ນັດຂ່າວ: ປະເທດຝລັ່ງ ຈະຈັດຕັ້ງເຫດການສະເຫຼີມສະຫຼອງວັນຊາດໃນວັນທີ 14 ກໍລະກົດນີ້. ນີ້ແມ່ນໜຶ່ງໃນບັນດາເຫດການໃຫຍ່ທີ່ສຸດໃນປີ ຂອງສະຖານທູດຝລັ່ງ ແນໃສ່ຕິດພັນຊາວຝລັ່ງ ກັບຊາວຫວຽດນາມ. ທ່ານທູດສາມາດແບ່ງປັນຕື່ມອີກກ່ຽວກັບລາຍການສະເຫຼີມສະຫຼອງໃນປີ 2025? ຫົວຂໍ້ ຫຼືຈຸດພົ້ນເດັ່ນພິເສດຂອງເຫດການໃນປີນີ້ແມ່ນຫຍັງ?

ທ່ານ Olivier Brochet ເອກອັກຄະລັດຖະທູດຝລັ່ງ ປະຈໍາຫວຽດນາມ: ຍິ່ງກວ່າເວລາໃດໝົດ, ວັນທີ 14 ກໍລະກົດປີນີ້ແມ່ນຂີດໝາຍຂອງນໍ້າໃຈມິດຕະພາບ, ການຮ່ວມມື ແລະສາຍພົວພັນຄູ່ຮ່ວມມືລະຫວ່າງຝລັ່ງ ກັບຫວຽດນາມ ເພື່ອໃຫ້ສອງປະເທດພ້ອມກັນປະເຊີນໜ້າກັບສິ່ງທ້າທາຍ.

ທີ່ຮ່າໂນ້ຍ, ພວກຂ້າພະເຈົ້າ ສະເຫຼີມສະຫຼອງວັນບຸນດັ່ງກ່າວດ້ວຍຄວາມໝາຍພິເສດທີ່ສຸດ, ນັ້ນແມ່ນເຊີດຊູນໍ້າໃຈມິດຕະພາບ. ປີນີ້, ເຫດການວັນຊາດຝລັ່ງ ຈະໄດ້ຈັດຂຶ້ນຄືກັບຕອນທີ່ບໍ່ທັນໄດ້ເກີດພະຍາດໂຄວິດ-19. ພວກຂ້າພະເຈົ້າດີໃຈທີ່ໄດ້ຕ້ອນຮັບແຂກຜູ້ມີກຽດບໍ່ພຽງແຕ່ແມ່ນຂອງຫວຽດນາມ, ຈາກວົງການການທູດ, ບັນດາອົງການລັດຖະບານ, ວິສາຫະກິດຂະໜາດໃຫຍ່ເທົ່ານັ້ນ, ຫາກຍັງລວມທັງປະຊາຄົມຊາວຝລັ່ງ ຢູ່ຮ່າໂນ້ຍ ອີກດ້ວຍ. ຄວາມຈັບໃຈແມ່ນຈະມີນັກຮ້ອງຍິງຫວຽດນາມ ມາສະແດງຮ້ອງເພງທັງເປັນພາສາຝລັ່ງ ແລະພາສາຫວຽດ.

ນັກຂ່າວ: ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ຝລັ່ງ ໄດ້ມີບາດກ້າວພົ້ນເດັ່ນຫຼາຍຢ່າງໃນປີ 2024 ແລະ 6 ເດືອນຕົ້ນປີ 2025, ພິເສດແມ່ນການຢ້ຽມຢາມຫວຽດນາມຂອງທ່ານ Emmanuel Macron ປະທານາທິບໍດີຝລັ່ງ. ທ່ານທູດຕີລາຄາຄືແນວໃດກ່ຽວກັບກໍາລັງໜູນການຮ່ວມມືໃນປັດຈຸບັນ ແລະຜົນງານພົ້ນເດັ່ນທີ່ສຸດໃນການພົວພັນສອງຝ່າຍ?

