“ສົນທິສັນຍາຮ່າໂນ້ຍ” ກໍ່ແມ່ນຂີດໝາຍຢັ້ງຢືນບົດບາດ, ທີ່ຕັ້ງ ແລະອິດທິພົນຊື່ສຽງສາກົນຂອງ ຫວຽດນາມ ໃນປະຫວັດສາດການທູດຫຼາຍຝ່າຍ ແລະການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ສປຊ. ເຖິງຢ່າງໃດກໍຕາມ, ການສວຍໃຊ້ຈາກເຫດການນີ້, ບັນດາອິດທິກຳລັງປໍລະປັກມີກົນອຸບາຍຫຼາຍຢ່າງທີ່ຈະຫຼຸດບົດບາດຂອງປະເທດເຈົ້າພາບ, ບິດເບືອນກົດໝາຍຂອງຫວຽດນາມ.

ຂີດໝາຍແຫ່ງການຮ່ວມມື ແລະເຄົາລົບກົດໝາຍ

ເລື່ອງກອງປະຊຸມສະມັດຊາໃຫຍ່ ສປຊ ຮັບຮອງເອົາສົນທິສັນຍາໃນທ້າຍປີ 2024 ແລະເລືອກເອົາຮ່າໂນ້ຍ ເປັນສະຖານທີ່ເປີດພິທີລົງນາມ ບໍ່ພຽງແຕ່ແມ່ນເຫດການທາງການທູດ, ນິຕິກໍາທີ່ສຳຄັນເທົ່ານັ້ນ, ຫາກຍັງແມ່ນການຮັບຮູ້ບົດບາດ, ອິດທິພົນຊື່ສຽງ ແລະຄວາມຮັບຜິດຊອບຂອງຫວຽດນາມ ໃນການຮັບມືກັບສິ່ງທ້າທາຍດ້ານຄວາມໝັ້ນຄົງບໍ່ແມ່ນການທະຫານທີ່ພວມສົ່ງຜົນກະທົບຢ່າງເລິກເຊິ່ງກວ້າງຂວາງເຖິງສັນຕິພາບ, ສະຖຽນລະພາບ ແລະການພັດທະນາໃນທົ່ວໂລກອີກດ້ວຍ.

ຄວາມໝາຍຂອງເຫດການຍິ່ງພົ້ນເດັ່ນຂຶ້ນເມື່ອໄດ້ຈັດຂຶ້ນໃນສະພາບການຂອງໂລກດີຈີຕອນ ທັງເຕັມໄປດ້ວຍການປະດິດສ້າງ ແລະຄວາມສ່ຽງທີ່ເພີ່ມຂຶ້ນ. ອາດຊະຍາກຳທາງໄຊເບີ ໄດ້ຫັນປ່ຽນຢ່າງວ່ອງໄວ, ຂ້າມຊາຍແດນ, ໂຈມຕີໃນຫຼາຍຂົງເຂດ, ຈາກການຕົວະຕົ້ມເອົາຊັບສິນ, ການລ່ວງລະເມີດ, ລັກຂໍ້ມູນຈົນເຖິງການທຳລາຍພື້ນຖານໂຄງລ່າງທີ່ສຳຄັນເຊັ່ນ: ການເງິນ, ທະນາຄານ, ພະລັງງານ, ສາທາລະນະສຸກ, ຄົມມະນາຄົມ, ຍິ່ງໄປກວ່ານັ້ນແມ່ນທັງລະບົບບໍລິຫານລັດ. ບໍ່ມີປະເທດໃດ, ບໍ່ວ່າຈະພັດທະນາ ຫຼື ພວມພັດທະນາ, ສາມາດ "ຕໍ່ສູ້ຢ່າງໂດດດ່ຽວດຽວດາຍ" ໄດ້.

leftcenterrightdel
ທ່ານ ເລຮວ່າຍຈຸງ ຮັກສາການລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ພ້ອມກັບບັນດາປະທານຮ່ວມທີ່ເຫດການແນະນໍາພິທີເປີດການລົງນາມສົນທິສັນຍາຂອງ ສປຊ ວ່າດ້ວຍການຕ້ານອາດຊະຍາກຳທາງໄຊເບີ ຢູ່ສໍານັກງານ ສປຊ ຢູ່ນະຄອນນິວຢອກ (ອາເມລິກາ) ໃນວັນທີ 22 ກັນຍາ. ພາບ: ສໍານັກຂ່າວສານຫວຽດນາມ.

