ປະຊາຊົນສອງປະເທດຍາມໃດກໍເຄົາລົບຄວາມຜູກພັນຮັກໄຄ່ອັນເລິກເຊິ່ງນີ້ ແລະໃຫ້ຄຳໝັ້ນສັນຍາວ່າຈະປະກອບສ່ວນກຳລັງເຫື່ອແຮງຮັກສາ, ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບ ຫວຽດນາມ-ເຊັກ, ສ້າງພື້ນຖານອັນໝັ້ນແກ່ນເພື່ອໃຫ້ສອງປະເທດເປີດກວ້າງຂອບເຂດການຮ່ວມມືໃໝ່.

ການພົວພັນລະຫວ່າງຫວຽດນາມ ແລະເຊັກ, ເຊິ່ງແມ່ນສອງປະເທດທີ່ຕັ້ງຢູ່ຫ່າງໄກກັນທາງດ້ານພູມສາດ, ໄດ້ສ້າງຕັ້ງການພົວພັນມາແຕ່ດົນນານ. ໃນໄລຍະຕໍ່ສູ້ຍາດເອົາເອກະລາດທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກລໍາບາກຂອງປະຊາຊົນຫວຽດນາມ, ບັນດາເພື່ອນມິດ ເຊັກໂກ ແລະສະໂລວາເກຍ (ໃນເມື່ອກ່ອນ) ໄດ້ສະໜັບສະໜູນ, ຊ່ວຍເຫຼືອທາງດ້ານວັດຖຸ ແລະຈິດໃຈຢ່າງສຸດໃຈ, ຜ່ານນັ້ນ ປະກອບສ່ວນເຂົ້າໃນໄຊຊະນະຂອງຊາດຫວຽດນາມ. ນ້ຳໃຈທີ່ຈິງໃຈ, ໄດ້ຮັບການຝຶກຝົນຫຼໍ່ຫຼອມຜ່ານແປວໄຟສົງຄາມກາຍເປັນເສັ້ນດ້າຍສີແດງໃຫ້ແກ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືອັນດີງາມລະຫວ່າງສອງປະເທດ.

leftcenterrightdel
ພິທີໄຂງານວາງສະແດງກ່ຽວກັບມໍລະດົກວັດທະນະທຳຫວຽດນາມ ດໍາເນີນຢູ່ ເຊັກ. ພາບ: ສະຖານທູດຫວຽດນາມ ປະຈຳ ເຊັກ.

ປີ 2025 ເປັນປີທີ່ສ້າງຂີດໝາຍພິເສດຕໍ່ກັບຫວຽດນາມ ແລະເຊັກ ເຊິ່ງໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຢ່າງເປັນທາງການ. ນີ້ແມ່ນສິ່ງທີ່ພິສູດໃຫ້ເຫັນພະລັງຊີວິດທີ່ຍືນຍົງຂອງນໍ້າໃຈມິດຕະພາບ, ການຮ່ວມມືສອງຝ່າຍ ແລະເປີດແງ່ຫວັງໃຫ້ແກ່ການພັດທະນາການພົວພັນຮອບດ້ານ, ເລິກເຊິ່ງ ແລະມີປະສິດທິຜົນກວ່າອີກໃນຫຼາຍຂົງເຂດ.

ການຮ່ວມມືດ້ານເສດຖະກິດໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາເສົາຄໍ້າສຳຄັນຂອງການພົວພັນສອງປະເທດ. ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືທີ່ສຳຄັນ ແລະແມ່ນຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນຂອງ ເຊັກ ຢູ່ອາຊີຕາເວັນອອກສ່ຽງໃຕ້.  ວິສາຫະກິດເຊັກ ນັບມື້ນັບມີຄວາມສົນໃຈຢາກເປີດກວ້າງການລົງທຶນ ແລະດຳເນີນທຸລະກິດຢູ່ຫວຽດນາມ, ພົ້ນເດັ່ນແມ່ນໂຄງການໂຮງງານຜະລິດລົດໃຫຍ່ຂອງກຸ່ມບໍລິສັດ Skoda -  ບໍລິສັດຜະລິດລົດໃຫຍ່ແຖວໜ້າຂອງ ເຊັກ ຢູ່ກວາງນີງ.

