ທ່ານນາງເອກອັກຄະລັດຖະທູດ ສາມາດແບ່ງປັນຄວາມຮູ້ສຶກຕໍ່ຂ່າວດີທີ່ຫວຽດນາມ ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດຂອງ ສປຊ ຄືນໃໝ່ສອງອາຍຸການຢ່າງລຽນຕິດ?
ຂ້າພະເຈົ້າ ມີຄວາມສະເທືອນໃຈ ແລະເອກອ້າງທະນົງໃຈຢ່າງເລິກເຊິ່ງ. ນີ້ແມ່ນຄວາມດີໃຈຫຼາຍບໍ່ພຽງແຕ່ສໍາລັບຂະແໜງການທູດເທົ່ານັ້ນ ຫາກຍັງແມ່ນລະດົມກຳລັງໃຈໃຫ້ທົ່ວປະເທດບົນເສັ້ນທາງເພື່ອສັນຕິພາບ, ພັດທະນາ ແລະຄວາມຜາສຸກຂອງປະຊາຊົນ. ໝາກຜົນນີ້ໄດ້ຢັ້ງຢືນຄວາມມານະພະຍາຍາມ, ຖານະບົດບາດ ແລະອິດທິພົນຊື່ສຽງສາກົນຂອງຫວຽດນາມ ໃນເສົາຄໍ້າສຳຄັນຂອງ ສປຊ-ສິດທິມະນຸດ, ຄຽງຂ້າງສອງເສົາຄໍ້າອື່ນອີກແມ່ນສັນຕິພາບ - ຄວາມໝັ້ນຄົງ ແລະການພັດທະນາ.
ສິ່ງທີ່ໜ້າປະທັບໃຈຢ່າງແທ້ຈິງນັ້ນແມ່ນຫວຽດນາມ ໄດ້ຮັບການເລືອກຕັ້ງຄືນໃໝ່ດ້ວຍຈຳນວນຄະແນນສຽງສູງສຸດໃນກຸ່ມພາກພື້ນ, ບັນລຸບັດສະໜັບສະໜູນ 180 ບັດ, ສູງສຸດໃນກຸ່ມອາຊີ-ປາຊີຟິກ, ພ້ອມທັງເປັນປະເທດດຽວໃນອາຊີ-ປາຊີຟິກທີ່ໄດ້ເປັນສະມາຊິກສະພາສິດທິມະນຸດ ສປຊ ໃນອາຍຸການປະຈຸບັນຈະສືບຕໍ່ດຳລົງຕຳແໜ່ງເປັນສະມາຊິກສະພາສິດທິມະນຸດ-ກົນໄກສິດທິມະນຸດທົ່ວໂລກສຳຄັນທີ່ສຸດ ດ້ວຍ 47 ປະເທດສະມາຊິກ. ໝາກຜົນນີ້ໄດ້ສ່ອງແສງໃຫ້ເຫັນເຖິງການຮັບຮູ້ຢ່າງກວ້າງຂວາງຂອງປະຊາຄົມສາກົນຕໍ່ກັບຄຳໝັ້ນສັນຍາ, ຄວາມມານະພະຍາຍາມ, ການຮ່ວມມື ແລະການປະກອບສ່ວນຂອງຫວຽດນາມ.
    |
 |
|
ທ່ານນາງ ເລທິຕວ໊ຽດມາຍ ເອກອັກຄະລັດຖະທູດ ແລະຄະນະຜູ້ຕາງໜ້າຫວຽດນາມ ໃນປີທຳອິດຂອງອາຍຸການ 2023-2025 ທີ່ຫວຽດນາມ ໄດ້ຮັບຕຳແໜ່ງເປັນສະມາຊິກສະພາສິດທິມະນຸດ. ພາບ: baoquocte.vn |
ຕາມທ່ານເອກອັກຄະລັດຖະທູດແລ້ວ, ສິ່ງໃດທີ່ສ້າງອິດທິພົນຊື່ສຽງສາກົນຂອງຫວຽດນາມໃນປະຈຸບັນ, ພິເສດແມ່ນຢູ່ສະພາສິດທິມະນຸດ ສປຊ?
ອິດທິພົນຊື່ສຽງສາກົນຂອງຫວຽດນາມ ແມ່ນໝາກຜົນແຫ່ງການສົມທົບລະຫວ່າງກໍາລັງແຮງພາຍໃນໃນການພັດທະນາ, ການເຈລະຈາຮ່ວມມື ແລະການປະກອບສ່ວນຢ່າງແທ້ຈິງ. ຂ້າພະເຈົ້າ ຖືວ່າມີ 5 ປັດໄຈສໍາຄັນ.
