ສານຂອງຄະນະຜູ້ແທນຫວຽດນາມ ຢູ່ເຊີແນວ
ໃນລະຫວ່າງວັນທີ 7-8 ກໍລະກົດ 2025 ຢູ່ເຊີແນວ, ປະເທດສະວິດ, ຄະນະຜູ້ແທນຫວຽດນາມ ແມ່ນທ່ານ ຫງວຽນແທັງຕີ້ງ ຮອງລັດຖະມົນຕີກະຊວງຍຸຕິທໍາຫວຽດນາມ ເປັນຫົວໜ້າຄະນະ ໄດ້ເຂົ້າຮ່ວມວາລະເຈລະຈາ ຄັ້ງທີ 4 ກັບຄະນະກໍາມະການສິດທິມະນຸດສະຫະປະຊາຊາດກ່ຽວກັບບົດລາຍງານແຫ່ງຊາດ ໃນການປະຕິບັດສົນທິສັນຍາສາກົນວ່າດ້ວຍສິດທິພົນລະເມືອງ ແລະສິດທິທາງການເມືອງ (ICCPR).
ທ່ານ ຫງວຽນແທັງຕີ້ງ ໃຫ້ຮູ້ວ່າ, ທີ່ວາລະເຈລະຈາຄັ້ງນີ້, ຄະນະຜູ້ແທນຫວຽດນາມ ໄດ້ຍົກອອກສານຢ່າງຈະແຈ້ງເພື່ອຢືນຢັນທັດສະນະ, ແຜນນະໂຍບາຍທີ່ສະເໝີຕົ້ນສະເໝີປາຍຂອງຫວຽດນາມ ດ້ວຍທິດນໍາຖືມະນຸດເປັນໃຈກາງ, ຖືນັ້ນທັງແມ່ນເປົ້າໝາຍ, ທັງແມ່ນກໍາລັງໜູນຂອງການພັດທະນາ. ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ຫວຽດນາມ ຍາມໃດກໍ່ໄດ້ສະຫງວນແຫຼ່ງກຳລັງດີທີ່ສຸດ, ມານະພະຍາຍາມ ແລະໃຫ້ຄຳໝັ້ນສັນຍາຢ່າງແຂງແຮງເພື່ອຊຸກຍູ້ ແລະຮັບປະກັນການປະຕິບັດສິດທິມະນຸດ, ສິດພົນລະເມືອງໃຫ້ດີທີ່ສຸດ, ໃນນັ້ນມີ ສິດທິພົນລະເມືອງ ແລະສິດທິທາງການເມືອງ ຕາມສົນທິສັນຍາ ICCPR.
ສານຂອງຄະນະຜູ້ແທນຫວຽດນາມ ຢູ່ເຊີແນວ, ຕາມພວກຂ້າພະເຈົ້າ ແມ່ນມີຄວາມຈະແຈ້ງທີ່ສຸດ ແລະມີຫຼັກຖານທີ່ໜ້າເຊື່ອຖື. ນີ້ແມ່ນທັດສະນະ, ແຜນນະໂຍບາຍ, ແນວທາງຂອງພັກ, ລັດຫວຽດນາມ ນັບແຕ່ໄດ້ກໍາເນີດຈົນມາຮອດປະຈຸບັນ.
    |
 |
ຄະນະຜູ້ແທນຫວຽດນາມ ທີ່ວາລະເຈລະຈາກ່ຽວກັບສິດທິມະນຸດຢູ່ ເຊີແນວ. ພາບ: qdnd.vn |
ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມວາລະເຈລະຈາດ້ວຍຈິດໃຈທີ່ເປີດອົກເປີດໃຈ, ຈິງໃຈ, ຮ່ວມມື ແລະສ້າງສັນ. ໄປຄຽງຄູ່ກັບການສົ່ງສານ, ຂໍ້ມູນທີ່ເປັນຄວາມຈິງ ແລະຮອບດ້ານກ່ຽວກັບສະພາບການປະຕິບັດສິດທິມະນຸດຢູ່ຫວຽດນາມ, ຄະນະຜູ້ແທນໄດ້ເຈລະຈາຢ່າງກົງໄປກົງມາ, ບໍ່ໄດ້ຫຼີກລ່ຽງຕໍ່ບັນດາບັນຫາທີ່ໄດ້ລະບຸທີ່ຍັງບໍ່ຖືກຕ້ອງ, ຍັງບໍ່ມີພາວະວິໄສກ່ຽວກັບສະພາບການປະຕິບັດສິດທິມະນຸດຢູ່ຫວຽດນາມ. ພ້ອມດຽວກັນນັ້ນ, ຄະນະຜູ້ແທນກໍ່ຍົກສູງຈິດໃຈເຄົາລົບສ້າງສັນ, ເປີດອົກເປີດໃຈເພື່ອຊຸກຍູ້ການປົກປ້ອງ, ປະຕິບັດສິດທິມະນຸດຢູ່ຫວຽດນາມ ໃຫ້ດີຂຶ້ນ.