ສະນັ້ນ, ການຮ່ວມມືຫຼາຍຝ່າຍ, ມີຄວາມກົມກຽວທາງກົດໝາຍ, ການຊ່ວຍເຫຼືອດ້ານຕຸລາການ, ແບ່ງປັນຫຼັກຖານອ້າງອີງດ້ານເອເລັກໂຕນິກ ແລະຍົກສູງກໍາລັງຄວາມສາມາດຢ່າງຄົບຊຸດແມ່ນເງື່ອນໄຂບັງຄັບ. ຈາກແງ່ມູມດັ່ງກ່າວນັ້ນ, ສົນທິສັນຍາສະບັບໃໝ່ຂອງ ສປຊ ແມ່ນບາດກ້າວທີ່ຈໍາເປັນເພື່ອຫັນຄໍາຂວັນທີ່ມີເຈດຕະນາດີເປັນພັນທະທາງດ້ານກົດໝາຍລະອຽດ. ນະຄອນຫຼວງ ຮ່າໂນ້ຍ - ນະຄອນເພື່ອສັນຕິພາບແມ່ນສະຖານທີ່ທີ່ເໝາະສົມເພື່ອເລີ່ມຕົ້ນໄລຍະການຮ່ວມມືຮອບດ້ານ, ແທດຈິງກວ່າ, ປອດໄພກວ່າ ແລະມີປະສິດທິຜົນກວ່າ.

ຍ້ອນຂະໜາດ ແລະຜົນກະທົບສາກົນຂອງເຫດການດັ່ງກ່າວ, ບັນດາອິດທິກຳລັງປໍລະປັກໄດ້ສວຍໃຊ້ຈຸດເວລາທີ່ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ສົ່ງສານ ເພື່ອເພີ່ມທະວີການຕ້ານ ແລະທຳລາຍ. ພວກມັນຊອກຫາວິທີຫຼຸດບົດບາດຂອງປະເທດເຈົ້າພາບ, ຕີກອງຮ້ອງປ່າວວ່າ ການເປັນເຈົ້າພາບເປັນພຽງ “ການສະແດງຮູບພາບ”, ຕັ້ງໃຈປະຕິເສດກຳລັງຄວາມສາມາດດ້ານເຕັກໂນໂລຊີ ແລະກໍາລັງຄວາມສາມາດປະສານງານຂອງຫວຽດນາມ.

ສວຍໃຊ້ເຫດການເພື່ອຕ້ານທໍາລາຍ - ຄັນຕະລະບັດເກົ່າໃນຮູບການໃໝ່

ກົນອຸບາຍແບບເກົ່າ, ແຕ່ວິທີການຕ້ານ ແລະທຳລາຍຂອງບັນດາອິດທິກຳລັງປໍລະປັກນັບມື້ນັບແນບນຽນ, ຄື: ພວກມັນໄດ້ຕັດຕໍ່ ແລະບິດເບືອນ, ເສກສັນປັ້ນແຕ່ງຄຳເວົ້າຂອງການນຳ; ສ້າງເນື້ອໃນໃໝ່ ແລະຂະຫຍາຍຂ່າວປອມ; ໃຊ້ລະບົບຂ້າມຊາຍແດນເພື່ອສ້າງຄວາມຮູ້ສຶກ "ທີ່ສອດຄ່ອງກັນ"; ໝູນໃຊ້ບັນຊີປອມທີ່ປອມເປັນຜູ້ຊ່ຽວຊານ ຫຼື ອົງການຈັດຕັ້ງສາກົນເພື່ອ "ຈ້ຳກາ" ໃຫ້ແກ່ຖ້ອຍທຳນອງທີ່ສ້າງຂຶ້ນມານັ້ນ. ຈຸດປະສົງແມ່ນປະຕິເສດບັນດາຜົນງານ, ຫຼຸດຊື່ສຽງຂອງຊາດລົງ, ເຮັດໃຫ້ສັງຄົມຫຼຸດຜ່ອນຄວາມໄວ້ເນື້ອເຊື່ອໃຈ, ສ້າງຄວາມສົງໄສກ່ຽວກັບແນວທາງການພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົ້ນເອງ, ຫັນເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບທີ່ພັກ, ລັດຫວຽດນາມ ຢຶດໝັ້ນເດີນຕາມ.

ບັນດາຖ້ອຍທຳນອງນັ້ນຕ້ອງໄດ້ຮັບການປະຕິເສດ ນັບແຕ່ດ້ານນິຕິກໍາສາກົນ ແລະພຶດຕິກໍາຕົວຈິງຂອງຫວຽດນາມ.

