ກອງປະຊຸມສຳມະນາ “ນະໂຍບາຍເສດຖະກິດ ແລະການຮ່ວມມືຫວຽດນາມ - Cote d'Ivoire (ກົດດີວົວ): ຜົນງານ ແລະແງ່ຫວັງ”: ໄດ້ຈັດຂຶ້ນໃນວັນທີ 10 ກໍລະກົດ, ຕາມເວລາທ້ອງຖິ່ນຢູ່ ກົດດີວົວ, ດ້ວຍການເຂົ້າຮ່ວມຂອງຜູ້ແທນເກືອບ 200 ຄົນທີ່ມາຈາກສະພາແຫ່ງຊາດ, ບັນດາກະຊວງ, ຂະແໜງການ, ສະຫະສະມາຄົມ, ທ້ອງຖິ່ນ ແລະວິສາຫະກິດ 2 ປະເທດ.

leftcenterrightdel
ຜູ້ແທນເຂົ້າຮ່ວມກອງປະຊຸມສໍາມະນາຖ່າຍຮູບເປັນທີ່ລະນຶກ. ພາບ: ສໍານັກຂ່າວສານຫວຽດນາມ

ກອງປະຊຸມສໍາມະນາໄດ້ຈັດຂຶ້ນໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ -  ກົດດີວົວ ແລະເນື່ອງໃນໂອກາດທ່ານ ຫວູຮົ່ງແທງ ຮອງປະທານສະພາແຫ່ງຊາດຫວຽດນາມ  ເດີນທາງໄປ ອາຟຣີກາຕາເວັນຕົກ-ການຢ້ຽມຢາມຂັ້ນສູງສຸດຂອງຕາງໜ້າຫວຽດນາມ ນັບແຕ່ປີ 2019 ມາຮອດປະຈຸບັນ.

ກອງປະຊຸມສໍາມະນາໄດ້ສຸມໃສ່ຕີລາຄາສະພາບການຮ່ວມມືດ້ານເສດຖະກິດຫວຽດນາມ - ກົດດີວົວ, ບັນດາກາລະໂອກາດ, ສິ່ງທ້າທາຍໃນໄລຍະຈະມາເຖິງ, ສະເໜີບັນດາຂົງເຂດຮ່ວມມືທີ່ສອງຝ່າຍມີທ່າແຮງ ແລະຊ່ວຍເຫຼືອເຊິ່ງກັນ ແລະກັນ, ຄື: ການປຸງແຕ່ງຜະລິດຕະພັນກະເສດ, ການປຸງແຕ່ງໝາກມ່ວງຫິມະພານ, ຜະລິດເຂົ້າ, ພະລັງງານທົດແທນ, ການຄ້າເອເລັກໂຕນິກ, ການຫັນປ່ຽນດີຈີຕອນ, ອະສັງຫາລິມະຊັບ, ການທ່ອງທ່ຽວ...

ໂດຍ: ໄຊນີດາ