ນັກຂ່າວ: ສະເໜີທ່ານນາງຮອງລັດຖະມົນຕີ ໃຫ້ຮູ້ຄວາມໝາຍຂອງປີ APEC 2025 ແລະຄວາມຫວັງຂອງຫວຽດນາມ ຕໍ່ກັບສັບປະດາຂັ້ນສູງປີນີ້?

ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີ: ຫຼັງຈາກການສ້າງຕັ້ງ ແລະພັດທະນາມາເປັນເວລາຫຼາຍກວ່າ 3 ທົດສະວັດ, APEC ໄດ້ກາຍເປັນກົນໄກຮ່ວມມື ແລະຮ່ວມສຳພັນດ້ານເສດຖະກິດແຖວໜ້າໃນພາກພື້ນກັບ 21 ພື້ນຖານເສດຖະກິດສະມາຊິກ, 3/5 ພື້ນຖານເສດຖະກິດແຖວໜ້າຂອງໂລກ, ກວມເອົາ 46% ຂອງການຄ້າ ແລະ 61% ຂອງ GDP ທົ່ວໂລກ. ສັບປະດາຂັ້ນສູງ APEC 2025 ມີຄວາມສໍາຄັນເປັນພິເສດ ແນໃສ່ຮັກສາ ແລະປັບປຸງຈິດໃຈເຈລະຈາ ແລະການຮ່ວມມື, ຊຸກຍູ້ການຄ້າ, ການລົງທຶນ ແລະການຮ່ວມສຳພັນທາງດ້ານເສດຖະກິດ, ຜ່ານນັ້ນຮັກສາທ່າຟື້ນຟູການເຕີບໂຕ, ຮັບມືກັບສິ່ງທ້າທາຍໃນທົ່ວໂລກ ແລະສ້າງຮູບແບບການພັດທະນາໃນອະນາຄົດຂອງພາກພື້ນ ໂດຍອີງໃສ່ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະການຫັນປ່ຽນດີຈີຕອນ.

ດ້ວຍຫົວຂໍ້ “ສ້າງອະນາຄົດທີ່ຍືນຍົງ” ແລະ 3 ບຸລິມະສິດ “ການເຊື່ອມຕໍ່”, “ການປ່ຽນແປງໃໝ່” ແລະ “ຄວາມວັດທະນາຖາວອນ”, ກອງປະຊຸມຂັ້ນສູງ APEC ຄັ້ງທີ 32 ໄດ້ຮັບຄວາມສົນໃຈ ແລະຕັ້ງຄວາມຫວັງໄວ້ຢ່າງສູງຈາກສະມາຊິກ APEC ແລະປະຊາຄົມສາກົນ.

leftcenterrightdel
ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີການຕ່າງປະເທດ. ພາບ: ຈ່າຫງວຽນ

ທີໜຶ່ງ, ດ້ວຍການເຂົ້າຮ່ວມຂອງການນໍາຂັ້ນສູງຂອງ 21 ພື້ນຖານເສດຖະກິດສະມາຊິກ APEC, ກອງປະຊຸມມີຄວາມໝາຍສໍາຄັນໃນການຊຸກຍູ້ການເຈລະຈາຂ້ັນສູງກ່ຽວກັບບັນດາບັນຫາໃຫຍ່ທີ່ວາງອອກຕໍ່ກັບເສດຖະກິດ, ການຄ້າ ແລະການພັດທະນາທົ່ວໂລກ. ການຊຸກຍູ້ການເຈລະຈາ, ການຮ່ວມມື, ພ້ອມກັນແກ້ໄຂສິ່ງທ້າທາຍລວມແມ່ນຈໍາເປັນທີ່ສຸດຕໍ່ສັນຕິພາບ, ສະຖຽນລະພາບ ແລະການພັດທະນາຂອງພາກພື້ນ ແລະໂລກໃນໄລຍະປະຈຸບັນ.

ທີສອງ, ປະຊາຄົມສາກົນ ຫວັງວ່າ ກອງປະຊຸມຂັ້ນສູງປີນີ້ຈະສ້າງກອບການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງໃນ APEC ກ່ຽວກັບຂົງເຂດຫັນເປັນດີຈີຕອນ ແລະປັນຍາປະດິດ (AI). ກອງປະຊຸມກໍ່ແມ່ນກາລະໂອກາດເພື່ອໃຫ້ບັນດາສະມາຊິກຍູ້ແຮງການຮ່ວມມື, ແກ້ໄຂບັນຫາຕ່າງໆ ຄື: ຊຸກຍູ້ກໍາລັງໜູນເຕີບໂຕໃໝ່, ພັດທະນາວິທະຍາສາດ-ເຕັກໂນໂລຢີ, ເສດຖະກິດປະດິດສ້າງ, ອຸດສາຫະກໍາວັດທະນະທໍາ...