ທ່ານ Olivier Brochet ເອກອັກຄະລັດຖະທູດຝລັ່ງ ປະຈໍາຫວຽດນາມ: ຂ້າພະເຈົ້າຖືວ່າ ມີສາມຄໍາທີ່ສາມາດອະທິບາຍກ່ຽວກັບກໍາລັງໜູນພິເສດ ແລະຕັ້ງໜ້າໃນການພົວພັນ ຝລັ່ງ-ຫວຽດນາມ ໃນປັດຈຸບັນນັ້ນແມ່ນ: ນໍ້າໃຈມິດຕະພາບ-ສາຍພົວພັນຄູ່ຮ່ວມມື-ຄວາມໄວ້ເນື້ອເຊື່ອໃຈ.

ກ່ອນອື່ນໝົດກ່ຽວກັບນໍ້າໃຈມິດຕະພາບ, ນີ້ແມ່ນໜຶ່ງໃນບັນດາລັກສະນະເລິກເຊິ່ງຂອງສາຍພົວພັນຝລັ່ງ-ຫວຽດນາມ, ໄດ້ຮັບການສ້າງຕັ້ງຂຶ້ນຈາກປະຫວັດສາດອັນຍາວນານທີ່ເຕັມໄປດ້ວຍການຜັນແປ. ສອງປະເທດລ້ວນແຕ່ເຄົາລົບນັບຖືເຫດການພິເສດດັ່ງກ່າວນີ້, ສະແດງອອກຜ່ານການພ້ອມກັນຫວນຄືນອະດີດຢ່າງທຸ່ນທ່ຽງ ແລະເຈດຕະນາດີ.

leftcenterrightdel
ທ່ານ Olivier Brochet ເອກອັກຄະລັດຖະທູດຝລັ່ງ ປະຈໍາ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ກ່ຽວກັບສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ນີ້ແມ່ນໝາກຜົນສຳຄັນໃນການຢ້ຽມຢາມປາຣີ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເມື່ອເດືອນຕຸລາຂອງປີກາຍນີ້. ໃນຕະຫຼອດໄລຍະ 8 ເດືອນຫຼັງຈາກນັ້ນ, ສອງປະເທດໄດ້ມານະພະຍາຍາມເຮັດວຽກຈົນຮອດຈຸດເວລາທີ່ທ່ານ Emmanuel Macron ປະທານາທິບໍດີຝລັ່ງ ມາຢ້ຽມຢາມຫວຽດນາມ, ມີຂໍ້ຕົກລົງຫຼາຍສະບັບໄດ້ຮັບການລົງນາມ, ມີຂໍ້ຕົກລົງປະມານ 30 ສະບັບ ໃນຂົງເຂດຮ່ວມມືສອງຝ່າຍ. ໃນນັ້ນ, ພົ້ນເດັ່ນແມ່ນບັນດາຂໍ້ຕົກລົງກ່ຽວກັບການປ້ອງກັນຊາດ, ການພັດທະນາແບບຍືນຍົງ ແລະນະວັດຕະກໍາ. ພິເສດ, ຂໍ້ຕົກລົງລະຫວ່າງອົງການພັດທະນາຝລັ່ງ (AFD) ແລະກຸ່ມບໍລິສັດໄຟຟ້າຫວຽດນາມ (EVN) ແມ່ນຂໍ້ຕົກລົງການຮ່ວມມືຫັນປ່ຽນພະລັງງານຢ່າງມີຄວາມຍຸຕິທໍາ (JETP) ເປັນສະບັບທຳອິດທີ່ໄດ້ລົງນາມຢູ່ຫວຽດນາມ, ໄດ້ເປີດຊ່ອງທາງໃຫ້ແກ່ຂໍ້ຕົກລົງສະບັບອື່ນອີກເພື່ອໜູນຊ່ວຍຫວຽດນາມ ໃນການຫັນປ່ຽນພະລັງງານ ແລະໃຫ້ຄຳໝັ້ນສັນຍາຫຼຸດຜ່ອນການປ່ອຍກາກບອນໃນປີ 2050.

