ນັກຂ່າວ: ຂໍສະເໜີໃຫ້ທ່ານນາງຮອງລັດຖະມົນຕີ ໃຫ້ຮູ້ກ່ຽວກັບຄວາມໝາຍ,  ຈຸດປະສົງຂອງການຢ້ຽມຢາມຂອງທ່ານເລຂາທິການໃຫຍ່?

ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ: ໂດຍຕອບສະໜອງຕາມຄໍາເຊີນຂອງທ່ານ Keir Starmer ນາຍົກລັດຖະມົນຕີອັງກິດ, ທ່ານ ໂຕເລິມ ເລຂາທິການໃຫຍ່ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄປຢ້ຽມຢາມ ອັງກິດ ຢ່າງເປັນທາງການ ໃນລະຫວ່າງວັນທີ 28-30 ຕຸລາ.

ໃນສະພາບແວດລ້ອມທີ່ການເຄື່ອນໄຫວຂອງການພົວພັນຕ່າງປະເທດຂັ້ນສູງຂອງຫວຽດນາມ ກຳລັງດຳເນີນໄປຢ່າງຟົດຟື້ນ ເຊັ່ນ: ພິທີເປີດການລົງນາມສົນທິສັນຍາສະຫະປະຊາຊາດວ່າດ້ວຍການຕ້ານອາຊະຍາກຳທາງໄຊເບີ ທີ່ຈັດຂຶ້ນຢູ່ຮ່າໂນ້ຍ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ເດີນທາງໄປເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ຢູ່ມາເລເຊຍ, ການຢ້ຽມຢາມອັງກິດ ຢ່າງເປັນທາງການຂອງທ່ານ ໂຕເລິມ ໄດ້ມີສານແຫ່ງການພົວພັນຕ່າງປະເທດທີ່ແຂງແຮງ ແລະສະເໝີຕົ້ນສະເໝີປາຍ. ນັ້ນຄືການຢືນຢັນແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ເພື່ອສັນຕິພາບ, ການຮ່ວມມື ແລະການພັດທະນາ, ພ້ອມທັງຫັນການພົວພັນສາກົນເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ, ສະແດງໃຫ້ເຫັນເຖິງຄວາມຕັດສິນໃຈຂອງຫວຽດນາມ ໃນການເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນຢ່າງຕັ້ງໜ້າ, ຮອບດ້ານ, ກາຍເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ.

ພິເສດ, ການຢ້ຽມຢາມໄດ້ຈັດຂຶ້ນໃນໂອກາດສະເຫຼີມສະຫຼອງ 15 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ-ອັງກິດ (2010-2025), ເຊິ່ງເປັນຂີດໝາຍສຳຄັນເພື່ອໃຫ້ສອງປະເທດຫວນຄືນໄລຍະທາງແຫ່ງການຮ່ວມມືໃນໄລຍະຜ່ານມາ, ຕີລາຄາບັນດາຜົນງານທີ່ພົ້ນເດັ່ນ, ພ້ອມທັງວາງອອກວິໄສທັດ ແລະກໍານົດທິດການພັດທະນາໃໝ່ສຳລັບການພົວພັນສອງຝ່າຍໃນໄລຍະທີ່ຈະມາເຖິງ.

leftcenterrightdel
ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: ຫງວຽນຮົ່ງ

