ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ອາເມລິກາ, ເປັນຄັ້ງທຳອິດທີ່ບັນດາເອກະສານກ່ຽວຂ້ອງເຖິງວິວັດທະນາການສ້າງການພົວພັນທາງການທູດລະຫວ່າງສອງປະເທດໃຫ້ເປັນປົກກະຕິ ໄດ້ແນະນຳເຖິງມະຫາຊົນ.
ສາມາດເວົ້າເຖິງຖະແຫຼງການຂອງທ່ານ William Jefferson Clinton ປະທານາທິບໍດີ ອາເມລິກາ ກ່ຽວກັບການສ້າງການພົວພັນທາງການທູດກັບຫວຽດນາມ ໃຫ້ເປັນປົກກະຕິ, ທີ່ໄດ້ປະກາດຢູ່ທຳນຽບຂາວ ໃນວັນທີ 11 ກໍລະກົດ 1995, ປະຈຸບັນໄດ້ເກັບຮັກສາໄວ້ຢູ່ຫໍສະໝຸດແຫ່ງຊາດອາເມລິກາ; ຖະແຫຼງການຂອງທ່ານ ຫວໍວັນກຽດ ນາຍົກລັດຖະມົນຕີຫວຽດນາມ ລົງວັນທີ 12 ກໍລະກົດ 1995 ກ່ຽວກັບການຕົກລົງສ້າງການພົວພັນທາງການທູດເປັນປົກກະຕິຂອງທ່ານ Bill Clinton ປະທານາທິບໍດີ, ປະຈຸບັນໄດ້ເກັບຮັກສາໄວ້ຢູ່ສູນສຳເນົາເອກະສານແຫ່ງຊາດ III.
ວັນທີ 10 ກໍລະກົດ, ສູນສຳເນົາເອກະສານແຫ່ງຊາດ III ສັງກັດກົມເກັບມ້ຽນ ແລະສໍາເນົາເອກະສານແຫ່ງຊາດ ໄດ້ຈັດຕັ້ງງານວາງສະແດງເອກະສານ “30 ປີແຫ່ງການພົວພັນທາງການທູດຫວຽດນາມ-ອາເມລິກາ” ເພື່ອໃຫ້ມະຫາຊົນຮັບຮູ້ກ່ຽວກັບວິວັດທະນາການນີ້.
ເອກະສານຫຼາຍສະບັບໄດ້ນຳມາປະກາດເປັນຄັ້ງທຳອິດ
ວຽກງານເກັບຮັກສາສຳເນົາເອກະສານມີບົດບາດແບບມິດງຽບແຕ່ວ່າມີຄວາມສຳຄັນທີ່ສຸດ. ບັນດາສຳນວນເອກະສານ, ເອກະສານ, ຈົດໝາຍທາງການທູດ, ບົດບັນທຶກການເຈລະຈາໄດ້ເກັບຮັກສາໄວ້ໃນສາງສຳເນົາເອກະສານຢູ່ທັງສອງປະເທດຫວຽດນາມ ແລະອາເມລິກາ ແມ່ນພະຍານຫຼັກຖານຢ່າງຈະແຈ້ງທີ່ສຸດກ່ຽວກັບວິວັດທະນາການຮ່ວມມືລະຫວ່າງບັນດາຝ່າຍ.
    |
 |
ບັນດາເອກະສານທີ່ໄດ້ວາງສະແດງ, ປະກາດຢູ່ສູນສຳເນົາເອກະສານແຫ່ງຊາດ III ສັງກັດກົມເກັບມ້ຽນ ແລະສຳເນົາເອກະສານແຫ່ງຊາດ. ພາບ: Vietnam+ |
ບັນດາເອກະສານທີ່ໄດ້ຂຸດຄົ້ນຈາກສູນສຳເນົາເອກະສານແຫ່ງຊາດ III, ກະຊວງການຕ່າງປະເທດຫວຽດນາມ, ມະຫາວິທະຍາໄລເຕັກໂນໂລຢີ Texas-ອາເມລິກາ ແລະຕົວພະຍານປະຫວັດສາດ, ໄດ້ສ່ອງແສງໃຫ້ເຫັນຂີດໝາຍສຳຄັນ, ຄວາມມານະພະຍາຍາມຮ່ວມມືໃນທຸກຂົງເຂດການເມືອງ, ເສດຖະກິດ, ວັດທະນະທຳ, ວິທະຍາສາດ, ການສຶກສາ, ການແພດ, ການປ້ອງກັນຊາດ...