ການກະທຳລະອຽດຈາກລັດຖະທຳມະນູນ ປີ 2013
ໃນໄລຍະປະຈຸບັນ, ທ່ານ ຫງວຽນແທັງຕີ້ງ ໄດ້ຍົກອອກຂໍ້ກຳນົດຂອງລັດຖະທຳມະນູນປີ 2013: “ຢູ່ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ບັນດາສິດທິມະນຸດ ແລະສິດພົນລະເມືອງໃນດ້ານການເມືອງ, ພົນລະເຮືອນ, ເສດຖະກິດ, ວັດທະນະທໍາ, ສັງຄົມໄດ້ຮັບການຮັບຮູ້, ເຄົາລົບ, ປົກປ້ອງ, ຮັບປະກັນຕາມລັດຖະທຳມະນູນ ແລະກົດໝາຍ”. ພ້ອມດຽວກັນນັ້ນ, ລັດຖະທໍາມະນູນ ກໍ່ຮຽກຮ້ອງມາຍັງທຸກຄົນຕ້ອງເຄົາລົບສິດບໍ່ລະເມີດສິດຜົນປະໂຫຍດຂອງປະເທດ, ຂອງຊາດ ແລະສິດຖືກຕ້ອງຕາມກົດໝາຍຂອງຄົນອື່ນ.
ສະພາແຫ່ງຊາດໄດ້ປະກາດໃຊ້ກົດໝາຍ, ມະຕິຫຼາຍສະບັບທີ່ກ່ຽວຂ້ອງເຖິງສິດທິມະນຸດ, ສິດພົນລະເມືອງ, ປະກອບສ່ວນຫັນລັດຖະທຳມະນູນ ປີ 2013 ແລະບັນດາຄຳໝັ້ນສັນຍາສາກົນໃຫ້ເປັນອັນລະອຽດ.
    |
 |
ກອງທັບ ເຂົ້າຮ່ວມການແນະນຳປະຊາຊົນເຂດໄຕງວຽນ ພັດທະນາເສດຖະກິດ. ພາບ: qdnd.vn |
ກ່ຽວກັບບັນດາການກະທຳລະອຽດ, ທ່ານ ຫງວຽນແທັງຕີ້ງ ໃຫ້ຮູ້ວ່າ ພາຍໃຕ້ການນຳພາຂອງພັກ, ສະພາແຫ່ງຊາດ ໄດ້ຮັບຮອງເອົາບັນດາໂຄງການເປົ້າໝາຍແຫ່ງຊາດ, ນະໂຍບາຍຮັບປະກັນຊີວິດສັງຄົມ. ບົນພື້ນຖານນັ້ນ, ລັດຖະບານ, ບັນດາກະຊວງ, ຂະແໜງການ ແລະທັງລະບົບການເມືອງ ໄດ້ ແລະກຳລັງສຸມເຫື່ອແຮງປະຕິບັດເພື່ອແນໃສ່ຍົກສູງຊີວິດການເປັນຢູ່, ເງື່ອນໄຂພັດທະນາຢ່າງຮອບດ້ານໃຫ້ປະຊາຊົນ. ຍ້ອນເຫດນັ້ນ, ຫວຽດນາມ ຈຶ່ງບັນລຸໄດ້ບັນດາຜົນງານຫຼາຍຢ່າງໃນການຮັບປະກັນ ແລະຊຸກຍູ້ສິດທິມະນຸດ, ໄດ້ຮັບການຮັບຮູ້ຈາກປະຊາຄົມສາກົນ.
3 ບາດກ້າວບຸກທະລຸໃນຊຸມປີມໍ່ໆມານີ້ ແລະໄລຍະຈະມາເຖິງ
ຫວຽດນາມ ໄດ້ ແລະພວມປະຕິບັດ 3 ທິດບຸກທະລຸເພື່ອຊຸກຍູ້ການປົກປ້ອງ ແລະປະຕິບັດສິດທິມະນຸດຢູ່ ຫວຽດນາມ ຢ່າງແຂງແຮງກວ່າ.
