ນັກຂ່າວ: ຂໍທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ໃຫ້ຮູ້ຄວາມໝາຍ ແລະບັນດາໝາກຜົນອັນພົ້ນເດັ່ນທີ່ບັນລຸໄດ້ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ ສ.ເກົາຫຼີ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່ ພ້ອມດ້ວຍພັນລະຍາ?
ທ່ານ ບຸ່ຍແທງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ: ໂດຍຮັບຄຳເຊີນຂອງທ່ານ Lee Jae Myung ປະທານາທິບໍດີ ສ.ເກົາຫຼີ ພ້ອມດ້ວຍພັນລະຍາ, ທ່ານ ໂຕເລິມ ເລຂາທິການໃຫຍ່ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ດຳເນີນການຢ້ຽມຢາມ ສ.ເກົາຫຼີ ປະສົບຜົນສໍາເລັດທີ່ສຸດ, ບັນລຸໄດ້ຫຼາຍໝາກຜົນທີ່ສຳຄັນ, ແທດຈິງ. ໃນໄລຍະຢູ່ ສ.ເກົາຫຼີ 4 ວັນນັ້ນ, ທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ມີລາຍການເຮັດວຽກທີ່ອຸດົມສົມບູນ, ຫຼາຍຮູບຫຼາຍແບບດ້ວຍການໂອ້ລົມສົນທະນາ, ເຈລະຈາ, ພົບປະກັບບັນດາການນຳຂັ້ນສູງ ສ.ເກົາຫຼີ, ວົງການນັກການເມືອງ, ອົງການເສດຖະກິດ, ວັດທະນະທຳ, ນັກວິທະຍາສາດ, ພົບປະກັບປະຊາຄົມຊາວຫວຽດນາມ ອາໄສຢູ່ ສ.ເກົາຫຼີ ແລະບັນດາເພື່ອນມິດ ສ.ເກົາຫຼີ ທີ່ຮັກຫວຽດນາມ. ໝາກຜົນອັນພົ້ນເດັ່ນໃນການຢ້ຽມຢາມຂອງທ່ານ ໂຕເລິມ ໄດ້ສະແດງອອກໃຫ້ເຫັນຢ່າງຈະແຈ້ງໃນ 5 ດ້ານ, ຄື:
ກ່ອນອື່ນໝົດ, ການຢ້ຽມຢາມໄດ້ເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງເລິກເຊິ່ງ, ປັບປຸງການພົວພັນສ່ວນຕົວທີ່ດີລະຫວ່າງການນຳຂັ້ນສູງສອງປະເທດ, ບັນລຸໄດ້ຄວາມຮັບຮູ້ລວມທີ່ສຳຄັນໃນການຍູ້ແຮງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ສ.ເກົາຫຼີ ຢ່າງຮອບດ້ານ ແລະເລິກເຊິ່ງກ່ວາອີກ. ຜ່ານການໂອ້ລົມສົນທະນາ, ເຈລະຈາສອງຝ່າຍເປັນປະຈຳ, ການນຳຂັ້ນສູງ ສ.ເກົາຫຼີ ຍາມໃດກໍ່ຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າໃນການຜັນຂະຫຍາຍນະໂຍບາຍການຕ່າງປະເທດຢູ່ພາກພື້ນ ແລະສະແດງອອກໃຫ້ເຫັນຄວາມພ້ອມໃນການຮ່ວມເດີນທາງ, ໜູນຊ່ວຍຫວຽດນາມ ປະຕິບັດເປົ້າໝາຍພັດທະນາຮອດປີ 2045 ກາຍເປັນປະເທດພັດທະນາ, ມີລາຍຮັບສູງ.