ນອກຈາກນັ້ນ, ການວາງສະແດງຍັງໄດ້ແນະນຳບາງສຳນວນເອກະສານ, ຮ່ອງຮອຍປະຫວັດສາດ, ພະຍານຫຼັກຖານສົງຄາມຄັ້ງທຳອິດທີ່ໄດ້ມອບໃຫ້ບັນດານັກຮົບເກົ່າ, ຍາດຕິພີ່ນ້ອງຂອງບັນດາຄອບຄົວນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ປະຈຸບັນໄດ້ເກັບຮັກສາໄວ້ຢູ່ສູນຫວຽດນາມ ແລະສຳເນົາເອກະສານ, ມະຫາວິທະຍາໄລເຕັກໂນໂລຢີ Texas, ອາເມລິກາ.
ກ່າວຄຳເຫັນທີ່ພິທີ, ທ່ານ ກາວຮຸຍ, ຮອງລັດຖະມົນຕີກະຊວງພາຍໃນຫວຽດນາມ ຢັ້ງຢືນວ່າ ການວາງສະແດງເອກະສານ ແລະມອບສຳນວນເອກະສານຮ່ອງຮອຍປະຫວັດສາດ, ພະຍານຫຼັກຖານ ບໍ່ພຽງແຕ່ແມ່ນໂອກາດທົບທວນຄືນໄລຍະທາງ 30 ປີ ທີ່ມີຂີດໝາຍຫຼາຍຢ່າງເທົ່ານັ້ນ ຫາກຍັງປະກອບສ່ວນປັບປຸງ ແລະພັດທະນາການພົວພັນຫວຽດນາມ-ອາເມລິກາ ໃນໄລຍະໃໝ່ຢ່າງແຂງແຮງກວ່າອີກ.
ທົບທວນຄືນບັນດາຂີດໝາຍໃນການພົວພັນສອງປະເທດ, ນັບແຕ່ສ້າງຕັ້ງການພົວພັນທາງການທູດ ປີ 1995, ລົງນາມສັນຍາການຄ້າສອງຝ່າຍ ປີ 2000, ກຳນົດການພົວພັນຄູ່ຮ່ວມມືຮອບດ້ານ ປີ 2013 ແລະພິເສດແມ່ນຍົກລະດັບຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເພື່ອສັນຕິພາບ, ຮ່ວມມື ແລະພັດທະນາແບບຍືນຍົງ ປີ 2023, ທ່ານ ກາວຮຸຍ ເນັ້ນໜັກວ່າ ນີ້ແມ່ນໝາກຜົນທີ່ສ່ອງແສງເຖິງຄວາມໄວ້ເນື້ອເຊື່ອໃຈ, ແມ່ນຜົນປະໂຫຍດອັນຍາວນານ ແລະສອດຄ່ອງກັບຄວາມມຸ່ງມາດປາດຖະໜາຂອງປະຊາຊົນສອງປະເທດ.
ທ່ານຮອງລັດຖະມົນຕີກະຊວງພາຍໃນ ຢືນຢັນວ່າ “ການວາງສະແດງບໍ່ພຽງແຕ່ໄດ້ວາດພາບເຖິງໄລຍະທາງ 30 ປີແຫ່ງການສ້າງຕັ້ງ ແລະພັດທະນາການພົວພັນສອງປະເທດເທົ່ານັ້ນ ຫາກຍັງເປັນການສົ່ງສານກ່ຽວກັບການຮ່ວມມືໃນອະນາຄົດໃຫ້ເປັນປົກກະຕິອີກດ້ວຍ, ພ້ອມກັນມຸ່ງໄປເຖິງສັນຕິພາບ ແລະວັດທະນາຖາວອນ”.