ສ່ວນຝ່າຍຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະປາດຖະໜາຢາກເພີ່ມທະວີການພົວພັນກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອຢູ່ພາກພື້ນເອີລົບຕາເວັນອອກກາງ, ໃນນັ້ນ ເຊັກ ເປັນຄູ່ຮ່ວມມືບຸລິມະສິດແຖວໜ້າ. ສອງຝ່າຍພວມມານະພະຍາຍາມໝູນໃຊ້ສັນຍາການຄ້າເສລີ ຫວຽດນາມ-ສະຫະພາບເອີລົບ  (EVFTA) ແລະບັນດາກົນໄກຮ່ວມມືອື່ນໆ ເພື່ອແນໃສ່ຍົກວົງເງິນການຄ້າສອງສົ້ນໃຫ້ຂຶ້ນເຖິງ 5 ຕື້ໂດລາສະຫະລັດ ໃນໄລຍະຈະມາເຖິງ, ເພື່ອໃຫ້ສົມກັບລະດັບການພົວພັນຄູ່ຮ່ວມມືຍຸດທະສາດ.

ຄວາມສາມາດບົ່ມຊ້ອນໃນການຊຸກຍູ້ການຮ່ວມມືດ້ານເສດຖະກິດລະຫວ່າງຫວຽດນາມ ແລະເຊັກ ຍັງມີຫຼາຍຢູ່. ເຊັກ ແມ່ນປະເທດທີ່ມີພື້ນຖານເສດຖະກິດພັດທະນາຢ່າງແຂງແຮງ ແລະໝັ້ນຄົງຢູ່ເອີຣົບຕາເວັນອອກ. ດ້ວຍພື້ນຖານອຸດສາຫະກຳທີ່ມີມາແຕ່ສະຕະວັດທີ 19, ພື້ນຖານອຸດສາຫະກຳເຊັກ ມີເງື່ອນໄຂສະດວກໃນການພັດທະນາ, ພົ້ນເດັ່ນແມ່ນຂະແໜງຜະລິດລົດໃຫຍ່, ຫຼໍ່ຫຼອມໂລຫະ, ຂຸດຄົ້ນບໍ່ແຮ່, ຜະລິດເຄື່ອງຈັກ, ອຸປະກອນເອເລັກໂຕຼນິກ.

ໃນຂະນະນັ້ນ, ຈາກປະເທດທີ່ທຸກຍາກ, ຖືກທຳລາຍມ້າງເພຈາກສົງຄາມ, ຫວຽດນາມ ໄດ້ບືນຕົວຂຶ້ນກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດມີການເຕີບໂຕຢ່າງແຂງແຮງ ແລະມີສະຖຽນລະພາບຢູ່ພາກພື້ນອາຊີ-ປາຊີຟິກ. ຫວຽດນາມ ກໍ່ແມ່ນປະຕູສຳຄັນຊ່ວຍໃຫ້ເຊັກ ໄດ້ເຂົ້າເຖິງຕະຫຼາດທີ່ຂະຫຍັນຂັນເຄື່ອນ ແລະກວ້າງໃຫຍ່ຂອງອາຊຽນ. ບົນພື້ນຖານອັນໝັ້ນແກ່ນແມ່ນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງ, ພື້ນຖານເສດຖະກິດ ແລະຕະຫຼາດມີລັກສະນະໜູນຊ່ວຍເຊິ່ງກັນ ແລະກັນ, ຫວຽດນາມ ແລະເຊັກ ລ້ວນແຕ່ມີພື້ນຖານເປີດໂອກາດໃໝ່ໃຫ້ແກ່ການຮ່ວມມືສອງຝ່າຍ.

