ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນປະຕິວັດເດືອນສິງຫາ ທີ່ປະສົບຜົນສຳເລັດ ແລະວັນຊາດ ທີ 2 ກັນຍາ, ທ່ານ Yossi Beilin ອະດີດລັດຖະມົນຕີກະຊວງຍຸຕິທຳ ອິດສະຣາແອນ ໄດ້ໃຫ້ສຳພາດຕໍ່ນັກຂ່າວສໍານັກຂ່າວສານຫວຽດນາມ ຢູ່ Tel Aviv, ໃນນັ້ນ ທ່ານໄດ້ຕີລາຄາຢ່າງຕັ້ງໜ້າກ່ຽວກັບບົດບາດ, ທີ່ຕັ້ງ ແລະຄວາມສາມາດບົ່ມຊ້ອນຮ່ວມມືຂອງຫວຽດນາມ ໃນເວທີສາກົນ.
ທ່ານ Yossi Beilin, ຜູ້ທີ່ມີບົດບາດສຳຄັນໃນການສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ອິດສະຣາແອນ ເມື່ອປີ 1993 ໃນຖານະທີ່ເປັນລັດຖະມົນຕີກະຊວງການຕ່າງປະເທດ ອິດສະຣາແອນ ໄດ້ສະແດງຄວາມປະທັບໃຈຢ່າງເລິກເຊິ່ງກ່ຽວກັບຂະບວນການພັດທະນາຂອງ ຫວຽດນາມ, ຈາກປະເທດທີ່ເຄີຍຕິດພັນກັບສົງຄາມຈົນເຖິງປະເທດທີ່ຂະຫຍັນຂັນເຄື່ອນ, ທັນສະໄໝ ແລະມີບົດບາດທີ່ຕັ້ງໜ້າໃນການໄກ່ເກ່ຍສາກົນ.
ທ່ານ Yossi Beilin ເວົ້າວ່າ: “ສຳລັບລຸ້ນຂ້າພະເຈົ້າ, ຫວຽດນາມ ແມ່ນສັນຍາລັກຂອງຊາດນ້ອຍໜຶ່ງ ແຕ່ອົງອາດກ້າແກ່ນ, ສາມາດຍາດໄດ້ໄຊຊະນະໃນສົງຄາມ. ສໍາລັບລຸ້ນໜຸ່ມໃນປະຈຸບັນ, ຫວຽດນາມ ນັບມື້ນັບເປັນຈຸດນັດພົບທີ່ດຶງດູດ, ເປັນປະເທດສັນຕິພາບ ແລະປ່ຽນແປງໃໝ່”.
    |
 |
ທ່ານ Yossi Beilin ອະດີດລັດຖະມົນຕີກະຊວງຍຸຕິທຳ ອິດສະຣາແອນ. ພາບ: ສໍານັກຂ່າວສານຫວຽດນາມ. |
ທ່ານອະດີດລັດຖະມົນຕີກະຊວງຍຸຕິທຳ ອິດສະຣາແອນ ໄດ້ຕີລາຄາສູງບັນດາຜົນງານຂອງ ຫວຽດນາມ ໃນຂົງເຂດເຕັກໂນໂລຢີ ແລະການຫັນເປັນທັນສະໄໝ, ຖືວ່າ ຫວຽດນາມ ພວມໝູນໃຊ້ທ່າໄດ້ປຽບຂອງ “ຜູ້ມາຊ້າ”, ພິເສດແມ່ນໃນຂົງເຂດໃໝ່ຄື ປັນຍາປະດິດ (AI). ທ່ານ ກໍ່ເນັ້ນໜັກວ່າ ຄຸນທາດຂອງຄວາມດຸໝັ່ນ, ຂະຫຍັນຂັນເຂື່ອນຂອງຊາວຫວຽດນາມ ແມ່ນໜຶ່ງໃນບັນດາປັດໄຈສຳຄັນທີ່ສ້າງຄວາມສຳເລັດ.
