ບຸລິມະສິດແນະນຳຜູ້ທີ່ມີຈິນຕະນາການປ່ຽນແປງໃໝ່, ກ້າຄິດກ້າທຳ, ກ້າຮັບຜິດຊອບ
ເຂົ້າຮ່ວມກອງປະຊຸມມີທ່ານເລຂາທິການໃຫຍ່ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານ ເຈິ່ນເກິມຕູ ຜູ້ປະຈຳການຄະນະເລຂາທິການສູນກາງພັກ. ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ, ປະທານສະພາເລືອກຕັ້ງແຫ່ງຊາດ, ເປັນປະທານກອງປະຊຸມ.
    |
 |
|
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: Vov.vn |
ຕອນເຊົ້າວັນທີ 15 ພະຈິກ, ຢູ່ຫໍສະພາແຫ່ງຊາດ, ຮ່າໂນ້ຍ, ສະພາເລືອກຕັ້ງແຫ່ງຊາດໄດ້ຈັດກອງປະຊຸມທົ່ວປະເທດຜັນຂະຫຍາຍວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031. ເຂົ້າຮ່ວມກອງປະຊຸມມີທ່ານເລຂາທິການໃຫຍ່ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານ ເຈິ່ນເກິມຕູ ຜູ້ປະຈຳການຄະນະເລຂາທິການສູນກາງພັກ. ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ, ປະທານສະພາເລືອກຕັ້ງແຫ່ງຊາດ, ເປັນປະທານກອງປະຊຸມ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໃຫ້ຮູ້ວ່າ ຢູ່ການເລືອກຕັ້ງຄັ້ງນີ້, ວັນທີ 15 ມີນາ 2026 ໄດ້ຈັດຂຶ້ນກ່ອນເວລາກຳນົດ 2 ເດືອນເມື່ອທຽບໃສ່ກັບການເລືອກຕັ້ງຄັ້ງກ່ອນ.
ທ່ານໃຫ້ຮູ້ວ່າ: ການເລືອກຕັ້ງແຕ່ລະຄັ້ງລ້ວນແຕ່ມີສະພາບການໃໝ່, ມີຄວາມສະດວກ, ຫຍຸ້ງຍາກທີ່ສະເພາະ, ອາດສາມາດເກີດບັນດາກໍລະນີໃໝ່, ແຕ່ດ້ວຍຄວາມຕັດສິນໃຈທາງດ້ານການເມືອງສູງ ພ້ອມກັບການຊີ້ນຳນຳພາຢ່າງໃກ້ຊິດຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາ, ໂດຍກົງແມ່ນທ່ານເລຂາທິການໃຫຍ່ ໂຕເລິມ ຕໍ່ວຽກງານກະກຽມການເລືອກຕັ້ງແມ່ນປັດໄຈສຳຄັນແຖວໜ້າຮັບປະກັນໄຊຊະນະຂອງການເລືອກຕັ້ງ.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