ທ່ານ Miguel Diaz-Canel Bermudez ເລຂາທິການຜູ້ທິໜຶ່ງພັກກອມມູນິດກູບາ, ປະທານ ກູບາ ຂຽນວ່າ: “ພວກເຮົາຂອບໃຈການຊ່ວຍເຫຼືອຂອງປະຊາຊົນຫວຽດນາມ. ນີ້ບໍ່ພຽງແຕ່ແມ່ນການກະທໍາທີ່ຮັກແພງເທົ່ານັ້ນ, ຫາກຍັງແມ່ນຂອງຂວັນອັນລໍ້າຄ່າຈາກປະເທດທີ່ດູໝັ່ນ, ວິລະຊົນ, ໄດ້ບືນຕົວຂຶ້ນພາຍຫຼັງການຕໍ່ສູ້ ແລະປະຈຸບັນໄດ້ໂລກນິຍົມນັບຖືເພື່ອການພັດທະນາແບບຍືນຍົງ”.

ການນຳ ກູບາ ກໍ່ໄດ້ແບ່ງປັນບົດຂຽນຂອງທ່ານເອກອັກຄະລັດຖະທູດ ກູບາ ປະຈຳ ຫວຽດນາມ Rogelio Polanco Fuentes, ເຊິ່ງຮັບຮູ້ເຖິງການເຂົ້າຮ່ວມຢ່າງກະຕືລືລົ້ນຂອງປະຊາຊົນຫວຽດນາມ ໃນລາຍການໜູນຊ່ວຍ ກູບາ ໂດຍສູນກາງສະມາຄົມກາແດງ ຫວຽດນາມ ຈັດຕັ້ງ.

leftcenterrightdel
ທ່ານ Miguel Diaz-Canel Bermudez ເລຂາທິການຜູ້ທິໜຶ່ງພັກກອມມູນິດກູບາ, ປະທານ ກູບາ, ເດືອນ ກັນຍາ 2024. ພາບ: ສໍານັກຂ່າວສານຫວຽດນາມ

ຕາມສະມາຄົມກາແດງ ຫວຽດນາມ ແລ້ວ, ມາຮອດປະຈຸບັນ, ລາຍການ “65 ປີແຫ່ງວັນສາຍພົວພັນມິດຕະພາບຫວຽດນາມ - ກູບາ” ໄດ້ປຸກລະດົມເງິນກວ່າ 271,9 ຕື້ດົ່ງ, ລື່ນກາຍເປົ້າໝາຍຕ່ຳສຸດ 65 ຕື້ດົ່ງກວ່າ 4 ເທົ່າ. ພຽງແຕ່ 30 ຊົ່ວໂມງຫຼັງພິທີເປີດຕົວ (13 ສິງຫາ), ລາຍການບັນລຸເປົ້າໝາຍທີ່ວາງອອກ; ພາຍຫຼັງ 48 ຊົ່ວໂມງ, ຈຳນວນເງິນໜູນຊ່ວຍໄດ້ລື່ນກາຍ 200% ຂອງແຜນການ, ບັນລຸກວ່າ 130 ຕື້ດົ່ງ.

ທ່ານ ຫງວຽນຫາຍແອງ, ຮອງປະທານ, ເລຂາທິການສູນກາງກາແດງຫວຽດນາມ ໃຫ້ຮູ້ວ່າ: ການຕອບສະໜອງຢ່າງແຂງແຮງຂອງປະຊາຊົນນັບລ້ານຄົນໃນທົ່ວປະເທດແມ່ນພິສູດໃຫ້ເຫັນຢ່າງມີຊີວິດຊີວາທີ່ຫວຽດນາມ ມີຕໍ່ກູບາ ຍາມໃດກໍ່ຢືນຢັນທີ່ຕັ້ງພິເສດຂອງກູບາ ໃນໃຈປະຊາຊົນຫວຽດນາມ.

ລາຍການປຸກລະດົມໄດ້ແກ່ຍາວເປັນ 65 ວັນ, ສິ້ນສຸດໃນວັນທີ 16 ຕຸລາ, ແມ່ນການເຄື່ອນໄຫວແທດຈິງໃນຊຸມປີມິດຕະພາບຫວຽດນາມ - ກູບາ ຕາມຖະແຫຼງການຮ່ວມເດືອນ ກັນຍາ 2024, ມຸ່ງໄປເຖິງການສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1960-2025) ແລະປະກອບສ່ວນເຮັດໃຫ້ການພົວພັນແບບພິເສດລະຫວ່າງ 2 ປະເທດເລິກເຊິ່ງກວ່າອີກ.

ຕາມທ່ານ ຫາຍແອງ ແລ້ວ, ບັນດາການປະກອບສ່ວນດັ່ງກ່າວຍັງສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈ, ຄວາມຮັກແພງທີ່ພໍ່ແມ່ປະຊາຊົນພາຍໃນ ແລະອາໄສຢູ່ຕ່າງປະເທດສົ່ງມາຍັງສະມາຄົມກາແດງ ເພື່ອມອບໃຫ້ປະຊາຊົນ ກູບາ ຢ່າງທັນການ.

ໂດຍ: ໄຊນີດາ