“ໂດຍເປັນປະເທດບ້ານໃກ້ເຮືອນຄຽງຂອງກຳປູເຈຍ ແລະ ໄທ, ເປັນສະມາຊິກອາຊຽນ, ຫວຽດນາມ ເອົາໃຈໃສ່ ແລະຊົມເຊີຍ ກຳປູເຈຍ ແລະໄທ  ລົງນາມເອກະສານສັນຕິພາບ ເມື່ອວັນທີ 26 ຕຸລາ ປີ 2025. ນີ້ແມ່ນບາດກ້າວທີ່ສຳຄັນ, ຕັ້ງໜ້າ, ສະແດງໃຫ້ເຫັນຄຳໝັ້ນສັນຍາຂອງສອງປະເທດຕໍ່ກັບສັນຕິພາບ, ການຮ່ວມມື ແລະພັດທະນາ, ສອດຄ່ອງກັບກົດບັດອາຊຽນ ແລະ ສົນທິສັນຍາໄມຕີຈິດ ແລະການຮ່ວມມືຢູ່ອາຊີຕາເວັນອອກສ່ຽງໃຕ້ (TAC).

leftcenterrightdel
ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: ກະຊວງການຕ່າງປະເທດຫວຽດນາມ

ພວກຂ້າພະເຈົ້າ ຕີລາຄາສູງຄວາມມານະພະຍາຍາມຂອງບັນດາປະເທດ, ໃນນັ້ນມີມາເລເຊຍ, ປະທານອາຊຽນ 2025 ແລະທ່ານນາຍົກລັດຖະມົນຕີ Anwar Ibrahim, ອາເມລິກາ ແລະ ທ່ານປະທານາທິບໍດີ Donald Trump ແລະບັນດາຝ່າຍທີ່ກ່ຽວຂ້ອງໃນວິວັດການຊອກຫາມາດຕະການແກ້ໄຂບັນຫາໂດຍສັນຕິວິທີ.

ຫວຽດນາມ ເຊື່ອໝັ້ນວ່າເອກະສານສັນຕິພາບຈະສ້າງພື້ນຖານເພື່ອປັບປຸງຄວາມໄວ້ເນື້ອເຊື່ອໃຈ ແລະມຸ່ງໄປເຖິງມາດຕະການແກ້ໄຂສັນຕິພາບທີ່ຍາວນານ. ຫວຽດນາມ ສືບຕໍ່ຕັ້ງໜ້າເຂົ້າຮ່ວມຄວາມມານະພະຍາຍາມລວມຂອງອາຊຽນ ເພື່ອໜູນຊ່ວຍກຳປູເຈຍ ແລະໄທ ຜັນຂະຫຍາຍເອກະສານສະບັບດັ່ງກ່າວຢ່າງຄົບຖ້ວນ ແລະ ມີປະສິດທິຜົນ”.

ໂດຍ: ທູຈາງ