະເພີ່ມທະວີການຊຸກຍູ້ການຮ່ວມມືກັບບັນດາປະເທດຢູ່ພາກພື້ນຕາເວັນອອກກາງ ແລະອາຟະລິກາ. ພ້ອມດຽວກັນນັ້ນ, ການເຂົ້າຮ່ວມ, ສະເໜີຂໍ້ລິເລີ່ມຢູ່ເວທີປາໄສທົ່ວໂລກ ຄື G20, ເປັນການຢືນຢັນແນວທາງການພົວພັນຕ່າງປະເທດທີ່ສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນຢາກປະກອບສ່ວນເຂົ້າໃນການສ້າງລະບຽບເສດຖະກິດສາກົນ ແລະລະບົບບໍລິຫານເສດຖະກິດທົ່ວໂລກຕາມທິດນັບມື້ນັບຍຸຕິທຳ, ກວມລວມ ແລະຍືນຍົງກວ່າ, ສ່ອງແສງໄດ້ທັດສະນະຂອງບັນດາປະເທດພວມພັດທະນາ. ນີ້ແມ່ນການເດີນທາງເປີດກວ້າງການຮ່ວມມືຍຸດທະສາດໃໝ່, ພ້ອມທັງຢືນຢັນທີ່ຕັ້ງຂອງຫວຽດນາມ ໃນໂລກທີ່ພວມມີການປ່ຽນແປງຢ່າງວ່ອງໄວ.

ໂດຍ: ເຈິ່ນຮວ່ຽນ