ກອງປະຊຸມສຸດຍອດກຸ່ມຕະຫຼາດຮ່ວມ ອາເມລິກາໃຕ້ (Mercosur) ຄັ້ງທີ 66 ໄດ້ສິ້ນສຸດລົງໃນວັນທີ 3 ກໍລະກົດ ຢູ່ Buenos Aires, ອາກຊັງຕີນ, ເປັນຂີດໝາຍການຫັນປ່ຽນໃໝ່ໃນການກໍານົດທິດການຮ່ວມມືດ້ານເສດຖະກິດກັບຕ່າງປະເທດຂອງກຸ່ມ, ໂດຍຈຸດສຸມແມ່ນຮຽກຮ້ອງເພີ່ມທະວີການເຊື່ອມຕໍ່ກັບອາຊີ, ພິເສດແມ່ນບັນດາພື້ນຖານເສດຖະກິດທີ່ຂະຫຍັນຂັນເຂື່ອນຂອງອາຊີຕາເວັນອອກສ່ຽງໃຕ້.
ວິໄສທັດຂອງ Mercosur ມຸ່ງໄປເຖິງອາຊີ
ທີ່ກອງປະຊຸມໄດ້ດຳເນີນເປັນເວລາ 2 ວັນຢູ່ຫໍ San Martin, ສໍານັກງານການຕ້ອນຮັບຂອງກະຊວງການຕ່າງປະເທດ ອາກຊັງຕີນ, ທ່ານ Javier Milei ປະທານາທິບໍດີອາກຊັງຕີນ ໄດ້ຢືນຢັນຄວາມຈຳເປັນອັນຮີບດ່ວນທີ່ຈະ “ປ່ຽນແປງໃໝ່”; ຮຽກຮ້ອງໃຫ້ມີຄວາມໄຫວພິບຄ່ອງຕົວໃນກົນໄກຮ່ວມມືພາຍໃນກຸ່ມ ເພື່ອແນໃສ່ເປີດກວ້າງພື້ນຖານເສດຖະກິດກັບບັນດາຄູ່ຮ່ວມມືຢູ່ພາຍນອກພາກພື້ນ.
ທ່ານ Javier Milei ເນັ້ນໜັກວ່າ ຖ້າພາຍໃນກຸ່ມນີ້ສືບຕໍ່ຊັກຊ້າ, ອາກຊັງຕີນ ສາມາດດຳເນີນບັນດາເສັ້ນທາງການຮ່ວມມືແບບເສລີດ້ວຍຕົນເອງກັບບັນດາຄູ່ຮ່ວມມືພາຍນອກ.
    |
 |
ທ່ານນາງ ໂງມິງຫງວຽດ ເອກອັກຄະລັດຖະທູດຫວຽດນາມ, ທ່ານ Sulaiman Syarif ເອກອັກຄະລັດຖະທູດ ອິນໂດເນເຊຍ ແລະ ທ່ານ Rodolfo Caffaro ປະທານຫ້ອງການການຄ້າ Mercosur-ອາຊຽນ (MACC) ທີ່ກອງປະຊຸມສໍາມະນາ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານ Lula da Silva ປະທານາທິບໍດີບຣາຊິນ, ຜູ້ທີ່ຈະເຂົ້າດຳລົງຕຳແໜ່ງເປັນປະທານໝູນວຽນຂອງ Mercosur ໃນ 6 ເດືອນຕໍ່ໄປ, ຍັງສະໜັບສະໜູນທ່າອ່ຽງເປີດກວ້າງການຮ່ວມມືຂອງກຸ່ມອອກຈາກພາກພື້ນທີ່ເປັນມູນເຊື້ອ.
ຕາມທ່ານ Lula da Silva ແລ້ວ, ອາຊີ ແມ່ນ “ສູນທີ່ຂະຫຍັນຂັນເຂື່ອນທີ່ສຸດຂອງເສດຖະກິດໂລກ”, ແລະການເພີ່ມທະວີການເຊື່ອມໂຍງເຂົ້າກັບພາກພື້ນນີ້ແມ່ນເງື່ອນໄຂຕັດສິນຊີ້ຂາດເພື່ອໃຫ້ Mercosur ເຂົ້າຮ່ວມໃນຕ່ອງໂສ້ມູນຄ່າຂອງໂລກຢ່າງເລິກເຊິ່ງກວ່າອີກ.
