ນັກຂ່າວ: ຂໍທ່ານຮອງລັດຖະມົນຕີ ໃຫ້ຮູ້ໝາກຜົນຂອງບັນດາກອງປະຊຸມສຸດຍອດອາຊຽນ ແລະລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມື?
ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ: ໂດຍດຳເນີນໄປໃນສະພາບການໂລກມີການຜັນປ່ຽນຫຼາຍຢ່າງ, ວາງອອກສິ່ງທ້າທາຍໃຫ້ແກ່ທ່ົວໂລກ ແລະພາກພື້ນ, ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະບັນດາກອງປະຊຸມທີ່ກ່ຽວຂ້ອງໄດ້ສິ້ນສຸດລົງດ້ວຍໝາກຜົນສຳຄັນຫຼາຍຢ່າງ. ໃນນັ້ນມີຈຸດພົ້ນເດັ່ນ ດັ່ງຕໍ່ໄປນີ້:
ກ່ອນອື່ນໝົດ, ກອງປະຊຸມໄດ້ຮັບຮູ້ຜົນງານໃນ 10 ປີແຫ່ງການສ້າງຕັ້ງປະຊາຄົມຜ່ານການຜັນຂະຫຍາຍວິໄສທັດອາຊຽນ 2025, ແມ່ນພື້ນຖານເພື່ອໃຫ້ອາຊຽນ ຜັນຂະຫຍາຍວິໄສທັດປະຊາຄົມອາຊຽນ (ACV) 2045 ໃຫ້ປະສົບຜົນສຳເລັດ ພ້ອມກັບບັນດາແຜນການຍຸດທະສາດດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທຳ-ສັງຄົມ ແລະການເຊື່ອມຕໍ່ອາຊຽນ. ກອງປະຊຸມໄດ້ຮັບຮອງເອົາເອກະສານເກືອບ 70 ສະບັບ ຂຶ້ນກັບ 3 ເສົາຄ້ຳການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະວັດທະນະທຳ-ສັງຄົມ, ຫັນຄຳໝັ້ນສັນຍາຂອງອາຊຽນ ໃຫ້ເປັນລະອຽດດ້ວຍວິວັດທະນາການກໍ່ສ້າງປະຊາຄົມ ແລະຊຸກຍູ້ການພົວພັນຄູ່ຮ່ວມມືໃນໄລຍະຈະມາເຖິງ.
ທີສອງ, ອາຊຽນ ສືບຕໍ່ສະແດງໃຫ້ເຫັນບົດບາດເປັນໃຈກາງ ແລະຊັກນຳໃນການຮັກສາສັນຕິພາບ ແລະສະຖຽນລະພາບຢູ່ພາກພື້ນ, ສະແດງໃຫ້ເຫັນຜ່ານການໜູນຊ່ວຍ ກຳປູເຈຍ ແລະໄທ ລົງນາມໃນຖະແຫຼງການຮ່ວມກ່ຽວກັບການຜັນຂະຫຍາຍບັນດາຂໍ້ຕົກລົງຮັບປະກັນສັນຕິພາບ ແລະຫັນການພົວພັນຢູ່ຊາຍແດນເປັນປົກກະຕິ, ປະກອບສ່ວນປັບປຸງຄວາມໝັ້ນຄົງ ແລະສະຖຽນລະພາບລວມຂອງພາກພື້ນ. ບັນດາປະເທດໄດ້ຕີລາຄາສູງຕໍ່ບົດບາດ ແລະຄວາມມານະພະຍາຍາມຂອງປະທານມາເລເຊຍ ໃນການຊຸກຍູ້ການປະຕິບັດຄວາມເຫັນດີເຫັນພ້ອມ 5 ຂໍ້ ກ່ຽວກັບມຽນມາ; ເຫັນດີເປັນເອກະພາບຕໍ່ຄວາມເຫັນດີເຫັນພ້ອມສືບຕໍ່ເປັນການກໍານົດທິດຕົ້ນຕໍໃຫ້ຄວາມມານະພະຍາຍາມເຂົ້າຮ່ວມຂອງອາຊຽນ ໃນໄລຍະຈະມາເຖິງ, ໃນນັ້ນໃຫ້ບຸລິມະສິດແກ່ການຢຸດຍິງ ແລະຢຸດຕິການກະທໍາທີ່ນໍາໃຊ້ຄວາມຮຸນແຮງ, ເຊື່ອມຕໍ່ການເຈລະຈາ ແລະຜັນຂະຫຍາຍການຊ່ວຍເຫຼືອດ້ານມະນຸດສະທຳໃຫ້ແກ່ປະຊາຊົນຄືນໃໝ່. ການເຂົ້າຮ່ວມຢ່າງຫຼວງຫຼາຍຂອງການນຳຂັ້ນສູງຂອງປະເທດຄູ່ຮ່ວມມື ແລະອົງການຈັດຕັ້ງສາກົນ ອີກຄັ້ງໜຶ່ງເປັນການຍັ້ງຢືນທີ່ຕັ້ງຂອງອາຊຽນ ໃນນະໂຍບາຍຂອງບັນດາປະເທດຄູ່ຮ່ວມມືໃຫຍ່ ແລະບັນດາປະເທດໃຫຍ່ໃນໂລກ.
