ກ່ອນການຢ້ຽມຢາມອານເຊຣີ ຢ່າງເປັນທາງການຂອງທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໃນວັນທີ 18-20 ພະຈິກ, ນັກຂ່າວສໍານັກຂ່າວສານຫວຽດນາມ ປະຈຳອານເຊຣີ ໄດ້ສຳພາດທ່ານ ເຈິ່ນກວກແຄງ ເອກອັກຄະລັດຖະທູດຫວຽດນາມ ປະຈຳອານເຊຣີ ກ່ຽວກັບການພົວພັນລະຫວ່າງສອງປະເທດ.

ນັກຂ່າວ: ຂໍທ່ານເອກອັກຄະລັດຖະທູດ ຕີລາຄາກ່ຽວກັບການພົວພັນໃນປະຈຸບັນລະຫວ່າງອານເຊຣີ ແລະ ຫວຽດນາມ?

ທ່ານ ເຈິ່ນກວກແຄງ ເອກອັກຄະລັດຖະທູດ: ຄືດັ່ງພວກເຈົ້າ ໄດ້ຮູ້ແລ້ວວ່າ, ການພົວພັນຫວຽດນາມ-ອານເຊຣີ ມີປະຫວັດສາດທີ່ພິເສດທີ່ສຸດ. ນີ້ແມ່ນການພົວພັນທີ່ສ້າງຂຶ້ນບົນພື້ນຖານຂອງຄວາມເຫັນອົກເຫັນໃຈກ່ຽວກັບຄວາມຄາດຫວັງຢາກມີສັນຕິພາບ ແລະເອກະລາດ, ໂດຍອີງໃສ່ນ້ຳໃຈສາມັກຄີ ແລະການສະໜັບສະໜູນເຊິ່ງກັນແລະກັນໃນສະໄໝຕໍ່ສູ້ຍາດເອົາເອກະລາດ ແລະປົດປ່ອຍຊາດ.

leftcenterrightdel
ທ່ານ ເຈີ່ນກວກແຄງ ເອກອັກຄະລັດຖະທູດຫວຽດນາມ ປະຈຳອານເຊຣີ. ພາບ: ສໍານັກຂ່າວສານຫວຽດນາມ

ປີນີ້ແມ່ນປີທີ່ສ້າງຂີດໝາຍຄົບຮອບ 63 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ (28 ຕຸລາ 1962 - 28 ຕຸລາ 2025), ແຕ່ໃນຕົວຈິງ, ການພົວພັນນີ້ໄດ້ຮັບການເພີ່ມພູນຄູນສ້າງ ແລະພັດທະນາມາແຕ່ກ່ອນໜ້ານັ້ນແລ້ວ.

ການພົວພັນລະຫວ່າງສອງປະເທດນັບມື້ນັບໄດ້ຮັບການເພີ່ມພູນຄູນສ້າງ, ປັບປຸງ ແລະເປີດກວ້າງ. ສອງປະເທດໄດ້ຮັກສາຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງສູງ, ສະໜັບສະໜູນເຊິ່ງກັນ ແລະກັນຢ່າງເປັນປະຈຳຢູ່ເວທີປາໄສສາກົນ ແລະພາກພື້ນ.

ໃນຂົງເຂດການຄ້າ ແລະການລົງທຶນ, ສອງປະເທດໄດ້ມີຄວາມມານະພະຍາຍາມຫຼາຍທີ່ເປັນໜ້າຊົມເຊີຍ. ປະຈຸບັນ, ອານເຊຣີ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືການຄ້າທີ່ສຳຄັນຂອງຫວຽດນາມ ທີ່ອາຟຣິກາ. ວົງເງິນການຄ້າສອງສົ້ນ ນັບແຕ່ຕົ້ນປີ 2025 ມາຮອດປະຈຸບັນບັນລຸໄດ້ຫຼາຍກວ່າ 450 ລ້ານໂດລາສະຫະລັດ.

