ວາລະປຶກສາຫາລືດັ່ງກ່າວພາຍໃຕ້ການເປັນປະທານຂອງທ່ານ Lula da Silva ປະທານ BRICS ປີ 2025 ດ້ວຍການເຂົ້າຮ່ວມຂອງການນໍາ ແລະຜູ້ຕາງໜ້າ 35 ຄົນຂອງບັນດາປະເທດສະມາຊິກ, ບັນດາປະເທດຄູ່ຮ່ວມມື ແລະແຂກຖືກເຊີນຂອງ BRICS, ພ້ອມດ້ວຍບັນດາການນໍາອົງການສາກົນ, ຄື: ສະຫະປະຊາຊາດ (UN), ອົງການການຄ້າໂລກ (WTO), ອົງການອະນາໄມໂລກ (WHO), ສະຖາບັນການເງິນພັດທະນາສາກົນ ແລະພາກພື້ນ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ກ່າວປາໄສທີ່ວາລະປຶກສາຫາລືຂັ້ນສູງ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຟ້າມມິງຈິ໊ງ ຊີ້ແຈ້ງວ່າ: ໃນສະພາບການໂລກພວມມີການປ່ຽນແປງຫຼາຍຢ່າງ, ຄວາມໄວ້ເນື້ອເຊື່ອໃຈຕໍ່ບັນດາອົງການສາກົນຖືກຫຼຸດໜ້ອຍຖອຍລົງ, ຄວາມໄວ້ເນື້ອເຊື່ອໃຈຕໍ່ການຮ່ວມມືຫຼາຍຝ່າຍຖືກຫຼຸດລົງ, ຄວາມເຊື່ອໝັ້ນຕໍ່ກົດໝາຍສາກົນຖືກສັ່ນໄຫວ, ບັນດາປະເທດຕ້ອງສືບຕໍ່ເພີ່ມທະວີຄວາມສາມັກຄີ, ເພີ່ມທະວີການຮ່ວມມື ແລະປຶກສາຫາລືເພື່ອຮັບມືກັບບັນດາສິ່ງທ້າທາຍໃນທົ່ວໂລກ, ຮອບດ້ານ ແລະກວມລວມ. ບົນເນື້ອໃນຈິດໃຈນັ້ນ, ທ່ານນາຍົກລັດຖະມົນຕີໄດ້ສະເໜີ 3 ຂໍ້ທີ່ສຳຄັນ ແລະແທດຈິງ.

ທີໜຶ່ງ, BRICS ແລະບັນດາປະເທດພາກໃຕ້ຕ້ອງນໍາໜ້າໃນການຟື້ນຟູການຮ່ວມມືຫຼາຍຝ່າຍ, ຢຶດໝັ້ນຕໍ່ການເຈລະຈາ ແລະການຮ່ວມມືບົນພື້ນຖານຫຼັກການທີ່ເປັນພື້ນຖານຂອງກົດບັດສະຫະປະຊາຊາດ ແລະກົດໝາຍສາກົນ. BRICS ຕ້ອງຕັ້ງໜ້າເຂົ້າຮ່ວມການຊຸກຍູ້ການປະຕິຮູບບັນດາອົງກອນໃນທົ່ວໂລກ, ຄື: ສະຫະປະຊາຊາດ, ກອງທຶນເງິນຕາສາກົນ (IMF), ທະນາຄານໂລກ (WB) ແລະ WTO ຕາມທິດຕອບສະໜອງກັບສະພາບການຕົວຈິງ ແລະຄວາມຕ້ອງການຂອງບັນດາປະເທດພວມພັດທະນາ, ເພີ່ມທະວີການຮ່ວມມືໃຕ້ - ໃຕ້, ຍູ້ແຮງການເຊື່ອມຕໍ່, ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະການຮ່ວມມືລະຫວ່າງບັນດາປະເທດພັດທະນາ ແລະພວມພັດທະນາ.

ທີ່ສອງ, ນໍາໜ້າໃນການຊຸກຍູ້ການຫັນເປັນການຄ້າເສລີ, ເຄົາລົບສິດ ແລະຜົນປະໂຫຍດອັນຊອບທຳຂອງປະເທດຕ່າງໆ. ເພື່ອຍົກສູງການເປັນເຈົ້າຕົນເອງທາງຍຸດທະສາດ, BRICS ແລະບັນດາປະເທດພາກໃຕ້ຕ້ອງເພີ່ມທະວີການເປີດກວ້າງຕະຫຼາດ, ຍູ້ແຮງການຮ່ວມສຳພັນຕ່ອງໂສ້ການສະໜອງ, ລະດົມ ແລະແບ່ງປັນແຫຼ່ງກຳລັງ, ໜູນຊ່ວຍການຖ່າຍຖອດເຕັກໂນໂລຢີ ແລະບຳລຸງສ້າງຊັບພະຍາກອນມະນຸດໃຫ້ບັນດາໂຄງການໃນຂົງເຂດສາທາລະນະສຸກ, ການສຶກສາ, ພື້ນຖານໂຄງລ່າງດີຈີຕອນ, ການຫັນເປັນສີຂຽວ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ທີສາມ, ນໍາໜ້າໃນການເສີມຂະຫຍາຍກໍາລັງແຮງຂອງປັນຍາປະດິດ (AI) ເພື່ອຮັບໃຊ້ມະນຸດ, ແຕ່ບໍ່ແມ່ນການປ່ຽນແທນມະນຸດ. BRICS ຕ້ອງເຮັດວຽກຮ່ວມກັບກົນໄກຫຼາຍຝ່າຍ ເພື່ອຊຸກຍູ້ການສ້າງລະບົບການຄຸ້ມຄອງ AI ທົ່ວໂລກທີ່ຍຸດຕິທຳ, ໝັ້ນຄົງ, ປອດໄພ, ແລະສາມາດເຂົ້າເຖິງໄດ້. ສ້າງລະບົບນິເວດ AI ຕາມຄຸນຄ່າດ້ານຄຸນສົມບັດ, ຈັນຍາບັນ, ດຸ່ນດ່ຽງການປ່ຽນແປງໃໝ່ປະດິດຄິດສ້າງ ແລະຜົນປະໂຫຍດຂອງສັງຄົມ...

