ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ Sheikh Ahmad Abdullah Al-Ahmad Al Sabah ນາຍົກລັດຖະມົນຕີກູເວດ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຈະໄປຢ້ຽມຢາມກູເວດ ຢ່າງເປັນທາງການໃນລະຫວ່າງວັນທີ 16-18 ພະຈິກ.

ເນື່ອງໃນໂອກາດນີ້, ນັກຂ່າວສໍານັກຂ່າວສານຫວຽດນາມ ໄດ້ສຳພາດທ່ານ ຫງວຽນດຶກຖັງ ເອກອັກຄະລັດຖະທູດຫວຽດນາມ ປະຈຳກູເວດ ກ່ຽວກັບການພົວພັນລະຫວ່າງສອງປະເທດ.

ນັກຂ່າວ: ຂໍທ່ານເອກອັກຄະລັດຖະທູດ ໃຫ້ຮູ້ກ່ຽວກັບເນື້ອໃນ ແລະຄວາມໝາຍຂອງການຢ້ຽມຢາມກູເວດ ຂອງທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໃນຄັ້ງນີ້, ໃນສະພາບການພົວພັນປະຈຸບັນລະຫວ່າງສອງຝ່າຍ. ການຢ້ຽມຢາມຈະສຸມໃສ່ເນື້ອໃນຕົ້ນຕໍໃດແດ່, ຂໍຮຽນທ່ານເອກອັກຄະລັດຖະທູດ?

ທ່ານ ຫງວຽນດຶກຖັງ ເອກອັກຄະລັດຖະທູດ: ການຢ້ຽມຢາມກູເວດ ຂອງທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ທີ່ຈະມາເຖິງນີ້ມີຄວາມໝາຍສໍາຄັນທີ່ສຸດ, ບໍ່ພຽງແຕ່ສຳລັບການພົວພັນສອງຝ່າຍລະຫວ່າງຫວຽດນາມ ແລະກູເວດ ເວົ້າສະເພາະເທົ່ານັ້ນ ແຕ່ຍັງເປັນການຢືນຢັນນະໂຍບາຍການພົວພັນຕ່າງປະເທດຂອງຫວຽດນາມ ຕໍ່ກັບພາກພື້ນເວົ້າລວມ.

ການເຄື່ອນໄຫວພົວພັນຕ່າງປະເທດຄັ້ງນີ້ແມ່ນການສືບຕໍ່ຢ້ຽມຢາມສາມປະເທດເຂດອ່າວ ຂອງທ່ານນາຍົກລັດຖະມົນຕີ ໃນປີ 2024; ສະແດງໃຫ້ເຫັນເຖິງຄວາມຕັດສິນໃຈຂອງຫວຽດນາມ ໃນການຜັນຂະຫຍາຍຍຸດທະສາດນະໂຍບາຍການພົວພັນຕ່າງປະເທດຕໍ່ກັບພາກພື້ນຕາເວັນອອກກາງ, ຫັນມະຕິ 59-NQ/TW ກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນໃນສະພາບແວດລ້ອມໃໝ່ໃຫ້ປະກົດຜົນເປັນຈິງ, ທັນການ. ຜ່ານບັນດາການເຄື່ອນໄຫວການພົວພັນຕ່າງປະເທດຂັ້ນສູງ, ຫວຽດນາມ ສືບຕໍ່ປັບປຸງການພົວພັນມິດຕະພາບ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ເປີດກວ້າງຕະຫຼາດ, ບຸກເບີກບັນດາຂົງເຂດທີ່ຍັງມີຄວາມສາມາດບົ່ມຊ້ອນຮ່ວມມືກັບກູເວດ.

leftcenterrightdel
ບັນຍາກາດທີ່ການປຶກສາຫາລືດ້ານການເມືອງ ຄັ້ງທີ 4 ລະຫວ່າງກະຊວງການຕ່າງປະເທດຫວຽດນາມ ແລະ ກູເວດ. ພາບ: ສໍານັກຂ່າວສານຫວຽດນາມ.

