ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງສະພາແຫ່ງຊາດ ເຕິນຈ່າວ, ມຸ່ງໄປເຖິງການສະເຫຼີມສະຫຼອງ 80 ປີແຫ່ງວັນເລືອກຕັ້ງສະພາແຫ່ງຊາດ ຫວຽດນາມ ທົ່ວປະເທດ ຄັ້ງທໍາອິດ  (6 ມັງກອນ 1946 / 6 ມັງກອນ 2026), ທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ແບ່ງປັນກ່ຽວກັບບັນດາຜົນງານອັນພົ້ນເດັ່ນຂອງສະພາແຫ່ງຊາດ ຊຸດທີ 15 ກໍ່ຄືບັນດາໜ້າທີ່ສຳຄັນຂອງສະພາແຫ່ງຊາດໃນໄລຍະຈະມາເຖິງເພື່ອພ້ອມກັບປະເທດ, ປະຊາຊົນກ້າວເຂົ້າສູ່ສັງກາດພັດທະນາໃໝ່.

ນັກຂ່າວ: ສະພາແຫ່ງຊາດ ຊຸດທີ 15 ໄດ້ສ້າງຂີດໝາຍອາຍຸການດ້ວຍຫຼາຍການປ່ຽນແປງໃໝ່ຢ່າງແຂງແຮງໃນດ້ານຈິນຕະນາການ ແລະວິທີການສ້າງກົດໝາຍ, ປະກອບສ່ວນສໍາຄັນເຂົ້າໃນການປັບປຸງລະບອບລະບຽບການໃຫ້ສົມບູນແບບ, ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມແບບຍືນຍົງ. ສະເໜີທ່ານປະທານສະພາແຫ່ງຊາດແບ່ງປັນກ່ຽວກັບຜົນງານ ແລະສັນຍາລັກອັນພົ້ນເດັ່ນດັ່ງກ່າວ?

ທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດຫວຽດນາມ: ສະພາແຫ່ງຊາດ ຊຸດທີ 15 ແມ່ນຂີດໝາຍປະຫວັດສາດສຳຄັນ, ເລີ່ມຕົ້ນການປະຕິຮູບລະບອບລະບຽບການໂດຍພື້ນຖານ, ແນໃສ່ມຸ່ງໄປເຖິງບັນດາເປົ້າໝາຍ, ໜ້າທີ່ໃຫຍ່ຂອງປະເທດຊາດໃນໄລຍະພັດທະນາໃໝ່ດ້ວຍວິໄສທັດຍຸດທະສາດ, ຍາວນານ.

ນັບແຕ່ຕົ້ນອາຍຸການມາຮອດປະຈຸບັນ, ສະພາແຫ່ງຊາດ ໄດ້ປະກາດໃຊ້ກົດໝາຍ 99 ສະບັບ ແລະມະຕິ 165 ສະບັບ, ໂດຍກວມເອົາຮອບດ້ານໃນທຸກຂົງເຂດເສດຖະກິດ, ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດ, ການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ຟຸມເຟືອຍ, ຫຍໍ້ທໍ້, ການສ້າງລະບົບການເມືອງ; ສ້າງພື້ນຖານທີ່ເຂັ້ມແຂງໃຫ້ແກ່ການສ້າງລະບົບການເມືອງໃຫ້ເປັນລະບຽບຮຽບຮ້ອຍ, ກະທັດຮັດ, ເຂັ້ມແຂງ, ແທດຈິງ, ມີປະສິດທິພາບ, ປະສິດທິຜົນ, ໃກ້ຊິດຕິດແທດກັບປະຊາຊົນ, ຮັບໃຊ້ປະຊາຊົນ ແລະວິສາຫະກິດໃຫ້ດີຂຶ້ນກວ່າເກົ່າ.

leftcenterrightdel
ທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດຫວຽດນາມ. ພາບ: ເລິມຫຽນ

ພິເສດ, ສະພາແຫ່ງຊາດໄດ້ຮັບຮອງເອົາມະຕິສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງລັດຖະທຳມະນູນປີ 2013; ປັບປຸງກົດໝາຍວ່າດ້ວຍການຈັດຕັ້ງສະພາແຫ່ງຊາດ, ກົດໝາຍວ່າດ້ວຍການຈັດຕັ້ງອໍານາດການປົກຄອງທ້ອງຖິ່ນ; ສະພາແຫ່ງຊາດ ແລະຄະນະປະຈຳສະພາແຫ່ງຊາດ ໄດ້ປະກາດໃຊ້ຕາມສິດອໍານາດຂອງບັນດາມະຕິກ່ຽວກັບການສັບຊ້ອນຫົວໜ່ວຍບໍລິຫານຂັ້ນແຂວງ. ນີ້ແມ່ນຂໍ້ຕົກລົງທີ່ສຳຄັນຍິ່ງມີຄວາມໝາຍປະຫວັດສາດອັນເລິກເຊິ່ງ, ສົ່ງຜົນກະທົບ ແລະຜົນສະທ້ອນໂດຍກົງ ເຖິງລະບົບການເມືອງທັງໝົດ, ຈົນຮອດປະຊາຊົນແຕ່ລະຄົນ ແລະທົ່ວສັງຄົມ.