ທີສາມ, ເສີມຂະຫຍາຍທ່າແຮງຂອງ APEC ແມ່ນເຊື່ອມຕໍ່ລັດຖະບານກັບວິສາຫະກິດ, ດ້ວຍການເຂົ້າຮ່ວມຂອງກຸ່ມບໍລິສັດແຖວໜ້າພາກພື້ນນັບພັນແຫ່ງ, ສັບປະດາຂັ້ນສູງ APEC ຄັ້ງນີ້ໄດ້ຕັ້ງຄວາມຫວັງໄວ້ວ່າຈະສ້າງກໍາລັງໜູນໃໝ່ຊຸກຍູ້ການຮ່ວມມືພາກລັດ-ເອກະຊົນເພື່ອປຸກລະດົມແຫຼ່ງກໍາລັງຮັບໃຊ້ການຫັນເປັນດີຈີຕອນ, ຫັນເປັນສີຂຽວ, ຫັນປ່ຽນພະລັງງານ, ພັດທະນາໂຄງລ່າງຍຸດທະສາດ, ເຊື່ອມຕໍ່ບັນດາພື້ນຖານເສດຖະກິດໃຫ້ໄດ້ຫຼາຍທີ່ສຸດ, ຜ່ານນັ້ນປະກອບສ່ວນຊຸກຍູ້ການຫັນປ່ຽນຮູບແບບການເຕີບໂຕຂອງບັນດາພື້ນຖານເສດຖະກິດສະມາຊິກ.

ນັກຂ່າວ: ສະເໜີທ່ານນາງຮອງລັດຖະມົນຕີ ໃຫ້ຮູ້ຄວາມໝາຍ, ຈຸດປະສົງການໄປປະຕິບັດງານຂອງທ່ານ ເລືອງເກື່ອງ ປະທານປະເທດ ໃນການເຂົ້າຮ່ວມສັບປະດາຂັ້ນສູງ APEC 2025 ແລະເຮັດວຽກສອງຝ່າຍຢູ່ສ.ເກົາຫຼີ?

ທ່ານນາງ ຫງວຽນມິງຮ່ັງ ຮອງລັດຖະມົນຕີ: ທີ່ກອງປະຊຸມຂັ້ນສູງ APEC ປີນີ້, ດ້ວຍແນວຄິດຢາກເປັນໜຶ່ງໃນບັນດາພື້ນຖານເສດຖະກິດບັນລຸການເຕີບໂຕສູງສຸດຢູ່ພາກພື້ນ, ບົດບາດ ແລະທີ່ຕັ້ງສາກົນທີ່ນັບມື້ນັບເພີ່ມຂຶ້ນ, ພວມໝັ້ນຄົງ ແລະເຕັມໄປດ້ວຍຄວາມກະຕືລືລົ້ນທີ່ຈະກ້າວເຂົ້າສູ່ສັງກາດພັດທະນາໃໝ່, ພິເສດແມ່ນດ້ວຍບົດບາດເປັນປະເທດທີ່ໄດ້ຮັບກຽດເປັນເຈົ້າພາບຈັດຕັ້ງ APEC ຄັ້ງທີ 3 ໃນປີ 2027. ບົນຈິດໃຈນັ້ນ, ການໄປປະຕິບັດງານຂອງທ່ານປະທານປະເທດ ເລືອງເກື່ອງ  ແມ່ນມີຄວາມໝາຍສຳຄັນຍິ່ງໃນຫຼາຍດ້ານ.

ທີໜຶ່ງ, ທ່ານປະທານປະເທດ ເຂົ້າຮ່ວມສັບປະດາຂັ້ນສູງ APEC ແມ່ນບາດກ້າວຜັນຂະຫຍາຍສໍາຄັນແນວທາງການທູດ ແລະບັນດາແຜນນະໂຍບາຍ, ນະໂຍບາຍຊີ້ຂາດຂະໜາດໃຫຍ່ຂອງພັກ ແລະລັດ, ໂດຍສະເພາະແມ່ນມະຕິເລກທີ 59-NQ/TW ຂອງກົມການເມືອງ ກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນໃນສະພາບການໃໝ່, ສືບຕໍ່ປະຕິບັດການຫັນປ່ຽນກ່ຽວກັບຈິນຕະນາການ ແລະວິທີເຂົ້າເຖິງໃໝ່ກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ, ຈາກຈິນຕະນາການ “ຮັບເອົາ” ໄປສູ່ຈິນຕະນາການ “ປະກອບສ່ວນ”, ຈາກການເຊື່ອມໂຍງໄປສູ່ການເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງ, ຮອບດ້ານ, ຈາກທ່ີຕັ້ງແມ່ນພື້ນຖານເສດຖະກິດໄປຕາມຫຼັງໄປສູ່ພື້ນຖານເສດຖະກິດທີ່ພວມບືນຕົວຂຶ້ນ, ນໍາໜ້າໃນຫຼາຍຂົງເຂດໃໝ່.