ນີ້ແມ່ນການຢ້ຽມຢາມກູເວດ ຄັ້ງທຳອິດຂອງການນໍາຂັ້ນສູງຫວຽດນາມ ພາຍຫຼັງເວລາ 16 ປີ, ເຊິ່ງຈັດຂຶ້ນໃນໂອກາດທີ່ສອງປະເທດກຳລັງກະກຽມສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນເດືອນມັງກອນ ປີ 2026. ສາມາດຢືນຢັນໄດ້ວ່າ ຮອດເວລາທີ່ສຸກງ່ອມ ເພື່ອໃຫ້ສອງປະເທດ ປັບປຸງ, ເພີ່ມທະວີການພົວພັນສອງຝ່າຍ, ນຳການພົວພັນນີ້ຂຶ້ນສູ່ລະດັບສູງໃໝ່, ປະກອບສ່ວນຢ່າງແທດຈິງໃຫ້ແກ່ເປົ້າໝາຍພັດທະນາຂອງທັງສອງປະເທດ - ສຳລັບຫວຽດນາມ ມີເປົ້າໝາຍຢາກກາຍເປັນປະເທດກຳລັງພັດທະນາທີ່ມີອຸດສາຫະກຳທີ່ທັນສະໄໝ ແລະນອນໃນ 30 ພື້ນຖານເສດຖະກິດແຖວໜ້າຂອງໂລກ ໃນປີ 2030, ສູ້ຊົນໃຫ້ກາຍເປັນປະເທດພັດທະນາ, ມີລາຍຮັບສູງ, ຈະເລີນຮຸ່ງເຮືອງ ແລະມີຄວາມຜາສຸກ ໃນປີ 2045; ສຳລັບກູເວດ ແມ່ນ "ວິໄສທັດປີ 2035" ນໍາປະເທດນີ້ໃຫ້ກາຍເປັນສູນກາງການເງິນ ແລະການຄ້າແຖວໜ້າໃນພາກພື້ນ ແລະໃນໂລກ.

ອີກດ້ານໜຶ່ງ, ທ່ານ ຟ້າມມິງຈິ໊ງ ໄປຢ້ຽມຢາມກູເວດ ໃນສະພາບການທີ່ປະເທດນີ້ກໍາລັງດຳລົງຕຳແໜ່ງເປັນປະທານສະພາການຮ່ວມມືເຂດອ່າວ (GCC). ໃນກອງປະຊຸມສຸດຍອດ GCC-ASEAN ສອງຄັ້ງທີ່ຜ່ານມາ (ເດືອນຕຸລາ 2023 ແລະ ພຶດສະພາ 2025), ກູເວດ ໄດ້ສວມບົດບາດຢ່າງຕັ້ງໜ້າ, ເຂົ້າຮ່ວມຫຼາຍບັນຫາສໍາຄັນໃນການຮ່ວມມືລະຫວ່າງກຸ່ມຕ່າງໆ. ດ້ວຍຄວາມສາມາດບົ່ມຊ້ອນ ແລະຖານະບົດບາດທີ່ຄົບຖ້ວນ, ຫວຽດນາມ ສາມາດຮ່ວມມືກັບກູເວດ ເພື່ອເປັນຂົວຕໍ່ຊຸກຍູ້ການຮ່ວມມືລະຫວ່າງບັນດາພາກພື້ນ, ລະຫວ່າງອາຊຽນ ແລະ GCC. ພ້ອມດຽວກັນນັ້ນ ຫວຽດນາມ ກໍ່ຫວັງວ່າ ກູເວດ ຈະເສີມຂະຫຍາຍບົດບາດຂອງຕົນໃນວິວັດການຊຸກຍູ້ການເລີ່ມເຈລະຈາກ່ຽວກັບສັນຍາການຄ້າເສລີ (FTA) ລະຫວ່າງຫວຽດນາມ ແລະ GCC ໃນປີ 2025. 

ນັກຂ່າວ: ຂໍທ່ານເອກອັກຄະລັດຖະທູດ ໃຫ້ຮູ້ບັນດາເນື້ອໃນຮ່ວມມືຈຸດສຸມໃນປະຈຸບັນລະຫວ່າງ ຫວຽດນາມ ແລະ ກູເວດ, ກໍ່ຄືຄວາມສາມາດບົ່ມຊ້ອນພັດທະນາການຮ່ວມມືສອງຝ່າຍໃນໄລຍະຕໍ່ໄປ?

ທ່ານ ຫງວຽນດຶກຖັງ ເອກອັກຄະລັດຖະທູດ: ໃນເຂດອ່າວ, ກູເວດ ຕັ້ງຢູ່ທີ່ຕັ້ງທີ່ມີລັກສະນະຍຸດທະສາດ, ເປັນຕ່ອງໂສ້ເຊື່ອມຕໍ່ເສັ້ນທາງຂົນສົ່ງພະລັງງານທົ່ວໂລກ.

ການລົງທຶນ ແລະການຄ້າແມ່ນຈຸດພົ້ນເດັ່ນໃນການພົວພັນສອງປະເທດໃນປະຈຸບັນ. ກູເວດ ເປັນປະເທດຕາເວັນອອກກາງ ທີ່ທຶນລົງຢູ່ຫວຽດນາມ ຫຼາຍກວ່າໝູ່ເມື່ອໄລ່ມາຮອດປະຈຸບັນ, ພົ້ນເດັ່ນແມ່ນໂຄງການໂຮງງານກັ່ນນ້ຳມັນ ງີເຊີນ ດ້ວຍການຮ່ວມທຶນຂອງກູເວດ ຂຶ້ນເຖິງ 3,5 ຕື້ໂດລາສະຫະລັດ.