    |
 |
ທ່ານ ບຸ່ຍແທງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ. ພາບ: ຈາງຫງວຽນ |
ທີສອງ, ການປະຕິບັດງານບັນລຸໄດ້ໝາກຜົນອັນພົ້ນເດັ່ນຫຼາຍຢ່າງ, ເປັນຕົ້ນແມ່ນໃນຂົງເຂດຮ່ວມມືເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດ-ເຕັກໂນໂລຊີ, ນະວັດຕະກຳ ແລະບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ. ໃນສະພາບແວດລ້ອມທາງດ້ານການເມືອງ, ເສດຖະກິດໃນໂລກປະສົບກັບຄວາມຫຍຸ້ງຍາກ ແລະຂາດຄວາມໝັ້ນຄົງ, ທ່ານ ໂຕເລິມ ໄດ້ສະເໜີໃຫ້ຝ່າຍ ສ.ເກົາຫຼີ ສ້າງວິໄສທັດຍຸດທະສາດໃໝ່, ຫັນການຮ່ວມມືດ້ານເສດຖະກິດເປັນການເຊື່ອມໂຍງເສດຖະກິດ ຫວຽດນາມ-ສ.ເກົາຫຼີ, ໃນນັ້ນມີການຊຸກຍູ້ການຮ່ວມມືພ້ອມກັບການພັດທະນາຕ່ອງໂສ້ການຜະລິດ, ເປີດປະຕູຕະຫຼາດສິນຄ້າຂອງກັນ ແລະໜູນຊ່ວຍວິສາຫະກິດຫວຽດນາມ ສາມາດເຂົ້າຮ່ວມຕ່ອງໂສ້ການສະໜອງທົ່ວໂລກຂອງບັນດາວິສາຫະກິດ ສ.ເກົາຫຼີ ຢ່າງເລິກເຊິ່ງກ່ວາອີກ.
ທີສາມ, ການຢ້ຽມຢາມໄດ້ເປີດກາລະໂອກາດຮ່ວມມືໃໝ່ລະຫວ່າງສອງປະເທດໃນຫຼາຍຂົງເຂດ, ຄື: ວິທະຍາສາດ-ເຕັກໂນໂລຊີ, ການພັດທະນາພື້ນຖານໂຄງລ່າງຍຸດທະສາດ, ກະສິກຳເຕັກໂນໂລຊີສູງ ແລະການຮ່ວມມືພັດທະນາແບບຍືນຍົງ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ການນຳຂັ້ນສູງຂອງສອງປະເທດໄດ້ເຫັນດີເປັນເອກະພາບນຳເອົາວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດີຈີຕອນ, ການຝຶກອົບຮົມຊັບພະຍາກອນມະນຸດ ເປັນເສົາຄ້ຳໃໝ່ຂອງການພົວພັນສອງຝ່າຍ; ເຫັນດີເປັນເອກະພາບສົມທົບກັນພັດທະນາຂະແໜງເຕັກໂນໂລຊີຍຸດທະສາດ, ຍູ້ແຮງການຮ່ວມມືໃນຂົງເຂດຫັນເປັນດີຈີຕອນ, ປັນຍາປະດິດ, ກໍ່ສ້າງນະໂຍບາຍການປ່ຽນແປງໃໝ່ປະດິດສ້າງດີຈີຕອນ.
ທີສີ່, ການນຳສອງທ່ານ ໄດ້ເນັ້ນໜັກວ່າ ພື້ນຖານສັງຄົມ, ການພົບປະແລກປ່ຽນປະຊາຊົນແມ່ນທາດທີ່ສະໜິດຕິດພັບກັບການພົວພັນມິດຕະພາບ ແລະຄວາມເຂົ້າໃຈລະຫວ່າງສອງປະເທດ. ບົນພື້ນຖານນັ້ນ, ສອງຝ່າຍໃຫ້ຄຳໝັ້ນສັນຍາວ່າຈະຍູ້ແຮງການຮ່ວມມືດ້ານວັດທະນະທຳ, ສຶກສາ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ແລກປ່ຽນປະຊາຊົນ, ໜູນຊ່ວຍບັນດາຄອບຄົວທີ່ມີວັດທະນະທຳຫຼາກຫຼາຍສີສັນ ຫວຽດນາມ-ສ.ເກົາຫຼີ ແລະການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດໃນໄລຍະຈະມາເຖິງ.
