ຢືນຢັນຄຸນຄ່າຂອງການຮ່ວມມືຫຼາຍຝ່າຍ

ກ່າວຄຳເຫັນທີ່ວາລະປິດ, ທ່ານພົນເອກ ເລືອງຕາມກວາງ ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໃຫ້ຮູ້ວ່າ ໃນເວລາ 2 ວັນ ທີ່ດໍາເນີນພິທີເປີດການເຊັນສົນທິສັນຍາຮ່າໂນ້ຍ, ມີ 72 ປະເທດ ໄດ້ຮ່ວມເຊັນສົນທິສັນຍາຢ່າງເປັນທາງການ. ໃນຂອບເຂດກອງປະຊຸມສຸດຍອດດ້ວຍບັນດາວາລະປຶກສາຫາລື ແລະເຫດການຢູ່ນອກພິທີ, ບັນດາປະເທດກໍ່ໄດ້ຍົກອອກຫຼາຍຂໍ້ສະເໜີ, ຂໍ້ລິເລີ່ມ ແລະຄຳໝັ້ນສັນຍາເພື່ອປະຕິບັດສົນທິສັນຍາຮ່າໂນ້ຍ ຢ່າງມີປະສິດທິຜົນ, ແນໃສ່ສ້າງການປ່ຽນແປງຢ່າງແຂງແຮງໃນການເຄື່ອນໄຫວປ້ອງກັນ, ຕ້ານອາດຊະຍາກຳທາງໄຊເບີ.

leftcenterrightdel
ທ່ານພົນເອກ ເລືອງຕາມກວາງ ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ກ່າວຄຳເຫັນທີ່ວາລະປິດ. ພາບ: ຕ໊ວນຮຸຍ

ຕາມທ່ານພົນເອກ ເລືອງຕາມກວາງ ແລ້ວ, ເຫດການນີ້ບັນລຸໄດ້ 3 ໝາກຜົນທີ່ເຫັນດີເຫັນພ້ອມ, ໃນນັ້ນພົ້ນເດັ່ນແມ່ນເລື່ອງຮັບຮອງເອົາສົນທິສັນຍາຮ່າໂນ້ຍ ດ້ວຍຄວາມເຫັນດີເຫັນພ້ອມ ແລະຜົນສຳເລັດຂອງພິທີເປີດການເຊັນສົນທິສັນຍາ ເຊິ່ງໄດ້ຢືນຢັນຄືນໃໝ່ບົດບາດໃຈກາງຂອງ ສປຊ ກໍ່ຄືບົດບາດຂອງການເພີ່ມທະວີການຮ່ວມມືສາກົນ ແນໃສ່ຮັບມືກັບສິ່ງທ້າທາຍທົ່ວໂລກ. ສິ່ງເຫຼົ່ານີ້ກໍ່ສະແດງໃຫ້ເຫັນຄວາມເຊື່ອໝັ້ນ, ຄວາມໄວ້ວາງໃຈຂອງ ສປຊ ແລະປະຊາຄົມສາກົນຕໍ່ບົດບາດ, ອິດທິພົນຊື່ສຽງ, ກໍາລັງຄວາມສາມາດ ແລະຄວາມຮັບຜິດຊອບຂອງຫວຽດນາມ ເວົ້າລວມ ແລະກະຊວງຕຳຫຼວດຫວຽດນາມ ເວົ້າສະເພາະໃນການແກ້ໄຂບັນຫາທົ່ວໂລກ, ລະອຽດແມ່ນຮັກສາຄວາມໝັ້ນຄົງທາງໄຊເບີ ເພື່ອໃຫ້ມີຄວາມປອດໄພ, ມະນຸດສະທຳ ແລະຍືນຍົງ. ນອກຈາກນັ້ນ, ສົນທິສັນຍາ ກໍ່ຢືນຢັນເຖິງຄຸນຄ່າຂອງການຮ່ວມມືຫຼາຍຝ່າຍ, ການເຈລະຈາຢ່າງສະເໝີພາບ ແລະເຄົາລົບອະທິປະໄຕແຫ່ງຊາດ ແນໃສ່ຮັບປະກັນໃຫ້ໄຊເບີ ກາຍເປັນສະພາບແວດລ້ອມຮັບໃຊ້ສັນຕິພາບ, ຍຸຕິທຳ ແລະພັດທະນາແບບຍືນຍົງຢ່າງແທ້ຈິງ; ເປີດໂອກາດໃໝ່ໃຫ້ແກ່ການເພີ່ມທະວີການຮ່ວມມື, ປັບປຸງຄວາມເຊື່ອໝັ້ນ ແລະຊຸກຍູ້ຄວາມກ້າວໜ້າລວມຂອງມວນມະນຸດ.