ກ່ຽວກັບຄວາມໄວ້ເນື້ອເຊື່ອໃຈ, ມັນບໍ່ແມ່ນເລື່ອງບັງເອີນທີ່ປະທານາທິບໍດີ Macron ເລືອກເອົາຫວຽດນາມ ແມ່ນປະເທດທໍາອິດໃນການຢ້ຽມຢາມອາຊີຕາເວັນອອກສ່ຽງໃຕ້.  ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນການຖືເປັນສຳຄັນພິເສດທີ່ທ່ານປະທານາທິບໍດີ ສະຫງວນໃຫ້ຫວຽດນາມ, ກໍຄືຄວາມປາດຖະໜາຢາກແບ່ງປັນທັດສະນະກ່ຽວກັບສະພາບການສາກົນ, ຊຸກຍູ້ການພົວພັນຮ່ວມມືໂດຍອີງໃສ່ຄວາມໄວ້ເນື້ອເຊື່ອໃຈ.

ສິ່ງດັ່ງກ່າວໄດ້ສະແດງອອກໃຫ້ເຫັນຜ່ານເນື້ອໃນຈິດໃຈການຮ່ວມມືຢ່າງແໜ້ນແຟ້ນໃນການພົບປະກັບການນຳຂັ້ນສູງຂອງຫວຽດນາມ, ນະທີ່ນີ້, ສອງຝ່າຍໄດ້ກຳນົດວິທີການເພື່ອໃຫ້ທັງປະເທດຝລັ່ງ ແລະຫວຽດນາມ ປະກອບສ່ວນເຂົ້າໃນສັນຕິພາບ ແລະສະຖຽນລະພາບຂອງສາກົນໄດ້ດີກວ່າ, ປົກປ້ອງກົດໝາຍສາກົນ ແລະພ້ອມກັນປະກອບສ່ວນເຂົ້າໃນການສ້າງຄວາມເປັນລະບຽບຮຽບຮ້ອຍທົ່ວໂລກ.

ນັກຂ່າວ: ຫວ່າງມໍ່ໆມານີ້, ຫວຽດນາມ ໄດ້ດຳເນີນການປະຕິຮູບດ້ານບໍລິຫານດ້ວຍຂະໜາດໃຫຍ່ທີ່ສຸດໃນຫຼາຍທົດສະວັດຜ່ານມາ. ທ່ານທູດຕີລາຄາຄືແນວໃດກ່ຽວກັບວິວັດການປະຕິຮູບນີ້ ແລະຜົນກະທົບເຖິງການເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ-ຝລັ່ງ?

ທ່ານ Olivier Brochet ເອກອັກຄະລັດຖະທູດຝລັ່ງ ປະຈໍາຫວຽດນາມ: ພວກຂ້າພະເຈົ້າມີຄວາມປະທັບໃຈຕໍ່ຂອບຂະໜາດຂອງການປະຕິຮູບທີ່ຫວຽດນາມ ພວມຜັນຂະຫຍາຍ, ດ້ວຍລະດັບການປະຕິບັດຢ່າງວ່ອງໄວ ແລະໄດ້ຮັບໝາກຜົນໃນເບື້ອງຕົ້ນທີ່ເປັນໜ້າຮັບຮູ້, ທັງຢູ່ຂັ້ນສູນກາງ ແລະທ້ອງຖິ່ນ.

ພວກຂ້າພະເຈົ້າເຂົ້າໃຈວ່າ ເປົ້າໝາຍຂອງການປະຕິຮູບ ທີ່ທ່ານເລຂາທິການໃຫຍ່ ໄດ້ວາງອອກແມ່ນເພື່ອແນໃສ່ສ້າງກົງຈັກບໍລິຫານທີ່ມີປະສິດທິຜົນກວ່າ, ດ້ວຍການຕັດສິນໃຈຢ່າງວ່ອງໄວ. ຂ້າພະເຈົ້າເຊື່ອໝັ້ນວ່າ ການປະຕິຮູບດ້ານບໍລິຫານປະສົບສຳເລັດຜົນນັ້ນ ຈະສ້າງທ່າຢ່າງແຂງແຮງໃຫ້ແກ່ການເປີດກວ້າງການຮ່ວມມືສອງຝ່າຍ, ໃນນັ້ນມີການຮ່ວມມືລະຫວ່າງຝລັ່ງ ກັບຫວຽດນາມ.