ທ່ານ ເຢືອງຮວ່າຍນາມ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ເຊັກ ຢືນຢັນວ່າ: ນອກຈາກບັນດາຂົງເຂດດັ້ງເດີມແລ້ວ, ສອງຝ່າຍຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອເພີ່ມທະວີການຮ່ວມມືໃນຂົງເຂດຫັນເປັນສີຂຽວ, ຫັນເປັນດີຈີຕອນ, ພະລັງງານທົດແທນ, ຂຸດຄົ້ນບໍ່ແຮ່...

ພ້ອມກັບການຮ່ວມສໍາພັນດ້ານເສດຖະກິດທີ່ນັບມື້ນັບເລິກເຊິ່ງ, ການພົວພັນຫວຽດນາມ-ເຊັກ ບັນລຸໄດ້ຜົນງານອັນດີງາມຫຼາຍຢ່າງໃນຂົງເຂດການສຶກສາ, ບໍາລຸງສ້າງ, ພົບປະແລກປ່ຽນປະຊາຊົນ. ປະຊາຄົມຊາວຫວຽດນາມ ອາໄສຢູ່ ເຊັກ ປະມານ 100.000 ຄົນ, ເຊິ່ງແມ່ນ “ທູດວັດທະນະທຳ” ໄດ້ປະກອບສ່ວນຮັດແໜ້ນນໍ້າໃຈມິດຕະພາບ ແລະຄວາມເຂົ້າໃຈລະຫວ່າງປະຊາຊົນສອງປະເທດ. ນ້ຳໃຈຂອງຊາວຫວຽດນາມ ອາໄສຢູ່ ເຊັກ ຍາມໃດກໍ່ມຸ່ງໄປເຖິງປະເທດຊາດ, ພ້ອມແລ້ວທີ່ຈະແບ່ງປັນຄວາມຫຍຸ້ງຍາກຕໍ່ປະຊາຊົນຢູ່ບ້ານເກີດເມືອງນອນ. ຫວ່າງແລ້ວນີ້, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ຕອບສະໜອງຂະບວນການບໍລິຈາກເພື່ອໜູນຊ່ວຍພໍ່ແມ່ປະຊາຊົນພາກກາງຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ, ເປັນການສະແດງໃຫ້ເຫັນນ້ຳໃຈສາມັກຄີ, ຄວາມຮັກແພງເຊິ່ງກັນ ແລະກັນ.

ໃນໄລຍະ 75 ປີ ທີ່ຮ່ວມເດີນທາງ ໄດ້ເຮັດໃຫ້ຄວາມຮັກແພງອັນຈິງໃຈ ແລະເລິກເຊິ່ງລະຫວ່າງເພື່ອນມິດທີ່ເປັນມູນເຊື້ອຫວຽດນາມ ແລະເຊັກ ນັບມື້ນັບຍືນຍົງ. ໃນສະພາບແວດລ້ອມທີ່ໂລກຍັງມີການຜັນແປສັບສົນຫຼາຍຢ່າງ, ເລື່ອງຫວຽດນາມ ແລະເຊັກ ສືບຕໍ່ເພີ່ມທະວີການພົວພັນທີ່ອີງໃສ່ພື້ນຖານນໍ້າໃຈໄມຕີຈິດມິດຕະພາບແມ່ນບາດກ້າວເດີນທີ່ສອດຄ່ອງກັບທ່າອ່ຽງ, ຊ່ວຍໃຫ້ສອງປະເທດພັດທະນາຢ່າງໝັ້ນຄົງໃນໄລຍະໃໝ່ຕໍ່ບັນດາໜ້າທີ່ ແລະສິ່ງທ້າທາຍໃໝ່.

ໂດຍ: ເຈິ່ນຮວ່ຽນ