ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ຫງວຽນມິງຮັ່ງ ໄດ້ແບ່ງປັນເລື່ອງລາວທີ່ປະສົບຜົນສຳເລັດຂອງຫວຽດນາມ ໃນ 3 ທົດສະວັດຜ່ານມາ, ພົ້ນເດັ່ນຄື: ການຫຼຸດຜ່ອນຄວາມທຸກຍາກຈາກ 58,1% ລົງເຫຼືອພຽງ 1,3% ໃນປີ 2025; ການວ່າງງານຈາກ 7% ລົງ 2,2%; ລົບລ້າງການກືກໜັງສືແກ່ຄົນງານໃນເກນແຮງງານ ເກືອບທັງໝົດ.

ນີ້ພະຍານຫຼັກຖານສະແດງໃຫ້ເຫັນເຖິງປະສິດທິຜົນຂອງການຜັນຂະຫຍາຍໂຄງການດໍາເນີນງານ Copenhagen ປີ 1995 ສົມທົບກັບຍຸດທະສາດພັດທະນາແຫ່ງຊາດ. ທ່ານນາງຮອງລັດຖະມົນຕີ ຢືນຢັນວ່າ, ໃນສັງກາດພັດທະນາໃໝ່ຂອງປະເທດ, ຫວຽດນາມ ສືບຕໍ່ໃຫ້ຄຳໝັ້ນສັນຍາໃຫ້ບຸລິມະສິດສູງສຸດແກ່ການຮັບປະກັນຊີວິດສັງຄົມ, ສະຫງວນທຸກແຫຼ່ງກຳລັງເພື່ອຮັບປະກັນໃຫ້ບັນດາຜົນງານພັດທະນາເສດຖະກິດ-ສັງຄົມ ຈະນໍາມາເຊິ່ງຊີວິດການເປັນຢູ່ທີ່ນັບມື້ນັບອີ່ມໜໍາສໍາລານ, ຜາສຸກ ໃຫ້ແກ່ປະຊາຊົນ.

leftcenterrightdel
ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ກະຊວງການຕ່າງປະເທດ

ຈາກບົດຮຽນຕົວຈິງຂອງຫວຽດນາມ, ທ່ານນາງ ຫງວຽນມິງຮັ່ງ ໄດ້ສະເໜີ 3 ມາດຕະການຫຼັກແຫຼ່ງເພື່ອປະຕິບັດໂຄງການດໍາເນີນງານ Copenhagen ແລະ ຖະແຫຼງການເມືອງ Doha ໃຫ້ມີປະສິດທິຜົນ. ນັ້ນແມ່ນ: ຊຸກຍູ້ການຮ່ວມມືສາກົນກວມລວມ, ໃຫ້ບຸລິມະສິດການຮ່ວມມືໃຕ້-ໃຕ້ ແລະການຮ່ວມມືສາມຝ່າຍໃນການຫຼຸດຜ່ອນຄວາມທຸກຍາກ ແລະສ້າງວຽກເຮັດງານທຳ; ບັນດາເວທີປາໄສຫຼາຍຝ່າຍຕ້ອງໜູນຊ່ວຍບັນດາປະເທດ ເພື່ອເຊື່ອມຕໍ່ຍຸດທະສາດແຫ່ງຊາດ ກັບບັນດາເປົ້າຈຸດໝາຍພັດທະນາທ່ົວໂລກ; ປ່ຽນແປງໃໝ່ຮູບແບບການພັດທະນາ, ຍູ້ແຮງການຫັນເປັນດີຈີຕອນ, ຖືນີ້ແມ່ນກຳລັງຫຼັກແຫຼ່ງແກ່ການພັດທະນາສັງຄົມຢ່າງມີປະສິດທິຜົນ; ລະດົມການເງິນແບບຍືນຍົງ ຜ່ານການສ້າງຕັ້ງກອງທຶນພັດທະນາສັງຄົມແຫ່ງຊາດ ດ້ວຍການໜູນຊ່ວຍຂອງອົງການຈັດຕັ້ງສາກົນ ແລະ ການເຂົ້າຮ່ວມຂອງພາກເອກະຊົນ.

ທ່ານນາງຮອງລັດຖະມົນຕີ ຫງວຽນມິງຮັ່ງ ຢືນຢັນວ່າ ໂດຍເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ຕັ້ງໜ້າ ແລະມີຄວາມຮັບຜິດຊອບຂອງປະຊາຄົມສາກົນ ແລະສະຫະປະຊາຊາດ, ຫວຽດນາມ ໃຫ້ຄຳໝັ້ນສັນຍາສືບຕໍ່ຮ່ວມແຮງຮ່ວມໃຈພ້ອມກັບບັນດາປະເທດ ເພື່ອຊຸກຍູ້ຄວາມມານະພະຍາຍາມທົ່ວໂລກ ເພື່ອອະນາຄົດແບບຍືນຍົງ ແລະ ກວມລວມໃຫ້ແກ່ປະຊາຊົນໝົດທຸກຄົນ.

ໂດຍ: ທູຈາງ