ກ່ອນອື່ນໝົດ, ສິດເສລີໃນການປາກເວົ້າແມ່ນຄຸນຄ່າທົ່ວໄປ, ແຕ່ສົນທິສັນຍາສາກົນທີ່ເຂັ້ມງວດທຸກສະບັບ ລ້ວນແຕ່ຢືນຢັນວ່າ ສິດຕ້ອງໄປຄຽງຄູ່ກັບພັນທະ, ຄວາມຮັບຜິດຊອບ ແລະຖືກຈຳກັດດ້ວຍກົດໝາຍໃນກໍລະນີທີ່ຈຳເປັນເພື່ອປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍຂອງວົງຄະນາຍາດ, ຊີວິດ, ສຸຂະພາບຂອງມະນຸດ ແລະຄຸນສົມບັດຂອງສັງຄົມ.

ທີສອງ, ຫວຽດນາມ ບໍ່ພຽງແຕ່ຍົກໃຫ້ເຫັນຫຼັກການເທົ່ານັ້ນ, ຫາກຍັງໄດ້ມີການກະທໍາໂດຍໄວ, ມີການກະທໍາຢ່າງເດັດຂາດອີກດ້ວຍ. ນັບແຕ່ມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຈົນຮອດມະຕິຍ່ອຍຂອງພັກ ກໍ່ລ້ວນແຕ່ໄດ້ກໍານົດວ່າ ຄວາມໝັ້ນຄົງທາງໄຊເບີ ແມ່ນໜ້າທີ່ສຳຄັນຕົ້ນຕໍ, ເປັນປະຈຳ, ຕິດພັນຢ່າງແໜ້ນແຟ້ນກັບການປົກປັກຮັກສາປະເທດຊາດໃນສະພາບການໃໝ່. ກ່ອນໜ້ານີ້, ບັນຫາ “ຄວາມໝັ້ນຄົງທີ່ບໍ່ແມ່ນການທະຫານ”, ໃນນັ້ນມີທັງຄວາມໝັ້ນຄົງທາງໄຊເບີ, ໄດ້ເວົ້າເຖິງຢູ່ໃນເອກະສານຂອງພັກ, ເຊັ່ນ: ມະຕິເລກທີ 08/NQ-TW ລົງວັນທີ 17 ທັນວາ 1998 ຂອງກົມການເມືອງ ຊຸດທີ VIII, ດ້ວຍນິຍາມທີ່ວ່າ “ຍຸດທະສາດຄວາມໝັ້ນຄົງແຫ່ງຊາດ” ໄດ້ກ່າວເຕືອນສິ່ງທ້າທາຍທີ່ບໍ່ແມ່ນການທະຫານ ຕໍ່ກັບຄວາມໝັ້ນຄົງແຫ່ງຊາດ.

ທີສາມ, ຫວຽດນາມ ເລືອກເອົາເສັ້ນທາງການຮ່ວມມືທີ່ແທດຈິງ. ໃນຖານະທີ່ເປັນສະມາຊິກທີ່ຕັ້ງໜ້າຂອງຫຼາຍກົນໄກພາກພື້ນ ແລະລະຫວ່າງພາກພື້ນກ່ຽວກັບຄວາມໝັ້ນຄົງທາງໄຊເບີ, ຫວຽດນາມ ໄດ້ສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການປະຕິບັດກົດໝາຍສາກົນໃນວຽກງານສືບສວນ, ຕິດຕາມອາດຊະຍາກຳທາງໄຊເບີ; ແບ່ງປັນປະສົບການ, ຍົກສູງກໍາລັງຄວາມສາມາດກັບບັນດາປະເທດອາຊຽນ; ຍົກສູງກົນໄກການຊ່ວຍເຫຼືອດ້ານຕຸລາການ, ສົ່ງຜູ້ຕ້ອງໂທດຂ້າມແດນຕາມສົນທິສັນຍາສາກົນ. ເລື່ອງ ສະຫະປະຊາຊາດ ຮັບຮອງເອົາສົນທິສັນຍາຕ້ານອາດຊະຍາກຳທາງໄຊເບີ ແລະເປີດການລົງນາມຢູ່ຮ່າໂນ້ຍ ແມ່ນບາດກ້າວທີ່ເໝາະສົມກັບຍຸດທະສາດ “ເອົາກົດໝາຍໄປກ່ອນບາດໜຶ່ງ”, ພ້ອມທັງຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະປະຕິບັດວຽກງານໃຫຍ່ກວ່າອີກເພື່ອຜົນປະໂຫຍດລວມ, ຊຸກຍູ້ການປະສານລະບຽບຫຼັກການ, ແບ່ງປັນຫຼັກຖານອ້າງອີງທາງເອເລັກໂຕນິກ, ໜູນຊ່ວຍດ້ານເຕັກນິກໃຫ້ບັນດາປະເທດທີ່ຍັງຈຳກັດກຳລັງຄວາມສາມາດ ເພື່ອບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ເບື້ອງຫຼັງໃນການຕ້ານອາດຊະຍາກຳທາງໄຊເບີ.