ໜຶ່ງແມ່່ນ, ການພັດທະນາແບບຍືນຍົງເພື່ອມະນຸດ. ຫວຽດນາມ ຍຶດໝັ້ນແນວທາງພັດທະນາຖືເອົາປະຊາຊົນເປັນໃຈກາງ, ເປັນເປົ້າໝາຍ ແລະກຳລັງໜູນຂອງການພັດທະນາ, ນັບແຕ່ການຫຼຸດຜ່ອນຄວາມທຸກຍາກ, ການດູແລສຸຂະພາບ, ການສຶກສາ, ຄວາມສະເໝີພາບລະຫວ່າງຍິງ-ຊາຍ ຕະຫຼອດຮອດການປົກປ້ອງເດັກ ແລະກຸ່ມຄົນດ້ອຍໂອກາດ.
ສອງແມ່ນ, ທິດນໍາການເຈລະຈາ, ການຮ່ວມມື ແລະເຄົາລົບຄວາມແຕກຕ່າງ. ຫວຽດນາມ ຍາມໃດກໍ່ຢຶດໝັ້ນການເຈລະຈາ, ຊອກຫາທັດສະນະລວມມາແທນທີ່ໃຫ້ແກ່ການສູ້ຢັນກັນ, ສະແດງໃຫ້ເຫັນຈິດໃຈສ້າງສັນ ແລະເຈດຕະນາດີ, ຜ່ານນັ້ນກາຍເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ນັບທັງການມີຄວາມເຫັນແຕກຕ່າງກັນ.
ສາມແມ່ນ, ເປັນເຈົ້າການສ້າງຂໍ້ລິເລີ່ມ ແລະກໍາລັງຄວາມສາມາດເຊື່ອມຕໍ່. ຫວຽດນາມ ໄດ້ສະເໜີ ແລະອຸປະຖຳຫຼາຍຂໍ້ລິເລີ່ມສຳຄັນຢູ່ສະພາສິດທິມະນຸດ, ຄື: ມະຕິສະເຫຼີມສະຫຼອງ 75 ປີແຫ່ງວັນຖະແຫຼງການສາກົນວ່າດ້ວຍສິດທິມະນຸດ, ບັນຫາການປ່ຽນແປງຂອງດິນຟ້າອາກາດ ແລະສິດທິມະນຸດ, ສິດທິເດັກໃນລະບົບດີຈີຕອນ...
ສີ່ແມ່ນ, ຄວາມໂປ່ງໃສ ແລະຄວາມຮັບຜິດຊອບ. ຫວຽດນາມ ປະກາດ ແລະປະຕິບັດຢ່າງເຂັ້ມງວດຕໍ່ຄໍາໝັ້ນສັນຍາທີ່ໄດ້ໃຫ້ໄວ້ດ້ວຍຄວາມສະໝັກໃຈເມື່ອລົງສະໝັກເລືອກຕັ້ງ, ຄື: ຊຸກຍູ້ການສຶກສາສິດທິມະນຸດ, ຮັບປະກັນສິດຂອງກຸ່ມທີ່ດ້ອຍໂອກາດ, ເພີ່ມທະວີການຮ່ວມມືສາກົນ, ພ້ອມທັງປະກາດໝາກຜົນແຫ່ງການປະຕິບັດຢ່າງກວ້າງຂວາງ, ສະແດງໃຫ້ເຫັນຈິດໃຈ “ເວົ້າໄປຄຽງຄູ່ກັບການກະທຳ”.
ຫ້າແມ່ນ, ການທູດທີ່ຈິງໃຈ, ຄວາມໄວ້ເນື້ອເຊື່ອໃຈ, ຄວາມຮັບຜິດຊອບ. ຜ່ານແຕ່ລະອາຍຸການ, ຫວຽດນາມ ໄດ້ພິສູດໃຫ້ເຫັນວ່າຕົນເອງແມ່ນປະເທດທີ່ມີທັດສະນະເອກະລາດ, ສ້າງສັນ ແລະມີຄວາມຮັບຜິດຊອບ, ໄດ້ສະສົມຄວາມເຊື່ອໝັ້ນຂອງປະຊາຄົມສາກົນຜ່ານການກະທໍາຢ່າງລະອຽດ.
ທ່ານນາງເອກອັກຄະລັດຖະທູດ ຕັ້ງຄວາມຫວັງໄວ້ຄືແນວໃດກ່ຽວກັບການປະກອບສ່ວນຂອງຫວຽດນາມ ໃນອາຍຸການ 2026-2028 ຂອງສະພາສິດທິມະນຸດ ສປຊ?