ທ່ານພົນເອກ ເລືອງຕາມກວາງ ຢືນຢັນວ່າ, ຫວຽດນາມ ໃຫ້ຄໍາໝັ້ນສັນຍາໃນການປະຕິບັດພັນທະທີ່ໄດ້ລະບຸໄວ້ໃນສົນທິສັນຍາຢ່າງຄົບຖ້ວນ, ເຂັ້ມງວດ ແລະມີຄວາມຮັບຜິດຊອບ, ເພີ່ມທະວີການຮ່ວມມືສອງຝ່າຍ ແລະຫຼາຍຝ່າຍ, ສົມທົບກັນກະທຳກັບບັນດາປະເທດ ສະມາຊິກໃນການປ້ອງກັນ, ຕ້ານອາດຊະຍາກຳທາງໄຊເບີ; ພ້ອມທັງຮຽກຮ້ອງໃຫ້ບັນດາປະເທດ, ອົງການຈັດຕັ້ງ ແລະວິສາຫະກິດເພີ່ມທະວີການຮ່ວມມື ແນໃສ່ປະຕິບັດສົນທິສັນຍາຢ່າງມີປະສິດທິຜົນໂດຍຜ່ານການແບ່ງປັນບົດຮຽນ, ເຕັກໂນໂລຢີ ແລະແຫຼ່ງກໍາລັງ, ພິເສດແມ່ນໃຫ້ບັນດາປະເທດພວມພັດທະນາ.

ທ່ານ John Brandolino, ຜູ້ອໍານວຍການຄະນະບັນດາບັນຫາກ່ຽວກັບສົນທິສັນຍາສາກົນ ຂຶ້ນກັບຫ້ອງການ ສປຊ ຮັບຜິດຊອບກ່ຽວກັບຢາເສບຕິດ ແລະອາດຊະຍາກຳ (UNODC) ຖືວ່າ ສານທີ່ໄດ້ມາຈາກການປຶກສາຫາລື, ແລກປ່ຽນ ແລະເຫດການຢູ່ນອກພິທີແມ່ນ ສົນທິສັນຍາຮ່າໂນ້ຍ ໄດ້ເປີດປະຕູສູ່ອະນາຄົດທີ່ປອດໄພ ແລະຍຸຕິທຳກວ່າໃຫ້ແກ່ທຸກໆຄົນ, ບໍ່ວ່າຈະຢູ່ໃນໂລກແຫ່ງຄວາມເປັນຈິງ ຫຼື ໃນທາງໄຊເບີ.

ຈັບມືເພື່ອການກະທໍາ

ໃນຂອບເຂດພິທີເປີດການເຊັນສົນທິສັນຍາ ໄດ້ດໍາເນີນການປຶກສາຫາລືການແລກປ່ຽນ ແລະການໂອ້ລົມສົນທະນາ ດ້ວຍບັນດາຫົວຂໍ້ທີ່ມີລັກສະນະສະຖານະການ, ສ່ອງແສງໃຫ້ເຫັນຢ່າງຈະແຈ້ງເຖິງຄວາມໝັ້ນຄົງທາງໄຊເບີໃນປະຈຸບັນ, ຄື: ການປົກປ້ອງພົນລະເມືອງໃນສັງກາດການຫັນເປັນດີຈິີຕອນ; ການຮ່ວມມືສາກົນໃນການປ້ອງກັນ,  ແລະຕ້ານການສໍ້ໂກງທາງໄຊເບີ; ບົດບາດຂອງລະບົບອອນລາຍໃນການປົກປ້ອງເດັກນ້ອຍ ແລະຊາວໜຸ່ມ, ເຍົາວະຊົນອະນຸຊົນຈາກອາດຊະຍາກຳທາງໄຊເບີ...