ຢືນຢັນແຜນນະໂຍບາຍທີ່ຖືກຕ້ອງ ແລະຄຸນທາດຂອງຫວຽດນາມ

ກໍ່ຕ້ອງໄດ້ເນັ້ນໜັກວ່າ ທຸກໆປະເທດ, ນັບທັງປະເທດມະຫາອໍານາດທາງດ້ານເຕັກໂນໂລຢີ ກໍ່ລ້ວນແຕ່ເປັນຜູ້ເຄາະຮ້າຍຂອງອາຊະຍາກໍາທາງໄຊເບີ. ບໍ່ມີລະບົບໃດທີ່ຈະປາສະຈາກອາຊະຍາກໍາປະເພດນີ້. ສິ່ງທີ່ເຮັດໃຫ້ມີຄວາມແຕກຕ່າງແມ່ນຄວາມສາມາດໃນການປ້ອງກັນ, ກວດພົບ, ຮັບມື, ສະກັດກັ້ນ, ແກ້ໄຂ ແລະຖອດຖອນບົດຮຽນ.

ຢືນຢັນລັກສະນະທີ່ຖືກຕ້ອງ, ຈິງໃຈ ແລະຄວາມຮັບຜິດຊອບຕໍ່ປະຊາຄົມຈາກສານຂອງທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ກໍ່ແມ່ນການຢືນຢັນແຜນນະໂຍບາຍ, ແນວທາງຂອງພັກ ແລະລັດຫວຽດນາມ: ຢຶດໝັ້ນການພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ; ຖືສະຫະປະຊາຊາດ ເປັນສູນກາງແຫ່ງຄວາມເປັນລະບຽບຂອງສາກົນໂດຍອີງໃສ່ລະບຽບກົດໝາຍ; ເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມໂລກ.

ຄຳໝັ້ນສັນຍາດັ່ງກ່າວນັ້ນ ຕ້ອງໄປຄຽງຄູ່ກັບການກະທຳຢູ່ພາຍໃນປະເທດ ຄື: ປັບປຸງກົດໝາຍໃຫ້ສົມບູນແບບ, ເພີ່ມທະວີກຳລັງຄວາມສາມາດໃນການປະຕິບັດ, ເປັນເຈົ້າການສະກັດກັ້ນ, ບໍ່ຜ່ອນຜັນຕໍ່ອາດຊະຍາກຳທາງໄຊເບີ, ພ້ອມນັ້ນກໍ່ສ້າງສະພາບແວດລ້ອມທີ່ເປີດອົກເປີດໃຈໃຫ້ແກ່ນະວັດຕະກຳ ແລະການພັດທະນາເສດຖະກິດດີຈີຕອນ. ການປົກປ້ອງເຄືອຂ່າຍອິນເຕີເນັດ ບໍ່ແມ່ນການສ້າງອຸປະສັກ, ແຕ່ແມ່ນການສ້າງແລວທາງທີ່ປອດໄພເພື່ອໃຫ້ປະຊາຊົນມີຄວາມອຸ່ນອ່ຽນໃຈໃນການດໍາລົງຊີວິດ, ເຮັດວຽກ ແລະເຮັດທຸລະກໍາດີຈີຕອນ, ວິສາຫະກິດມີຄວາມອຸ່ນອ່ຽນໃຈລົງທຶນ, ອົງການຂອງລັດມີຄວາມອຸ່ນອ່ຽນໃຈຫັນເປັນດີຈີຕອນການບໍລິຫານຄຸ້ມຄອງ, ຜ່ານສິ່ງດັ່ງກ່າວນັ້ນຫັນປ່ຽນຄວາມສາມາດບົ່ມຊ້ອນທາງດີຈີຕອນໄປເປັນກຳລັງໜູນການເຕີບໂຕໃໝ່. ຈາກຮ່າໂນ້ຍ - ຈຸດນັດພົບຂອງຄວາມຮັບຜິດຊອບ ແລະຄວາມເຫັນດີເຫັນພ້ອມ, ສານແຫ່ງຄວາມສາມັກຄີ, ການເຄົາລົບລະບຽບກົດໝາຍ ແລະການກະທຳຈະໄປຄຽງຄູ່ກັບການນຳເອົາສົນທິສັນຍາເຂົ້າສູ່ການດຳລົງຊີວິດຕົວຈິງ, ເພື່ອໃຫ້ການຄຼິກເມົ້າຂອງແຕ່ລະຄົນແມ່ນບາດກ້າວເດີນໄປສູ່ອະນາຄົດທີ່ປອດໄພ, ຍຸຕິທຳ ແລະວັດທະນາຖາວອນ.

ໂດຍ: ຈາງຫງວຽນ