ສາມາດຢັ້ງຢືນໄດ້ວ່າ ສະພາແຫ່ງຊາດໄດ້ປ່ຽນແປງໃໝ່ໂດຍພື້ນຖານກ່ຽວກັບຈິນຕະນາການສ້າງກົດໝາຍຕາມທິດທັງຮັບປະກັນຄວາມຮຽກຮ້ອງຕ້ອງການຂອງການຄຸ້ມຄອງລັດ, ທັງສົ່ງເສີມຫົວຄິດປະດິດສ້າງ, ປົດປ່ອຍທຸກກຳລັງການຜະລິດ, ຂຸດຄົ້ນທຸກແຫຼ່ງກຳລັງເພື່ອພັດທະນາ. ການປະຖິ້ມຈິນຕະນາການ "ບໍ່ສາມາດຄຸ້ມຄອງໄດ້ນັ້ນຕ້ອງເກືອດຫ້າມ"; ບັນດາບັນຫາທີ່ມີການຫັນປ່ຽນແປງປົກກະຕິນັ້ນ  ແມ່ນມອບໃຫ້ລັດຖະບານ, ທ້ອງຖິ່ນກໍານົດເພື່ອຮັບປະກັນຄວາມຄ່ອງຕົວໃນການບໍລິຫານ.

ໄປຄຽງຄູ່ກັນນັ້ນ, ແມ່ນຍູ້ແຮງການແບ່ງຂັ້ນ, ແບ່ງສິດອຳນາດດ້ວຍທິດນຳທີ່ວ່າ “ທ້ອງຖິ່ນຕັດສິນ, ທ້ອງຖິ່ນເຮັດ, ທ້ອງຖິ່ນຮັບຜິດຊອບ”; ປະຕິຮູບລະບຽບການບໍລິຫານໃຫ້ເຖິງຖອງ, ຫຼຸດຜ່ອນຄ່າໃຊ້ຈ່າຍ, ສ້າງຄວາມສະດວກທີ່ສຸດໃຫ້ແກ່ປະຊາຊົນ ແລະວິສາຫະກິດ; ປະຕິບັດການແບ່ງຂັ້ນເພື່ອຮັບປະກັນໃຫ້ສອດຄ່ອງກັບກໍາລັງຄວາມສາມາດຂອງອົງການຈັດຕັ້ງປະຕິບັດ.

ບັນດາການເຄື່ອນໄຫວຕິດຕາມກວດກາ ໄດ້ສະແດງອອກໃຫ້ເຫັນຢ່າງຈະແຈ້ງກ່ຽວກັບທັດສະນະຮ່ວມເດີນທາງຂອງສະພາແຫ່ງຊາດ ກັບລັດຖະບານ, ແກ້ໄຂຄວາມຫຍຸ້ງຍາກ, ສິ່ງກີດຂວາງຢ່າງທັນການ, ພິເສດແມ່ນໃນໄລຍະຜ່ານມາ, ຄະນະປະຈຳສະພາແຫ່ງຊາດ ໄດ້ຈັດຕັ້ງເວທີປາໄສຕິດຕາມກວດກາຄັ້ງທຳອິດປະສົບຜົນສໍາເລັດ. ເນື້ອໃນ ແລະວິທີການໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ສຸມໃສ່ແກ້ໄຂບັນຫາເຄັ່ງຮ້ອນຂອງການດຳລົງຊີວິດ, ປະກອບສ່ວນປັບປຸງນະໂຍບາຍ, ກົດໝາຍໃຫ້ສົມບູນແບບ, ຮັບປະກັນລະບຽບວິໄນ, ຊຸກຍູ້ບັນດາອົງການລັດປະຕິບັດໜ້າທີ່ໃຫ້ດີກວ່າເກົ່າ.

ສະພາແຫ່ງຊາດ ໄດ້ປະຕິບັດຢ່າງຄົບຖ້ວນ, ມີໄຫວພິບ ແລະມີປະສິດທິຜົນກ່ຽວກັບການຕັດສິນບັນດາບັນຫາສຳຄັນດ້ານເສດຖະກິດ, ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຕ່າງປະເທດ; ຮັບປະກັນຄວາມຄົບຊຸດ, ໂດຍມີການເຊື່ອມຕໍ່ຢ່າງແໜ້ນແຟ້ນລະຫວ່າງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ແລະແຫຼ່ງກຳລັງໃນການຈັດຕັ້ງປະຕິບັດ. ການຕັດສິນມີລັກສະນະບຸກທະລຸ, ບໍ່ເຄີຍມີມາກ່ອນ, ຢືນຢັນທັດສະນະຖືປະຊາຊົນເປັນໃຈກາງ, ແຜນນະໂຍບາຍ, ລັດຖະນະໂຍບາຍທຸກສະບັບລ້ວນແຕ່ແມ່ນເພື່ອປະຊາຊົນ.

