ກອບນິຕິກໍາໃໝ່

ອາດຊະຍາກຳ, ການສໍ້ໂກງທາງໄຊເບີ ໄດ້ ແລະພວມກາຍເປັນຜົນຮ້າຍ, ກໍ່ຜົນສະທ້ອນຢ່າງໃຫຍ່ຫຼວງຕໍ່ຫວຽດນາມ ແລະຫຼາຍປະເທດໃນໂລກ, ຮຽກຮ້ອງໃຫ້ມີການຮ່ວມມື, ສົມທົບສາກົນຢ່າງເປັນລະບົບ ແລະເປັນມືອາຊີບກວ່າ. 

ແບ່ງປັນໃນກອງປະຊຸມຂ່າວສາກົນກ່ຽວກັບພິທີເຊັນສົນທິສັນຍາຂອງ ສປຊ ວ່າດ້ວຍການປ້ອງກັນ, ຕ້ານອາດຊະຍາກຳທາງໄຊເບີ, ທ່ານພົນຈັດຕະວາ ເລຊວນມິງ, ຫົວໜ້າກົມຄວາມປອດໄພທາງໄຊເບີ ແລະປ້ອງກັນ, ຕ້ານອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ (ກະຊວງຕຳຫຼວດຫວຽດນາມ) ໃຫ້ຮູ້ວ່າ ຢູ່ຫວຽດນາມ, ສະພາບການອາດຊະຍາກຳທາງໄຊເບີ ໃນໄລຍະຜ່ານມາ ມີການຜັນແປຢ່າງສັບສົນທາງດ້ານຂະໜາດ, ຄຸນລັກສະນະ ແລະລະດັບຜົນສະທ້ອນ. ຫຼັກຖານແມ່ນໃນປີ 2024, ຄຳນວນເບິ່ງແລ້ວແມ່ນມີຫຼາຍກວ່າ 100.000 ຄະດີທີ່ກ່ຽວຂ້ອງເຖິງອາດຊະຍາກຳທາງໄຊເບີ ແລະອຸບັດຕິເຫດທາງໄຊເບີ. ຮ້າຍແຮງໄປກວ່ານັ້ນ, ຢູ່ຫວຽດນາມ ແລະຫຼາຍປະເທດ, ການບຸກໂຈມຕີທາງໄຊເບີ ພວມຄ່ອຍໆຫັນປ່ຽນຈາກຂະໜາດນ້ອຍໄປເປັນຂະໜາດໃຫຍ່ ແລະມີການຈັດຕັ້ງ, ຂົ່ມຂູ່ບັນດາລະບົບສຳຄັນ ແລະບັນດາວິສາຫະກິດສວມບົດບາດໃຫຍ່ໃນພື້ນຖານເສດຖະກິດຂອງແຕ່ລະປະເທດ.

leftcenterrightdel
ກອງປະຊຸມຂ່າວສາກົນກ່ຽວກັບພິທີເຊັນສົນທິສັນຍາຂອງ ສປຊ ວ່າດ້ວຍການປ້ອງກັນ, ຕ້ານອາດຊະຍາກຳທາງໄຊເບີ, ວັນທີ 8 ຕຸລາ ຢູ່ຮ່າໂນ້ຍ. ພາບ: ແອັງຫວູ

ຕໍ່ໜ້າສະພາບການດັ່ງກ່າວ, ຕາມທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ແລ້ວ, ສົນທິສັນຍາຮ່າໂນ້ຍສ້າງຂີດໝາຍບາດກ້າວສຳຄັນໃນການເພີ່ມທະວີກົນໄກສົມທົບລະຫວ່າງບັນດາປະເທດທີ່ໃຫ້ສັດຕະຍາບັນສົນທິສັນຍາສະບັບນີ້, ວາງພື້ນຖານໃຫ້ເອກະສານທົ່ວໂລກຂອງ ສປຊ ໃນຂົງເຂດປ້ອງກັນ, ຕ້ານອາດຊະຍາກຳທາງໄຊເບີ. ທ່ານ ດັ້ງຮວ່າງຢາງ ແບ່ງປັນວ່າ: “ສົນທິສັນຍາຮ່າໂນ້ຍ ໃຫ້ຄຳໝັ້ນສັນຍາວ່າຈະກາຍເປັນເຄື່ອງມືດ້ານກົດໝາຍທີ່ສຳຄັນ, ຊ່ວຍບັນດາປະເທດສະມາຊິກ ສປຊ ຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳທາງໄຊເບີ,  ພ້ອມທັງສ້າງເວທີປາໄສໃໝ່ເພື່ອໃຫ້ບັນດາປະເທດມີການພົວພັນ, ແລກປ່ຽນ ແລະສົມທົບກັນກະກໍາໂດຍກົງ”.