ພິເສດແມ່ນໂຄງການຮ່ວມທຸລະກິດຂຸດຄົ້ນນ້ຳມັນອາຍແກັດຂອງກຸ່ມບໍລິສັດອຸດສາຫະກໍາພະລັງງານແຫ່ງຊາດຫວຽດນາມ (PETROVIETNAM) ຢູ່ອານເຊຣີ ແມ່ນໜຶ່ງໃນບັນດາໂຄງການລົງທຶນຕ່າງປະເທດທີ່ປະສົບຜົນສຳເລັດທີ່ສຸດຂອງ PETROVIETNAM ແລະເປັນຈຸດພົ້ນເດັ່ນຂອງການຮ່ວມມືດ້ານເສດຖະກິດສອງຝ່າຍ.

ການພົບປະແລກປ່ຽນປະຊາຊົນສອງປະເທດກໍ່ມີບາດກ້າວພັດທະນາຢ່າງແຂງແຮງ. ຊາວໜຸ່ມອານເຊຣີ ມາຊອກຫາກາລະໂອກາດເພື່ອສ້າງວຽກເຮັດງານທຳນັບມື້ນັບຫຼາຍຂຶ້ນ. ປະຊາຊົນຂອງສອງປະເທດຍາມໃດກໍ່ມີນ້ຳໃຈຄວາມຮັກແພງພິເສດຕໍ່ກັນຢູ່ສະເໝີ ເຊິ່ງຈໍານວນບໍ່ຫຼາຍປະເທດໃນໂລກ ຈະມີໄດ້.

ສະຫຼຸບແລ້ວ, ການພົວພັນລະຫວ່າງຫວຽດນາມ ແລະອານເຊຣີ ແມ່ນຊັບສົມບັດທີ່ລໍ້າຄ່າ ໄດ້ສ້າງຂຶ້ນຕາມປະຫວັດສາດໄລຍະຕ່າງໆ, ໄດ້ຮັບການເພີ່ມພູນຄູນສ້າງ ໂດຍປະທານ ໂຮ່ຈີມິນ ແລະຜູ້ນຳຫຼາຍລຸ້ນຄົນຂອງສອງປະເທດ ແລະໄດ້ຮັບການປັບປຸງດ້ວຍການຮ່ວມມືໃນປະຈຸບັນ.

ຄວາມຮັບຜິດຊອບຂອງພວກເຮົາແມ່ນຮັກສາ, ເສີມຂະຫຍາຍ ແລະນຳເອົາການພົວພັນນີ້ຂຶ້ນສູ່ລະດັບສູງໃໝ່, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ ແລະເພື່ອສັນຕິພາບ, ການພັດທະນາຂອງມວນມະນຸດ.

ນັກຂ່າວ: ຕາມທ່ານເອກອັກຄະລັດຖະທູດແລ້ວ, ອັນໃດແມ່ນຂໍ້ສະດວກ ແລະຄວາມຫຍຸ້ງຍາກໃນການເພີ່ມທະວີການຮ່ວມມືລະຫວ່າງສອງປະເທດ?

ທ່ານ ເຈີ່ນກວກແຄງ ເອກອັກຄະລັດຖະທູດ: ໃນຄວາມຄິດເຫັນຂອງຂ້າພະເຈົ້າ, ຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງຢ່າງເລິກເຊິ່ງທີ່ອີງໃສ່ການພົວພັນມິດຕະພາບທີ່ເປັນມູນເຊື້ອ ເຊິ່ງໄດ້ສ້າງຕັ້ງມາແຕ່ຊຸມເດືອນປີທີ່ຫຍຸ້ງຍາກລຳບາກ ແລະອາລົມຈິດທີ່ປະຊາຊົນອານເຊຣີ ສະຫງວນໃຫ້ແກ່ວັດທະນະທຳ ແລະປະຊາຊົນຫວຽດນາມ ນັ້ນແມ່ນຊັບສົມບັດອັນລ້ຳຄ່າ, ເປັນພື້ນຖານທີ່ໝັ້ນແກ່ນໃຫ້ແກ່ການຮ່ວມມືດ້ານເສດຖະກິດ, ວັດທະນະທຳ ແລະການພົບປະແລກປ່ຽນປະຊາຊົນ.

