ນັກຂ່າວ: ຂໍຮຽນທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ, ຂໍທ່ານໃຫ້ຮູ້ຄວາມໝາຍ, ຈຸດປະສົງ ແລະບຸລິມະສິດແຖວໜ້າຂອງທ່ານ ໂຕເລິມ ໃນການຢ້ຽມຢາມທາງລັດຖະກິດ ສ.ເກົາຫຼີ ແລະການກໍານົດທິດກ່ຽວກັບການພັດທະນາຂອງການພົວພັນ ຫວຽດນາມ-ສ.ເກົາຫຼີ ໃນໄລຍະຈະມາເຖິງ?

ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ: ທ່ານ ໂຕເລິມ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ຢ້ຽມຢາມທາງລັດຖະກິດ ສ.ເກົາຫຼີ ທີ່ສວຍງາມ ແລະຮັກແພງແຂກຄົນ, ໃນຖານະທີ່ເປັນແຂກຄົນທຳອິດຂອງອຳນາດການປົກຄອງຊຸດໃໝ່. ນີ້ກໍ່ແມ່ນການຢ້ຽມຢາມ ສ.ເກົາຫຼີ ຄັ້ງທຳອິດຂອງທ່ານ ໂຕເລິມ ໃນຖານະຕຳແໜ່ງໃໝ່. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນການຖືເປັນສໍາຄັນ ແລະການໃຫ້ບຸລິມະສິດສູງຂອງການນຳຂັ້ນສູງສອງປະເທດສໍາລັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ສ.ເກົາຫຼີ.

ຜ່ານການຢ້ຽມຢາມ, ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບອຳນາດການປົກຄອງຊຸດໃໝ່ ສຸມໃສ່ຜັນຂະຫຍາຍບາງການກໍານົດທິດຮ່ວມມືຈຸດສຸມຄື: ທີໜຶ່ງ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ, ຍົກລະດັບການຮ່ວມມືໃນບັນດາຂົງເຂດຈຸດສຸມ, ຄື: ການຕ່າງປະເທດ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ທີສອງ, ຍົກສູງປະສິດທິຜົນການຮ່ວມມືທີ່ແທດຈິງ, ພິເສດແມ່ນບັນດາຂົງເຂດ ທີ່ ສ.ເກົາຫຼີ ມີທ່າແຮງ ແລະເໝາະສົມກັບການກໍານົດທິດພັດທະນາໃໝ່ຂອງຫວຽດນາມ ຄື: ພື້ນຖານໂຄງລ່າງ, ເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ, ພະລັງງານທົດແທນ... ທີສາມ, ກຳນົດ ແລະນຳການຮ່ວມມືວິທະຍາສາດ-ເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ ແລະພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງເພື່ອເປັນເສົາຄໍ້າໃໝ່ໃນການພົວພັນສອງຝ່າຍ. ທີສີ່, ຊຸກຍູ້ບັນດາທິດຮ່ວມມືໃໝ່, ມີຄວາມຫຼາກຫຼາຍກວ່າກ່ຽວກັບວັດທະນະທຳອຸດສາຫະກຳ, ການທ່ອງທ່ຽວ, ແຮງງານ, ການປ່ຽນແປງຂອງດິນຟ້າອາກາດ, ການສຶກສາ, ສາທາລະນະສຸກ ແລະການພົບປະແລກປ່ຽນປະຊາຊົນ.

leftcenterrightdel
ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ. ພາບ: ຈ່າຫງວຽນ

ນັກຂ່າວ: ຂໍຮຽນທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ, ຂໍໃຫ້ທ່ານຕີລາຄາກ່ຽວກັບການຮ່ວມມືລົງທຶນລະຫວ່າງຫວຽດນາມ ແລະສ.ເກົາຫຼີ ໃນໄລຍະຜ່ານມາ? ຫວຽດນາມ ຈະມີນະໂຍບາຍຫຍັງແດ່ເພື່ອເພີ່ມທະວີການດຶງດູດການລົງທຶນຂອງວິສາຫະກິດ ສ.ເກົາຫຼີ ຢູ່ຫວຽດນາມ ໃນໄລຍະຈະມາເຖິງ...?

ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ: ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນ ຍາມໃດກໍ່ແມ່ນໜຶ່ງໃນບັນດາເສົາຄໍ້າສຳຄັນໃນການພົວພັນສອງປະເທດ, ແມ່ນກຳລັງໜູນຕົ້ນຕໍເພື່ອຊຸກຍູ້ການພັດທະນາທຸກດ້ານຂອງສອງປະເທດຫວຽດນາມ ແລະສ.ເກົາຫຼີ.

ພ້ອມກັນນັ້ນ, ການຮ່ວມມືໃນການຟື້ນຟູຕ່ອງໂສ້ການສະໜອງສອງປະເທດກໍ່ໄດ້ກຳນົດວ່າແມ່ນບຸລິມະສິດຍຸດທະສາດໃນການພົວພັນ. ຫວຽດນາມ ໃຫ້ຄຳໝັ້ນສັນຍາຮ່ວມເດີນທາງພ້ອມກັບວິສາຫະກິດ ສ.ເກົາຫຼີ  ພັດທະນາລະບົບຕ່ອງໂສ້ສະໜອງໃຫ້ມີຄວາມຫຼາກຫຼາຍ ແລະມີຄຸນຄ່າສູງ, ພ້ອມທັງສົ່ງເສີມວິສາຫະກິດຫວຽດນາມ ເຂົ້າຮ່ວມຢ່າງເລິກເຊິ່ງກວ່າ ແລະໃນລະບົບທີ່ສູງກວ່າໃນເຄືອຂ່າຍຕ່ອງໂສ້ການສະໜອງທົ່ວໂລກຂອງວິສາຫະກິດ ສ.ເກົາຫຼີ. ພັກ ແລະລັດຫວຽດນາມ ພ້ອມທີ່ຈະສ້າງເງື່ອນໄຂສະດວກທີ່ສຸດໃຫ້ບັນດານັກລົງທຶນຕ່າງປະເທດ, ໃນນັ້ນມີ ສ.ເກົາຫຼີ ສືບຕໍ່ລົງທຶນຢ່າງຖາວອນ ກໍ່ຄືຊອກຫາກາລະໂອກາດລົງທຶນໃໝ່ ແລະພ້ອມກັນພັດທະນາ.

ນັກຂ່າວ: ຫວຽດນາມ ແລະສ.ເກົາຫຼີ ມີຫຼາຍຈຸດຄ້າຍຄືກັນດ້ານວັດທະນະທຳ ແລະອາລົມຈິດ, ການພົບປະແລກປ່ຽນປະຊາຊົນກໍ່ນັບມື້ນັບແໜ້ນແຟ້ນ. ຂໍຮຽນທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ, ຂໍທ່ານໃຫ້ຮູ້ມາດຕະການ, ນະໂຍບາຍທີ່ແນໃສ່ເພີ່ມທະວີການພົບປະແລກປ່ຽນປະຊາຊົນ ແລະຊຸກຍູ້ການຮ່ວມມືດ້ານວັດທະນະທຳລະຫວ່າງສອງປະເທດ?

ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ: ຫວຽດນາມ ແລະສ.ເກົາຫຼີ ມີຫຼາຍຈຸດຄ້າຍຄືກັນໃນດ້ານວັດທະນະທໍາ, ປະຫວັດສາດ, ຄຸນຄ່າສັງຄົມ, ມູນເຊື້ອຮັກຊາດ, ຈິດໃຈປະຊາຄົມ, ເຈດຈໍານົງບືນຕົວຂຶ້ນ. ການຮ່ວມມືດ້ານວັດທະນະທຳ ແລະການສຶກສາລະຫວ່າງສອງປະເທດຍັງບໍ່ທັນໄດ້ຮັບການພັດທະນາຢ່າງຂະຫຍັນຂັນເຄື່ອນຄືໃນປະຈຸບັນ, ທັງແມ່ນທາດເລັ່ງຄວາມຜູກພັນ ແລະເຮັດໃຫ້ການພົວພັນສອງປະເທດເລິກເຊິ່ງກວ່າອີກ.