ທ່ານພົນຈັດຕະວາ ເລຊວນມິງ ໃຫ້ຮູ້ວ່າ: ເມື່ອບັນດາປະເທດໄດ້ລົງນາມ ແລະໃຫ້ສັດຕະຍາບັນ, ສົນທິສັນຍາຮ່າໂນ້ຍ ກໍ່ຈະສ້າງກອບນິຕິກໍາໃໝ່ເພື່ອໃຫ້ບັນດາປະເທດແບ່ງປັນຂໍ້ມູນຂ່າວສານ, ສົມທົບກັນໃນການສືບສວນສອບສວນ, ແກ້ໄຂ ແລະສົ່ງອາດຊະຍາກຳຂ້າມແດນທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງທາງໄຊເບີ. ພິເສດ, ສົນທິສັນຍາດັ່ງກ່າວຈະປະກອບສ່ວນຍົກສູງຄວາມຮັບຮູ້ຂອງຜູ້ນຳປະເທດຕ່າງໆໃນໂລກກ່ຽວກັບອາດຊະຍາກຳທາງໄຊເບີ, ຈາກນັ້ນບັນດາປະເທດສາມາດສົມທົບກັນຢ່າງຮອບດ້ານ ແລະຄົບຖ້ວນທີ່ສຸດ, ຮ່ວມແຮງຮ່ວມໃຈກັນແກ້ໄຂບັນຫາທີ່ຖືວ່າເປັນໄພຄຸກຄາມໃຫຍ່ຕໍ່ທົ່ວໂລກ.

ຂີດໝາຍ ແລະການປະກອບສ່ວນຂອງຫວຽດນາມ

ໂດຍເລີ່ມດຳເນີນມາແຕ່ປີ 2019 ດ້ວຍການສ້າງຮ່າງເອກະສານສະບັບທຳອິດທີ່ມີລັກສະນະທົ່ວໄປ, ກວມລວມໃນທົ່ວໂລກ, ຂະບວນການເຈລະຈາສົນທິສັນຍາຂອງ ສປຊ ກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳທາງໄຊເບີ ແມ່ນຫຼັກຖານພະຍານໃຫ້ແກ່ການເຂົ້າຮ່ວມຢ່າງຕັ້ງໜ້າ ແລະການປະກອບສ່ວນຢ່າງແທດຈິງ, ລະອຽດຂອງຫວຽດນາມ.

ບໍ່ພຽງແຕ່ແມ່ນໜຶ່ງໃນບັນດາປະເທດທີ່ຢຶດໝັ້ນຕໍ່ການສະໜັບສະໜູນການເຈລະຈາສົນທິສັນຍາສະບັບນີ້ມາແຕ່ປີ 2019, ຫວຽດນາມ ໄດ້ປະກອບສ່ວນໂດຍກົງຕໍ່ຫຼາຍເນື້ອໃນສຳຄັນ ແລະດຳລົງບົດບາດເປັນປະເທດປະສານງານ, ເປັນປະທານການເຈລະຈາ, ເຈລະຈາບາງມາດຕາທີ່ສຳຄັນເພື່ອໃຫ້ເອກະສານສະບັບນີ້ “ເປັນຮູບເປັນຮ່າງ”, ຕົວຢ່າງຄື ການສ້າງຫຼັກການພື້ນຖານກ່ຽວກັບການຮັບປະກັນອະທິປະໄຕແຫ່ງຊາດໃນທາງໄຊເບີ, ຫຼັກການຮ່ວມມືສາກົນ... ໝາກຜົນແມ່ນ, ພາຍຫຼັງເຈລະຈາຢ່າງເປັນທາງການ ມາໄດ້ 8 ຄັ້ງ ແລະປະຊຸມກາງສະໄໝຢ່າງເປັນທາງການ ມາ 5 ຄັ້ງ ເຊິ່ງແກ່ຍາວເປັນເວລາປະມານ 30 ເດືອນ, ວັນທີ 24 ທັນວາ 2024, ສະມັດຊາໃຫຍ່ ສປຊ ໄດ້ຮັບຮອງເອົາສົນທິສັນຍາຮ່າໂນ້ຍ ຢ່າງເປັນທາງການ.

ເຖິງຢ່າງໃດກໍ່ຕາມ, ເລື່ອງຫວຽດນາມ ເປັນເຈົ້າພາບຈັດຕັ້ງພິທີເຊັນສົນທິສັນຍາຮ່າໂນ້ຍ ພຽງແຕ່ແມ່ນຈຸດເລີ່ມຕົ້ນໃນໄລຍະໃໝ່ ແນໃສ່ເພີ່ມທະວີການຮ່ວມມືສາກົນໃນການປ້ອງກັນ, ຕ້ານອາດຊະຍາກຳທາງໄຊເບີ. ພາຍຫຼັງການລົງນາມ ແລະໃຫ້ສັດຕະຍາບັນສົນທິສັນຍາດັ່ງກ່າວ, ແຕ່ລະປະເທດຕ້ອງສ້າງລະບອບລະບຽບການ, ກອບກົດໝາຍໃຫ້ສົມບູນແບບ, ພ້ອມທັງຍົກສູງກຳລັງຄວາມສາມາດຂອງກໍາລັງຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳທາງໄຊເບີ; ແລະຫວຽດນາມ ໄດ້ຮັບຄວາມຫວັງໄວ້ວ່າຈະສືບຕໍ່ສະແດງໃຫ້ເຫັນບົດບາດແມ່ນໜຶ່ງໃນບັນດາປະເທດນຳໜ້າໃນການຜັນຂະຫຍາຍວຽກງານຕ່າງໆເຫຼົ່ານັ້ນ.

ໂດຍ: ເຈິ່ນຮວ່ຽນ