ທີສາມ, ອີກຄັ້ງໜຶ່ງກອງປະຊຸມໄດ້ຢັ້ງຢືນທີ່ຕັ້ງຂອງອາຊຽນ ດ້ວຍຖານະແມ່ນກໍາລັງໜູນເຕີບໂຕ ແລະຕ່ອງໂສ້ທີ່ບໍ່ສາມາດຂາດໄດ້ໃນລະບົບການສະໜອງ, ເຊື່ອມຕໍ່ການຄ້າ ແລະການລົງທຶນທ່ົວໂລກ.
ໃນໂອກາດນີ້, ຫວຽດນາມ ສືບຕໍ່ສະແດງໃຫ້ເຫັນບົດບາດເປັນສະມາຊິກທີ່ຕັ້ງໜ້າ ແລະມີຄວາມຮັບຜິດຊອບດ້ວຍການປະກອບສ່ວນສຳຄັນ 2 ຢ່າງ. ທີໜຶ່ງແມ່ນພາຍໃຕ້ການປະສານງານຂອງຫວຽດນາມ, ອາຊຽນ ແລະນິວຊີແລນ ໄດ້ອອກຖະແຫຼງການຮ່ວມຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະຮັບຮອງເອົາແຜນການດຳເນີນງານ 2026-2030 ເພື່ອຜັນຂະຫຍາຍຂອບເຂດທີ່ຫາກໍ່ສ້າງຕັ້ງຂຶ້ນ. ທີສອງແມ່ນໃນຖານະທີ່ເປັນປະທານກຸ່ມຮັບຜິດຊອບຂໍ້ລິເລີ່ມເຊື່ອມໂຍງອາຊຽນ (IAI), ຫວຽດນາມ ໄດ້ເປັນເຈົ້າພາບສ້າງແຜນວຽກງານ IAI 2026-2030, ເຊິ່ງໄດ້ຮັບການຮັບຮອງຈາກກອງປະຊຸມ.
    |
 |
|
ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ. ພາບ: ກະຊວງການຕ່າງປະເທດຫວຽດນາມ |
ນັກຂ່າວ: ຂໍທ່ານຮອງລັດຖະມົນຕີ ແບ່ງປັນໝາກຜົນຂອງການພົບປະສອງຝ່າຍລະຫວ່າງຄະນະຜູ້ແທນຫວຽດນາມ ກັບບັນດາປະເທດ ແລະບັນດາຄູ່ຮ່ວມມືໃນໂອກາດນີ້?
ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ: ໃນ 3 ວັນທີ່ເຂົ້າຮ່ວມກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ມີການພົບປະສອງຝ່າຍກັບການນຳກວ່າ 20 ຄູ່ຮ່ວມມື ເຖິງວ່າການພົບປະ, ແລກປ່ຽນຈະສັ້ນກໍ່ຕາມ, ແຕ່ກໍ່ບັນລຸໄດ້ໝາກຜົນລະອຽດ ແລະແທດຈິງ, ພົ້ນເດັ່ນແມ່ນ:
ທີໜຶ່ງ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງຫວຽດນາມ ກັບບັນດາປະເທດໄດ້ຮັບການເພີ່ມທະວີ. ບັນດາປະເທດລ້ວນແຕ່ປາດຖະໜາຢາກເພີ່ມທະວີການພົວພັນກັບຫວຽດນາມ. ທີສອງ, ຫວຽດນາມ ແລະບັນດາຄູ່ຮ່ວມມືສຳຄັນບັນລຸໄດ້ຄວາມເຫັນດີເຫັນພ້ອມໃນຫຼາຍບັນຫາສຳຄັນທີ່ສ່ອງແສງເຖິງຜົນປະໂຫຍດລວມຂອງຫວຽດນາມ ກັບບັນດາຄູ່ຮ່ວມມື. ຈຸດພົ້ນເດັ່ນສໍາຄັນທີ່ສຸດໃນໂອກາດນີ້ແມ່ນ ຫວຽດນາມ ແລະອາເມລິກາ ໄດ້ປະກາດຖະແຫຼງການຮ່ວມກ່ຽວກັບສັນຍາການຄ້າຕອບໂຕ້, ສະເໝີພາບ ແລະດຸ່ນດ່ຽງ. ທີສາມ, ໃນການແລກປ່ຽນ, ສາມາດເຫັນໄດ້ວ່າ ບັນດາຄູ່ຮ່ວມມືສະໜັບສະໜູນຢ່າງແທ້ຈິງ ແລະ ປາດຖະໜາຢາກໃຫ້ຫວຽດນາມ ສວມບົດບາດໃຫຍ່ກວ່າອີກຢູ່ໃນອາຊຽນ, ໃນພາກພື້ນອາຊີ-ປາຊີຟິກ ກໍ່ຄືໃນເວທີສາກົນ. ບັນດາຄູ່ຮ່ວມມືລ້ວນແຕ່ຢືນຢັນຖືເປັນສໍາຄັນບົດບາດ, ທີ່ຕັ້ງຂອງຫວຽດນາມ, ປາດຖະໜາຢາກໃຫ້ຫວຽດນາມ ສະໜັບສະໜູນຊຸກຍູ້ການພົວພັນຮ່ວມມືລະຫວ່າງບັນດາປະເທດກັບອາຊຽນ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ, ບັນດາປະເທດຮັບຮູ້ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດສະມາຊິກຫຼັກແຫຼ່ງ, ມີຄວາມສາມາດຊັກຈູງໃນອາຊຽນ.
ນັກຂ່າວ: ຂໍທ່ານຮອງລັດຖະມົນຕີ ໃຫ້ຮູ້ການກໍານົດທິດລະອຽດໃນການຜັນຂະຫຍາຍໝາກຜົນຂອງການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງນີ້ຂອງຫວຽດນາມ?
ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ: ບັນດາໝາກຜົນທີ່ບັນລຸໄດ້ໃນການພົບປະ, ແລກປ່ຽນລະຫວ່າງທ່ານນາຍົກລັດຖະມົນຕີຫວຽດນາມ ກັບການນຳຂອງບັນດາປະເທດ, ອົງການຈັດຕັ້ງ ຄວນໄດ້ຮັບການກະຕຸກຊຸກຍູ້. ສະນັ້ນ, ການຜັນຂະຫຍາຍໝາກຜົນຫຼາຍດ້ານແມ່ນມີຄວາມໝາຍສຳຄັນພິເສດ, ຮຽກຮ້ອງໃຫ້ມີການເຂົ້າຮ່ວມຢ່າງເປັນເຈົ້າການ ແລະຄົບຊຸດຈາກທຸກກະຊວງ, ຂະແໜງການ ແລະທ້ອງຖິ່ນ.
ກ່ຽວກັບການຊີ້ນໍາ-ບໍລິຫານ, ພວກເຮົາຕ້ອງສ້າງແຜນຮ່າງສັງລວມ ແລະໂຄງການດຳເນີນງານທີ່ເໝາະສົມໂດຍໄວເພື່ອຜັນຂະຫຍາຍ ACV 2045, ສົມທົບກັບການກໍານົດທິດໃຫຍ່ຂອງມະຕິເສົາຄໍ້າ ໂດຍກົມການເມືອງ ປະກາດໃຊ້, ຈາກນັ້ນຜັນຂະຫຍາຍ ACV 2045 ຢ່າງຄົບຊຸດ, ຮອບດ້ານ, ພ້ອມກັບອາຊຽນ ນໍາທັນທ່າອ່ຽງໃຫຍ່ ແລະບືນຕົວຂຶ້ນໃນສັງກາດພັດທະນາໃໝ່ຂອງຊາດ.
