ສົນທິສັນຍາຮ່າໂນ້ຍ: ສື່ມວນຊົນອາເມລິກາລາຕິນ ຍົກສູງບົດບາດ ແລະອິດທິພົນຊື່ສຽງຂອງຫວຽດນາມ
ໜັງສືພິມ El Economista ຂອງເມກຊີໂກ ໃຫ້ຂໍ້ສັງເກດວ່າ ເລື່ອງຫຼາຍປະເທດພ້ອມກັນລົງນາມໃນສົນທິສັນຍາຮ່າໂນ້ຍ ໄດ້ສ້າງຂີດໝາຍສຳຄັນໃນການມຸ່ງໄປເຖິງການສ້າງກອບນິຕິກຳລວມ ເພື່ອເພີ່ມທະວີການຮ່ວມມືສາກົນໃນການຕໍ່ສູ້ກັບອາດຊະຍາກຳດີຈີຕອນ - ຈາກການສໍ້ໂກງທາງອອນໄລ…
    |
 |
|
ໜ້າຈໍໜັງສືພິມ El Economista ຂອງເມັກຊີໂກ. ພາບ: ສໍານັກຂ່າວສານຫວຽດນາມ |
ສື່ມວນຊົນພາກພື້ນອາເມລິກາລາຕິນ ໃນຊຸມວັນຜ່ານມາໄດ້ລົງຂ່າວຍ້ອງຍໍສັນລະເສີນຄວາມໝາຍຂອງພິທີເປີດການລົງນາມ ແລະກອງປະຊຸມສຸດຍອດ ສົນທິສັນຍາຂອງ ສປຊ ກ່ຽວກັບອາດຊະຍາກຳທາງໄຊເບີ ທີ່ຫາກໍ່ດຳເນີນຢູ່ຮ່າໂນ້ຍ, ຖືນີ້ແມ່ນຂີດໝາຍປະຫວັດສາດໃນການຮ່ວມມືສາກົນ ເພື່ອແນໃສ່ຮັບປະກັນຄວາມໝັ້ນຄົງທາງໄຊເບີ, ພ້ອມທັງຢັ້ງຢືນຖານະບົດບາດ, ອິດທິພົນຊື່ສຽງ ແລະຄວາມສາມາດໃນການຈັດຕັ້ງຂອງຫວຽດນາມ ເມື່ອໄດ້ຮັບການເລືອກເອົາເປັນປະເທດເຈົ້າພາບຂອງເຫດການທີ່ມີຂອບຂະໜາດທົ່ວໂລກນີ້.
ໃນບົດຂຽນທີ່ມີຫົວຂໍ້ “ສປຊ ຮຽກຮ້ອງການປົກປ້ອງປະຊາຊົນໃນເຄືອຂ່າຍອິນເຕີເນັດ”, ຊ່ອງສື່ມວນຊົນຫຼາຍປະເພດ teleSUR ຂອງເວເນຊູເອລາ ໄດ້ຢັ້ງຢືນວ່າ ເລື່ອງ ຫວຽດນາມ ຈັດຕັ້ງເຫດການທີ່ມີລັກສະນະທົ່ວໂລກນີ້ໄດ້ສະແດງໃຫ້ເຫັນບົດບາດຕັ້ງໜ້າຂອງປະເທດເຈົ້າພາບໃນວິວັດການຊຸກຍູ້ລັດທິຫຼາຍຝ່າຍ, ສ້າງພື້ນທີ່ໂອ້ລົມສົນທະນາ ແລະການຮ່ວມມືຢ່າງແທ້ຈິງລະຫວ່າງບັນດາປະເທດ.
ໜັງສືພິມ El Economista ຂອງເມກຊີໂກ ໃຫ້ຂໍ້ສັງເກດວ່າ ເລື່ອງຫຼາຍປະເທດພ້ອມກັນລົງນາມໃນສົນທິສັນຍາຮ່າໂນ້ຍ ໄດ້ສ້າງຂີດໝາຍສຳຄັນໃນການມຸ່ງໄປເຖິງການສ້າງກອບນິຕິກຳລວມເພື່ອເພີ່ມທະວີການຮ່ວມມືສາກົນ ໃນການຕໍ່ສູ້ກັບອາດຊະຍາກຳດີຈີຕອນ - ຈາກການສໍ້ໂກງທາງອອນໄລ…
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