ບົດກ່າວປາໄສຂອງທ່ານ ຟ້າມມິງຈິ໊ງ ໄດ້ສົ່ງສານຢ່າງແຂງແຮງກ່ຽວກັບການເພີ່ມທະວີການຮ່ວມມືຫຼາຍຝ່າຍ, ຍົກສູງບົດບາດຂອງປະເທດພວມພັດທະນາໃນລະບົບການບໍລິຫານທົ່ວໂລກ, ຢືນຢັນຄຳໝັ້ນສັນຍາ ແລະການປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຂອງຫວຽດນາມ ໃນຄວາມມານະພະຍາຍາມລວມຂອງປະຊາຄົມໂລກ.

*ວັນທີ 6 ກໍລະກົດ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ BRICS, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການພົບປະກັບທ່ານ Narendra Modi ນາຍົກລັດຖະມົນຕີອິນເດຍ, ທ່ານ Bola Ahmed Tinubu ປະທານາທິບໍດີ ໄນຈີເຣຍ, ທ່ານ Sergey Lavrov ຫົວໜ້າຄະນະຜູ້ແທນລັດເຊຍ, ລັດຖະມົນຕີການຕ່າງປະເທດລັດເຊຍ ແລະທ່ານ Ngozi Okonjo-Iweala ຜູ້ອໍານວຍການໃຫຍ່ WTO.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Narendra Modi ນາຍົກລັດຖະມົນຕີອິນເດຍ. ພາບ: VGP

ທ່ານນາຍົກລັດຖະມົນຕີ ຫວຽດນາມ ໄດ້ສະແດງຄວາມປິຕິຊົມຊື່ນເມື່ອໄດ້ພົບປະກັບທ່ານ Narendra Modi ນາຍົກລັດຖະມົນຕີອິນເດຍ ອີກເທື່ອໜຶ່ງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ໄດ້ຊົມເຊີຍບັນດາຜົນງານຂອງລັດຖະບານ ແລະປະຊາຊົນອິນເດຍ ຍາດມາໄດ້ພາຍໃຕ້ການນຳພາຂອງທ່ານ Narendra Modi; ພ້ອມທັງຕີລາຄາສູງບົດບາດທີ່ນັບມື້ນັບສຳຄັນຂອງອິນເດຍ ໃນເວທີປາໄສສາກົນ, ໃນນັ້ນມີ BRICS. ທ່ານນາຍົກລັດຖະມົນຕີອິນເດຍ ຢືນຢັນວ່າ ທ່ານນາຍົກລັດຖະມົນຕີຫວຽດນາມ ແມ່ນເພື່ອນມິດທີ່ສະໜິດສະໜົມຂອງ ອິນເດຍ.

ທີ່ການພົບປະກັບທ່ານ Bola Ahmed Tinubu ປະທານາທິບໍດີໄນຈີເຣຍ, ທ່ານ ຟ້າມມິງຈິ໊ງ ເນັ້ນໜັກວ່າ ຫວຽດນາມ ປາດຖະໜາຢາກເພີ່ມທະວີການຮ່ວມມືສອງຝ່າຍລະຫວ່າງ 2 ປະເທດ ແລະສະແດງຄວາມເຄົາລົບນັບຖື ສົ່ງຄໍາເຊື້ອເຊີນຂອງບັນດາການນຳຂັ້ນສູງຫວຽດນາມ ເຖິງທ່ານປະທານາທິບໍດີ ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການໂດຍໄວ.

ທີ່ການພົບປະລະຫວ່າງທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Sergey Lavrov ລັດຖະມົນຕີການຕ່າງປະເທດລັດເຊຍ, ສອງຝ່າຍໄດ້ຢືນຢັນຄືນບັນດາຫຼັກການ, ການກຳນົດທິດຕົ້ນຕໍເພື່ອຍູ້ແຮງ ແລະເພີ່ມທະວີການຮ່ວມມື, ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນລັດເຊຍ.