ວຽກງານຜັນຂະຫຍາຍຕ້ອງຮັບປະກັນ 2 ມາດຖານ ຄື: ທີໜຶ່ງ, ບໍ່ພຽງແຕ່ສຸມໃສ່ດ້ານປະລິມານເທົ່ານັ້ນ, ຕ້ອງລົງເລິກຄຸນນະພາບ; ທີສອງແມ່ນບໍ່ພຽງແຕ່ເປັນໜ້າທີ່ສະເພາະຂອງບັນດາອົງການທີ່ຮັບຜິດຊອບບັນດາເສົາຄ້ຳ ຫຼື ລົງເລິກຂະແໜງການເທົ່ານັ້ນ ຫາກຍັງເປັນໜ້າທີ່ລວມຂອງລະບົບການເມືອງ, ເພື່ອແນໃສ່ຮັບປະກັນລັກສະນະເຊື່ອມຈອດລະຫວ່າງຂະແໜງການພາຍໃນປະເທດ ແລະການປະສານງານລະຫວ່າງເສົາຄ້ຳຢູ່ໃນອາຊຽນ ຢ່າງມີປະສິດທິຜົນ.
ກ່ຽວກັບໜ້າທີ່ລະອຽດ, ໃນຕໍ່ໜ້າ, ຫວຽດນາມ ຕ້ອງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງຄວາມສາມັກຄີອາຊຽນ, ເປັນຕົ້ນແມ່ນໃນຄວາມມານະພະຍາຍາມແກ້ໄຂບັນຫາມຽນມາ, ຜັນຂະຫຍາຍຂໍ້ຕົກລົງສັນຕິພາບ ກຳປູເຈຍ-ໄທ, ປະກອບສ່ວນຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບໃນພາກພື້ນ, ເອື້ອອຳນວຍຄວາມສະດວກໃຫ້ອາຊຽນ, ໃນນັ້ນມີຫວຽດນາມ, ເດີນຕາມບັນດາເປົ້າໝາຍໄລຍະຍາວທີ່ໄດ້ວາງອອກໃນ ACV 2045. ພ້ອມທັງເອົາໃຈໃສ່ໜູນຊ່ວຍ ຕີມໍ ແລັດສະເຕ ຍົກສູງກໍາລັງຄວາມສາມາດ, ເຊື່ອມໂຍງເຂົ້າກັບອາຊຽນ ໃນທັງສາມເສົາຄ້ຳໃຫ້ມີປະສິດທິຜົນ. ສຸດທ້າຍ, ຕ້ອງຜັນຂະຫຍາຍບັນດາຂໍ້ຕົກລົງ, ຄໍາໝັ້ນສັນຍາທີ່ຫວຽດນາມ ແລະບັນດາຄູ່ຮ່ວມມືບັນລຸໄດ້ທີ່ການພົບປະສອງຝ່າຍໃນຂອບເຂດກອງປະຊຸມຢ່າງຮີບດ່ວນ, ໃນນັ້ນມີການແລກປ່ຽນຄະນະຜູ້ແທນ, ຊຸກຍູ້ການຮ່ວມມືດ້ານເສດຖະກິດ-ການຄ້າ, ຄວາມໝັ້ນຄົງດ້ານສະບຽງອາຫານ, ພະລັງງານ, ພິເສດແມ່ນໄດ້ແກ້ໄຂບັນຫາທີ່ຍັງຄົງຄ້າງຢ່າງເຖິງຖອງເພື່ອຍົກເລີກບັດເຫຼືອງ IUU ຂອງ ອີຢູ.
ນັກຂ່າວ: ຂໍຂອບໃຈທ່ານຮອງລັດຖະມົນຕີຫຼາຍໆ!
ໂດຍ: ທູຈາງ