ນັກຂ່າວ: ຂໍທ່ານນາງຮອງລັດຖະມົນຕີ ແບ່ງປັນບັນດາໝາກຜົນພົ້ນເດັ່ນຂອງການໄປປະຕິບັດງານເຂົ້າຮ່ວມກອງປະຊຸມສຸດຍອດ BRICS ເປີດກວ້າງ 2025 ແລະການເຄື່ອນໄຫວສອງຝ່າຍ ຢູ່ ບຣາຊິນ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ?
ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ: ສືບຕໍ່ບັນດາການຢ້ຽມຢາມຂອງການນຳຂັ້ນສູງຂອງສອງປະເທດດ້ວຍໝາກຜົນທີ່ດີງາມໃນໄລຍະຜ່ານມາ, ແຕ່ວັນທີ 4-8 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ BRICS ເປີດກວ້າງ 2025 ແລະມີການເຄື່ອນໄຫວສອງຝ່າຍ ຢູ່ ບຣາຊິນ ຕາມຄຳເຊີນຂອງທ່ານ Luiz Inacio Lula da Silva ປະທານາທິບໍດີ ບຣາຊິນ.
ການໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ເພື່ອແນໃສ່ສືບຕໍ່ຜັນຂະຫຍາຍແນວທາງພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ; ຫັນການພົວພັນຕ່າງປະເທດ ເປັນຫຼາຍຮູບແບບ ແລະຫຼາຍຝ່າຍ, ແມ່ນເພື່ອນມິດ ແລະແມ່ນຄູ່ຮ່ວມມືໄວ້ເນື້ອເຊື່ອໃຈໃນປະຊາຄົມສາກົນ, ສ້າງສີສັນໃໝ່ສຳລັບການພົວພັນຄູ່ຮ່ວມມືຍຸດທະສາດ, ເປີດໄລຍະຮ່ວມມືໃໝ່, ຕອບສະໜອງຄວາມຕ້ອງການ, ຄວາມປາດຖະໜາຢາກ ແລະຜົນປະໂຫຍດຂອງສອງປະເທດ, ໂດຍສະເພາະແມ່ນໃນສະພາບການໂລກມີການຜັນແປສັບສົນ. ການນຳຂັ້ນສູງ ແລະປະຊາຊົນ ບຣາຊິນ ໄດ້ສະຫງວນໃຫ້ແກ່ທ່ານນາຍົກລັດຖະມົນຕີ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ການຕ້ອນຮັບຢ່າງອົບອຸ່ນ, ສົມກຽດ.
    |
 |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ. ພາບ: ສຳນັກຂ່າວສານຫວຽດນາມ |
ສຳລັບສອງຝ່າຍ, ທ່ານນາຍົກລັດຖະມົນຕີ ໄດ້ມີການພົບປະເຈລະຈາສຳຄັນກັບທ່ານປະທານາທິບໍດີ Lula da Silva ແລະບັນດາການນໍາ ບຣາຊິນ, ມີການພົບປະ, ເຮັດວຽກກັບບັນດາວົງການ, ບັນດາວິສາຫະກິດແຖວໜ້າຂອງ ບຣາຊິນ ແລະບັນລຸໄດ້ໝາກຜົນແທດຈິງ, ສອດຄ່ອງກັບຄວາມມຸ່ງມາດປາດຖະໜາຂອງສອງປະເທດ, ປະກອບສ່ວນເຂົ້າສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.
ທີໜຶ່ງ, ຜ່ານການຢ້ຽມຢາມຄັ້ງນີ້, ພວກເຮົາໄດ້ເຮັດໃຫ້ການພົວພັນດ້ານການເມືອງ ແລະທຸກດ້ານຮ່ວມມືລະຫວ່າງສອງປະເທດໃຫ້ເລິກເຊິ່ງກວ່າ, ໂດຍສະເພາະໃນສະພາບການບົດບາດຂອງ ບຣາຊິນ ພວມນັບມື້ນັບສູງຢູ່ພາກພື້ນ ແລະໃນໂລກ. ສອງຝ່າຍເຫັນດີເປັນເອກະພາບບັນດາການກຳນົດທິດໃຫຍ່ໃນການພົວພັນ, ພິເສດແມ່ນດ້ານເສດຖະກິດ, ການຄ້າ ແລະການລົງທຶນ. ເນື່ອງໃນໂອກາດນີ້, ທ່ານປະທານາທິບໍດີ ບຣາຊິນ ຢັ້ງຢືນສະໜັບສະໜູນຫວຽດນາມ ສິ້ນສຸດການເຈລະຈາ FTA ລະຫວ່າງຫວຽດນາມ ແລະກຸ່ມ MERCOSUR ໃນປີ 2025 ກໍ່ຄື FTA ລະຫວ່າງຫວຽດນາມ ແລະບຣາຊິນ ໂດຍໄວ.