ປະຈຸບັນ, ດ້ວຍຄວາມສາມາດບົ່ມຊ້ອນ ແລະທ່າແຮງຂອງແຕ່ລະຝ່າຍ, ສອງປະເທດແມ່ນສິ່ງເສີມສ້າງທີ່ສົມບູນແບບຂອງກັນແລະກັນ. ອານເຊຣີ ມີເນື້ອທີ່ໃຫຍ່ທີ່ສຸດຢູ່ອາຟຣິກາ, ທົບເກືອບ 8 ເທົ່າຂອງເນື້ອທີ່ຫວຽດນາມ, ເປັນປະຕູເຂົ້າສູ່ອາຟຣິກາ ແລະມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງທາງດ້ານພະລັງງານ ກໍ່ຄືວັດຖຸດິບ. ໃນຂະນະນັ້ນ, ຫວຽດນາມ ກໍ່ມີທ່າແຮງທາງດ້ານການຜະລິດ, ການປຸງແຕ່ງຜະລິດຕະພັນກະເສດ ແລະການສົ່ງອອກສິນຄ້າທີ່ມີຄຸນນະພາບສູງ.

leftcenterrightdel
ພາບປະກອບຈາກສໍານັກຂ່າວສານຫວຽດນາມ.

ຫວຽດນາມ ແມ່ນຂົວຕໍ່ຍຸດທະສາດຂອງອານເຊຣີ ໃນການເຂົ້າເຖິງຕະຫຼາດອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊີ-ປາຊີຟິກ, ໃນຂະນະທີ່ອານເຊຣີ ກໍ່ເປັນປະຕູທີ່ສຳຄັນເພື່ອໃຫ້ຫວຽດນາມ ແຊກຊຶມເຂົ້າຕະຫຼາດອາຟຣິກາ ແລະກຸ່ມອາຣັບ.

ເຖິງຢ່າງໃດກໍ່ຕາມ, ການຮ່ວມມືລະຫວ່າງສອງປະເທດ, ພິເສດແມ່ນການຮ່ວມມືດໍາເນີນທຸລະກິດ ແລະການລົງທຶນ, ກໍ່ປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ. ກ່ອນອື່ນໝົດ, ແມ່ນໄລຍະຫ່າງທາງດ້ານພູມສາດ ແລະຄ່າໃຊ້ຈ່າຍໃນການຂົນສົ່ງພາໃຫ້ເກີດມີການຈຳກັດຄວາມສາມາດຊື້ຂາຍສິນຄ້າລະຫວ່າງສອງຝ່າຍ. ຍິ່ງໄປກວ່ານັ້ນ, ວິສາຫະກິດທັງສອງຝ່າຍຍັງຂາດຂໍ້ມູນກ່ຽວກັບສະພາບແວດລ້ອມການລົງທຶນ, ກົດໝາຍ ແລະຄວາມຕ້ອງການຂອງກັນ.

ຄວາມແຕກຕ່າງທາງດ້ານພາສາ, ວັດທະນະທຳດໍາເນີນທຸລະກິດ, ລະບົບກົດໝາຍ ແລະມາດຕະຖານເຕັກນິກຍັງເປັນອຸປະສັກທີ່ເຮັດໃຫ້ການຮ່ວມມືສອງຝ່າຍຍັງບໍ່ທັນເໝາະສົມກັບຄວາມສາມາດບົ່ມຊ້ອນ ແລະຄວາມປາຖະໜາຂອງທັງສອງຝ່າຍ.

ນັກຂ່າວ: ດັ່ງນັ້ນ, ຂໍທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າສອງຝ່າຍຕ້ອງເຮັດຫຍັງເພື່ອບັນລຸຜົນການຮ່ວມມືທີ່ແທດຈິງໃນອະນາຄົດອັນໃກ້ນີ້?