ທີຫ້າ, ໃນລະດັບຫຼາຍຝ່າຍ, ສອງຝ່າຍໄດ້ເຫັນດີເປັນເອກະພາບສົມທົບກັນຢ່າງແໜ້ນແຟ້ນ ແລະເພີ່ມທະວີການສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສ, ອົງການຈັດຕັ້ງສາກົນ ແລະພາກພື້ນ; ພ້ອມແລ້ວທີ່ຈະເຂົ້າຮ່ວມຢ່າງຕັ້ງໜ້າໃນຄວາມພະຍາຍາມລວມຂອງປະຊາຄົມສາກົນ ເພື່ອແນໃສ່ແກ້ໄຂບັນຫາຄວາມໝັ້ນຄົງທີ່ເປັນການທະຫານ ແລະບໍ່ເປັນການທະຫານ ກໍ່ຄືສິ່ງທ້າທາຍໃນທົ່ວໂລກ. ເນື່ອງໃນໂອກາດນີ້, ສອງຝ່າຍກໍ່ໄດ້ແລກປ່ຽນບັນຫາສາກົນ, ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ແລະສະໜັບສະໜູນເຊິ່ງກັນ ແລະກັນ ເພື່ອຈັດຕັ້ງກອງປະຊຸມສຸດຍອດ APEC ຢູ່ ສ.ເກົາຫຼີ ໃນປີ 2025 ແລະຢູ່ຫວຽດນາມ ໃນປີ 2027 ໃຫ້ປະສົບຜົນສຳເລັດ.
ສາມາດເວົ້າໄດ້ວ່າ ການຢ້ຽມຢາມທາງລັດຖະກິດຢູ່ ສ.ເກົາຫຼີ ຂອງທ່ານເລຂາທິການໃຫຍ່ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ປະສົບຜົນສຳເລັດຢ່າງຈົບງາມໃນທຸກດ້ານ. ບັນດາໝາກຜົນສຳຄັນທີ່ບັນລຸໄດ້ໃນໄລຍະຢ້ຽມຢາມໄດ້ກາຍເປັນຂີດໝາຍສຳຄັນ, ເປີດໜ້າປະຫວັດສາດອັນສົດໃສຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດໃນສັງກາດໃໝ່.
ນັກຂ່າວ: ໃນຂອບເຂດການຢ້ຽມຢາມ, ທ່ານ ໂຕເລິມ ແລະບັນດາການນຳ ສ.ເກົາຫຼີ ບັນລຸໄດ້ຂໍ້ຕົກລົງສຳຄັນຫຼາຍສະບັບໃນຫຼາຍຂົງເຂດ, ເປັນພື້ນຖານອັນສຳຄັນເພື່ອນຳການພົວພັນສອງຝ່າຍລະຫວ່າງ ຫວຽດນາມ ແລະບັນດາປະເທດຂຶ້ນສູ່ລະດັບສູງໃໝ່. ຂໍຮຽນທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ໃຫ້ຮູ້ວ່າ ຫວຽດນາມ ຈະປະຕິບັດທິດທາງລະອຽດຄືແນວໃດເພື່ອບັນລຸຂໍ້ຕົກລົງນີ້?
ທ່ານ ບຸ່ຍແທງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ: ໂດຍປະຕິບັດຕາມເນື້ອໃນຈິດໃຈຂອງຖະແຫຼງການຮ່ວມ ແລະບັນດາໝາກຜົນທີ່ການນຳຂັ້ນສູງສອງປະເທດໄດ້ເຫັນດີເປັນເອກະພາບ ແລະບັນລຸໄດ້ໃນການຢ້ຽມຢາມຄັ້ງນີ້, ໃນໄລຍະຈະມາເຖິງ, ຫວຽດນາມ ແລະ ສ.ເກົາຫຼີ ຈະຊຸກຍູ້ການຜັນຂະຫຍາຍບັນດາທິດທາງ, ມາດຕະການທີ່ລະອຽດ, ຄື:
ກ່ອນອື່ນໝົດ, ສືບຕໍ່ເພີ່ມທະວີການພົວພັນແລກປ່ຽນ, ພົບປະລະຫວ່າງການນຳຂັ້ນສູງຂອງສອງປະເທດ ເພື່ອແນໃສ່ສືບຕໍ່ປັບປຸງນ້ຳໃຈອັນດີງາມລະຫວ່າງການນຳ ແລະປະຊາຊົນສອງປະເທດ, ພ້ອມທັງເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງເລິກເຊິ່ງຂຶ້ນກວ່າເກົ່າຜ່ານການຮ່ວມມືຊ່ອງທາງພັກ, ລັດຖະບານ, ສະພາແຫ່ງຊາດ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະປະຊາຊົນສອງປະເທດ. ພາຍຫຼັງການພົບປະສອງຝ່າຍກັບທ່ານ Lee Jae Myung ປະທານາທິບໍດີ, ທ່ານ ໂຕເລິມ ໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງຫວຽດນາມ ກວດກາຄືນ ແລະຍົກສູງປະສິດທິຜົນບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ ແລະສະເໜີເປີດກວ້າງ ແລະສ້າງກົນໄກເຈລະຈາທີ່ຈຳເປັນ, ແກ້ໄຂບັນດາບັນຫາທີ່ອາດຈະເກີດຂຶ້ນໃນການຮ່ວມມືຢ່າງວ່ອງໄວ ແລະສະດວກ.
