ເປີດກວ້າງການຮ່ວມມືສອງຝ່າຍໃນທຸກຂົງເຂດ

ທ່ານປະທານາທິບໍດີ Lee Jae Myung ຢືນຢັນວ່າ ສ.ເກົາຫຼີ ຍາມໃດກໍ່ຖືຫວຽດນາມ ເປັນຄູ່ຮ່ວມມືຈຸດສຸມໃນການຜັນຂະຫຍາຍນະໂຍບາຍພົວພັນຕ່າງປະເທດຢູ່ພາກພື້ນ; ເນັ້ນໜັກວ່າ ການຢ້ຽມຢາມ ສ.ເກົາຫຼີ ເປັນຄັ້ງທຳອິດຂອງທ່ານເລຂາທິການໃຫຍ່ ໂຕເລິມ ໃນຖານະຕຳແໜ່ງການນໍາສູງສຸດຂອງຫວຽດນາມ ມີຄວາມໝາຍສຳຄັນເປັນພິເສດ, ສ້າງກຳລັງໜູນຢ່າງແຮງ ເພື່ອເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນ, ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ ແລະເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ສ.ເກົາຫຼີ-ຫວຽດນາມ ໃນໄລຍະຕໍ່ໄປໃຫ້ເລິກເຊິ່ງຂຶ້ນຕື່ມ.

leftcenterrightdel
ທ່ານເລຂາທິການໃຫຍ່ ໂຕເລິມ ແລະທ່ານປະທານາທິບໍດີ ສ.ເກົາຫຼີ Lee Jae Myung. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານປະທານາທິບໍດີ Lee Jae Myung ຢືນຢັນຖືຫວຽດນາມ ແມ່ນປະເທດສຳຄັນທີ່ສຸດໃນພາກພື້ນ. ທ່ານປະທານາທິບໍດີ Lee Jae Myung ເນັ້ນໜັກວ່າ ສ.ເກົາຫຼີ ພ້ອມແລ້ວທີ່ຈະຮ່ວມເດີນທາງພ້ອມກັບຫວຽດນາມ ໃນໄລຍະພັດທະນາຕໍ່ໄປ.

ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນວ່າ ຫວຽດນາມ ສະເໝີຕົ້ນສະເໝີປາຍຖືເປັນສໍາຄັນການພົວພັນກັບ ສ.ເກົາຫຼີ ໃນແນວທາງການພົວພັນຕ່າງປະເທດຂອງຕົນ, ປາດຖະໜາຢາກພ້ອມກັບທ່ານປະທານາທິບໍດີ Lee Jae Myung ແລະການນຳ ສ.ເກົາຫຼີ ກໍານົດທິດການພົວພັນຮ່ວມມືລະຫວ່າງສອງປະເທດສືບຕໍ່ມີການປ່ຽນແປງໃໝ່, ແທດຈິງ, ມີປະສິດທິຜົນ ແລະຍືນຍົງຍາວນານໃນທຸກຂົງເຂດ, ສົມກັບຂອບເຂດການພົວພັນທາງການທູດສູງສຸດ ເຊິ່ງສອງຝ່າຍໄດ້ສ້າງຕັ້ງຂຶ້ນ.

ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ເປີດກວ້າງການຮ່ວມມືໃນທຸກຊ່ອງທາງຂອງພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ແລະການພົບປະແລກປ່ຽນປະຊາຊົນ, ສ້າງພື້ນຖານຊຸກຍູ້ ແລະເປີດກວ້າງການຮ່ວມມືລະຫວ່າງສອງປະເທດໃນທຸກຂົງເຂດ.

ການນຳສອງທ່ານເຫັນດີເປັນເອກະພາບຊີ້ນໍາບັນດາອົງການ, ທ້ອງຖິ່ນຂອງສອງປະເທດສົມທົບກັນຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືລະຫວ່າງສອງປະເທດ, ເປັນຕົ້ນແມ່ນໂຄງການດໍາເນີນງານຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ສ.ເກົາຫຼີ ຢ່າງມີປະສິດທິຜົນ. ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ສ້າງຄວາມສະດວກໃຫ້ການຄ້າ, ເປີດປະຕູຕະຫຼາດໃຫ້ສິນຄ້າຂອງກັນ; ໜູນຊ່ວຍຍົກສູງກຳລັງຄວາມສາມາດໃຫ້ບັນດາວິສາຫະກິດຫວຽດນາມ ເຂົ້າຮ່ວມຢ່າງເລິກເຊິ່ງກວ່າໃນຕ່ອງໂສ້ການສະໜອງທົ່ວໂລກຂອງວິສາຫະກິດ ສ.ເກົາຫຼີ ໂດຍໄວ, ຜ່ານນັ້ນບັນລຸໄດ້ເປົ້າໝາຍວົງເງິນການຄ້າສອງຝ່າຍ 150 ຕື້ໂດລາສະຫະລັດ ໃນປີ 2030.