ທີສອງ, ໜຶ່ງໃນບັນດາຈຸດພົ້ນເດັ່ນທີ່ສຸດຂອງການໄປປະຕິບັດງານແມ່ນການຮ່ວມມືກະສິກຳ. ນີ້ແມ່ນຂົງເຂດທີ່ໄດ້ການນຳສອງທ່ານ ເອົາໃຈໃສ່ເປັນພິເສດ ແລະສະຫງວນຫຼາຍເວລາແລກປ່ຽນ. ດ້ວຍບັນດາໝາກຜົນຕັ້ງໜ້າ ແລະລະອຽດໃນການເປີດປະຕູຕະຫຼາດຜະລິດຕະພັນກະເສດ, ສອງຝ່າຍເຫັນດີເປັນເອກະພາບ ຈະອຳນວຍຄວາມສະດວກກວ່າອີກເພື່ອປະຊາຊົນສອງປະເທດ ກໍ່ຄືຂອງພາກພື້ນສາມາດເຂົ້າເຖິງ, ນຳໃຊ້ບັນດາປະເພດຜະລິດຕະພັນ ກະເສດທີ່ມີຄຸນນະພາບສູງຂອງບັນດາວິສາຫະກິດຂອງສອງປະເທດ.
ບັນດາຂົງເຂດຕ່າງໆ, ຄື: ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວິທະຍາສາດ-ເຕັກໂນໂລຢີ, ພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ຂຸດຄົ້ນ ແລະການຄ້າແຮ່ທາດ, ຫັນປ່ຽນດີຈີຕອນ, ເຊມິຄອນດັກເຕີ, AI…, ກໍ່ໄດ້ຮັບຄວາມຫວັງມີບາດກ້າວຫັນປ່ຽນໃໝ່ດ້ວຍໝາກຜົນສອດຄ່ອງກັບການກຳນົດທິດພັດທະນາຂອງແຕ່ລະປະເທດ.
ທີສາມ, ໃນຂອບເຂດການໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຢູ່ ບຣາຊິນ, ເອກະສານ, ຂໍ້ຕົກລົງຮ່ວມມືຫຼາຍສະບັບທີ່ໄດ້ສອງຝ່າຍເຫັນດີເປັນເອກະພາບ ແລະລົງນາມ. ໜ້າສົນໃຈແມ່ນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືວິທະຍາສາດ-ເຕັກໂນໂລຢີ, ນະວັດຕະກຳ ແລະຫັນປ່ຽນດີຈີຕອນພ້ອມດ້ວຍຂໍ້ຕົກລົງຮ່ວມມືຫຼາຍສະບັບລະຫວ່າງຜູ້ຕາງໜ້າບັນດາກຸ່ມບໍລິສັດ, ວິສາຫະກິດແຖວໜ້າຂອງສອງປະເທດ ກໍ່ໄດ້ລົງນາມດ້ວຍມູນຄ່າຂຶ້ນເຖິງຫຼາຍຮ້ອຍລ້ານໂດລາສະຫະລັດ.
ສຳລັບຫຼາຍຝ່າຍ, ທ່ານນາຍົກລັດຖະມົນຕີ ໄດ້ພ້ອມກັບການນຳ, ຜູ້ຕາງໜ້າບັນດາປະເທດສະມາຊິກ, ບັນດາປະເທດຄູ່ຮ່ວມມື ແລະແຂກຖືກເຊີນຂອງ BRICS ແລະບັນດາອົງການການເງິນພັດທະນາຂອງສາກົນ ແລະພາກພື້ນ ຈຳນວນ 35 ຄົນເຂົ້າຮ່ວມກອງປະຊຸມສຸດຍອດ BRICS ເປີດກວ້າງ 2025. ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ສົ່ງສານກ່ຽວກັບການເພີ່ມທະວີການຮ່ວມມືຫຼາຍຝ່າຍ ກໍ່ຄືຢືນຢັນບົດບາດຂອງບັນດາປະເທດພວມພັດທະນາໃນລະບົບບໍລິຫານທົ່ວໂລກ.
