ທີ່ກອງປະຊຸມນີ້, ສະມັດຊາໃຫຍ່ UNESCO ໄດ້ຮັບຮອງເອົາມະຕິທີ່ສະເໜີໃຫ້ ສປຊ ພິຈາລະນາການປຸກລະດົມທົດສະວັດສາກົນແຫ່ງວັດທະນະທຳເພື່ອການພັດທະນາແບບຍືນຍົງຕາມຂໍ້ລິເລີ່ມຂອງຫວຽດນາມ, ໂດຍມີການສະໜັບສະໜູນຮ່ວມກັນຈາກ 71 ປະເທດ.
ເນື່ອງໃນໂອກາດນີ້, ທ່ານ Jonathan Wallace Baker, ຜູ້ຕາງໜ້າອົງການ UNESCO ປະຈໍາຫວຽດນາມ, ໄດ້ຕອບສຳພາດຕໍ່ນັກຂ່າວຫວຽດນາມ.
ນັກຂ່າວ: ທ່ານຕີລາຄາຄວາມໝາຍແນວໃດກ່ຽວກັບເລື່ອງຫວຽດນາມ ສືບຕໍ່ໄດ້ຮັບຄວາມໄວ້ວາງໃຈຈາກບັນດາປະເທດສະມາຊິກເລືອກຕັ້ງເປັນຮອງປະທານກອງປະຊຸມສະມັດຊາໃຫຍ່ UNESCO ຄັ້ງທີ 43, ພິເສດແມ່ນໃນສະພາບການທີ່ UNESCO ພວມຜັນຂະຫຍາຍໂຄງການປະຕິຮູບເພື່ອມຸ່ງໄປເຖິງການພັດທະນາແບບຍືນຍົງ?
ທ່ານ Jonathan Wallace Baker: ເລື່ອງຫວຽດນາມ ໄດ້ຮັບຄວາມໄວ້ວາງໃຈຈາກບັນດາປະເທດສະມາຊິກເລືອກຕັ້ງຄືນໃໝ່ໃຫ້ເປັນຮອງປະທານກອງປະຊຸມສະມັດຊາໃຫຍ່ ຄັ້ງທີ 43 ເປັນການຢືນຢັນຢ່າງແຂງແຮງກ່ຽວກັບຄວາມໄວ້ເນື້ອເຊື່ອໃຈຂອງບັນດາປະເທດສະມາຊິກ UNESCO ຕໍ່ການທູດທີ່ສ້າງສັນ ແລະການຍົກສູງຄວາມເຫັນດີເຫັນພ້ອມຂອງຫວຽດນາມ.
    |
 |
|
ທ່ານ Jonathan Wallace Baker, ຜູ້ຕາງໜ້າອົງການ UNESCO ປະຈຳຫວຽດນາມ. ພາບ: UNESCO ຫວຽດນາມ |
ການໄດ້ຮັບມອບໝາຍໜ້າທີ່ສຳຄັນນີ້ໃນສອງອາຍຸການລຽນຕິດ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບທີ່ຕັ້ງ, ອິດທິພົນຊື່ສຽງ ແລະຄວາມໄວ້ເນື້ອເຊື່ອໃຈນັບມື້ນັບສູງຂອງຫວຽດນາມ ໃນຖານະທີ່ເປັນຄູ່ຮ່ວມມືຫຼາຍຝ່າຍ. ສິ່ງນີ້ກໍ່ສະແດງໃຫ້ເຫັນເຖິງການຮັບຮູ້ຂອງປະຊາຄົມສາກົນກ່ຽວກັບຜົນງານດ້ານການພັດທະນາທີ່ໜ້າປະທັບໃຈ ແລະການເຂົ້າຮ່ວມນັບມື້ນັບເປັນເຈົ້າການ, ແທດຈິງຂອງຫວຽດນາມ ຢູ່ UNESCO ກໍ່ຄືຢູ່ເວທີປາໄສການຮ່ວມມືສາກົນອື່ນໆ.