ອັງກິດ ເປັນປະເທດມະຫາອຳນາດໃນທົ່ວໂລກ, ເປັນກໍາມະການປະຈໍາສະພາຄວາມໝັ້ນຄົງສະຫະປະຊາຊາດ, ພ້ອມທັງເປັນໜຶ່ງໃນບັນດາປະເທດທີ່ນໍາໜ້າຂອງໂລກ ດ້ານວິທະຍາສາດ-ເຕັກໂນໂລຊີ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການເງິນ ແລະນະວັດຕະກຳ. ນີ້ລ້ວນແຕ່ແມ່ນຂົງເຂດທີ່ສອດຄ່ອງກັບຄວາມຕ້ອງການການພັດທະນາ ແລະການກໍານົດທິດຍຸດທະສາດຂອງຫວຽດນາມ ໃນປະຈຸບັນ, ເມື່ອປະເທດກຳລັງມານະພະຍາຍາມຍູ້ແຮງການຫັນເປັນອຸດສາຫະກຳ, ທັນສະໄໝ ແລະການເຊື່ອມໂຍງເຂົ້າກັບເສດຖະກິດທົ່ວໂລກຢ່າງເລິກເຊິ່ງກວ້າງຂວາງ. ການຢ້ຽມຢາມຂອງທ່ານ ໂຕເລິມ ໄດ້ຕັ້ງຄວາມຫວັງໄວ້ວ່າຈະສ້າງບຸກທະລຸໃໝ່ໃນການຮ່ວມມືລະຫວ່າງສອງປະເທດ, ພິເສດແມ່ນໃນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ ແລະທ່າແຮງທີ່ເພີ່ມເຕີມໃຫ້ກັນ. ຜ່ານນັ້ນ, ປະກອບສ່ວນເຂົ້າໃນການຜັນຂະຫຍາຍບັນດາມະຕິທີ່ເປັນເສົາຄໍ້າຂອງກົມການເມືອງວ່າດ້ວຍການພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະນະວັດຕະກຳຢ່າງມີປະສິດທິຜົນ, ຍູ້ແຮງການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ ແລະຮອບດ້ານ, ປັບປຸງລະບອບລະບຽບການ, ພັດທະນາເຂດເສດຖະກິດພາກເອກະຊົນ, ຊຸກຍູ້ການສຶກສາ - ບຳລຸງສ້າງ, ເບິ່ງແຍງ ແລະຍົກສູງສຸຂະພາບຂອງປະຊາຊົນ, ຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ, ສອດຄ່ອງກັບວິໄສທັດການພັດທະນາແບບຍືນຍົງ ແລະຍຸດທະສາດໄລຍະຍາວຂອງຫວຽດນາມ, ມຸ່ງໄປເຖິງສັງກາດພັດທະນາໃໝ່,  ຂະຫຍັນຂັນເຂື່ອນ ແລະມີຫົວຄິດປະດິດສ້າງ.

ດ້ວຍຈຸດປະສົງ ແລະຄວາມໝາຍທີ່ສຳຄັນເຫຼົ່ານັ້ນ, ຂ້າພະເຈົ້າ ເຊື່ອໝັ້ນວ່າ ການຢ້ຽມຢາມນີ້ຈະເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືລະຫວ່າງສອງປະເທດດ້ວຍການກໍານົດທິດການຮ່ວມມືພັດທະນາຢ່າງຍາວນານ, ຍືນຍົງ, ສອດຄ່ອງກັບຜົນປະໂຫຍດ ແລະທ່າແຮງຂອງແຕ່ລະປະເທດ, ເພື່ອຜົນປະໂຫຍດຂອງປະຊາຊົນ ແລະການພັດທະນາໃນທຸກດ້ານຂອງແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາໃນແຕ່ລະພາກພື້ນ ແລະໃນໂລກ.

ນັກຂ່າວ: ຂໍທ່ານນາງຮອງລັດຖະມົນຕີ ຕີລາຄາກ່ຽວກັບການພົວພັນຫວຽດນາມ-ອັງກິດ ໃນໄລຍະຜ່ານມາ ແລະຄວາມຫວັງຂອງທ່ານນາງຮອງລັດຖະມົນຕີກ່ຽວກັບການປະຕິບັດງານຄັ້ງນີ້ຂອງທ່ານເລຂາທິການໃຫຍ່?

ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ: ການຢ້ຽມຢາມດັ່ງກ່າວໄດ້ດຳເນີນໄປໃນສະພາບແວດລ້ອມທີ່ການພົວພັນຫວຽດນາມ-ອັງກິດ ພັດທະນາຢ່າງແຂງແຮງ ແລະບັນລຸຜົນງານທີ່ເປັນໜ້າຊົມເຊີຍຫຼາຍຢ່າງ. ໃນປີ 2010, ສອງປະເທດໄດ້ລົງນາມໃນຖະແຫຼງການຮ່ວມກ່ຽວກັບການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ, ເປີດໄລຍະພັດທະນາໃໝ່ ໃນການຮ່ວມມືສອງຝ່າຍ. ຮອດປີ 2020, ເນື່ອງໃນໂອກາດສະເຫຼີມສະຫຼອງ 10 ປີແຫ່ງການພົວພັນຄູ່ຮ່ວມມືຍຸດທະສາດ, ຫວຽດນາມ ແລະ ອັງກິດ ສືບຕໍ່ອອກຖະແຫຼງການຮ່ວມກ່ຽວກັບການກໍານົດທິດພັດທະນາຂອງການພົວພັນຄູ່ຮ່ວມມືຍຸດທະສາດໃນ 10 ປີຕໍ່ໜ້າ, ໂດຍສຸມໃສ່ເຮັດໃຫ້ 7 ຂົງເຂດບຸລິມະສິດຮ່ວມມືເລິກເຊິ່ງຂຶ້ນຕື່ມ, ສ້າງປະຖົມປັດໄຈທີ່ສຳຄັນສຳລັບການຍົກລະດັບ ແລະເປີດກວ້າງການພົວພັນໃນໄລຍະຕໍ່ໄປ, ສອດຄ່ອງກັບຜົນປະໂຫຍດ, ຄວາມສາມາດບົ່ມຊ້ອນ ແລະທ່າແຮງຂອງທັງສອງປະເທດ.

