ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ນີ້ແມ່ນກາລະໂອກາດຍຸດທະສາດເພື່ອໃຫ້ Busan ແລະບັນດາທ້ອງຖິ່ນທີ່ມີຄວາມສາມາດບົ່ມຊ້ອນຂອງຫວຽດນາມ ຍົກລະດັບການຮ່ວມມືແທດຈິງ. ທ່ານເລຂາທິການໃຫຍ່ ສະເໜີນະຄອນ Busan ສືບຕໍ່ເປີດກວ້າງການຮ່ວມມືກັບບັນດາແຂວງ, ນະຄອນຂອງຫວຽດນາມ; ສະໜູນສະໜູນປະຊາຄົມວິສາຫະກິດເປີດກວ້າງການລົງທຶນຢູ່ຫວຽດນາມ, ພິເສດແມ່ນບັນດາຂົງເຂດບຸລິມະສິດ, ຄື: ວິທະຍາສາດ ແລະເຕັກໂນໂລຢີ, ສູນການຄ້າ, ສູນ logistics, ກໍ່ສ້າງພື້ນຖານໂຄງລ່າງ, ຮາກຖານທ່ອງທ່ຽວ; ໜູນຊ່ວຍຫວຽດນາມ ໃນຂົງເຂດອຸດສາຫະກຳຮູບເງົາ.

leftcenterrightdel
ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບທ່ານ Park Hyeong Jun ເຈົ້າຄອງນະຄອນ Busan. ພາບ: ສໍານັກຂ່າວສານຫວຽດນາມ

ສະແດງຄວາມນັບຖື ແລະເຫັນດີເປັນເອກະພາບຕໍ່ຄຳເຫັນຂອງທ່ານເລຂາທິການໃຫຍ່ ໂຕເລິມ ກ່ຽວກັບການຮ່ວມມືທ້ອງຖິ່ນສອງປະເທດ, ທ່ານເຈົ້າຄອງນະຄອນ Busan Park Hyeong Jun ໃຫ້ຄຳໝັ້ນສັນຍາວ່າ ນະຄອນ Busan ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບນະຄອນ ໂຮ່ຈີມິນ ແລະບັນດາແຂວງ, ນະຄອນອື່ນຂອງຫວຽດນາມ ເພີ່ມທະວີການຮ່ວມມືແທດຈິງໃນບັນດາຂົງເຂດເຊິ່ງສອງຝ່າຍມີທ່າແຮງເພີ່ມເຕີມ, ປະກອບສ່ວນແທດຈິງເພື່ອຫັນຂໍ້ຕົກລົງຂັ້ນສູງສອງປະເທດໃຫ້ປະກົດຜົນເປັນຈິງ. ອຳນາດການປົກຄອງນະຄອນ ພ້ອມແລ້ວທີ່ຈະໜູນຊ່ວຍ ແລະສ້າງເງື່ອນໄຂສະດວກໃຫ້ການເຄື່ອນໄຫວຂອງສະຖານກົງສູນໃຫຍ່ຫວຽດນາມ ປະຈຳ Busan; ພ້ອມທັງສືບຕໍ່ມີນະໂຍບາຍປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງພົນລະເມືອງຫວຽດນາມ ຢູ່ນະຄອນ Busan, ຜ່ານນັ້ນສ້າງເງື່ອນໄຂໃຫ້ເຂົາເຈົ້າມີການປະກອບສ່ວນຫຼາຍຢ່າງເຂົ້າໃນການພັດທະນາຂອງນະຄອນ, ກໍ່ຄືເສີມຂະຫຍາຍບົດບາດເປັນຂົວຕໍ່ມິດຕະພາບລະຫວ່າງສອງປະເທດຢ່າງມີປະສິດທິຜົນ.

* ຕອນທ່ຽງວັນທີ 13 ສິງຫາ, ຢູ່ນະຄອນ Busan, ທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເຂົ້າຮ່ວມພິທີເປີດສະຖານກົງສູນໃຫຍ່ຫວຽດນາມ ປະຈຳ Busan.