ເຫດການນີ້ໄດ້ດໍາເນີນໄປໃນຈຸດເວລາທີ່ UNESCO ກຳລັງປັບປຸງບົດບາດການນຳພາທົ່ວໂລກທາງດ້ານການສຶກສາ, ວັດທະນະທຳ, ວິທະຍາສາດ ແລະຖະແຫຼງຂ່າວ-ສື່ສານ, ເຫດການນີ້ໄດ້ສ້າງເງື່ອນໄຂໃຫ້ຫວຽດນາມ ສືບຕໍ່ເສີມຂະຫຍາຍພຶດຕິກໍາຕົວຈິງທີ່ດີໃນການເຊື່ອມຕໍ່ດ້ານການສຶກສາ, ວິທະຍາສາດ, ວັດທະນະທຳ ແລະການພັດທະນາແບບຍືນຍົງ, ຜ່ານນັ້ນປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມ ແລະໜູນຊ່ວຍການຫັນປ່ຽນບຸລິມະສິດທົ່ວໂລກໃຫ້ເປັນໝາກຜົນທີ່ລະອຽດຢູ່ຫວຽດນາມ ແລະບັນດາປະເທດອື່ນໆ.
ເລື່ອງຫວຽດນາມ ໄດ້ຮັບຄວາມໄວ້ວາງໃຈເລືອກຕັ້ງ ກໍ່ສືບຕໍ່ຢືນຢັນຮູບພາບຂອງຫວຽດນາມ ຄືດັ່ງເປັນຂົວເຊື່ອມຕໍ່ລະຫວ່າງບັນດາປະເທດກຳລັງພັດທະນາ ແລະປະຊາຄົມສາກົນ.
ນັກຂ່າວ: ໃນກອງປະຊຸມສະມັດຊາໃຫຍ່ອົງການ UNESCO ຄັ້ງທີ 43, ສະມັດຊາໃຫຍ່ UNESCO ໄດ້ຮັບຮອງເອົາມະຕິທີ່ສະເໜີໃຫ້ ສປຊ ພິຈາລະນາການປຸກລະດົມທົດສະວັດສາກົນກ່ຽວກັບວັດທະນະທຳເພື່ອການພັດທະນາແບບຍືນຍົງຕາມຂໍ້ລິເລີ່ມຂອງຫວຽດນາມ. ທ່ານ ຕີລາຄາແນວໃດກ່ຽວກັບຄວາມໝາຍຂອງເລື່ອງສະມັດຊາໃຫຍ່ UNESCO ໄດ້ຮັບຮອງເອົາມະຕິກ່ຽວກັບທົດສະວັດສາກົນວັດທະນະທຳເປັນຄັ້ງທຳອິດໃນຮອບເວລາເກືອບ 40 ປີ?
ທ່ານ Jonathan Wallace Baker: UNESCO ຕີລາຄາສູງຕໍ່ເລື່ອງສະມັດຊາໃຫຍ່ UNESCO ຄັ້ງທີ 43 ຮັບຮອງເອົາຮ່າງມະຕິທີ່ຫວຽດນາມ ສະເໜີ "ທົດສະວັດສາກົນກ່ຽວກັບວັດທະນະທຳເພື່ອການພັດທະນາແບບຍືນຍົງ."
ນີ້ແມ່ນຂໍ້ລິເລີ່ມທີ່ເຫັນດີເຫັນພ້ອມຢ່າງແຂງແຮງຈາກບັນດາປະເທດສະມາຊິກ ແລະສອດຄ່ອງກັບການກໍານົດທິດຍຸດທະສາດຂອງ UNESCO ກ່ຽວກັບການຊຸກຍູ້ບົດບາດຂອງວັດທະນະທຳໃນການພັດທະນາແບບຍືນຍົງ.
ຂໍ້ລິເລີ່ມດັ່ງກ່າວໄດ້ເນັ້ນໜັກເຖິງບົດບາດຫຼັກແຫຼ່ງຂອງວັດທະນະທຳໃນການປະກອບສ່ວນເຂົ້າໃນການຮັບມືກັບສິ່ງທ້າທາຍທົ່ວໂລກ, ຍົກສູງຄວາມຮັບຮູ້, ປັບປຸງຄໍາໝັ້ນສັນຍາທາງການເມືອງ, ລະດົມແຫຼ່ງກໍາລັງ ແລະຊຸກຍູ້ການລົງທຶນໃຫ້ຂະແໜງອຸດສາຫະກຳວັດທະນະທຳ ແລະປະດິດສ້າງ.