ຕີລາຄານະໂຍບາຍ ການປ່ຽນແປງໃໝ່ ຂອງຫວຽດນາມ ນັບແຕ່ປີ 1986, ທ່ານ Yossi Beilin ໃຫ້ຮູ້ວ່າ, ຫວຽດນາມ ບໍ່ພຽງແຕ່ປະສົບຜົນສຳເລັດທາງດ້ານເສດຖະກິດເທົ່ານັ້ນ, ຫາກຍັງພວມບືນຕົວຂຶ້ນມີບົດບາດເປັນປະເທດໄກ່ເກ່ຍສາກົນອີກດ້ວຍ.
ທ່ານ Yossi Beilin ສະແດງຄວາມປະທັບໃຈວ່າ: “ໜຶ່ງໃນບັນດາຈຸດທີ່ຈັບໃຈນັ້ນແມ່ນ ຫວຽດນາມ ບໍ່ພຽງແຕ່ພໍໃຈຕໍ່ຜົນສຳເລັດດ້ານເສດຖະກິດ, ການທ່ອງທ່ຽວເທົ່ານັ້ນ, ຫວຽດນາມ ຍັງໄດ້ເລືອກເອົາບົດບາດການເປັນປະເທດໄກ່ເກ່ຍ, ຊ່ວຍເຊື່ອມຕໍ່ກັບບັນດາປະເທດອີກດ້ວຍ. ຫວຽດນາມ ມີກໍາລັງຄວາມສາມາດ ແລະວັດທະນະທຳທີ່ເໝາະສົມເພື່ອກາຍເປັນຂົວຕໍ່ລະຫວ່າງບັນດາປະເທດ, ລະຫວ່າງຝ່າຍຄ້ານ. ນັ້ນແມ່ນບົດບາດອັນລໍ້າຄ່າໃນສະພາບການໂລກພວມມີການແບ່ງແຍກຫຼາຍ”.
ທ່ານ Yossi Beilin ກ່າວຕື່ມອີກວ່າ: “ຫວຽດນາມ ຍັງແມ່ນບ່ອນທີ່ມີຜູ້ຄົນມາຈາກຫຼາຍພື້ນຖານວັດທະນະທຳ ແລະຜົນປະໂຫຍດທີ່ແຕກຕ່າງກັນ ສາມາດພົບປະ, ເຈລະຈາ ດ້ວຍການໜູນຊ່ວຍຈາກຝ່າຍຫວຽດນາມ. ປະຈຸບັນ, ເມື່ອເວົ້າເຖິງ ຫວຽດນາມ, ຄົນທັງຫຼາຍມັກຄິດວ່າ ແມ່ນສະຖານທີ່ເຈລະຈາ, ລົງນາມຂໍ້ຕົກລົງແຕ່ບໍ່ແມ່ນສົງຄາມໃນເມື່ອກ່ອນອີກແລ້ວ.”
ຈາກປະສົບການຫຼາຍປີທີ່ເຂົ້າຮ່ວມຂະບວນການສັນຕິພາບຕາເວັນອອກກາງ, ທ່ານ Yossi Beilin ຖືວ່າ ຫວຽດນາມ ສາມາດແບ່ງປັນບົດຮຽນທາງການທູດອັນລ້ຳຄ່າ: ຄວາມເຂົ້າໃຈເຊິ່ງກັນ ແລະກັນ ແມ່ນຂໍກຸນແຈເພື່ອຊອກຫາມາດຕະການແບບຍືນຍົງ.
ກ່ຽວກັບການພົວພັນສອງຝ່າຍ, ທ່ານ Yossi Beilin ຕີລາຄາວ່າ ການພົວພັນດ້ານເສດຖະກິດ ຫວຽດນາມ - ອິດສະຣາແອນ ພວມພັດທະນາຢ່າງຕັ້ງໜ້າ, ພິເສດແມ່ນພາຍຫຼັງທີ່ 2 ປະເທດໄດ້ລົງນາມໃນສັນຍາການຄ້າເສລີສອງຝ່າຍໃນປີ 2023.