leftcenterrightdel
ບັນດາຜູ້ແທນຫວຽດນາມ ແລະສາກົນ ທີ່ວາລະປິດພິທີເປີດການເຊັນສົນທິສັນຍາ ແລະເຂົ້າຮ່ວມກອງປະຊຸມສຸດຍອດສົນທິສັນຍາຮ່າໂນ້ຍ. ພາບ: ຕ໊ວນຮຸຍ

ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ ຄວາມໝັ້ນຄົງທາງໄຊເບີແມ່ນບັນຫາທີ່ຮ້ອນແຮງ ແລະມີຜົນສະທ້ອນຢ່າງກວ້າງຂວາງໃນຫຼາຍຂົງເຂດຢູ່ຫຼາຍປະເທດໃນໂລກ ແລະການກຳເນີດຂອງສົນທິສັນຍາຮ່າໂນ້ຍ ໄດ້ຕອບສະໜອງຄວາມຄອງຄອຍ ກໍ່ຄືຄວາມຕ້ອງການຂອງບັນດາປະເທດ, ເປັນຕົ້ນແມ່ນອາດຊະຍາກຳທາງໄຊເບີ ນັບມື້ນັບເພີ່ມຂຶ້ນເປັນໜ້າເຕືອນໄພທັງດ້ານຂະໜາດ, ຄວາມໄວ ແລະຂອບເຂດການກະທຳອາດຊະຍາກຳ.

ບັນດາບັນຫາທີ່ໄດ້ເຕື້ອງເຖິງໃນຂອບເຂດຂອງພິທີເປີດການເຊັນສົນທິສັນຍາ ແລະກອງປະຊຸມສຸດຍອດສົນທິສັນຍາຮ່າໂນ້ຍ ຍັງໄດ້ສະແດງໃຫ້ເຫັນວ່າ ຫຼາຍປະເທດມີຄວາມຕັ້ງໃຈໃນການແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງອາດຊະຍາກຳທາງໄຊເບີທົ່ວໄປໃນປະຈຸບັນ, ພົ້ນເດັ່ນແມ່ນການສໍ້ໂກງ, ຂົ່ມຂູ່ເອົາເງິນ, ການຟອກເງິນ, ການລັກຊັບສິນ ແລະຂໍ້ມູນທີ່ມີຄ່າ...

ເຖິງຢ່າງໃດກໍຕາມ, ທ່ານ John Brandolino ຖືວ່າ, ພາຍຫຼັງພິທີເປີດການເຊັນຢູ່ຮ່າໂນ້ຍ, ປະຈຸບັນ, ໜ້າທີ່ຂອງບັນດາປະເທດແມ່ນພ້ອມກັນນຳສົນທິສັນຍາດັ່ງກ່າວໃຫ້ເຂົ້າສູ່ຊີວິດຕົວຈິງຢ່າງມີປະສິດທິຜົນ. ແບ່ງປັນກັບສື່ມວນຊົນຢູ່ນອກພິທີເປີດການເຊັນສົນທິສັນຍາ, ທ່ານ Iain Frew ເອກອັກຄະລັດຖະທູດອັງກິດ ປະຈຳ ຫວຽດນາມ ກໍ່ໃຫ້ຂໍ້ສັງເກດວ່າ ເຕັກໂນໂລຢີຈະສືບຕໍ່ພັດທະນາ, ສະນັ້ນ, ຕ້ອງຮັບປະກັນວ່າໃນວິວັດການຜັນຂະຫຍາຍສົນທິສັນຍາຮ່າໂນ້ຍ, ບັນດາປະເທດບໍ່ພຽງແຕ່ປະຕິບັດສິ່ງທີ່ໄດ້ຕົກລົງແລ້ວ ແຕ່ຍັງຕ້ອງສືບຕໍ່ເປີດກວ້າງການຮ່ວມມືກັບຫຼາຍຝ່າຍທີ່ກ່ຽວຂ້ອງເພື່ອພ້ອມກັນປັບປຸງບັນດາຄຳໝັ້ນສັນຍາທີ່ໄດ້ລະບຸໄວ້ໃນສົນທິສັນຍາ.