ທີ່ການພົບປະກັບທ່ານ Ngozi Okonjo-Iweala ຜູ້ອໍານວຍການໃຫຍ່ WTO, ທ່ານ ຟ້າມມິງຈິ໊ງ ຢືນຢັນວ່າ ຫວຽດນາມ ຕີລາຄາສູງບົດບາດຂອງ WTO ໃນການນຳພາ ແລະຊຸກຍູ້ຂະບວນການຫັນການຄ້າເປັນເສລີຢ່າງມີປະສິດທິຜົນ, ພ້ອມທັງສະໜັບສະໜູນຄວາມມານະພະຍາຍາມ ແລະຂໍ້ລິເລີ່ມປະຕິຮູບ WTO ເພື່ອຍົກສູງປະສິດທິຜົນການເຄື່ອນໄຫວຂອງອົງການໃນສະພາບການໃໝ່.

*ຕອນບ່າຍວັນທີ 6 ກໍລະກິດ ຕາມເວລາທ້ອງຖິ່ນ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຍດນາມ ໄດ້ມີການພົບປະກັບທ່ານ Miguel Diaz-Canel Bermúdez ເລຂາທິການໃຫຍ່ພັກກອມມູນິດກູບາຜູ້ທີ 1, ປະທານປະເທດກູບາ. ທ່ານນາຍົກລັດຖະມົນຕີຫວຽດນາມ ເນັ້ນໜັກວ່າ ຍາມໃດທ່ານກໍ່ເອົາໃຈໃສ່ ແລະຊີ້ນຳບັນດາກະຊວງ, ຂະແໜງການ, ວິສາຫະກິດ ຫວຽດນາມ ຕັ້ງໜ້າປະຕິບັດບັນດາຂໍ້ຕົກລົງ, ຄຳໝັ້ນສັນຍາຂັ້ນສູງທີ່ບັນລຸໄດ້ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ກູບາ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ  ໃນເດືອນ ກັນຍາ 2024, ເປັນຕົ້ນແມ່ນກ່ຽວກັບຄວາມໝັ້ນຄົງທາງດ້ານສະບຽງອາຫານ, ພະລັງງານທົດແທນ, ການຢາ ແລະເຕັກໂນໂລຊີຊີວະພາບ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ພົບປະກັບທ່ານ Miguel Diaz Canel ປະທານປະເທດກູບາ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍສະໜັບສະໜູນກູບາ, ຮຽກຮ້ອງໃຫ້ ອາເມລິກາ ຢຸດຕິການຂວ້ຳບາດ ແລະນໍາ ກູບາ ອອກຈາກບັນຊີລາຍຊື່ປະເທດທີ່ຖືວ່າແມ່ນປະເທດສະໜັບສະໜູນການກໍ່ການຮ້າຍ.

ສະຫາຍ Miguel Diaz-Canel Bermúdez ໄດ້ສະແດງຄວາມເຄົາລົບນັບຖືຕໍ່ອາລົມຈິດຄວາມຮັກແພງ, ສາມັກຄີ ແລະການຊ່ວຍເຫຼືອອັນລ້ຳຄ່າຂອງພັກ, ລັດຖະບານ, ສະພາແຫ່ງຊາດ ແລະປະຊາຊົນຫວຽດນາມ ທີ່ມີຕໍ່ ກູບາ; ຕີລາຄາສູງການມີໜ້າ ແລະການເຄື່ອນໄຫວຢ່າງມີປະສິດທິຜົນຂອງບັນດາວິສາຫະກິດຫວຽດນາມ ທີ່ພວມຮ່ວມມືດຳເນີນທຸລະກິດ ແລະລົງທຶນຢູ່ກູບາ, ຢືນຢັນວ່າ ກູບາ ຍາມໃດກໍ່ເອົາໃຈໃສ່ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດຫວຽດນາມ ພັດທະນາ ແລະຜັນຂະຫຍາຍບັນດາການເຄື່ອນໄຫວດຳເນີນທຸລະກິດ ແລະການລົງທຶນຢູ່ ກູບາ, ນຳເອົາຜົນປະໂຫຍດມາໃຫ້ທັງສອງຝ່າຍ. ສອງຝ່າຍເຫັນດີສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະການພົບປະຂັ້ນສູງ, ປະຕິບັດບັນດາກົນໄກເຈລະຈາ ແລະການຮ່ວມມືຂອງສອງຝ່າຍຢ່າງເປັນປົກກະຕິ, ໃນນັ້ນມີການປຶກສາຫາລືດ້ານການເມືອງລະຫວ່າງ 2 ກະຊວງການຕ່າງປະເທດ, ຄະນະກຳມະການລະຫວ່າງລັດຖະບານ, ກອງປະຊຸມສຳມະນາທິດສະດີລະຫວ່າງສອງຝ່າຍ, ປຶກສາຫາລືນະໂຍບາຍດ້ານປ້ອງກັນຊາດເພື່ອກວດກາຄືນ ແລະຊຸກຍູ້ການປະຕິບັດບັນດາສັນຍາຮ່ວມມືຢ່າງມີປະສິດທິຜົນ.

ໂດຍ: ຈາງຫງວຽນ