ການຮັບຮອງເອົາຮ່າງມະຕິກໍ່ສ່ອງແສງໃຫ້ເຫັນເຖິງການປະກອບສ່ວນເປັນເຈົ້າການ ແລະມີຄວາມຮັບຜິດຊອບຂອງຫວຽດນາມ ຢູ່ UNESCO ໃນໄລຍະຜ່ານມາ. ຫ້ອງການ UNESCO ປະຈໍາຮ່າໂນ້ຍ ຈະສືບຕໍ່ຮ່ວມເດີນທາງກັບຫວຽດນາມ ຢ່າງແໜ້ນແຟ້ນໃນວິວັດການຊຸກຍູ້ບົດບາດຂອງວັດທະນະທຳປຽບເໝືອນດັ່ງເປັນເສົາຄ້ຳເອກະລາດຂອງການພັດທະນາແບບຍືນຍົງ.
    |
 |
|
ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ ຄັ້ງທີ 43 ຂອງສະມັດຊາໃຫຍ່ UNESCO. ພາບ: ສໍານັກຂ່າວສານຫວຽດນາມ |
ນັກຂ່າວ: ຕາມທ່ານແລ້ວ, ຫວຽດນາມ ໄດ້ສະແດງໃຫ້ເຫັນເຖິງບົດບາດ, ມີການປະກອບສ່ວນຄືແນວໃດໃນການເຄື່ອນໄຫວຕ່າງໆຂອງ UNESCO ໃນໄລຍະຜ່ານມາ, ພິເສດແມ່ນໃນຂົງເຂດການສຶກສາ, ວິທະຍາສາດ ແລະວັດທະນະທຳ?
ທ່ານ Jonathan Wallace Baker: ຫວຽດນາມ ເປັນປະເທດສະມາຊິກທີ່ຂະຫຍັນຂັນເຂື່ອນ, ມີການເຄື່ອນໄຫວທີ່ແທດຈິງໃນທຸກຂົງເຂດເຄື່ອນໄຫວຂອງ UNESCO.
ກ່ຽວກັບດ້ານການສຶກສາ, ຫວຽດນາມ ໄດ້ສະແດງໃຫ້ເຫັນບົດບາດນຳໜ້າໂດຍຜ່ານການປະຕິຮູບທີ່ແຂງແຮງ ແລະມີວິໄສທັດໄລຍະຍາວສອດຄ່ອງກັບໂຄງການດໍາເນີນງານຂອງຂະແໜງສຶກສາ 2030.
ກ່ຽວກັບວິທະຍາສາດ, ຫວຽດນາມ ໄດ້ສະແດງໃຫ້ເຫັນບົດບາດທີ່ຕັ້ງໜ້າໂດຍຜ່ານການເຂົ້າຮ່ວມ ໂຄງການຈຸດສຸມຂອງ UNESCOຢ່າງເລິກເຊິ່ງກວ້າງຂວາງ. ປະຈຸບັນ, ຫວຽດນາມ ມີ 11 ເຂດສະຫງວນຊີວະພາບ, 4 ສວນສາທາລະນະທໍລະນີສາດໂລກ ແລະ 2 ສູນປະເພດ II ກ່ຽວກັບຄະນິດສາດ ແລະ ຟີຊິກສາດ.
ພິເສດ, ຫວຽດນາມ ຫາກໍ່ປະກາດບົດລາຍງານ “ການຕີລາຄາລະດັບຄວາມພ້ອມກ່ຽວກັບຈັນຍາບັນຂອງປັນຍາປະດິດ (AI)" ຕາມຂໍ້ສະເໜີຂອງ UNESCO - ເປັນຂີດໝາຍສໍາຄັນໃນການຊຸກຍູ້ລະບົບນິເວດ AI ຕາມທິດຖືມະນຸດເປັນໃຈກາງ, ມີຈັນຍາບັນ ແລະກວມລວມ.