ທີສອງ, ບົນພື້ນຖານຖະແຫຼງການຮ່ວມກ່ຽວກັບການເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ສ.ເກົາຫຼີ ເລິກເຊິ່ງກວ່າ, ສອງຝ່າຍຈະສົມທົບກັນຢ່າງແໜ້ນແຟ້ນເພື່ອຫັນຄວາມຮັບຮູ້ລວມ ແລະຂໍ້ຕົກລົງຂັ້ນສູງທີ່ໄດ້ລົງນາມໃນການຢ້ຽມຢາມເປັນລະອຽດ; ນຳການຮ່ວມມືດ້ານວິທະຍາສາດ-ເຕັກໂນໂລຊີຂຶ້ນສູ່ລະດັບໃໝ່, ກາຍເປັນເສົາຄ້ຳໃໝ່ຂອງການພົວພັນ, ສອດຄ່ອງກັບຄວາມຕ້ອງການ ແລະຜົນປະໂຫຍດຂອງສອງຝ່າຍ.
ທີສາມ, ໃນການພົບປະແລກປ່ຽນ, ໂຄສະນາກ່ຽວກັບວັດທະນະທຳ, ກິລາ, ການທ່ອງທ່ຽວ, ອົງການທີ່ກ່ຽວຂ້ອງຂອງ ສ.ເກົາຫຼີ ຈະແບ່ງປັນກັບຫວຽດນາມ ໃນການພັດທະນາຂະແໜງບັນເທິງ, ໜູນຊ່ວຍ ຫວຽດນາມ ສ້າງ, ຜັນຂະຫຍາຍຍຸດທະສາດພັດທະນາຂະແໜງອຸດສາຫະກຳວັດທະນະທຳ; ໜູນຊ່ວຍຫວຽດນາມ ໃນການສ້າງຕັ້ງສູນວັດທະນະທຳຫວຽດນາມ ຢູ່ ສ.ເກົາຫຼີ. ທ່ານ ໂຕເລິມ ສະເໜີມາຍັງອົງການຈັດຕັ້ງມະຫາຊົນ, ອົງການມິດຕະພາບຄວນເພີ່ມທະວີບົດບາດເປັນຂົວຕໍ່, ໜູນຊ່ວຍການແລກປ່ຽນລະຫວ່າງອົງການຈັດຕັ້ງມະຫາຊົນ, ທ້ອງຖິ່ນ ແລະປະຊາຊົນສອງປະເທດໃຫ້ມີການເຄື່ອນໄຫວຄຶກຄື້ນ, ແທດຈິງກວ່າ, ເໝາະສົມກັບຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ.
ທີສີ່, ສອງຝ່າຍຈະສືບຕໍ່ຮັກສາການສົມທົບ, ການຮ່ວມມື ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ກົນໄກ, ເວທີປາໄສພາກພື້ນ ແລະສາກົນ, ຄື: ອາຊຽນ, ສະຫະປະຊາຊາດ, APEC, ອະນຸພາກພື້ນແມ່ນ້ຳຂອງ... ສອງຝ່າຍຈະສົມທົບກັນຢ່າງຕັ້ງໜ້າເພື່ອຈັດຕັ້ງກອງປະຊຸມສຸດຍອດແມ່ນ້ຳຂອງ - ສ.ເກົາຫຼີ ໃນທ້າຍປີ 2025; ກອງປະຊຸມສຸດຍອດ APEC ຢູ່ ສ.ເກົາຫຼີ ໃນປີ 2025 ແລະ ຫວຽດນາມ ໃນປີ 2027 ໃຫ້ປະສົບຜົນສຳເລັດ.
ນັກຂ່າວ: ຂໍຂອບໃຈທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ!
ໂດຍ: ຈາງຫງວຽນ