ສ່ວນຝ່າຍຝລັ່ງ, ພວກຂ້າພະເຈົ້າພ້ອມແລ້ວທີ່ຈະໜູນຊ່ວຍຫວຽດນາມ ໃນວິວັດການດັ່ງກ່າວ, ພິເສດແມ່ນຜ່ານບັນດາໂຄງການຮ່ວມມືດ້ານບໍລິຫານທີ່ສອງປະເທດໄດ້ສ້າງຂຶ້ນໃນຊຸມປີຜ່ານມາ, ນັບແຕ່ຂັ້ນສູນກາງຈົນຮອດຂັ້ນທ້ອງຖິ່ນ. ພວກຂ້າພະເຈົ້າຫວັງວ່າ ຈະສືບຕໍ່ຕ້ອນຮັບພະນັກງານ, ພາລະກອນ ແລະການນຳຂັ້ນສູງຂອງຫວຽດນາມ ໄປເຂົ້າຮ່ວມບັນດາໂຄງການຝຶກອົບຮົມຢູ່ສະຖາບັນບໍລິຫານລັດແຫ່ງຊາດຝລັ່ງ (INSP), ຫຼື ຢູ່ໂຮງຮຽນບໍລິຫານທີ່ມີຊື່ສຽງຂອງຝລັ່ງ ແຫ່ງຕ່າງໆ.

ນັກຂ່າວ: ໃນສະພາບຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກສັບສົນຄືໃນປະຈຸບັນ, ຕາມທ່ານທູດແລ້ວ, ອັນໃດແມ່ນສິ່ງທ້າທາຍ ແລະອັນໃດແມ່ນໄມ້ງັດບຸລິມະສິດເພື່ອເພີ່ມທະວີສາຍພົວພັນຄູ່ຮ່ວມມືເສດຖະກິດລະຫວ່າງຝລັ່ງ ກັບຫວຽດນາມ?

ທ່ານ Olivier Brochet ເອກອັກຄະລັດຖະທູດຝລັ່ງ ປະຈໍາຫວຽດນາມ: ທ່າໄດ້ປຽບໃຫຍ່ທີ່ຫວຽດນາມກໍາໄດ້ ແມ່ນເລື່ອງຫວຽດນາມໄດ້ລົງນາມ ແລະປະຕິບັດສັນຍາການຄ້າເສລີກັບສະຫະພາບເອີລົບ (EVFTA) ໃນຊຸມປີຜ່ານມາ. ໃນອາຊຽນ, ມີແຕ່ 2 ປະເທດເທົ່ານັ້ນທີ່ມີສັນຍາການຄ້າເສລີກັບ ອີຢູ. ພວກຂ້າພະເຈົ້າຫວັງວ່າ ສັນຍາດັ່ງກ່າວຈະບໍ່ໄດ້ຮັບຜົນກະທົບທາງລົບ ຍ້ອນສັນຍາການຄ້າຕ່າງໆທີ່ໄດ້ລົງນາມໃນເງື່ອນໄຂທີ່ບໍ່ມີຄວາມສະດວກ. ແລະສິ່ງສຳຄັນທີ່ສຸດ, ທັງສອງຝ່າຍຄວນສືບຕໍ່ປະຕິບັດບັນດາຄຳໝັ້ນສັນຍາໃນສັນຍາ EVFTA ຢ່າງຄົບຖ້ວນ.

ນັກຂ່າວ:  ປີ 2024 ຄາດວ່າຈະມີການເຕີບໂຕທີ່ໜ້າປະທັບໃຈເກືອບ 13%, ວົງເງິນການຄ້າສອງຝ່າຍບັນລຸກວ່າ 5,4 ຕື້ໂດລາສະຫະລັດ. ຕາມທ່ານທູດແລ້ວ, ອັນໃດແມ່ນກຳລັງໜູນຫຼັກຂອງໝາກຜົນນີ້? ແລະໃນອະນາຄົດ, ຂົງເຂດໃດຈະກາຍເປັນທ່າແຮງຂອງການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດ?

