ນັກຂ່າວ: ສະເໜີທ່ານຮອງລັດຖະມົນຕີ ໃຫ້ຮູ້ກ່ຽວກັບບົດບາດຂອງຂະແໜງການທູດຫວຽດນາມ ໃນພາລະກິດປົກປັກຮັກສາອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ ໃນຕະຫຼອດ 8 ທົດສະວັດຜ່ານມາ?

ທ່ານ ຫງວຽນມິງຫວູ: ການປົກປັກຮັກສາອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນແມ່ນໜຶ່ງໃນບັນດາພາລະກຳທີ່ສັກສິດ, ແມ່ນໜ້າທີ່ຂອງທົ່ວພັກ, ທົ່ວປວງຊົນ ແລະທົ່ວກອງທັບ. ນັບແຕ່ວັນທີ 28 ສິງຫາ 1945, ໃນຕະຫຼອດ 8 ທົດສະວັດຜ່ານມາ, ຂະແໜງການທູດຫວຽດນາມ ຍາມໃດກໍ່ຮັກສາບົດບາດແມ່ນໜຶ່ງໃນສາມເສົາຄໍ້າສຳຄັນໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ...

ຈາກການຕໍ່ສູ້ຍາດເອົາເອກະລາດໃນປະຫວັດສາດມາເຖິງພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດໃນທຸກວັນນີ້ລ້ວນແຕ່ມີການປະກອບສ່ວນຢ່າງອົດທົນ, ມິດງຽບ ແລະຄວາມເອກອ້າງທະນົງໃຈຂອງພະນັກງານການທູດຫວຽດນາມ ລຸ້ນຫຼັງ. ສິ່ງທີ່ເປັນໜ້າເອົາໃຈໃສ່, ນັ້ນບໍ່ແມ່ນການປົກປັກຮັກສາອະທິປະໄຕແຕ່ຢ່າງດຽວ, ແຕ່ແມ່ນການປົກປັກຮັກສາອະທິປະໄຕຕິດພັນກັບການຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ເພື່ອຊຸກຍູ້ການຮ່ວມມື ແລະພັດທະນາປະເທດຊາດ.

leftcenterrightdel
ທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດຫວຽດນາມ. ພາບ: ຈ່າຫງວຽນ

ຢູ່ເຂດດິນຕໍ່ແຜ່ນ, ດ້ວຍເຈດຈຳນົງ, ຄວາມຕັດສິນໃຈ ແລະຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງໃນການເຈລະຈາ, ບົນພື້ນຖານການຢຶດໝັ້ນຕໍ່ຫຼັກການ ແລະນີ້ມນວນກ່ຽວກັບວິທີການເຮັດວຽກ, ດ້ວຍຈິດໃຈເຄົາລົບ, ເຈດຕະນາດີ ແລະສອດຄ່ອງກັບກົດໝາຍສາກົນ, ຫວຽດນາມ ໄດ້ກຳນົດເສັ້ນຊາຍແດນທັງໝົດກັບ ຈີນ, ລາວ ແລະກໍາປູເຈຍ; ສຳເລັດທຸກວຽກງານຂີດເສັ້ນຊາຍແດນປັກຫຼັກໝາຍຊາຍແດນກັບ ຈີນ ແລະລາວ; ວຽກງານຂີດເສັ້ນຊາຍແດນປັກຫຼັກໝາຍຊາຍແດນກັບ ກໍາປູເຈຍ ສຳເລັດ 84%. ລົງນາມໃນເອກະສານນິຕິກຳກ່ຽວກັບການກໍານົດເສັ້ນຊາຍແດນ ແລະກົດລະບຽບຄຸ້ມຄອງຊາຍແດນກັບປະເທດຕ່າງໆ, ຜ່ານນັ້ນກໍ່ສ້າງ ແລະປັບປຸງເສັ້ນຊາຍແດນລວມໃຫ້ມີສັນຕິພາບ, ສະຖຽນລະພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ; ປະກອບສ່ວນສ້າງຮູບພາບຫວຽດນາມ ທີ່ຮັກຫອມສັນຕິພາບ, ເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງ ແລະມີອິດທິພົນຊື່ສຽງໃນເວທີສາກົນ.