ບົນພື້ນຖານການກໍານົດທິດທີ່ສຳຄັນເຫຼົ່ານັ້ນ, ໃນໄລຍະຜ່ານມາ, ສອງປະເທດໄດ້ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນຢ່າງເປັນປະຈຳ, ຜ່ານນັ້ນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງໃນທຸກຂົງເຂດ, ຮັບໃຊ້ເປົ້າໝາຍການພັດທະນາຂອງປະເທດ, ພ້ອມທັງຜ່ານສິ່ງດັ່ງກ່າວນັ້ນແມ່ນປັບປຸງ ແລະຍົກສູງທີ່ຕັ້ງການພົວພັນຕ່າງປະເທດຂອງຫວຽດນາມ ໃນການພົວພັນກັບພາກພື້ນເອີລົບ, ກໍ່ຄືກັບບັນດາປະເທດອື່ນໆໃນໂລກ. ສອງຝ່າຍຍັງຮັກສາກົນໄກເຈລະຈາ, ການຮ່ວມມືສອງຝ່າຍໃນບັນດາຊ່ອງທາງການທູດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃນແຕ່ລະປີ, ການຮ່ວມມືດ້ານການບຳລຸງສ້າງ, ແບ່ງປັນປະສົບການໃນບັນດາຂົງເຂດ ເຊັ່ນ: ການຮັກສາສັນຕິພາບຂອງສະຫະປະຊາຊາດ, ທະເລ ແລະມະຫາສະໝຸດ, ການເຄື່ອນຍ້າຍ ແລະການເຂົ້າອອກເມືອງ, ການປ້ອງກັນ, ຕ້ານອາຊະຍາກຳ...

ໃນດ້ານເສດຖະກິດ, ການຄ້າ ແລະການລົງທຶນ, ໃນປະຈຸບັນ ອັງກິດ ເປັນຄູ່ຮ່ວມມືການຄ້າໃຫຍ່ອັນດັບສາມຂອງຫວຽດນາມ ຢູ່ເອີຣົບ ແລະຫວຽດນາມ ເປັນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງອັງກິດ ຢູ່ອາຊີຕາເວັນອອກສ່ຽງໃຕ້. ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທຳອິດທີ່ໄດ້ລົງນາມສັນຍາການຄ້າເສລີກັບອັງກິດ ຫຼັງຈາກ Brexit, ໄດ້ນຳໃຊ້ສັນຍາສະບັບນີ້ເປັນຢ່າງດີ, ຜ່ານນັ້ນນໍາວົງເງິນການຄ້າສອງຝ່າຍໃຫ້ເຕີບໂຕຢ່າງແຂງແຮງໃນແຕ່ລະປີ.

ໃນດ້ານວິທະຍາສາດ ແລະເຕັກໂນໂລຊີ, ສອງຝ່າຍໄດ້ຜັນຂະຫຍາຍໂຄງການຄົ້ນຄວ້າຮ່ວມກັນ ປະມານ 50 ໂຄງການ ແລະບາງການເຄື່ອນໄຫວຮ່ວມມືຕ່າງໆ. ກ່ຽວກັບດ້ານສິ່ງແວດລ້ອມ ແລະການປ່ຽນແປງຂອງດິນຟ້າອາກາດ, ອັງກິດ ເປັນຜູ້ປະສານງານ ແລະຕັ້ງໜ້າໜູນຊ່ວຍຫວຽດນາມ ໃນການຜັນຂະຫຍາຍຂໍ້ຕົກລົງຄູ່ຮ່ວມມືຫັນປ່ຽນພະລັງງານຢ່າງຍຸຕິທໍາ (JETP) ລະຫວ່າງຫວຽດນາມ ແລະກຸ່ມຄູ່ຮ່ວມມືສາກົນ (IPG).