ທ່ານ Olivier Brochet ເອກອັກຄະລັດຖະທູດຝລັ່ງ ປະຈໍາຫວຽດນາມ: ພວກຂ້າພະເຈົ້າດີໃຈຫຼາຍຕໍ່ການເຕີບໂຕດັ່ງກ່າວນີ້, ເຊິ່ງມັນໄດ້ນຳເອົາຜົນປະໂຫຍດມາໃຫ້ທັງສອງຝ່າຍ. ການສົ່ງອອກຂອງພວກຂ້າພະເຈົ້າ ໄປຫວຽດນາມຍັງເພີ່ມຂຶ້ນ, ຄ້າຍຄືກັບການສົ່ງອອກຂອງຫວຽດນາມ ໄປຍັງຝລັ່ງ. ພວກຂ້າພະເຈົ້າມີຄວາມໝັ້ນໃຈຕໍ່ອະນາຄົດກ່ຽວກັບການສົ່ງອອກຂອງຝລັ່ງ ໄປຍັງຫວຽດນາມ, ພິເສດແມ່ນບັນດາຂົງເຂດຕົ້ນຕໍ, ຄື:

ໃນຂົງເຂດການບິນ, ປີ 2025 ເປັນຂີດໝາຍແຫ່ງການເຊັນສັນຍາໃຫຍ່ກັບ Airbus, ໃນນັ້ນມີເຮືອບິນ A330neo 20 ລໍາ ໃຫ້ Vietjet ເນື່ອງໃນໂອກາດການຢ້ຽມຢາມຂອງປະທານາທິບໍດີຝລັ່ງ, ເຮືອບິນ A320 ແລະ A321 ຈຳນວນ 100 ລໍາ   ໄດ້ສັ່ງຊື້ຢູ່ງານວາງສະແດງການບິນ Le Bourget ຂອງ Vietjet. ສິ່ງດັ່ງກ່າວຈະດຳເນີນໃນໄລຍະ 10-15 ປີຕໍ່ໜ້າ ແລະປະກອບສ່ວນເຂົ້າໃນການສົ່ງອອກປະຈຳປີຂອງຝລັ່ງ ໄປຍັງຫວຽດນາມ.

ໃນຂົງເຂດການແພດ, ຂະແໜງສາທາລະນະສຸກຂອງຝລັ່ງ ແມ່ນເຂັ້ມແຂງທີ່ສຸດ ແລະໄດ້ຮັບການຮັບຮູ້ຈາກສາກົນ. ຂໍ້ຕົກລົງທີ່ສຳຄັນ 1 ສະບັບ ໄດ້ຮັບການລົງນາມລະຫວ່າງ Sanofi ກັບລະບົບການສັກວັກຊິນຊັ້ນນຳຂອງຫວຽດນາມ VNVC ເພື່ອກໍ່ສ້າງໂຮງງານຜະລິດວັກຊິນຂະໜາດໃຫຍ່ຢູ່ໃກ້ນະຄອນໂຮ່ຈີມິນ, ຊ່ວຍໃຫ້ຫວຽດນາມ ພັດທະນາການຜະລິດວັກຊິນທີ່ໄດ້ຮັບການຄົ້ນຄວ້າຢູ່ຫ້ອງທົດລອງຂອງ Sanofi.

ໃນຂົງເຂດກະສິກຳ ແລະສະບຽງອາຫານ, ເມື່ອແລກປ່ຽນໃນຂົງເຂດດັ່ງກ່າວ ກໍ່ຍັງມີການເຕີບໂຕ ເພື່ອຕອບສະໜອງຄວາມຕ້ອງການໃໝ່ຂອງປະຊາກອນຫວຽດນາມ. ບັນດາຜະລິດຕະພັນຂອງຝລັ່ງ, ແຕ່ຜະລິດຕະພັນກະເສດ, ອາຫານປຸງແຕ່ງ ຕະຫຼອດຮອດເຫຼົ້າແວງ ລ້ວນແຕ່ຕອບສະໜອງຄວາມຄອງຄອຍຂອງປະຊາຊົນຫວຽດນາມໄດ້ເປັນຢ່າງດີ. ດ້ວຍເຫດຜົນທັງໝົດນີ້, ພວກຂ້າພະເຈົ້າເຊື່ອໝັ້ນວ່າ ການຄ້າສອງຝ່າຍຂອງພວກເຮົາ ຈະສືບຕໍ່ເຕີບໂຕຢ່າງແຂງແຮງໃນຊຸມປີຕໍ່ໄປ.

ນັກຂ່າວ: ຂໍຂອບໃຈທ່ານທູດ!

ໂດຍ: ທູຈາງ