leftcenterrightdel
ທ່ານເອກອັກຄະລັດຖະທູດ ຫວູເລຖາຍຮວ່າງ ແລະທ່ານນາງ Rebecca Jovin, ຫົວໜ້າຫ້ອງການ ສປຊ ເພື່ອປົດອາວຸດ. ພາບ: nhandan.vn

ເມື່ອແລກປ່ຽນກັບທ່ານນາງ Rebecca Jovin, ຫົວໜ້າຫ້ອງການ ສປຊ ເພື່ອປົດອາວຸດ (UNODA) ປະຈຳ ວຽນ, ໂອຕາລິດ ໃນວັນທີ 7 ສິງຫາ, ທ່ານເອກອັກຄະລັດຖະທູດ ຫວູເລຖາຍຮວ່າງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ຄຽງຂ້າງ ສປຊ ແລະບັນດາອົງການຈັດຕັ້ງສາກົນຢູ່ ວຽນ, ໄດ້ເນັ້ນໜັກເຖິງຄຳໝັ້ນສັນຍາຂອງ ຫວຽດນາມ ໃນການຊຸກຍູ້ລັດທິຫຼາຍຝ່າຍ, ສ້າງຄວາມເຫັນດີເຫັນພ້ອມ ແລະຮັບປະກັນການສຳຜັດດ້ວຍ 3 ເສົາຄ້ຳຂອງສົນທິສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ (NPT). ນັ້ນແມ່ນ: ຕ້ານການແຜ່ຂະຫຍາຍອາວຸດນິວເຄຼຍ, ປົດອາວຸດ ແລະນຳໃຊ້ເຕັກໂນໂລຢີນິວເຄຼຍ ເພື່ອຈຸດປະສົງສັນຕິພາບ. ທ່ານເອກອັກຄະລັດຖະທູດ ກໍສະເໜີເນື້ອໃນການຮ່ວມມືລະອຽດກັບຫ້ອງການ UNODA ປະຈຳ ວຽນ ໃນວິວັດການກະກຽມໃຫ້ແກ່ກອງປະຊຸມສຳຫຼວດ ສົນທິສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ ຄັ້ງທີ 11 (NPT RevCon 11) ຄາດວ່າ ຈະດຳເນີນໃນເດືອນ ເມສາ - ພຶດສະພາ 2026 ທີ່ ນິວຢອກ (ອາເມລິກາ).

ຕາງໜ້າໃຫ້ຫ້ອງການ UNODA, ທ່ານນາງ Rebecca Jovin ເຊື່ອໝັ້ນວ່າ ທ່ານເອກອັກຄະລັດຖະທູດ ໂດຮຸ່ງຫວຽດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ຄຽງຂ້າງ ສປຊ ຈະດຳລົງຕໍາແໜ່ງປະທານ ໄດ້ເປັນຢ່າງດີ, ນຳພາກອງປະຊຸມປະສົບຜົນສຳເລັດຢ່າງຈົບງາມ. ຫ້ອງການ UNODA ໃຫ້ຄຳໝັ້ນສັນຍາຮ່ວມມືກັບຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອຈັດຕັ້ງບັນດາວາລະປຶກສາຫາລືໃນພາກພື້ນ, ໜູນຊ່ວຍບັນດາກິດຈະກຳຂອງທ່ານເອກອັກຄະລັດຖະທູດ ໂດຮຸ່ງຫວຽດ ຢ່າງສຸດຂີດ ເມື່ອມາເຮັດວຽກຢູ່ ວຽນ ແລະໃນຕະຫຼອດໄລຍະດຳລົງຕໍາແໜ່ງເປັນປະທານກອງປະຊຸມດັ່ງກ່າວ.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