ຢູ່ທະເລ, ຂະແໜງການທູດຫວຽດນາມ ໄດ້ເປັນປະທານ, ປະສານສົມທົບກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຜັນຂະຫຍາຍວຽກງານກໍານົດ ແລະປົກປັກຮັກສາສິດ ແລະຜົນປະໂຫຍດອັນຊອບທຳຢູ່ທະເລຂອງຫວຽດນາມ ໃຫ້ສອດຄ່ອງກັບກົດໝາຍສາກົນ, ພິເສດແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.

ຄຽງຂ້າງນັ້ນ, ຫວຽດນາມ ກໍ່ຊຸກຍູ້ບັນດາກົນໄກຮ່ວມມືທາງທະເລສອງຝ່າຍກັບບັນດາປະເທດບ້ານໃກ້ເຮືອນຄຽງ, ຄື: ຂໍ້ຕົກລົງກ່ຽວກັບການກໍານົດເຂດສຳຫຼວດ ແລະຂຸດຄົ້ນນ້ຳມັນອາຍແກັສກັບ ມາເລເຊຍ ປີ 1992, ສັນຍາຮ່ວມມືດ້ານອາຊີບຫາປາໃນອ່າວພາກເໜືອກັບ ຈີນ ປີ 2000... ກໍ່ຄືລາຍການເຈລະຈາ, ການຮ່ວມມືສາກົນກ່ຽວກັບທະເລ. ບັນດາກົນໄກນີ້ບໍ່ພຽງແຕ່ມີຄວາມໝາຍທາງດ້ານເສດຖະກິດເທົ່ານັ້ນ ຫາກຍັງປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານຍຸດທະສາດ, ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ, ກໍ່ຄືສ້າງເງື່ອນໄຂສະດວກເພື່ອແກ້ໄຂການຂັດແຍ້ງ, ຄວາມບໍ່ລົງລອຍກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ.

ອາດເວົ້າໄດ້ວ່າ ຜົນງານດັ່ງກ່າວໄດ້ສະແດງໃຫ້ເຫັນວິໄສທັດຍຸດທະສາດ ແລະຄຸນທາດຂອງພັກ ແລະລັດຫວຽດນາມ, ໃນນັ້ນຂະແໜງການທູດເປັນກຽດແມ່ນຫົວໜ່ວຍນໍາໜ້າໃນການຈັດຕັ້ງປະຕິບັດ.

ນັກຂ່າວ: ໃນວຽກງານຊາຍແດນຜືນແຜ່ນດິນ, ນັກຊ່ຽວຊານຫຼາຍທ່ານ ຕີລາຄາວ່າ ຫວຽດນາມ ເປັນແບບຢ່າງໃນການແກ້ໄຂຂໍ້ຂັດແຍ້ງໂດຍສັນຕິວິທີ. ສະເໜີທ່ານຮອງລັດຖະມົນຕີ ໃຫ້ຮູ້ບົດຮຽນທີ່ຖອດຖອນໄດ້ຈາກພຶດຕິກໍາຕົວຈິງຂອງຫວຽດນາມ?

ທ່ານ ຫງວຽນມິງຫວູ: ຫວຽດນາມ ຢຶດໝັ້ນຕໍ່ການສືບທອດບົດຮຽນຂອງບັນພະບຸລຸດໃນກິດຈະການປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ ແລະຜືນແຜ່ນດິນອັນຄົບຖ້ວນ, ພ້ອມທັງປະຕິບັດນະໂຍບາຍສັນຕິພາບກັບບັນດາປະເທດບ້ານໃກ້ເຮືອນຄຽງ. ຫວຽດນາມ, ຍາມໃດກໍ່ສະເໝີຕົ້ນສະເໝີປາຍໃນການແກ້ໄຂບັນຫາຊາຍແດນຜືນແຜ່ນດິນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ພິເສດແມ່ນກົດບັດສະຫະປະຊາຊາດ, ຂໍ້ກໍານົດຂອງກົດໝາຍສາກົນ ກໍ່ຄືກົດໝາຍວ່າດ້ວຍທະເລສາກົນສໍາລັບການຂັດແຍ້ງຢູ່ທະເລ. ວິທີເຂົ້າເຖິງນີ້ໄດ້ຊ່ວຍໃຫ້ຫວຽດນາມ ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃນວຽກງານຊາຍແດນຜືນແຜ່ນດິນ.