ຂີດໝາຍຫວຽດນາມ

ໃນກອງປະຊຸມຂ່າວສາກົນພາຍຫຼັງວາລະປິດ, ທ່ານພົນໂທ ຟ້າມເທ໊ຕູ່ງ ຮອງລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໃຫ້ຮູ້ວ່າ, ຫົວໜ້າຄະນະຜູ້ແທນບັນດາປະເທດທີ່ເຂົ້າຮ່ວມພິທີເປີດການເຊັນສົນທິສັນຍາໄດ້ຕີລາຄາສູງຕໍ່ທັດສະນະ, ຄຳໝັ້ນສັນຍາ ແລະຄວາມຕັດສິນໃຈຂອງຫວຽດນາມ ໃນການຊຸກຍູ້ການປ່ຽນແປງໃໝ່ປະດິດສ້າງ, ພິເສດແມ່ນໃນຂົງເຂດເຕັກໂນໂລຢີດີຈີຕອນ ແລະຄວາມໝັ້ນຄົງທາງໄຊເບີ.

ຄຽງຂ້າງນັ້ນ, ເພື່ອນມິດສາກົນກໍ່ຕີລາຄາສູງວຽກງານຈັດຕັ້ງຢ່າງເປັນລະບົບ, ເປັນມືອາຊີບ ແລະເຄົາລົບສ້າງສັນຂອງປະເທດເຈົ້າພາບ. ວຽກງານຈັດຕັ້ງພິທີເປີດການເຊັນສົນທິສັນຍາ ແລະກອງປະຊຸມສຸດຍອດສົນທິສັນຍາຮ່າໂນ້ຍ ຖືວ່າເປັນແບບຢ່າງໃນການຈັດຕັ້ງບັນດາເຫດການສາກົນຢູ່ຫວຽດນາມ.

ສ່ວນທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດຫວຽດນາມ ເນັ້ນໜັກວ່າ ການເປັນເຈົ້າພາບຈັດຕັ້ງພິທີເປີດການເຊັນສົນທິສັນຍາປະສົບຜົນສຳເລັດ, ຮ່າໂນ້ຍ ໄດ້ຢືນຢັນທີ່ຕັ້ງຂອງຕົນແມ່ນນະຄອນເພື່ອສັນຕິພາບ ແລະກາຍເປັນສັນຍາລັກແຫ່ງຄວາມຮັບຜິດຊອບ ແລະຄຳໝັ້ນສັນຍາທົ່ວໂລກ. ເຫດການນີ້ຍັງປະກອບສ່ວນຢັ້ງຢືນທີ່ຕັ້ງຂອງຫວຽດນາມ ແລະສະແດງໃຫ້ເຫັນວ່າ ຫວຽດນາມ ບໍ່ພຽງແຕ່ເຂົ້າຮ່ວມເທົ່ານັ້ນ ແຕ່ຍັງເປັນເຈົ້າການນຳໜ້າ ແລະສ້າງເວທີປາໄສຫຼາຍຝ່າຍ, ເປັນຕົ້ນແມ່ນໃນຂົງເຂດການບໍລິຫານຄຸ້ມຄອງດີຈີຕອນ ແລະການຮ່ວມມືດ້ານເຕັກໂນໂລຢີ.

ໂດຍ: ເຈິ່ນຮວ່ຽນ