ທ່ານ ເຈີ່ນກວກແຄງ ເອກອັກຄະລັດຖະທູດ: ຂ້າພະເຈົ້າ ຖືວ່າ ເພື່ອບັນລຸໄດ້ຜົນການຮ່ວມມືທີ່ແທດຈິງໃນອະນາຄົດອັນໃກ້ນີ້, ສອງຝ່າຍຕ້ອງສຸມໃສ່ແກ້ໄຂສິ່ງທ້າທາຍທີ່ກ່າວມາຂ້າງເທິງນັ້ນ ແລະເສີມຂະຫຍາຍທ່າແຮງຂອງກັນແລະກັນຢ່າງເຕັມທີ່. ມາດຕະການແກ້ໄຂຕ້ອງສຸມໃສ່ເສົາຄ້ຳຫຼັກ ເຊັ່ນ: ການປັບປຸງກອບກົດໝາຍໃຫ້ສົມບູນແບບ, ໃຫ້ບຸລິມະສິດແກ່ການຮ່ວມມືດ້ານເສດຖະກິດ-ການຄ້າ-ການລົງທຶນ ແລະເພີ່ມທະວີການເຊື່ອມຕໍ່ພະລາທິການ.

ກ່ຽວກັບກອບນິຕິກໍາ, ຕ້ອງສ້າງກົນໄກເພື່ອຊ່ວຍໃຫ້ນັກລົງທຶນ ແລະວິສາຫະກິດຂອງສອງປະເທດມີຄວາມອຸ່ນອ່ຽນໃຈເມື່ອເຄື່ອນໄຫວຢູ່ຕະຫຼາດຂອງກັນແລະກັນ, ຫຼຸດຜ່ອນຄວາມສ່ຽງທາງນິຕິກໍາ ແລະຄ່າໃຊ້ຈ່າຍທາງດ້ານການເງິນ.

ສອງຝ່າຍຄວນຄົ້ນຄວ້າ, ປະກາດໃຊ້ນະໂຍບາຍບຸລິມະສິດສອງຝ່າຍ, ພິເສດແມ່ນສຳລັບໂຄງການລົງທຶນຂະໜາດໃຫຍ່, ມີລັກສະນະຍຸດທະສາດ ແລະເໝາະສົມກັບທ່າແຮງຂອງແຕ່ລະປະເທດ.

ຄຽງຂ້າງນັ້ນ, ບັນດາອົງການຕາງໜ້າຂອງສອງປະເທດຕ້ອງເພີ່ມທະວີບົດບາດໃນຖານະເປັນສູນກາງສົມທົບກັບກະຊວງ, ຂະແໜງການ ແລະອົງການທີ່ກ່ຽວຂ້ອງເພື່ອຊຸກຍູ້ການຈັດຕັ້ງເວທີປາໄສການຮ່ວມມື, ເວທີປາໄສວິສາຫະກິດ, ເພີ່ມທະວີການສະໜອງຂໍ້ມູນຕະຫຼາດ ແລະໜູນຊ່ວຍການເຊື່ອມຕໍ່ຄູ່ຮ່ວມມື.

ດ້ວຍຄວາມຕັດສິນໃຈຂອງການນໍາສອງປະເທດທີ່ຈະຍົກລະດັບການພົວພັນຫວຽດນາມ-ອານເຊຣີ ຂຶ້ນສູ່ລະດັບສູງໃໝ່, ຂ້າພະເຈົ້າ ເຊື່ອໝັ້ນວ່າ ສອງປະເທດຈະຜ່ານຜ່າອຸປະສັກຕ່າງໆໃນການຮ່ວມມືໃນໄລຍະຜ່ານມາ, ມຸ່ງໄປເຖິງການພົວພັນຄູ່ຮ່ວມມືຮອບດ້ານ, ເຄົາລົບເຊິ່ງກັນແລະກັນ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ, ສົມກັບພື້ນຖານມິດຕະພາບທີ່ເປັນມູນເຊື້ອອັນດີງາມ ກໍ່ຄືຖານະບົດບາດ, ທີ່ຕັ້ງໃໝ່ຂອງແຕ່ລະປະເທດໃນພາກພື້ນ ແລະໃນເວທີສາກົນ.

ນັກຂ່າວ: ຂໍຂອບໃຈທ່ານເອກອັກຄະລັດຖະທູດ.

ໂດຍ: ຈາງຫງວຽນ