ກາລະໂອກາດອັນໃຫຍ່ສໍາລັບ Mercosur ແລະອາຊຽນ
ຖະແຫຼງການຂອງບັນດາການນໍາບັນດາປະເທດ Mercosur, ພິເສດແມ່ນປະເທດບຣາຊິນ, ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງການປ່ຽນແປງໃນຄວາມຮັບຮູ້ກ່ຽວກັບບົດບາດຍຸດທະສາດຂອງອາຊີ, ໃນນັ້ນມີອາຊຽນ, ຕໍ່ແງ່ຫວັງດ້ານການເຕີບໂຕຂອງກຸ່ມເສດຖະກິດອາເມລິກາໃຕ້ ນີ້.
ໃນປັດຈຸບັນ, ອາຊີ ບໍ່ພຽງແຕ່ເປັນຈຸດນັດພົບທາງສົ່ງອອກແຖວໜ້າຂອງ Mercosur ເທົ່ານັ້ນ ຫາກຍັງເປັນພາກພື້ນທີ່ດຶງດູດການລົງທຶນຈາກຕ່າງປະເທດ ແລະເຕັກໂນໂລຢີໃໝ່, ເປັນຕົ້ນແມ່ນໃນຂົງເຂດທີ່ຕົ້ນຕໍ, ຄື: ພະລັງງານທົດແທນ, ກະສິກໍາເຕັກໂນໂລຢີສູງ, ແຮ່ທາດຍຸດທະສາດ ແລະການຫັນເປັນດີຈີຕອນອີກດ້ວຍ.
ຈຸດພົ້ນເດັ່ນແມ່ນ ອາຊຽນ, ດ້ວຍຖານະເປັນສູນການຜະລິດ, ການບໍລິໂພກ ແລະການປ່ຽນແປງໃໝ່ເຕັກໂນໂລຊີຂອງໂລກ, ພວມກາຍເປັນຄູ່ຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນໃນຍຸດທະສາດເປີດກວ້າງຮ່ວມມືຂອງ Mercosur. ຄວາມຕ້ອງການດ້ານສະບຽງອາຫານ, ພະລັງງານ ແລະວັດຖຸດິບຂອງອາຊຽນ ນັບມື້ນັບເພີ່ມຂຶ້ນ, ສອດຄ່ອງກັບທ່າແຮງຂອງການສົ່ງອອກທີ່ເປັນມູນເຊື້ອຂອງບັນດາປະເທດໃນອາເມລິກາໃຕ້ ເຊັ່ນ: ບຣາຊິນ, ອາກຊັງຕີນ, ອູຣູໄກວ ແລະ ປາຣາໄກວ.
    |
 |
ທ່ານນາງ ໂງມິງຫງວຽດ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອາກຊັງຕີນ ເຮັດວຽກກັບຜູ້ຕາງໜ້າບໍລິສັດບໍລິການຂົນສົ່ງ Nip Cargo SRL ແລະຫ້ອງການການຄ້າ Mercosur - ອາຊຽນ (MACC). ພາບ: ສໍານັກຂ່າວສານຫວຽດນາມ |
ໃນອາຊຽນ, Mercosur ໄດ້ລົງນາມໃນສັນຍາການຄ້າເສລີ (FTA) ກັບສິງກະໂປ. ອິນໂດເນເຊຍ ຍັງໄດ້ສະແດງຄວາມປາຖະໜາຢາກຈະເຈລະຈາ FTA ກັບ Mercosur ຢ່າງເປັນທາງການ. ລັດຖະບານຂອງທ່ານ Prabowo Subianto ປະທານາທິບໍດີອິນໂດເນເຊຍ ຢືນຢັນວ່າ ການເພີ່ມທະວີການຮ່ວມມືກັບ Mercosur ຈະປະກອບສ່ວນເຂົ້າໃນການຫັນແຫຼ່ງການສະໜອງເປັນຫຼາຍຮູບຫຼາຍແບບ, ເພີ່ມທະວີຄວາມໝັ້ນຄົງດ້ານສະບຽງອາຫານ ແລະຍູ້ແຮງຕ່ອງໂສ້ການສະໜອງຂອງພາກພື້ນ.