    |
 |
ປາໂນ ວາງສະແດງກ່ຽວກັບການພົວພັນຫວຽດນາມ-ອາເມລິກາ. |
ເປີດກວ້າງກາລະໂອກາດຮຳບາດແຜສົງຄາມ
ການຊອກຫາທະຫານຫາຍສາບສູນໃນສົງຄາມຢູ່ຫວຽດນາມ ຫວັງວ່າ ຈະປະສົບກັບຄວາມສະດວກກວ່າອີກພາຍຫຼັງການເຄື່ອນໄຫວໃນວັນທີ 10 ກໍລະກົດ ຢູ່ສູນສຳເນົາເອກະສານແຫ່ງຊາດ III, ດ້ວຍການເຂົ້າຮ່ວມຢ່າງຕັ້ງໜ້າຂອງຫຼາຍອົງການສໍາເນົາເອກະສານ, ຈັດຕັ້ງກິດຈະກຳນີ້ີມີລັກສະນະມະນຸດສະທຳຂອງຫວຽດນາມ ແລະອາເມລິກາ.
ຜູ້ອຳນວຍການ MIA ໃຫ້ຮູ້ວ່າ ຫວຽດນາມ ເປັນເຈົ້າການໃນວຽກງານຊອກຫາຂໍ້ມູນ ແລະສົມທົບກັນຊອກຫາທະຫານຫາຍສາບສູນໃນປາງສົງຄາມ. MIA ຮູ້ບຸນຄຸນຕໍ່ສິ່ງດັ່ງກ່າວນັ້ນທີ່ສຸດ. ດ້ວຍການໜູນຊ່ວຍຂອງຫວຽດນາມ, ອາເມລິກາ ດຳເນີນການຊອກຫາທະຫານຫາຍສາບສູນໄດ້ຈຳນວນ 740 ຄົນ. ປະຈຸບັນ ອາເມລິກາ ຍັງມີທະຫານຫາຍສາບສູນໃນປາງສົງຄາມຢູ່ຫວຽດນາມ ຈຳນວນ 1.157 ຄົນ.
ແບ່ງປັນທີ່ພິທີ, ທ່ານ Marc Knapper ເອກອັກຄະລັດຖະທູດອາເມລິກາ ປະຈໍາ ຫວຽດນາມ ຢືນຢັນວ່າ ການມອບສຳນວນເອກະສານ, ວັດຖຸພັນສົງຄາມແມ່ນມີເລື່ອງລາວ ກ່ຽວກັບການເຊື່ອມຕໍ່ລະຫວ່າງມະນຸດ, ການແບ່ງປັນ ແລະປ່ອງດອງ.
ທ່ານເອກອັກຄະລັດຖະທູດ ຢືນຢັນວ່າ “ນີ້ແມ່ນກິດຈະກຳເພື່ອມະນຸດສະທຳພ້ອມທັງສະແດງໃຫ້ເຫັນຈິດໃຈຮັບຜິດຊອບ ແລະເຈດຕະນາດີໃນການພົວພັນຫວຽດນາມ-ອາເມລິກາ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະຄວາມສະໜິດຕິດພັນລະຫວ່າງປະຊາຊົນສອງປະເທດ”.
ເນື່ອງໃນໂອກາດນີ້, ສະຖານທູດເອເມລິກາ ປະຈຳ ຫວຽດນາມ ກໍ່ມອບຮູບພາບ 30 ແຜ່ນ-ສັນຍາລັກຈຳນວນປີສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະອາເມລິກາ, ສະແດງໃຫ້ເຫັນການເຄົາລົບນັບຖື ແລະຄຳໝັ້ນສັນຍາສືບຕໍ່ພັດທະນາການພົວພັນມິດຕະພາບນີ້.