ບຸກທະລຸກ່ຽວກັບລະບອບລະບຽບການ, ໃນບໍ່ພໍເທົ່າໃດປີ, ຫວຽດນາມ ໄດ້ປັບປຸງ, ເພີ່ມເຕີມ ຫຼືປະກາດໃຊ້ກົດໝາຍ ແລະມະຕິໃໝ່ກວ່າ 150 ສະບັບ, ໃນນັ້ນຫຼາຍສະບັບໄດ້ສົ່ງຜົນກະທົບໂດຍກົງເຖິງສິດທິພົນລະເມືອງ ແລະສິດທິທາງການເມືອງ, ຄື: ກົດໝາຍວ່າດ້ວຍການຊ່ວຍເຫຼືອດ້ານນິຕິກຳ, ສິດເຂົ້າເຖິງຂໍ້ມູນຂ່າວສານ, ສິດຄວາມສະເໝີພາບລະຫວ່າງຍິງ-ຊາຍ, ສິດເຂົ້າເຖິງຄວາມຍຸຕິທຳ...
ບຸກທະລຸກ່ຽວກັບການປະຕິບັດກົດໝາຍ, ລັດຖະບານໄດ້ອະນຸມັດຜ່ານຫຼາຍແຜນການດໍາເນີນງານແຫ່ງຊາດເພື່ອແນໃສ່ປະຕິບັດສົນທິສັນຍາ ICCPR ແລະຂໍ້ສະເໜີແນະຈາກວາລະເຈລະຈາ ປີ 2019 ຢ່າງມີປະສິດທິຜົນ. ຫວຽດນາມ ຍູ້ແຮງການປະຕິຮູບດ້ານບໍລິຫານ, ກະທັດຮັດກົງຈັກການຈັດຕັ້ງ, ເພີ່ມທະວີການແບ່ງຂັ້ນ, ແບ່ງສິດອໍານາດ ແລະຍົກສູງປະສິດທິຜົນອຳນາດການປົກຄອງທ້ອງຖິ່ນ - ຂັ້ນຮັບໃຊ້ປະຊາຊົນໂດຍກົງ.
ບຸກທະລຸກ່ຽວກັບຄວາມຮັບຮູ້, ຫວຽດນາມ ພວມສຸມໃສ່ຍົກສູງຄວາມເຂົ້າໃຈດ້ານກົດໝາຍ, ຄວາມຮັບຮູ້ກ່ຽວກັບສິດທິມະນຸດໃຫ້ຖັນແຖວພະນັກງານ ແລະປະຊາຊົນ. ໃນນັ້ນການປະຕິຮູບດ້ານຕຸລາການ, ປ່ຽນແປງໃໝ່ວຽກງານເຜີຍແຜ່, ສຶກສາອົບຮົມກົດໝາຍ ແລະການສື່ສານສັງຄົມແມ່ນຊ່ອງທາງທີ່ສຳຄັນເພື່ອຫັນຄວາມຮັບຮູ້ໃຫ້ເປັນການກະທຳຢ່າງລະອຽດ.
ພາຍຫຼັງວາລະເຈລະຈາ, ກະຊວງຍຸຕິທຳ ແລະບັນດາກະຊວງ, ຂະແໜງການຈະຍື່ນສະເໜີຕໍ່ລັດຖະບານປະກາດໃຊ້ແຜນການດຳເນີນງານແຫ່ງຊາດ ໃນການປະຕິບັດ ICCPR ໄລຍະໃໝ່. ຂໍ້ມູນດັ່ງກ່າວໄດ້ສະແດງອອກໃຫ້ເຫັນຢ່າງຈະແຈ້ງວ່າ, ຫວຽດນາມ ເປີດອົກເປີດໃຈ, ຈິງໃຈ ແລະຍາມໃດກໍ່ຊອກຫາທຸກວິທີເພື່ອຮັບປະກັນ, ປົກປ້ອງ ແລະປະຕິບັດສິດທິມະນຸດໃຫ້ດີທີ່ສຸດ. ເພາະວ່າການຮັບປະກັນ, ການປົກປ້ອງ ແລະປະຕິບັດສິດທິມະນຸດເປັນຢ່າງດີທີ່ສຸດນັ້ນແມ່ນເປົ້າໝາຍຂອງພັກ, ລັດຫວຽດນາມ.
ໂດຍ: ເຈິ່ນຮວ່ຽນ