ເສີມຂະຫຍາຍບົດບາດ “ກໍາລັງແຮງນີ້ມນວນ” ຂອງການທູດລັດຖະສະພາ, ການເຄື່ອນໄຫວການຕ່າງປະເທດຂອງສະພາແຫ່ງຊາດ ໄດ້ປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນການປະຕິບັດນະໂຍບາຍການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ຫັນເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ, ຍົກສູງພາບພົດ, ທີ່ຕັ້ງຂອງຫວຽດນາມ ໃນເວທີສາກົນ.

ນັກຂ່າວ: ຂໍປະທານສະພາແຫ່ງຊາດ ໃຫ້ຮູ້ກ່ຽວກັບໜ້າທີ່ຕົ້ນຕໍຂອງສະພາແຫ່ງຊາດໃນໄລຍະຈະມາເຖິງ ເພື່ອພ້ອມກັບປະເທດກ້າວເຂົ້າສູ່ສັງກາດພັດທະນາຢ່າງເຂັ້ມແຂງ, ວັດທະນາຖາວອນ?

ທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດ: ກ່ຽວກັບບັນດາໜ້າທີ່ໃນໄລຍະຈະມາເຖິງ, ສະພາແຫ່ງຊາດຈະສືບຕໍ່ປ່ຽນແປງໃໝ່ຢ່າງຮອບດ້ານ, ຍົກສູງກໍາລັງຄວາມສາມາດດ້ານນິຕິບັນຍັດ, ຊີ້ນຳ ແລະຕັດສິນບັນດາບັນຫາສຳຄັນຂອງປະເທດ. ຕິດຕາມກວດກາການນຳພາຂອງພັກ, ສະພາແຫ່ງຊາດ ຈະສືບຕໍ່ຮ່ວມເດີນທາງໄປພ້ອມກັບລັດຖະບານ, ແນວໂຮມປະເທດຊາດ, ບັນດາອົງການຕຸລາການ ແລະທົ່ວລະບົບການເມືອງ ເພື່ອປະຕິບັດລັດຖະທຳມະນູນ ແລະບັນດາກົດໝາຍ, ມະຕິທີ່ໄດ້ປະກາດໃຊ້ຢ່າງມີປະສິດທິຜົນ. ຕັດສິນໃຈສູງສຸດໃນການຈັດຕັ້ງ ແລະປະຕິບັດມະຕິເລກທີ 66 ວ່າດ້ວຍການປ່ຽນແປງໃໝ່ວຽກງານສ້າງ ແລະປະຕິບັດກົດໝາຍໃຫ້ເປັນຢ່າງດີເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາປະເທດຊາດໃນສັງກາດໃໝ່. ສົມທົບກັນຈັດຕັ້ງກອງປະຊຸມໃຫຍ່ຂອງພັກທຸກຂັ້ນໃຫ້ປະສົບຜົນສຳເລັດ ມຸ່ງໄປເຖິງກອງປະຊຸມໃຫຍ່ທົ່ວປະເທດ ຄັ້ງທີ 14 ຂອງພັກ; ຊີ້ນຳການຈັດຕັ້ງການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ 16 ແລະສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026-2031.

ໜ້າທີ່ຕົ້ນຕໍອີກອັນໜຶ່ງ ແມ່ນສືບຕໍ່ການປ່ຽນແປງໃໝ່ວິທີການເຄື່ອນໄຫວ, ເຮັດວຽກຂອງສະພາແຫ່ງຊາດ, ຍູ້ແຮງການຫັນປ່ຽນດີຈີຕອນ, ນຳໃຊ້ປັນຍາປະດິດ. ເອົາໃຈໃສ່ຍົກສູງຄຸນນະພາບຂອງສະມາຊິກສະພາແຫ່ງຊາດ ແລະຖັນແຖວພະນັກງານທີ່ເປັນເສນາທິການ, ຊ່ວຍວຽກຢູ່ບັນດາອົງການສະພາແຫ່ງຊາດ; ເພີ່ມທະວີການຕິດຕໍ່ພົວພັນຢ່າງເປັນປົກກະຕິ, ມີປະສິດທິຜົນ ແລະແທດຈິງລະຫວ່າງສະມາຊິກສະພາແຫ່ງຊາດ ກັບ ຜູ້ມີສິດເລືອກຕັ້ງ.

ສືບທອດ ແລະເສີມຂະຫຍາຍຈິດໃຈຂອງສະພາແຫ່ງຊາດ ເຕິນຈ່າວ, ສະພາແຫ່ງຊາດສືບຕໍ່ຢືນຢັນທີ່ຕັ້ງ ແລະບົດບາດ ເປັນອົງການຜູ້ຕາງໜ້າສູງສຸດຂອງປະຊາຊົນ, ແມ່ນອົງການອຳນາດລັດສູງສຸດຂອງສາທາລະນະລັດສັງຄົມນິຍົມຫວຽດນາມ; ຕອບສະໜອງບັນດາໜ້າທີ່ຍຸດທະສາດຂອງປະເທດໃນໄລຍະໃໝ່ຢ່າງທັນການ.

ນັກຂ່າວ: ຂໍຂອບໃຈປະທານສະພາແຫ່ງຊາດ!

ໂດຍ: ຈາງຫງວຽນ