ການພົບປະແລກປ່ຽນປະຊາຊົນ ແລະການຮ່ວມມືດ້ານວັດທະນະທຳລະຫວ່າງສອງປະເທດຕ້ອງຖືເປັນວິໄສທັດອັນຍາວນານດ້ວຍຄວາມຮັບຮູ້ລວມໃນຂົງເຂດນີ້ແມ່ນທັງເປັນພື້ນຖານທາງດ້ານຈິດໃຈຂອງສັງຄົມ, ທັງເປັນກໍາລັງໜູນສໍາຄັນໃຫ້ແກ່ການພັດທະນາ ແລະການເຊື່ອມໂຍງເຂົ້າກັບສາກົນຂອງສອງປະເທດ, ປະກອບສ່ວນປັບປຸງພື້ນຖານ, ຄວາມເຫັນດີເຫັນພ້ອມໃນສັງຄົມທີ່ສະດວກໃຫ້ແກ່ການພັດທະນາຂອງການພົວພັນ ຫວຽດນາມ-ສ.ເກົາຫຼີ. ສອງປະເທດຄວນສຸມໃສ່ບາງການກໍານົດທິດ, ລວມມີ: ສືບຕໍ່ຍົກລະດັບກົນໄກ, ຂໍ້ຕົກລົງຮ່ວມມືດ້ານວັດທະນະທຳ, ການສຶກສາ, ຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນສິລະປະ ແລະບຳລຸງສ້າງຊັບພະຍາກອນມະນຸດດ້ານວັດທະນະທຳໃຫ້ມີຄຸນນະພາບສູງ; ສືບຕໍ່ໜູນຊ່ວຍປະຊາຄົມຊາວຫວຽດນາມ ທີ່ກຳລັງດຳລົງຊີວິດ ແລະເຮັດວຽກຢູ່ແຕ່ລະປະເທດ, ເອົາໃຈໃສ່ເຖິງລຸ້ນຄົນທີ່ເກີດໃນຄອບຄົວຊາວ ຫວຽດນາມ-ສ.ເກົາຫຼີ.

ນັກຂ່າວ: ຂໍຂຽນທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ແບ່ງປັນກ່ຽວກັບຍຸດທະສາດຂອງລັດຖະບານຫວຽດນາມ ແນໃສ່ສືບຕໍ່ເລື່ອງລາວທີ່ປະສົບຜົນສຳເລັດຂອງພື້ນຖານເສດຖະກິດຫວຽດນາມ ນັບທັງໃນຍຸກແຫ່ງລັດທິປົກປ້ອງການຄ້າ?

ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ: ໃນໄລຍະຜ່ານມາ, ພວກຂ້າພະເຈົ້າ ໄດ້ຜັນຂະຫຍາຍບັນດາກໍານົດທິດຍຸດທະສາດຢ່າງຄົບຊຸດ, ຄື: ກົງຈັກການເມືອງທຸກຂັ້ນໄດ້ກະທັດຮັດ, ຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ພວມເຄື່ອນໄຫວ; ສ້າງບາດກ້າວບຸກທະລຸທາງດ້ານວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກໍາ ແລະການຫັນເປັນດີຈີຕອນເທື່ອລະກ້າວ; ພັດທະນາເສດຖະກິດພາກເອກະຊົນໃຫ້ກາຍເປັນ “ກໍາລັງໜູນສຳຄັນທີ່ສຸດ” ຂອງພື້ນຖານເສດຖະກິດແຫ່ງຊາດ; ຍູ້ແຮງການເຊື່ອມໂຍງເຂົ້າກັບສາກົນເພື່ອເປີດຊ່ອງທາງພັດທະນາໃໝ່ໃຫ້ແກ່ປະເທດ; ຮັບປະກັນການເຊື່ອມໂຍງເຂົ້າກັບສາກົນເພື່ອເປີດການພັດທະນາໃໝ່ໃຫ້ແກ່ປະເທດ; ຮັບປະກັບການເຊື່ອມໂຍງຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງ, ຮັກສາເອກະລາດໄວ້ໃຫ້ໝັ້ນຄົງ, ເປັນເຈົ້າຕົນເອງບົນພື້ນຖານການຫັນຕະຫຼາດ, ຄູ່ຮ່ວມມືເປັນຫຼາຍຝ່າຍ, ຫຼາຍຮູບແບບ ແລະຍົກສູງກຳລັງຄວາມສາມາດໃນການສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຄວາມສາມາດຮັບມືກັບທຸກການຜັນແປໃນທົ່ວໂລກ.

ນັກຂ່າວ: ຫວຽດນາມ ມີການພົວພັນມິດຕະພາບກັບທຸກປະເທດມະຫາອຳນາດໃນໂລກ, ລວມມີ ຈີນ, ລັດເຊຍ, ອາເມລິກາ. ຂໍຮຽນທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ແບ່ງປັນເຄັດລັບທີ່ປະສົບຜົນສຳເລັດທີ່ຢູ່ເບື້ອງຫຼັງນະໂຍບາຍການຕ່າງປະເທດຂອງຫວຽດນາມ ແມ່ນຫຍັງ?

ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ: ຂ້າພະເຈົ້າ ຖືວ່ານະໂຍບາຍການພົວພັນຕ່າງປະເທດຂອງແຕ່ລະປະເທດລ້ວນແຕ່ມີທາງເດີນທີ່ເໝາະສົມກັບສະພາບແວດລ້ອມ ແລະເງື່ອນໄຂຂອງແຕ່ລະປະເທດ.

ມາຮອດປະຈຸບັນ, ນະໂຍບາຍນີ້ໄດ້ຮັກສາໄວ້ ແລະສົມບູນຂຶ້ນກວ່າເກົ່າ. ບົນຫຼັກການສະເໝີພາບ, ເຄົາລົບເຊິ່ງກັນ ແລະກັນ, ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ, ພວກຂ້າພະເຈົ້າ ຊຸກຍູ້ການພົວພັນມິດຕະພາບກັບບັນດາປະເທດ, ພ້ອມດຽວກັນນັ້ນຍາມໃດກໍ່ມານະພະຍາຍາມເຮັດໃໝ່, ຫັນບັນດາຊ່ອງທາງການຮ່ວມມືໃນທຸກຂົງເຂດໃຫ້ເປັນຫຼາຍຮູບຫຼາຍແບບ, ສ້າງເຄືອຂ່າຍການຮ່ວມມືໃນຫຼາຍລະດັບ. ບົນພື້ນຖານຫຼັກການທີ່ເປັນພື້ນຖານຂອງກົດບັດສະຫະປະຊາຊາດ ແລະກົດໝາຍສາກົນ, ຫວຽດນາມ ໄດ້ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ, ຮັບປະກັນຜົນປະໂຫຍດສູງສຸດຂອງປະເທດ-ຂອງຊາດ; ຍົກສູງລັດທິຫຼາຍຝ່າຍ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສະພາບແວດລ້ອມສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະໃນທົ່ວໂລກ.