ອາຍຸການໃໝ່ແມ່ນໂອກາດເພື່ອຫວຽດນາມ ສືບຕໍ່ສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບລັກສະນະມະນຸດສະທໍາຂອງການທູດຫວຽດນາມ, ສືບຕໍ່ຜັນຂະຫຍາຍຄໍາໝັ້ນສັນຍາດ້ວຍຄວາມສະໝັກໃຈ 12 ຂໍ້ ແລະ 8 ຂົງເຂດບຸລິມະສິດທີ່ໄດ້ປະກາດໃນເວລາທີ່ອອກສະໝັກເລືອກຕັ້ງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານສະພາສິດທິມະນຸດເພື່ອຜົນປະໂຫຍດລວມຂອງບັນດາປະເທດ.
ຄວາມຮັບຜິດຊອບຂອງສະມາຊິກສະພາສິດທິມະນຸດຍິ່ງໃຫຍ່ກວ່າອີກຍ້ອນບັນຫາສິດທິມະນຸດພວມປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງໃນທົ່ວໂລກ, ຄື: ການປະທະກັນດ້ວຍກຳລັງອາວຸດ, ຂາດສະຖຽນລະພາບທາງດ້ານການເມືອງ, ຄວາມບໍ່ສະເໝີພາບທາງດ້ານເສດຖະກິດ, ການປ່ຽນແປງຂອງດິນຟ້າອາກາດ, ພິເສດແມ່ນລັດທິຫຼາຍຝ່າຍ, ບົດບາດຂອງສປຊ ແລະສະພາສິດທິມະນຸດຖືກທ້າທາຍຈາກການແບ່ງແຍກ ແລະການຂັດແຍ່ງລະຫວ່າງປະເທດ, ລະຫວ່າງຄຸນຄ່າ, ພື້ນຖານວັດທະນະທໍາ.
ໃນສິ່ງທ້າທາຍທີ່ກ່າວມາຂ້າງເທິງນັ້ນ, ຫວຽດນາມ ໄດ້ຮັບຄວາມຫວັງໄວ້ວ່າຈະປະກອບສ່ວນຕາມ 8 ຂົງເຂດບຸລິມະສິດທີ່ໄດ້ປະກາດ, ໃນນັ້ນອາດຈະເນັ້ນໜັກໃສ່ 4 ທິດຈຸດສຸມ:
ທີໜຶ່ງ, ເສີມຂະຫຍາຍບົດບາດເປັນ “ຂົວຕໍ່” ລະຫວ່າງພາກພື້ນ ແລະກຸ່ມບັນດາປະເທດໃນການປຶກສາຫາລືສິດທິມະນຸດ. ທີສອງ, ກຳນົດໃຫ້ເປັນຮູບເປັນຮ່າງ ແລະຊັກຈູງໃນຫົວຂໍ້ “ຂີດໝາຍຫວຽດນາມ”. ທີສາມ, ຍູ້ແຮງຄວາມໂປ່ງໃສ ແລະຄວາມຮັບຜິດຊອບໃນການປະຕິບັດພັນທະສາກົນ. ທີສີ່, ປະກອບສ່ວນເຂົ້າໃນການປະຕິຮູບ ແລະຍົກສູງປະສິດທິຜົນການເຄື່ອນໄຫວຂອງສະພາສິດທິມະນຸດ.
ຂ້າພະເຈົ້າ ເຊື່ອໝັ້ນວ່າ, ດ້ວຍການນຳພາຂອງພັກ, ດ້ວຍຄວາມມານະພະຍາຍາມຂອງຂະແໜງການທູດ, ດ້ວຍການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະການຮ່ວມເດີນທາງຂອງປະຊາຊົນໃນການປະຕິບັດກົດໝາຍ, ນະໂຍບາຍ ແລະໂຄງການຕ່າງໆກ່ຽວກັບສິດທິມະນຸດ, ຫວຽດນາມ ຈະປະຕິບັດສໍາເລັດໜ້າທີ່ຂອງຕົນໃນການເປັນສະມາຊິກສະພາສິດທິມະນຸດ ຂອງ ສປຊ ໃນອາຍຸການທີ່ຈະມາເຖິງ. ຜ່ານນັ້ນ, ຫວຽດນາມ ສືບຕໍ່ປະກອບສ່ວນຢ່າງແທດຈິງເຂົ້າໃນການຊຸກຍູ້, ປົກປ້ອງສິດທິມະນຸດ, ພ້ອມທັງປະກອບສ່ວນສ້າງໂລກແຫ່ງສັນຕິພາບ, ສະຖຽນລະພາບ, ມະນຸດສະທໍາ ແລະການພັດທະນາແບບຍືນຍົງ, ສອດຄ່ອງກັບເນື້ອໃນຈິດໃຈກົດບັດສປຊ ແລະບັນດາເອກະສານສາກົນທີ່ກ່ຽວຂ້ອງ.
ຂໍຂອບໃຈທ່ານທູດ!
ໂດຍ: ເຈິ່ນຮວ່ຽນ