ກ່ຽວກັບວັດທະນະທຳ, ຫວຽດນາມ ເປັນຄູ່ຮ່ວມມີທີ່ພົ້ນເດັ່ນຂອງ UNESCO ໃນຂົງເຂດການອະນຸລັກ ແລະເສີມຂະຫຍາຍຄຸນຄ່າມໍລະດົກ. ປະຈຸບັນ ຫວຽດນາມ ມີມໍລະດົກໂລກ 9 ແຫ່ງ, ມໍລະດົກວັດທະນະທໍາທີ່ບໍ່ເປັນວັດຖຸ 16 ຢ່າງ ແລະ 4 ນະຄອນປະດິດສ້າງ (ຮ່າໂນ້ຍ, ໂຮ້ຍອານ, ດ່າລາດ ແລະເມື່ອບໍ່ດົນມານີ້ແມ່ນນະຄອນໂຮ່ຈີມິນ).
ນັກຂ່າວ: ໃນໄລຍະຈະມາເຖິງ, ອົງການ UNESCO ຕັ້ງຄວາມຫວັງຫຍັງຕໍ່ກັບຫວຽດນາມ ໃນຖານະທີ່ເປັນຮອງປະທານກອງປະຊຸມສະມັດຊາໃຫຍ່ ແລະເປັນຄູ່ຮ່ວມມືທີ່ຕັ້ງໜ້າໃນການຊຸກຍູ້ຄຸນຄ່າສັນຕິພາບ, ກວມລວມ ແລະປະດິດສ້າງຂອງ UNESCO?
ທ່ານ Jonathan Wallace Baker: ໃນຖານະເປັນຮອງປະທານກອງປະຊຸມສະມັດຊາໃຫຍ່, ຫວຽດນາມ ມີຕຳແໜ່ງສະດວກເພື່ອສືບຕໍ່ເຂົ້າຮ່ວມໂຄງການດໍາເນີນງານລວມຂອງ UNESCO ໃນສະພາບການຮ່ວມມືຫຼາຍຝ່າຍພວມປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ.
ອົງການ UNESCO ຕັ້ງຄວາມຫວັງໄວ້ວ່າ ຫວຽດນາມ ຈະສືບຕໍ່ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ລະຫວ່າງພາກພື້ນ, ລະຫວ່າງກຸ່ມປະເທດທີ່ພັດທະນາ ແລະກຳລັງພັດທະນາ, ປະກອບສ່ວນເພື່ອຮັບປະກັນວ່າ ນະໂຍບາຍທົ່ວໂລກມີລັກສະນະກວມລວມ ແລະບໍ່ເພື່ອໃຫ້ປະເທດໃດຖືກປະໄວ້ຢູ່ທາງຫຼັງໃນຂະບວນການປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ.
ຫວຽດນາມ ກໍ່ສາມາດສືບຕໍ່ແບ່ງປັນປະສົບການຕົວຈິງໃນການປະຕິຮູບການສຶກສາ, ການອະນຸລັກວັດທະນະທຳ ແລະການຊຸກຍູ້ນະວັດຕະກຳທີ່ອີງໃສ່ວິທະຍາສາດ - ຂົງເຂດທີ່ຫວຽດນາມ ມີຜົນງານທີ່ພົ້ນເດັ່ນຫຼາຍຢ່າງ.
ຜົນສຳເລັດເຫຼົ່ານີ້ໄດ້ນໍາເອົາບົດຮຽນທີ່ມີຄ່າກ່ຽວກັບວິທີການຫັນປ່ຽນນະໂຍບາຍໃຫ້ເປັນຜົນງານທີ່ແທດຈິງມາໃຫ້ປະຊາຊົນ ແລະ ຊຸມຊົນ. ອົງການ UNESCO ເຊື່ອໝັ້ນວ່າ ຫວຽດນາມ ຈະສືບຕໍ່ເປັນສຽງເວົ້າໃຫ້ແກ່ການເຈລະຈາ, ສັນຕິພາບ ແລະປະດິດສ້າງ.
ນັກຂ່າວ: ຂໍຂອບໃຈທ່ານ!
ໂດຍ: ຈາງຫງວຽນ