ພ້ອມກັບອິນໂດເນເຊຍ ແລ້ວ, ພື້ນຖານເສດຖະກິດໃຫຍ່ຂອງອາຊີ ເຊັ່ນ ອິນເດຍ, ຍີ່ປຸ່ນ, ສ.ເກົາຫຼີ, ຈີນ ແລະ ຫວຽດນາມ ກໍ່ແມ່ນຢູ່ໃນເສັ້ນທາງການຮ່ວມມືບຸລິມະສິດຂອງ Mercosur.
ບາດກ້າວທີ່ລະອຽດ: ເປີດກວ້າງການຮ່ວມມືຮອບດ້ານ
ພາຍຫຼັງຮັບດຳລົງຕຳແໜ່ງເປັນປະທານໝູນວຽນຂອງ Mercosur, ທ່ານ Lula da Silva ປະທານາທິບໍດີບຣາຊິນ ໄດ້ປະກາດແຜນການຊຸກຍູ້ການພົວພັນກັບບັນດາຄູ່ຮ່ວມມືອາຊີ ຢ່າງແຮງ. ຄາດວ່າ ທ່ານ Lula da Silva ຈະມີການຕ້ອນຮັບທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ, ທ່ານ Narendra Modi ນາຍົກລັດຖະມົນຕີອິນເດຍ ແລະທ່ານ Prabowo Subianto ປະທານາທິບໍດີອິນໂດເນເຊຍ ຢູ່ Brasilia, ເມື່ອບັນດາການນຳເຂົ້າຮ່ວມກອງປະຊຸມສຸດຍອດ BRICS ເປີດກວ້າງ ປີ 2025 ທີ່ດຳເນີນໃນລະຫວ່າງວັນທີ 6-7 ກໍລະກົດ ຢູ່ Rio de Janeiro, ປະເທດ ບຣາຊິນ.
ທ່ານ Susan Kleebank, ຫົວໜ້າກົມ ອາຊີ-ປາຊີຟິກ ຂຶ້ນກັບກະຊວງການຕ່າງປະເທດບຣາຊິລ ໃຫ້ຮູ້ວ່າ: “ອາຊີ ແມ່ນບຸລິມະສິດຍຸດທະສາດ, ບໍ່ພຽງແຕ່ສຳລັບປະເທດບຣາຊິນ ເທົ່ານັ້ນ ຫາກຍັງຂອງ Mercosur ອີກດ້ວຍ. ການພົບປະສອງຝ່າຍກັບຫວຽດນາມ, ອິນເດຍ ແລະ ອິນໂດເນເຊຍ ຈະເປີດຊ່ອງທາງເຈລະຈາຢ່າງເປັນທາງການ, ມຸ່ງໄປເຖິງການພົບປະເຈລະຈາຢ່າງເລິກເຊິ່ງກວ້າງຂວາງກ່ຽວກັບການຄ້າ ແລະການລົງທຶນ”.
ປະຈຸບັນ ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 13 ຂອງ Mercosur. ປີ 2024, ວົງເງິນການຄ້າລະຫວ່າງຫວຽດນາມ ແລະMercosur ບັນລຸປະມານ 12 ຕື້ ໂດລາສະຫະລັດ. ໃນນັ້ນ, ຕົ້ນຕໍແມ່ນການແລກປ່ຽນການຄ້າກັບບຣາຊິນ (ເກືອບ 8 ຕື້ ໂດລາສະຫະລັດ) ແລະ ອາກຊັງຕີນ (ເກືອບ 4 ຕື້ ໂດລາສະຫະລັດ).
ປະຈຸບັນ Mercosur ແມ່ນໜຶ່ງໃນບັນດາຕະຫຼາດອັນໃຫຍ່ທີ່ຫວຽດນາມ ສົ່ງອອກສິນຄ້າກະສິກຳ ແລະສິນໃນນ້ຳຕົ້ນຕໍ, ພ້ອມທັງຍັງແມ່ນແຫຼ່ງການນຳເຂົ້າວັດຖຸດິບທີ່ສຳຄັນ. ການເລີ່ມດຳເນີນການພົບປະເຈລະຈາສັນຍາການຄ້າລະຫວ່າງຫວຽດນາມ ແລະ Mercosur ຄາດວ່າຈະຊຸກຍູ້ການເຄື່ອນໄຫວດ້ານເສດຖະກິດ ແລະການລົງທຶນໃນຊຸມປີຈະມາເຖິງ.
ໂດຍ: ຈາງຫງວຽນ