ທີສອງ, ທ່ານປະທານປະເທດ ເລືອງເກື່ອງ ຈະມີການເຄື່ອນໄຫວພົບປະກັບການນໍາບັນດາພື້ນຖານເສດຖະກິດສະມາຊິກ APEC, ພົບປະກັບການນໍາບັນດາກຸ່ມບໍລິສັດ, ວິສາຫະກິດແຖວໜ້າໂລກ, ຜ່ານນ້ັນປະກອບສ່ວນເຮັດໃຫ້ການພົວພັນສອງຝ່າຍກັບບັນດາຄູ່ຮ່ວມມືຕ່າງໆເລິກເຊິ່ງກວ່າ, ລະດົມແຫຼ່ງກໍາລັງຮັບໃຊ້ເປົ້າໝາຍພັດທະນາເສດຖະກິດ-ສັງຄົມຂອງປະເທດ.

ພິເສດ, ທ່ານປະທານປະເທດ ເລືອງເກື່ອງ ຈະເຂົ້າຮ່ວມ, ເຈລະຈາ ແລະມີບົດກ່າວປາໄສສໍາຄັນຢູ່ກອງປະຊຸມສຸດຍອດວິສາຫະກິດ APEC 2025 ດ້ວຍການເຂົ້າຮ່ວມຂອງການນໍາບັນດາກຸ່ມບໍລິສັດແຖວໜ້າພາກພື້ນເກືອບ 2.000 ທ່ານ, ເພື່ອແນໃສ່ສົ່ງສານຢ່າງແຂງແຮງກ່ຽວກັບຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ, ລັດຖະນະໂຍບາຍ ແລະບຸກທະລຸຍຸດທະສາດຂອງຫວຽດນາມ. ຜ່ານນັ້ນຈະຊ່ວຍໃຫ້ເພື່ອນມິດສາກົນສືບຕໍ່ຮ່ວມເດີນທາງ, ສະໜັບສະໜູນ, ຄຽງບ່າຄຽງໄຫຼ່ໄປພ້ອມກັບຫວຽດນາມ ໃນໄລຍະພັດທະນາໃໝ່, ໂດຍສະເພາະ ແມ່ນປຸກລະດົມແຫຼ່ງກໍາລັງທາງດ້ານການເງິນ, ເຕັກໂນໂລຊີ...

ທີສາມ, ໃນຂົງເຂດສອງຝ່າຍ, ສ.ເກົາຫຼີ ແມ່ນຄູ່ຮ່ວມມືສໍາຄັນແຖວໜ້າຂອງຫວຽດນາມ ແລະໃນສະພາບແວດລ້ອມທີ່ການພົວພັນລະຫວ່າງ ຫວຽດນາມ-ສ.ເກົາຫຼີ ພວມພັດທະນາດີງາມທີ່ສຸດ, ການໄປປະຕິບັດງານຂອງທ່ານປະທານປະເທດ ເລືອງເກື່ອງ ແມ່ນໂອກາດເພື່ອໃຫ້ສອງຝ່າຍສືບຕໍ່ປັບປຸງ ແລະເຮັດໃຫ້ພື້ນຖານການພົວພັນດ້ານການເມືອງເລິກເຊິ່ງ ແລະດີງາມກວ່າອີກ, ຊຸກຍູ້ການຜັນຂະຫຍາຍບັນດາຄໍາໝັ້ນສັນຍາ, ຂໍ້ຕົກລົງຂັ້ນສູງທີ່ບັນລຸໄດ້ໃນໄລຍະຜ່ານມາໃຫ້ມີປະສິດທິຜົນ, ນໍາການພົວພັນຮ່ວມມືທີ່ດີງາມລະຫວ່າງສອງປະເທດ ປະກອບສ່ວນຢ່າງແທດຈິງ, ມີປະສິດທິຜົນກວ່າອີກໃຫ້ແກ່ການພັດທະນາຂອງແຕ່ລະປະເທດໃນໄລຍະພັດທະນາສໍາຄັນຄືໃນປະຈຸບັນ.

ຂ້າພະເຈົ້າ ເຊື່ອໝັ້ນວ່າການໄປປະຕິບັດງານຂອງທ່ານປະທານປະເທດ ເລືອງເກື່ອງ ຈະປະສົບຜົນສໍາເລັດຢ່າງຈົບງາມ, ປະກອບສ່ວນສືບຕໍ່ຢືນຢັນພາບພົດຂອງຫວຽດນາມ ທີ່ພວມໝັ້ນໃຈຕົນເອງ, ກຸ້ມ​ຕົນ​ເອງ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ກ້າວເຂົ້າສູ່ສັງກາດພັດທະນາໃໝ່ຢ່າງໝັ້້ນຄົງ, ປະກອບສ່ວນເຂົົ້າບັນດາບັນຫາລວມຂອງມວນມະນຸດນັບມື້ນັບມີຄວາມຮັບຜິດຊອບ, ມີປະສິດທິຜົນກວ່າ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ການພັດທະນາຢູ່ພາກພື້ນ ແລະໃນໂລກ.

ນັກຂ່າວ: ຂໍຂອບໃຈທ່ານນາງຮອງລັດຖະມົນຕີ!

ໂດຍ: ໄຊນີດາ