ທ່ານປະທານາທິບໍດີ Lee Jae Myung ປາດຖະໜາວ່າ ຫວຽດນາມ ຈະເອົາໃຈໃສ່ ແລະໜູນຊ່ວຍບັນດາວິສາຫະກິດສ.ເກົາຫຼີ ເປີດກວ້າງ, ຍົກສູງປະສິດທິຜົນການເຄື່ອນໄຫວດຳເນີນທຸລະກິດ, ລົງທຶນຍາວນານຢູ່ ຫວຽດນາມ ແລະໜູນຊ່ວຍໃຫ້ວິສາຫະກິດ ສ.ເກົາຫຼີ ເຂົ້າຮ່ວມບັນດາໂຄງການຈຸດສຸມຂອງຫວຽດນາມ; ເນັ້ນໜັກວ່າ ສ.ເກົາຫຼີ ສືບຕໍ່ຖືຫວຽດນາມ ເປັນຄູ່ຮ່ວມມືຍຸດທະສາດສຳຄັນກ່ຽວກັບການຮ່ວມມືພັດທະນາ; ໃຫ້ຄຳໝັ້ນສັນຍາຈະສືບຕໍ່ເປີດກວ້າງຂອບຂະໜາດການໜູນຊ່ວຍ ODA ໃຫ້ບັນດາຂົງເຂດຫວຽດນາມ ມີຄວາມສົນໃຈ, ຄື: ພື້ນຖານໂຄງລ່າງ, ຄົ້ນຄວ້າ ແລະພັດທະນາ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

leftcenterrightdel
ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະເຈລະຈາວົງແຄບກັບທ່ານປະທານາທິບໍດີ ສ.ເກົາຫຼີ Lee Jae Myung. ພາບ: ສໍານັກຂ່າວສານຫວຽດນາມ

ກໍ່ໃນຂອບເຂດການພົບປະເຈລະຈາ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະທ່ານປະທານາທິບໍດີ Lee Jae Myung ໄດ້ແລກປ່ຽນບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ແບ່ງປັນຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ, ຮັບປະກັນສິດຜົນປະໂຫຍດຖືກຕ້ອງຕາມກົດໝາຍ, ຖືກຕ້ອງຕາມຂໍ້ກຳນົດຂອງກົດໝາຍສາກົນ ແລະສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982...

ພາຍຫຼັງການພົບປະເຈລະຈາ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະທ່ານປະທານາທິບໍດີ Lee Jae Myung ໄດ້ເປັນສັກຂີພິຍານການແລກປ່ຽນເອກະສານຮ່ວມມື 10 ສະບັບລະຫວ່າງບັນດາກະຊວງ, ຂະແໜງການ ແລະອົງການສອງປະເທດໃນຂົງເຂດການຮ່ວມມືດ້ານປ້ອງກັນຊາດ, ຄວາມໝັ້ນຄົງ, ເສດຖະກິດ, ການຄ້າ, ແຮງງານ, ວັດທະນະທຳ... ພາຍຫຼັງພິທີມອບເອກະສານຮ່ວມມື, ການນໍາສອງປະເທດ ໄດ້ພົບປະກັບສື່ມວນຊົນ ເພື່ອແຈ້ງໃຫ້ຊາບກ່ຽວກັບໝາກຜົນຂອງການພົບປະເຈລະຈາຂັ້ນສູງ.

* ວັນດຽວກັນ, ສອງຝ່າຍໄດ້ອອກຖະແຫຼງການຮ່ວມກ່ຽວກັບການເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ສ.ເກົາຫຼີ ເລິກເຊິ່ງກວ່າອີກ.