ຫວຽດນາມ ຍາມໃດກໍ່ຢຶດໝັ້ນຕໍ່ການສ້າງຕັ້ງ ແລະຮັກສາບັນດາກົນໄກເຈລະຈາສອງຝ່າຍ ແລະຫຼາຍຝ່າຍ, ຜັນຂະຫຍາຍການຮ່ວມມືໃນຫຼາຍຂົງເຂດຢູ່ເຂດຊາຍແດນ, ສ້າງເງື່ອນໄຂໃຫ້ການເຄື່ອນໄຫວການຄ້າ, ການທ່ອງທ່ຽວ, ການພົບປະແລກປ່ຽນປະຊາຊົນໃຫ້ມີການພັດທະນາແບບຍືນຍົງ ແລະຮັບປະກັນການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ, ທະເລ, ໝູ່ເກາະ. 

ບົດຮຽນສຳຄັນແມ່ນການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງວຽກງານພາຍໃນ ແລະຕ່າງປະເທດ, ລະຫວ່າງທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນ, ສ້າງຄວາມເຫັນດີເປັນເອກະພາບສູງໃນການປະຕິບັດແຕ່ລະໜ້າທີ່ລະອຽດຂອງວຽກງານຜືນແຜ່ນດິນ. ພ້ອມທັງຕ້ອງຕິດພັນການທູດແຫ່ງລັດ, ການຕ່າງປະເທດຂອງພັກກັບການທູດປະຊາຊົນ, ໝາຍຄວາມວ່າແມ່ນປະຊາຊົນຢູ່ເຂດຊາຍແດນ, ວົງການນັກຮຽນຮູ້, ສື່ມວນຊົນ, ເພື່ອສ້າງ “ທ່າຮົບໃນຈິດໃຈປະຊາຊົນ” ໃຫ້ໜັກແໜ້ນ, ປົກປັກຮັກສາເສັ້ນຊາຍແດນດ້ວຍ “ເຫດຜົນ” ແລະ “ຄວາມຮັກ”.

ການແກ້ໄຂບັນຫາຊາຍແດນຜືນແຜ່ນດິນໂດຍສັນຕິວິທີ ແລະບັນລຸໄດ້ໝາກຜົນກໍານົດເສັ້ນຊາຍແດນໃນປະຈຸບັນແມ່ນພະຍານຫຼັກຖານທີ່ຈະແຈ້ງໃຫ້ແກ່ສະຕິປັນຍາ, ຄຸນທາດແລະຂະໜາດຂອງການທູດຫວຽດນາມ, ຮ່ວມແຮງຮ່ວມໃຈ, ເປັນຈິດໜຶ່ງໃຈດຽວກັນຂອງທຸກຂັ້ນ, ທຸກຂະແໜງການ ແລະທ້ອງຖິ່ນເພື່ອເປົ້າໝາຍແມ່ນປົກປັກຮັກສາບັນດາຄຸນຄ່າຫຼັກແຫຼ່ງຜົນປະໂຫຍດຂອງປະເທດ, ຂອງຊາດ. ໃນສະພາບການສາກົນມີການຜັນແປຫຼາຍຢ່າງ, ບົດຮຽນຂອງຫວຽດນາມ ກ່ຽວກັບການເຄົາລົບກົດໝາຍສາກົນ, ຢຶດໝັ້ນຕໍ່ຫຼັກການເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນ, ຖືສັນຕິພາບ, ສະຖຽນລະພາບ, ການພັດທະນາເປັນເປົ້າໝາຍ, ຖືການຮ່ວມມືເປັນເຄື່ອງມື... ຍັງຄົງຄຸນຄ່າເດີມ. ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນກັບເພື່ອນມິດສາກົນ, ເພື່ອໃຫ້ໂລກມີສະຖຽນລະພາບ, ມີຄວາມຍຸຕິທຳ ແລະສັນຕິພາບກວ່າ.

ນັກຂ່າວ: ຂໍຂອບໃຈ!

ໂດຍ: ເຈິ່ນຮວ່ຽນ