ນອກຈາກນັ້ນ, ສອງປະເທດຍັງຮັກສາຂົງເຂດການຮ່ວມມືອື່ນໆ. ໃນຫຼາຍປີຜ່ານມາກອງທຶນກູເວດ ໄດ້ໜູນຊ່ວຍບັນດາໂຄງການພື້ນຖານໂຄງລ່າງທີ່ຈໍາເປັນຢູ່ຫວຽດນາມ, ດ້ວຍມູນຄ່າທັງໝົດ 182 ລ້ານໂດລາສະຫະລັດ ຜ່ານ 15 ໂຄງການຢູ່ຫຼາຍແຂວງ, ນະຄອນ. ໃນຂົງເຂດຮ່ວມມືທ້ອງຖິ່ນ, ປະຈຸບັນ ສອງປະເທດມີຂໍ້ຕົກລົງຮ່ວມມື, ເຊື່ອມຕໍ່ ຄື: ນະຄອນໂຮ່ຈີມິນ ກັບ ແຂວງ Ahmadi, ແຂວງແທງຮວາ ກັບແຂວງ Farwaniya..., ຜ່ານນັ້ນຊຸກຍູ້ບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ, ສົ່ງເສີມການຄ້າ ແລະການພົບປະແລກປ່ຽນລະຫວ່າງປະຊາຊົນ.

ຫວຽດນາມ ແລະ ກູເວດ ຍາມໃດກໍ່ຮັກສາມູນເຊື້ອໜູນຊ່ວຍ, ສະໜັບສະໜູນເຊິ່ງກັນແລະກັນຢູ່ເວທີປາໄສສາກົນ, ໃນນັ້ນມີບັນດາກົນໄກ ແລະຄະນະກຳມະການທີ່ສຳຄັນຢູ່ສະຫະປະຊາຊາດ ເຊິ່ງທັງສອງປະເທດເປັນສະມາຊິກ. ສິ່ງທີ່ສຳຄັນກວ່ານັ້ນ, ທັງສອງປະເທດລ້ວນແຕ່ມີເງື່ອນໄຂຄົບຖ້ວນເພື່ອກຽມພ້ອມ ເປັນຂົວຕໍ່ ຊຸກຍູ້ການຮ່ວມມືລະຫວ່າງອາຊຽນ ແລະ GCC ທັງດ້ານການເມືອງ ແລະເສດຖະກິດ, ເປີດການຮ່ວມສຳພັນສອງພາກພື້ນທີ່ເຕັມໄປດ້ວຍແງ່ຫວັງໃນອະນາຄົດ.

ນັກຂ່າວ: ຫວຽດນາມ ແລະ ກູເວດ ຄວນເຮັດຫຍັງແດ່ເພື່ອຍົກສູງປະສິດທິຜົນຂອງການຮ່ວມມືໃນໄລຍະຈະມາເຖິງ, ຂໍຮຽນທ່ານເອກອັກຄະລັດຖະທູດ?

ທ່ານ ຫງວຽນດຶກຖັງ ເອກອັກຄະລັດຖະທູດ: ຈາກໝາກຜົນຂອງການຢ້ຽມຢາມກູເວດ ໃນເດືອນພະຈິກ ຢ່າງເປັນທາງການນີ້ຂອງທ່ານນາຍົກລັດຖະມົນຕີ  ແລະໃນໂອກາດທີ່ສອງປະເທດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ໃນເດືອນມັງກອນ 2026, ການພົວພັນລະຫວ່າງຫວຽດນາມ ແລະ ກູເວດ ໄດ້ສ້າງຕັ້ງຂຶ້ນໃນຂອບເຂດໃໝ່ສູງກວ່າ, ເລິກເຊິ່ງກວ້າງຂວາງກວ່າ ແລະຮຽກຮ້ອງໃຫ້ມີຄວາມພະຍາຍາມຈາກທັງສອງຝ່າຍ.

ກ່ອນອື່ນໝົດ, ຫວຽດນາມ ຕ້ອງໃຫ້ບຸລິມະສິດຜັນຂະຫຍາຍບາງມາດຕະການໃນພຶດຕິກຳຕົວຈິງ ແລະມີປະສິດທິຜົນເພື່ອສ້າງທ່າແຮງໃຫ້ແກ່ໄລຍະພັດທະນາການຮ່ວມມືໃໝ່ລະຫວ່າງສອງປະເທດ.