ກ່ຽວກັບການຮ່ວມມືພັດທະນາ, ອັງກິດ ແມ່ນໜຶ່ງໃນຜູ້ອຸປະຖໍາແຖວໜ້າຂອງຫວຽດນາມ ຜ່ານກອງທຶນວັດທະນາຖາວອນ, ກອງທຶນ Newton, ໂຄງການກະທໍາກ່ຽວກັບອາກາດ ເພື່ອອາຊີ ທີ່ຍືນຍົງ (CARA)... ອັງກິດ ເປັນປະເທດທີ່ນັກຮຽນ, ນັກສຶກສາຫວຽດນາມ ຫຼາຍຄົນໄດ້ເລືອກເອົາເປັນບ່ອນສຶກສາຮ່ຳຮຽນ. ປະຈຸບັນ, ຢູ່ອັງກິດ ມີນັກສຶກສາຫວຽດນາມ ຫຼາຍກວ່າ 12.000 ຄົນທີ່ກຳລັງຮຽນຢູ່ມະຫາວິທະຍາໄລ ແລະສະຖາບັນການສຶກສາ. ຄຽງຂ້າງນັ້ນ, ຜູ້ຊ່ຽວຊານ ແລະປັນຍາຊົນຫວຽດນາມ ຫຼາຍພັນຄົນກໍ່ກໍາລັງເຮັດວຽກໃນຂົງເຂດຄົ້ນຄວ້າວິທະຍາສາດ, ເຕັກໂນໂລຊີ, ການເງິນ ແລະນະວັດຕະກໍາຢູ່ອັງກິດ. ການຮ່ວມມືໃນຂົງເຂດອື່ນໆເຊັ່ນ: ວັດທະນະທໍາ, ກິລາ, ການພົບປະແລກປ່ຽນປະຊາຊົນກໍ່ບັນລຸໄດ້ຜົນງານທີ່ສໍາຄັນ.

ບັນດາຜົນງານຕັ້ງໜ້າທີ່ກ່າວມາຂ້າງເທິງນັ້ນແມ່ນມີຄວາມຕັດສິນໃຈ ແລະຄວາມມານະພະຍາຍາມຂອງທັງສອງຝ່າຍ, ມີການປະກອບສ່ວນຂອງວິສາຫະກິດ ແລະປະຊາຊົນຂອງສອງປະເທດ. ສາມາດເວົ້າວ່າ ນີ້ແມ່ນປະຖົມປັດໄຈທີ່ສໍາຄັນເພື່ອໃຫ້ສອງປະເທດຕັ້ງຄວາມຫວັງຕໍ່ການຢ້ຽມຢາມອັງກິດ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ເຊິ່ງຈະນໍາເອົາການພົວພັນສອງຝ່າຍຂອງສອງປະເທດຂຶ້ນສູ່ລະດັບສູງໃໝ່, ຮອບດ້ານ ແລະເຂັ້ມແຂງກວ່າເກົ່າ; ສືບຕໍ່ຊຸກຍູ້ການຜັນຂະຫຍາຍກົນໄກ, ຂໍ້ຕົກລົງການຮ່ວມມືທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ ແລະຍົກລະດັບ, ສ້າງກົນໄກການຮ່ວມມືໃໝ່; ເປີດກວ້າງ ແລະເຮັດໃຫ້ບັນດາຂົງເຂດການຮ່ວມມືທີ່ເປັນມູນເຊື້ອເລິກເຊິ່ງກວ່າ, ພ້ອມທັງເປີດທິດທາງໃໝ່, ບຸກທະລຸ, ເໝາະສົມກັບຄວາມສາມາດບົ່ມຊ້ອນ ແລະສາມາດຕອບສະໜອງຄວາມຕ້ອງການຕົວຈິງຂອງແຕ່ລະປະເທດໃນປະຈຸບັນໃນສະພາບການໂລກມີການປ່ຽນແປງຢ່າງວ່ອງໄວ, ແຂງແຮງທີ່ສຸດ. ຫວຽດນາມ ຫວັງວ່າ ບັນດາໂຄງການຮ່ວມມືໃຫຍ່ຈະໄດ້ຮັບການເລີ່ມດໍາເນີນ, ຫຼາຍກິດຈະກໍາພົບປະແລກປ່ຽນຈະໄດ້ເຄື່ອນໄຫວຈັດຂຶ້ນ, ປະຊາຊົນຂອງສອງປະເທດຈະມີຄວາມເຂົ້າໃຈ ແລະໃກ້ຊິດສະໜິດສະໜົມກັນຫຼາຍຂຶ້ນ.

ນັກຂ່າວ: ຂໍຂອບໃຈທ່ານນາງຮອງລັດຖະມົນຕີ!

ໂດຍ: ຈາງຫງວຽນ