ທ່ານນາຍົກລັດຖະມົນຕີ ໄດ້ຍົກອອກຫຼາຍຂໍ້ສະເໜີສຳຄັນ, ແທດຈິງ, ສອດຄ່ອງກັບຄວາມເອົາໃຈໃສ່ ແລະຜົນປະໂຫຍດຂອງບັນດາປະເທດພວມພັດທະນາໃນນັ້ນມີການແພດ, ການປົກປັກຮັກສາສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ຊຸກຍູ້ການເຊື່ອມຕໍ່ເສດຖະກິດໃຕ້-ໃຕ້; ໝູນໃຊ້ເຕັກໂນໂລຢີ, ປັນຍາປະດິດຮັບໃຊ້ການພັດທະນາແບບຍືນຍົງ. ການນຳບັນດາປະເທດ, ບັນດາອົງການຈັດຕັ້ງສາກົນ ຕີລາຄາສູງຕໍ່ບັນດາຂໍ້ສະເໜີຂອງຫວຽດນາມ ກໍ່ຄືເຊີດຊູການເປັນເຈົ້າການ, ຄວາມຮັບຜິດຊອບຂອງຫວຽດນາມ ໃນການປະກອບສ່ວນເຂົ້າຄວາມສາມັກຄີ, ເພີ່ມທະວີການຮ່ວມມື ແລະການເຈລະຈາເພື່ອແກ້ໄຂບັນດາສິ່ງທ້າທາຍຂອງປະຊາຄົມສາກົນ.
ນັກຂ່າວ: ຂໍຮຽນທ່ານນາງຮອງລັດຖະມົນຕີ, ພວກເຮົາ ຈະຜັນຂະຫຍາຍບັນດາມາດຕະການໃດແດ່ ເພື່ອຫັນໝາກຜົນຂອງການໄປປະຕິບັດງານຄັ້ງນີ້ໃຫ້ປະກົດຜົນເປັນຈິງ?
ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ: ດ້ວຍລາຍການເຮັດວຽກທີ່ມີປະສິດທິຜົນ, ແທດຈິງດ້ວຍເກືອບ 40 ກິດຈະກຳໃນຂອບເຂດກອງປະຊຸມ ແລະບັນດາການພົບປະກັບການນຳຂັ້ນສູງ ບຣາຊິນ, ການນຳຂັ້ນສູງບັນດາປະເທດ, ບັນດາອົງການຈັດຕັ້ງສາກົນເຂົ້າຮ່ວມກອງປະຊຸມສຸດຍອດ BRICS ເປີດກວ້າງ 2025, ອາດສາມາດເວົ້າໄດ້ວ່າ ການໄປປະຕິບັດງານຄັ້ງນີ້ໄດ້ປະກອບສ່ວນຍົກສູງບົດບາດ, ຖານະຂອງປະເທດ ແລະເຮັດໃຫ້ການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະບັນດາຄູ່ຮ່ວມມື, ເພື່ອນມິດທີ່ເປັນມູນເຊື້ອໃຫ້ເລິກເຊິ່ງກວ່າອີກ, ຜ່ານນັ້ນດຶງດູດບັນດາແຫຼ່ງກຳລັງ, ໂດຍສະເພາະແມ່ນປະຕິບັດບັນດາບຸກທະລຸກ່ຽວກັບວິທະຍາສາດ-ເຕັກໂນໂລຢີ, ຍູ້ແຮງການສົ່ງອອກເຖິງບັນດາຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນ. ເພື່ອຫັນບັນດາໝາກຜົນນີ້ໃຫ້ປະກົດຜົນເປັນຈິງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ຊີ້ນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນກ່ຽວຂ້ອງຈັດຕັ້ງບາງໜ້າທີ່ຈຸດສຸມດັ່ງລຸ່ມນີ້ເລີຍ:
    |
 |
ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: ສຳນັກຂ່າວສານຫວຽດນາມ |
ທີໜຶ່ງ, ໃນການພົວພັນກັບ ບຣາຊິນ, ສືບຕໍ່ສະຫງວນບຸລິມະສິດຢ່າງສູງໃນການຈັດຕັ້ງປະຕິບັດຖະແຫຼງການຮ່ວມຫວຽດນາມ - ບຣາຊິນ ແລະແຜນການດໍາເນີນງານຜັນຂະຫຍາຍຄູ່ຮ່ວມມືຍຸດທະສາດທີ່ໄດ້ການນຳຂັ້ນສູງສອງປະເທດເຫັນດີເປັນເອກະພາບໃນເດືອນມິນາ 2025. ໃນໄລຍະຈະມາເຖິງ, ຫວຽດນາມ ແລະບຣາຊິນ ຈະສືບຕໍ່ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນເພື່ອແນໃສ່ປະສານສົມທົບກັນຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ, ຕັດສິນໃຈ ແລະຄຳໝັ້ນສັນຍາການເມືອງຂອງການນຳຂັ້ນສູງສອງປະເທດ.