ທຳອິດແມ່ນ, ກົນໄກການແລກປ່ຽນຄະນະຜູ້ແທນລະດັບສູງຕ້ອງໄດ້ຮັບການຮັກສາ ແລະຊຸກຍູ້, ບໍ່ພຽງແຕ່ຜ່ານການຢ້ຽມຢາມຢ່າງເປັນທາງການເທົ່ານັ້ນ ຫາກຍັງຢູ່ໃນເວທີປາໄສ ແລະ ເຫດການຫຼາຍຝ່າຍອີກດ້ວຍ. ຜ່ານການເຄື່ອນໄຫວພົບປະມິດຕະພາບເປັນປະຈຳລະຫວ່າງຜູ້ນຳສອງປະເທດໃນຫຼາຍຮູບການ, ສອງຝ່າຍຈະປັບປຸງຄວາມໄວ້ເນື້ອເຊື່ອໃຈ, ສ້າງຊ່ອງທາງການເຊື່ອມຕໍ່ທີ່ໃກ້ຊິດລະຫວ່າງການນຳຂັ້ນສູງທີ່ມີປະສິດທິຜົນ; ກ້າວໄປເຖິງແມ່ນກະຊວງ,  ຂະແໜງການ ແລະອົງການທີ່ກ່ຽວຂ້ອງຂອງສອງປະເທດເພື່ອເພີ່ມທະວີການສົມທົບກັນໃນບັນຫາສຳຄັນຕ່າງໆ.

ຕໍ່ຈາກນັ້ນ, ຫວຽດນາມ ຕ້ອງສະແດງໃຫ້ເຫັນບົດບາດທີ່ເປັນເຈົ້າການ ແລະຕັ້ງໜ້າກວ່າ ໃນການຂະຫຍາຍການຮ່ວມມືກັບກູເວດ, ພ້ອມທັງສ້າງວິທີເຂົ້າເຖິງພາກພື້ນ GCC - ທັງທົ່ວໄປ ແລະຄົບຊຸດ, ແລະທັງເປັນອັນສະເພາະສຳລັບແຕ່ລະປະເທດ.

ຖ້າຢູ່ໃນລະດັບພາກພື້ນ, ຫວຽດນາມ ຄວນຜັນຂະຫຍາຍນະໂຍບາຍທີ່ຄົບຊຸດສຳລັບ GCC ທັງໝົດຜ່ານການສົ່ງເສີມການລົງທຶນ, ສັນຍາການຄ້າເສລີ, ມາດຕະຖານ Halal, ເຄຣດິດກາກບອນ ແລະເສດຖະກິດດີຈີຕອນ; ສະເພາະ ກູເວດ, ຫວຽດນາມ ຕ້ອງດັດປັບຢ່າງມີໄຫວພິບຕາມລັກສະນະທາງພູມສາດ, ຂະໜາດປະຊາກອນ, ວິທີການລົງທຶນທາງດ້ານການເງິນ, ຄວາມຕ້ອງການຄວາມໝັ້ນຄົງດ້ານສະບຽງອາຫານ, ການກໍ່ສ້າງພື້ນຖານໂຄງລ່າງ, ການທ່ອງທ່ຽວ... ຂອງປະເທດນີ້ເພື່ອແນໃສ່ໃຫ້ເກີດຜົນປະໂຫຍດສູງສຸດແກ່ທຸກຝ່າຍ, ຢືນຢັນທີ່ຕັ້ງຄູ່ຮ່ວມມືທີ່ຍືນຍົງ ແລະຄວາມໄວ້ເນື້ອເຊື່ອໃຈ.

ສຸດທ້າຍ ແລະສິ່ງທີ່ສຳຄັນທີ່ສຸດ, ຄຽງຂ້າງຄຳໝັ້ນສັນຍາທາງການເມືອງລະຫວ່າງສອງປະເທດ, ການສົມທົບກັນຢ່າງແໜ້ນແຟ້ນ, ຄົບຊຸດລະຫວ່າງທຸກຂັ້ນຈະເປັນຂໍກຸນແຈເພື່ອໃຫ້ຫວຽດນາມ ແລະກູເວດ ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ ແລະຄວາມແຕກຕ່າງ, ນຳໃຊ້ກາລະໂອກາດ ແລະຄວາມສາມາດບົ່ມຊ້ອນຂອງແຕ່ລະຝ່າຍ, ນຳການພົວພັນສອງປະເທດໄປສູ່ການພັດທະນາໃໝ່, ຮອບດ້ານ ແລະຍືນຍົງກວ່າເກົ່າ.

ນັກຂ່າວ: ຂໍຂອບໃຈທ່ານເອກອັກຄະລັດຖະທູດ!

ໂດຍ: ຈາງຫງວຽນ