leftcenterrightdel
ທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍພັນລະຍາ ແລະຜູ້ແທນເຂົ້າຮ່ວມພິທີ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນທີ່ພິທີ, ທ່ານນາງ ດວ່ານເຟືອງລານ ຫົວໜ້າສະຖານກົງສູນໃຫຍ່ ປະຈຳ Busan ໃຫ້ຮູ້ວ່າ ສະຖານກົງສູນໃຫຍ່ຫວຽດນາມ ປະຈຳ Busan ບໍ່ພຽງແຕ່ແມ່ນອົງການການທູດໃໝ່ເທົ່ານັ້ນ ຫາກຍັງແມ່ນປະຕູເປີດກວ້າງ, ເປັນບ່ອນເລີ່ມຕົ້ນຂອງການເດີນທາງໃໝ່; ຢືນຢັນວ່າ ສະຖານກົງສູນໃຫຍ່ຫວຽດນາມ ປະຈຳ Busan ໃຫ້ຄໍາໝັ້ນສັນຍາຈະແມ່ນຊາຍຄາລວມຂອງພໍ່ແມ່ປະຊາຊົນ, ບ່ອນທີ່ຊາວຫວຽດນາມ ແຕ່ລະຄົນສາມາດຊອກເຫັນການໜູນຊ່ວຍ, ແບ່ງປັນ ແລະເຊື່ອມຕໍ່; ເປັນຂົວຕໍ່ເຊື່ອໃຈເພື່ອວິສາຫະກິດສອງປະເທດຊອກເຫັນຄູ່ຮ່ວມມື, ແບ່ງປັນກາລະໂອກາດ ແລະພ້ອມກັນພັດທະນາ...

ເນື່ອງໃນໂອກາດນີ້, ທ່ານ ບຸ່ຍແທັງເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ປະດັບຫຼຽນກາລະນຶກເພື່ອພາລະກິດການທູດໃຫ້ທ່ານ Park Soo Kwan, ອະດີດຫົວໜ້າສະຖານກົງສູນໃຫຍ່ກິດຕິມະສັກຫວຽດນາມ ຢູ່ເຂດ Busan.

* ຕໍ່ໄປ, ທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ພ້ອມກັບການນຳນະຄອນ Busan, ຜູ້ຕາງໜ້າລັດຖະບານ ສ.ເກົາຫຼີ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນຮ່ວມມືມິດຕະພາບນະຄອນໂຮ່ຈີມິນ - ນະຄອນ Busan.

leftcenterrightdel
ທ່ານເລຂາທິການໃຫຍ່ ໂຕເລິມ ແລະຜູ້ແທນກົດປຸ່ມເປີດສະຖານກົງສູນໃຫຍ່ຫວຽດນາມ ປະຈຳ ນະຄອນ Busan. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນວ່າ ນີ້ແມ່ນໝາກຜົນຂອງ 30 ກວ່າປີແຫ່ງການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ ໄດ້ຍົກລະດັບໃນຂອບເຂດຄູ່ຮ່ວມມືຍຸດທະສາດຮອບດ້ານ. ທ່ານເລຂາທິການໃຫຍ່ ໂຕເລິມ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ນະຄອນ Busan ຈະສືບຕໍ່ເປີດກວ້າງການພົວພັນຮ່ວມມືກັບຫຼາຍທ້ອງຖິ່ນ, ນະຄອນອື່ນຂອງຫວຽດນາມ. ບັນດາແຂວງແຄມທະເລຂອງຫວຽດນາມ ຍັງມີກາລະໂອກາດຫຼາຍຢ່າງເພື່ອເປີດກວ້າງການຮ່ວມມືກັບນະຄອນ Busan. ການຮ່ວມເດີນທາງ, ສົມທົບຂອງອຳນາດການປົກຄອງ, ປະຊາຊົນນະຄອນ Busan ສໍາລັບນະຄອນ ໂຮ່ຈີມິນ ແລະບັນດາທ້ອງຖິ່ນອື່ນໆຂອງຫວຽດນາມ ແນ່ນອນຈະຫັນບັນດາກໍານົດທິດພັດທະນາການພົວພັນຮ່ວມມືເຊິ່ງການນຳສອງປະເທດຫາກໍ່ໄດ້ເຫັນດີເປັນເອກະສັນກັນໃຫ້ປະກົດຜົນເປັນຈິງ.

* ກໍ່ໃນວັນດຽວກັນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ໃຫ້ການຕ້ອນຮັບທ່ານ Park Soo Kwan, ອະດີດຫົວໜ້າສະຖານກົງສູນໃຫຍ່ກິດຕິມະສັກຫວຽດນາມ ຢູ່ເຂດ Busan.

ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນວ່າ ໃນຊຸມປີຜ່ານມາ, ຍ້ອນການໜູນຊ່ວຍຢ່າງຕັ້ງໜ້າຂອງລັດ ແລະປະຊາຊົນສອງປະເທດ, ບັນດານັກທຸລະກິດດີເດັ່ນ ສ.ເກົາຫຼີ, ໃນນັ້ນມີທ່ານ Park Soo Kwan, ການພົວພັນຮ່ວມມືລະຫວ່າງ ຫວຽດນາມ-ສ.ເກົາຫຼີ ໃນທຸກຂົງເຂດ, ເປັນຕົ້ນແມ່ນດ້ານເສດຖະກິດໄດ້  ແລະພວມພັດທະນາໃນລະດັບສູງພໍສົມຄວນ.

leftcenterrightdel
ການນໍານະຄອນ Busan ຕ້ອນຮັບທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍພັນລະຍາຢູ່ສະໜາມບິນສາກົນ Gimhae. ພາບ: ສໍານັກຂ່າວສານຫວຽດນາມ

ເພື່ອວຽກງານຂອງສະຖານກົງສູນໃຫຍ່ຫວຽດນາມ ປະຈຳນະຄອນ Busan ໄດ້ຮັບການຜັນຂະຫຍາຍຢ່າງສະດວກ ແລະເຂົ້າສູ່ການເຄື່ອນໄຫວຢ່າງມີປະສິດທິຜົນ; ທ່ານເລຂາທິການໃຫຍ່ ໂຕເລິມ ປາດຖະໜາວ່າ ທ່ານ Park Soo Kwan ສືບຕໍ່ເອົາໃຈໃສ່, ໜູນຊ່ວຍ ແລະສ້າງເງື່ອນໄຂສະດວກທີ່ສຸດໃຫ້ສະຖານກົງສູນໃຫຍ່ຫວຽດນາມ ປະຈຳນະຄອນ Busan ໃນໄລຍະຈະມາເຖິງ.

ສ່ວນທ່ານ Park Soo Kwan ເຊື່ອໝັ້ນວ່າ ການຮ່ວມມືຂອງສອງນະຄອນໃນໄລຍະຈະມາເຖິງຈະສືບຕໍ່ພັດທະນາ, ປະກອບສ່ວນຫຼາຍກວ່າໃຫ້ການພົວພັນຮ່ວມມື ຫວຽດນາມ-ສ.ເກົາຫຼີ ໃນໄລຍະຈະມາເຖິງ.

* ຕອນບ່າຍວັນທີ 13 ສິງຫາ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຢ້ຽມຢາມທ່າກໍາປັ່ນ Busan - ທ່າກໍາປັ່ນໃຫຍ່ສຸດຂອງ ສ.ເກົາຫຼີ.

ຢູ່ທີ່ນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ແລະຄະນະໄດ້ຮັບຟັງການແນະນຳກ່ຽວກັບເຕັກໂນໂລຢີເຄື່ອນໄຫວທ່າກໍາປັ່ນແບບອັດຕະໂນມັດ 100% ແລະເປົ້າໝາຍພັດທະນາທ່າກໍາປັ່ນໃນໄລຍະຈາມາເຖິງ. ທ່ານເລຂາທິການໃຫຍ່ ໂຕເລິມ ເອົາໃຈໃສ່ທີ່ສຸດເຖິງຍຸດທະສາດພັດທະນາຂອງທ່າກໍາປັ່ນ Busan ແລະປາດຖະໜາຢາກເພີ່ມທະວີການຮ່ວມມືລະຫວ່າງທ່າກໍາປັ່ນ Busan ກັບທ່າກໍາປັ່ນຂອງຫວຽດນາມ; ຊຸກຍູ້ການລົງທຶນກໍ່ສ້າງທ່າກໍາປັ່ນລຸ້ນໃໝ່ຢູ່ນະຄອນຫາຍຟ່ອງ, ນະຄອນດ່ານັ້ງ, ນະຄອນໂຮ່ຈີມິນ, ແຂວງຢາລາຍ, ອານຢາງ, ກ່າເມົາ...; ໜູນຊ່ວຍການບໍາລຸງສ້າງຖັນແຖວວິສາວະກອນ, ນັກຊ່ຽວຊານການເຄື່ອນໄຫວທ່າກໍາປັ່ນ, ແມ່ນຖັນແຖວສ້າງພື້ນຖານຮ່ວມມືໃນໄລຍະຈາເຖິງ.

* ຕອນຄໍ່າວັນທີ 13 ສິງຫາ, ທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ກັບຄືນຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມທາງລັດຖະກິດ ສ.ເກົາຫຼີ ໃນລະຫວ່າງວັນທີ 10-13 ສິງຫາ ຕາມຄຳເຊີນຂອງທ່ານປະທານາທິບໍດີ ສ.ເກົາຫຼີ Lee Jae Myung ແລະພັນລະຍາ.

ໂດຍ: ເຈິ່ນຮວ່ຽນ