ທ່ານ Yossi Beilin ເວົ້າວ່າ: “ພວກເຮົາມີການພົວພັນດ້ານເສດຖະກິດທີ່ດີແຕ່ຍັງບໍ່ທັນພຽງພໍ. ໃນເມື່ອກ່ອນ, ຕົ້ນຕໍແມ່ນກະສິກຳ ແລະກະສິກຳກໍ່ຍັງມີຄວາມສຳຄັນທີ່ສຸດຕໍ່ຫວຽດນາມ. ອິດສະຣາແອນ ພົ້ນເດັ່ນໃນຂົງເຂດກະສິກຳ, ພິເສດແມ່ນເຕັກໂນໂລຊີກະສິກຳ. ໃນຊຸມປີມໍ່ໆມານີ້, ການຮ່ວມມືໄດ້ເປີດກວ້າງໄປສູ່ຂົງເຂດເຕັກໂນໂລຊີ, ສາທາລະນະສຸກ, ພິເສດແມ່ນພາຍຫຼັງພະຍາດ ໂຄວິດ-19. ໃນອະນາຄົດ, ບັນດາລົງເຂດນີ້ຈະມາປ່ຽນແທນກະສິກໍາ... ກະສິກໍາຢູ່ ອິດສະຣາແອນ ໄດ້ປ່ຽນແປງ: ພຽງແຕ່ 1-2% ຈຳນວນປະຊາກອນ ເຮັດກະສິກໍາ, ແຕ່ມີປະສິດທິຜົນສູງທີ່ສຸດ, ຍ້ອນອຸປະກອນ ແລະເຕັກໂນໂລໂຢີທີ່ທັນສະໄໝ, ອິດສະຣາແອນ ມີປະສົບການໃນການແຈກຢາຍ ແລະນຳໃຊ້ນ້ຳເສຍຄືນໃໝ່ ເຊິ່ງຫວຽດນາມ ສາມາດຖອດຖອນບົດຮຽນໄດ້”.
ທ່ານ Yossi Beilin ຕີລາຄາສູງວ່າ ຄວາມສາມາດບົ່ມຊ້ອນການຮ່ວມມືລະຫວ່າງສອງປະເທດຍັງໃຫຍ່ຫຼວງ, ເຊິ່ງສາມາດເພີ່ມຂຶ້ນ 10 ເທົ່າໃນປະຈຸບັນ, ບັນລຸມູນຄ່າຫຼາຍສິບຕື້ ຖ້າຮັກສາທ່າເຕີບໂຕນີ້, ເປັນຕົ້ນແມ່ນໃນບັນດາຂົງເຂດ ເຕັກໂນໂລຊີ, ສາທາລະນະສຸກ ແລະກະສິກຳເຕັກໂນໂລຢີສູງ.
ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດຫວຽດນາມ, ທ່ານ Yossi Beilin ເນັ້ນໜັກວ່າ: “ນັ້ນເປັນສິ່ງທີ່ມະຫັດສະຈັນ. ຈາກປະເທດຖືກທຳລາຍດ້ວຍສົງຄາມ, ຫວຽດນາມ ໄດ້ກາຍເປັນສັນຍາລັກແຫ່ງສັນຕິພາບ ແລະການພັດທະນາ. ຂ້າພະເຈົ້າ ຫວັງວ່າ ຫວຽດນາມ ຈະສືບຕໍ່ມີຄວາມເຂັ້ມແຂງຂຶ້ນກວ່າອີກເພື່ອເສີມຂະຫຍາຍຄວາມສາມາດບົ່ມຊ້ອນຂອງຕົນໃຫ້ໄດ້ໝົດ”.
ໂດຍ: ຈາງຫງວຽນ