ຍ້ອນສິ່ງດັ່ງກ່າວນັ້ນ, ມາຮອດປະຈຸບັນ ຫວຽດນາມ ໄດ້ມີການພົວພັນນັບແຕ່ຄູ່ຮ່ວມມືຍຸດທະສາດຂຶ້ນໄປກັບປະເທດໃຫຍ່ທັງໝົດ. ພວກຂ້າພະເຈົ້າຖືເປັນສໍາຄັນການເອົາໃຈໃສ່ທີ່ສຸດໃນການຊຸກຍູ້ການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງ, ພາກພື້ນ, ຄູ່ຮ່ວມມືສຳຄັນຕ່າງໆ ແລະເພື່ອນມິດທີ່ເປັນມູນເຊື້ອເພື່ອສ້າງນະໂຍບາຍການຕ່າງປະເທດແບບເປີດກວ້າງ ແລະຊຸກຍູ້ການພົວພັນຮ່ວມມືທີ່ສະເໝີພາບ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດກັບບັນດາປະເທດທັງໝົດ.

ນັກຂ່າວ: ຫວ່າງມໍ່ໆມານີ້, ຫວຽດນາມ ໄດ້ປະຕິບັດການສ້າງໂຄງປະກອບຄືນໃໝ່ດ້ວຍຂະໜາດໃຫຍ່ສຸດ. ການປະຕິຮູບກົງຈັກໃນຂະໜາດໃຫຍ່ຄືດັ່ງກ່າວແມ່ນບໍ່ງ່າຍດາຍ. ຂໍຮຽນທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຈົ່ງແບ່ງປັນສະພາບການ, ຈຸດປະສົງ ແລະໝາກຜົນເບື້ອງຕົ້ນຂອງກິດຈະການນີ້?

ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ: ພວກຂ້າພະເຈົ້າ ໄດ້ກຳນົດຢ່າງຈະແຈ້ງວ່າຢາກພັດທະນາຢ່າງວ່ອງໄວ ແລະຍືນຍົງມີຄວາມໝາຍດຽວກັນກັບການກ້າຄິດໃຫຍ່, ການກະທໍາໃຫຍ່ດ້ວຍຈິນຕະນາການໃໝ່, ວິໄສທັດໃໝ່, ຈິດໃຈໃໝ່. ທົ່ວລະບົບການເມືອງຂອງຫວຽດນາມ ໄດ້ກ້າວເຂົ້າສູ່ການຕັດສິນໃຈສູງ, ມານະພະຍາຍາມ ແລະມີການກະທຳຢ່າງຂ້ຽວຂາດ, ຄົບຊຸດ. ພວກຂ້າພະເຈົ້າ ປະຕິບັດແຕ່ລະບາດກ້າວຢ່າງລະມັດລະວັງ, ມີຈຸດສຸມ, ຈຸດໃຈກາງ, ເຮັດຮອດໃສມີຄວາມໜັກແໜ້ນຮອດຫັ້ນ, ວຽກໃດຈະແຈ້ງນັ້ນແມ່ນລົງມືເຮັດໃນທັນທີ, ວຽກໃດຍັງໃໝ່ ຫຼືຍັງບໍ່ເຄີຍເຮັດມາກ່ອນນັ້ນແມ່ນທົດລອງເຮັດຢ່າງກ້າຫານ, ທັງເຮັດທັງຖອດຖອນບົດຮຽນໄປພ້ອມກັນ, ບໍ່ປະໝາດ, ບໍ່ຟ້າວຟັ່ງ. ສໍາຄັນກວ່າໝູ່ໝົດ, ພວກຂ້າພະເຈົ້າ ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນ, ມີຄວາມມານະພະຍາຍາມທີ່ສຸດຂອງປະຊາຊົນ ແລະທົ່ວປວງຊົນທັງຊາດ. ໝາກຜົນໄດ້ຮັບໃນເບື້ອງຕົ້ນແມ່ນມີຄວາມຕັ້ງໜ້າທີ່ສຸດ.

ນັກຂ່າວ: ຂໍຂອບໃຈທ່ານ!

ໂດຍ: ເຈິ່ນຮວ່ຽນ