UNCLOS 1982 ແມ່ນ "ລັດຖະທໍາມະນູນຂອງມະຫາສະໝຸດ"
ກປ.ອອນໄລ - ວັນທີ 4 ພະຈິກ, ກອງປະຊຸມສໍາມະນາວິທະຍາສາດສາກົນ ກ່ຽວກັບທະເລຕາເວັນອອກ ຄັ້ງທີ 17 ສືບຕໍ່ດຳເນີນຢູ່ນະຄອນດ່າໜັງ.
ບັນດາຜູ້ແທນເນັ້ນໜັກວ່າ: ສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982) ແມ່ນ “ລັດຖະທຳມະນູນຂອງມະຫາສະໝຸດ”, ສ້າງກອບນິຕິກໍາໂດຍພື້ນຖານ ແລະຮອບດ້ານໃຫ້ແກ່ບັນດາການເຄື່ອນໄຫວຢູ່ທະເລ, ພ້ອມທັງສະໜອງພື້ນຖານເພື່ອຮັບມືກັບສິ່ງທ້າທາຍໃໝ່ ຄື ການປ່ຽນແປງຂອງດິນຟ້າອາກາດ ແລະລະດັບນ້ຳທະເລເພີ່ມຂຶ້ນ.
    |
 |
|
ກອງປະຊຸມສໍາມະນາວິທະຍາສາດສາກົນກ່ຽວກັບທະເລຕາເວັນອອກ ຄັ້ງທີ 17 ທີ່ດຳເນີນຢູ່ນະຄອນ ດ່າໜັງ. ພາບ: vietnamnet.vn |
ບັນດານັກຊ່ຽວຊານໄດ້ນໍາສະເໜີຫຼາຍມາດຕະການແກ້ໄຂເພື່ອຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະຄວາມເປັນລະບຽບຮຽບຮ້ອຍທາງດ້ານກົດໝາຍຢູ່ທະເລ. ໃນນັ້ນ, ອາຊຽນ ຕ້ອງປັບປຸງຄວາມສາມັກຄີພາຍໃນ, ເພີ່ມທະວີກຳລັງແຮງລວມໝູ່ ເພື່ອຮັບມືກັບສິ່ງທ້າທາຍ; ເພີ່ມທະວີການຮ່ວມມືກັບບັນດາຄູ່ຮ່ວມມືພາຍນອກ ແລະ ບັນດາກົນໄກຫຼາຍຝ່າຍ; ຊຸກຍູ້ຄວາມໂປ່ງໃສ, ການສົນທະນາ ແລະການແລກປ່ຽນຂໍ້ມູນຂ່າວສານ ເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈ, ສ້າງຕັ້ງກົນໄກເຕືອນໄພລ່ວງໜ້າເພື່ອສະກັດກັ້ນຄວາມສ່ຽງຂອງການປະທະກັນ.
ກ່າວຄຳເຫັນອັດກອງປະຊຸມ, ທ່ານ ປອ ຫງວຽນຮຸ່ງເຊີນ, ຫົວໜ້າສະຖາບັນການທູດ ໄດ້ຕີລາຄາສູງຄຸນນະພາບການສົນທະນາທີ່ກອງປະຊຸມສໍາມະນາປີນີ້. ກອງປະຊຸມສໍາມະນາໄດ້ສະໜອງແນວຄວາມຄິດ ແລະຄໍາສະເໜີທີ່ເປັນປະໂຫຍດຫຼາຍຢ່າງເພື່ອເພີ່ມທະວີບົດບາດໃຈກາງຂອງອາຊຽນ, ຮັບປະກັນການປະຕິບັດ UNCLOS 1982, ຖືນັ້ນແມ່ນພື້ນຖານສຳຄັນເພື່ອຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນ. ໃນສະພາບການໂລກ ແລະພາກພື້ນບໍ່ຄົງທີ່, ບັນດາປະເທດຍິ່ງຕ້ອງປຶກສາຫາລື, ແບ່ງປັນຂໍ້ມູນຂ່າວສານ ແລະສ້າງກຳລັງຄວາມສາມາດເພື່ອປັບປຸງຄວາມເຫັນດີເຫັນພ້ອມ ແລະຄວາມສາມັກຄີ.
ໂດຍ: ທູຈາງ