ເສີມຂະຫຍາຍບົດບາດໃຈກາງຂອງການຮ່ວມມືດ້ານເສດຖະກິດ-ການຄ້າ

ຕອນບ່າຍວັນທີ 11 ສິງຫາ, ຢູ່ນະຄອນຫຼວງເຊອູນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ Kim Min Seok.

leftcenterrightdel
ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ Kim Min Seok. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການພົບປະ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນການພົວພັນຮ່ວມມືກັບ ສ.ເກົາຫຼີ ແລະປາດຖະໜາຢາກພ້ອມກັບ ສ.ເກົາຫຼີ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ສ.ເກົາຫຼີ ເລິກເຊິ່ງກວ່າອີກ. ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີສອງຝ່າຍມານະພະຍາຍາມປັບປຸງພື້ນຖານຈິດໃຈປະຊາຊົນ, ສ້າງຄວາມສະໜິດຕິດພັນຢ່າງແໜ້ນແຟ້ນລະຫວ່າງສອງປະເທດ ແລະປະຊາຊົນສອງປະເທດ; ຊົມເຊີຍສອງຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈໍາກ່ຽວກັບໂຄງການອອກໃບອະນຸຍາດເຮັດວຽກໃຫ້ແຮງງານຕ່າງປະເທດ (EPS) ລະຫວ່າງຫວຽດນາມ ແລະສ.ເກົາຫຼີ; ພ້ອມທັງເພີ່ມທະວີການຮ່ວມມືດ້ານການສຶກສາ, ສະເໜີ ສ.ເກົາຫຼີ ໜູນຊ່ວຍການບຳລຸງສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ຄື: ເຄິ່ງຊັກນຳໄຟຟ້າ, ລົດໄຟຟ້າ, ເຕັກໂນໂລຢີຊີວະພາບ, ປັນຍາປະດິດ.

leftcenterrightdel
ບັນຍາກາດທີ່ການພົບປະ. ພາບ: ສໍານັກຂ່າວສານຫວຽດນາມ

ສ່ວນທ່ານນາຍົກລັດຖະມົນຕີ Kim Min Seok ຢືນຢັນວ່າ ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ໂຕເລິມ ຈະສ້າງຂີດໝາຍປະຫວັດສາດໃໝ່ໃນການພົວພັນສອງປະເທດ, ສ້າງກໍາລັງໜູນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ສ.ເກົາຫຼີ ຢ່າງແຂງແຮງ. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ຈະສືບຕໍ່ເອົາໃຈໃສ່ເຖິງການຮ່ວມມືກັບຫວຽດນາມ ເພີ່ມທະວີການບຳລຸງສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງຮັບໃຊ້ໃຫ້ການພັດທະນາເສດຖະກິດສອງປະເທດໃນໄລຍະຈະມາເຖິງ. ທ່ານນາຍົກລັດຖະມົນຕີ Kim Min Seok ຢືນຢັນວ່າ ລັດຖະບານ ສ.ເກົາຫຼີ ພວມພິຈາລະນາຢ່າງຕັ້ງໜ້າກ່ຽວກັບເລື່ອງເຮັດລະບຽບການວີຊາໃຫ້ພົນລະເມືອງຫວຽດນາມ ງ່າຍຂຶ້ນ ແລະສືບຕໍ່ເພີ່ມທະວີມາດຕະການໜູນຊ່ວຍໃຫ້ເຈົ້າສາວຊາວຕ່າງປະເທດ, ໃນນັ້ນມີ ເຈົ້າສາວຫວຽດນາມ ເພື່ອຮັກສາຊີວິດການເປັນຢູ່ເປັນປົກກະຕິຢູ່ ສ.ເກົາຫຼີ.

* ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ສ.ເກົາຫຼີ, ຕອນບ່າຍວັນທີ 11 ສິງຫາ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ໄປຢ້ຽມຢາມມະຫາວິທະຍາໄລ Yonsei ແລະກ່າວຄຳເຫັນນະໂຍບາຍດ້ວຍຫົວຂໍ້ “ເພີ່ມທະວີການເຊື່ອມຕໍ່ ແລະຄວາມໄວ້ເນື້ອເຊື່ອໃຈ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ສ.ເກົາຫຼີ ເພື່ອສັນຕິພາບ, ຄວາມວັດທະນາຖາວອນ, ການຮ່ວມມື ແລະການພັດທະນາ”.

* ຕອນຄໍ່າວັນທີ 11 ສິງຫາ, ທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເຂົ້າຮ່ວມງານລ້ຽງໂດຍທ່ານປະທານາທິບໍດີ ສ.ເກົາຫຼີ Lee Jae Myung ແລະພັນລະຍາ ເປັນປະທານ.

ໂດຍ: ເຈິ່ນຮວ່ຽນ