ທີສອງ, ຄຽງຄູ່ບັນດາຂົງເຂດຮ່ວມມືທີ່ເປັນມູນເຊື້ອ, ກະສິກຳຈະແມ່ນຈຸດສຸມຮ່ວມມືໃນໄລຍະຈະມາເຖິງ. ບັນດາກະຊວງ, ຄະນະ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດຂອງ ຫວຽດນາມ ຈະຕ້ອງເປັນເຈົ້າການພ້ອມກັບບັນດາຄູ່ຮ່ວມມື ບຣາຊິນ ກວດກາຄືນ ແລະແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດເພື່ອສືບຕໍ່ເປີດປະຕູຕະຫຼາດກວ່າອີກສຳລັບສິນຄ້າ, ຜະລິດຕະພັນກະເສດຂອງກັນ. ພ້ອມທັງ, ສຳລັບ ບຣາຊິນ, ບັນດາຂັ້ນເຮັດວຽກຂອງສອງຝ່າຍ ກໍ່ຈະມຸ່ງໄປສູ່ສຳເລັດການລົງນາມ FTA ຫວຽດນາມ - ບຣາຊິນ ກໍ່ຄືຊຸກຍູ້ລົງນາມສັນຍາຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານຍາວນານກັບ ບຣາຊິນ, ບັນດາເອກະສານຮ່ວມມືໃນຂົງເຂດປົກປ້ອງການລົງທຶນ.
ທີສາມ, ສືບຕໍ່ຈັດຕັ້ງປະຕິບັດມະຕິສະບັບເລກທີ 59 ຂອງກົມການເມືອງວ່າດ້ວຍການເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນໃນສະພາບການໃໝ່ໃຫ້ມີປະສິດທິຜົນ, ແທດຈິງ. ໃນສະພາບການໂລກມີການຜັນແປຫຼາຍຢ່າງ, ເລື່ອງ ຫວຽດນາມ ເຂົ້າຮ່ວມ ແລະການປະກອບສ່ວນຢ່າງຕັ້ງໜ້າຢູ່ບັນດາກົນໄກຫຼາຍຝ່າຍ, ຄື: ສະຫະປະຊາຊາດ, ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ), ເວທີປາໄສຮ່ວມມືເສດຖະກິດອາຊີ-ປາຊີຟິກ (APEC), ກຸ່ມບັນດາປະເທດອຸດສາຫະກໍາ (G7) ເປີດກວ້າງ, ກຸ່ມບັນດາພື້ນຖານເສດຖະກິດໃຫຍ່ (G20) ເປີດກວ້າງ, ອົງການຈັດຕັ້ງຮ່ວມມື ແລະພັດທະນາເສດຖະກິດ (OECD)… ແລະໄລຍະມໍ່ໆມານີ້ແມ່ນກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນ BRICS ຈະຊ່ວຍຍາດແຍ່ງບັນດາແຫຼ່ງກໍາລັງ ແລະເງື່ອນໄຂສາກົນສະດວກໃຫ້ການພັດທະນາປະເທດ.
ບົນຈິດໃຈດັ່ງກ່າວ, ຫວຽດນາມ ຈະສືບຕໍ່ເຂົ້າຮ່ວມປະກອບສ່ວນ, ຍົກສູງທັດສະນະ ແລະບົດບາດຂອງບັນດາປະເທດກໍາລັງພັດທະນາ, ຊຸກຍູ້ຄວາມສາມັກຄີສາກົນ, ລັດທິຫຼາຍຝ່າຍກວມລວມ, ຮອບດ້ານບົນຈິດໃຈເຄົາລົບກົດບັດສະຫະປະຊາຊາດ ແລະກົດໝາຍສາກົນ.
ນັກຂ່າວ: ຂໍຂອບໃຈທ່ານນາງຮອງລັດຖະມົນຕີການຕ່າງປະເທດຫວຽດນາມ!
ໂດຍ: ແສງເດືອນ