    |
 |
ທ່ານ Marc Knapper ເອກອັກຄະລັດຖະທູດອາເມລິກາ ປະຈໍາ ຫວຽດນາມ ແລະຄະນະປະຕິບັດງານໂຮງຮຽນ Harvard Kennedy ຢ້ຽມຊົມສາງເກັບຮັກສາສໍານວນເອກະສານ, ວັດຖຸພັນຢູ່ສູນສຳເນົາເອກະສານແຫ່ງຊາດ III, ວັນທີ 10 ທັນວາ 2024. ພາບ: ສູນສຳເນົາເອກະສານແຫ່ງຊາດ III. |
ຕາມທ່ານ ຟ້າມກວາງວິງ ເອກອັກຄະລັດຖະທູດ, ອະດີດຮອງລັດຖະມົນຕີການຕ່າງປະເທດ, ປະທານສະມາຄົມຫວຽດນາມ-ອາເມລິກາ, ໃນຕະຫຼອດ 30 ປີຜ່ານມາ, ການພົວພັນທາງການທູດລະຫວ່າງສອງປະເທດ ໄດ້ມີບາດກ້າວພັດທະນາຢ່າງແຂງແຮງ. ການພົວພັນພັດທະນາໃນທຸກຂົງເຂດນັບແຕ່ດ້ານການເມືອງ, ການທູດຈົນຮອດເສດຖະກິດ, ການຄ້າ, ການລົງທຶນ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ວັດທະນະທຳ, ການສຶກສາ, ວິທະຍາສາດເຕັກໂນໂລຢີ, ການພົບປະແລກປ່ຽນປະຊາຊົນ ແລະພິເສດແມ່ນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ.
ໃນນັ້ນ, ການພົວພັນຕ່າງປະເທດ ແລະການພົບປະແລກປ່ຽນປະຊາຊົນໄດ້ກາຍເປັນສ່ວນໜຶ່ງທີ່ມີຄວາມໝາຍສຳຄັນຂອງການພົວພັນສອງປະເທດກ່ອນໜ້ານີ້ ແລະໃນຕະຫຼອດ 30 ປີຜ່ານມາຂອງການພົວພັນສອງປະເທດ, ແມ່ນພື້ນຖານເພື່ອກໍ່ສ້າງ ແລະປັບປຸງຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງປະເທດຢ່າງບໍ່ຢຸດຢັ້ງ.
ຕາມທ່ານ ຟ້າມກວາງວິງ ເອກອັກຄະລັດຖະທູດ, ເພື່ອບັນລຸຜົນງານດັ່ງກ່າວບໍ່ແມ່ນເລື່ອງບັງເອີນ, ແຕ່ມັນແມ່ນໝາກຜົນຂອງຄວາມມານະພະຍາຍາມ ແລະຄວາມຕັດສິນໃຈຢ່າງສູງຂອງປະຊາຊົນ ແລະລັດຖະບານສອງປະເທດ. ກ່ອນອື່ນໝົດແມ່ນຄວາມມານະພະຍາຍາມ ເພື່ອຮຳບາດແຜສົງຄາມ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ສ້າງປ່ອງດອງ ແລະສ້າງຄວາມໄວ້ເນື້ອເຊື່ອໃຈ. ພ້ອມກັນນັ້ນແມ່ນການສ້າງການພົວພັນໂດຍອີງໃສ່ຄວາມສະເໝີພາບ, ທ່ຽງທຳ, ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະມີຜົນປະໂຫຍດສະຫຼັບກັນ.
ດ້ວຍການຮັກສາຄວາມຊົງຈຳ, ດ້ວຍການຮ່ວມມືທີ່ໄດ້ສ້າງຂຶ້ນດ້ວຍເຈດຕະນາດີ ແລະມີຄວາມຮັບຜິດຊອບ, ການພົວພັນຫວຽດນາມ-ອາເມລິກາ ໝັ້ນໝາຍວ່າຈະມີອະນາຄົດອັນສົດໃສ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ ແລະເພື່ອໂລກແຫ່ງສັນຕິພາບ, ສະຖຽນລະພາບ, ມະນຸດສະທຳ ແລະພັດທະນາ.
ໂດຍ: ແສງເດືອນ