ວາລະເຈລະຈາປະສົບຜົນສຳເລັດທີ່ສຸດ, ກົງໄປກົງມາ ແລະສ້າງສັນ
ນັກຂ່າວ: ຮຽນທ່ານຮອງລັດຖະມົນຕີ ຂໍໃຫ້ທ່ານ ໃຫ້ຮູ້ການຕີລາຄາຂອງຄະນະຜູ້ແທນຫວຽດນາມ ໃນວາລະເຈລະຈາ ຄັ້ງທີ 4 ກັບຄະນະກໍາມະການສິດທິມະນຸດຂອງສະຫະປະຊາຊາດ ກ່ຽວກັບການປະຕິບັດສົນທິສັນຍາ ICCPR ຂອງຫວຽດນາມ?
ທ່ານຮອງລັດຖະມົນຕີ ຫງວຽນແທັງຕີ້ງ: ສາມາດຢືນຢັນໄດ້ວ່າ ນີ້ແມ່ນວາລະເຈລະຈາທີ່ປະສົບຜົນສຳເລັດທີ່ສຸດ. ຄະນະຜູ້ແທນຫວຽດນາມ ໄດ້ເຂົ້າຮ່ວມດ້ວຍຈິດໃຈກົງໄປກົງມາ, ຈິງໃຈ ແລະສ້າງສັນ. ພວກຂ້າພະເຈົ້າ ໄດ້ສົ່ງສານສະເໝີຕົ້ນສະເໝີປາຍຂອງຫວຽດນາມ ກ່ຽວກັບການຖືມະນຸດເປັນໃຈກາງໃນຂະບວນການພັດທະນາ, ຖືນັ້ນທັງແມ່ນເປົ້າໝາຍ, ທັງແມ່ນກໍາລັງໜູນຂອງປະເທດ. ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ຫວຽດນາມ ຍາມໃດກໍ່ມານະພະຍາຍາມ, ສະຫງວນແຫຼ່ງກຳລັງທີ່ດີທີ່ສຸດ ເພື່ອຮັບປະກັນການປະຕິບັດສິດທິມະນຸດ, ສິດທິພົນລະເມືອງ, ໃນນັ້ນມີສິດທິພົນລະເມືອງ, ສິດທິທາງການເມືອງຕາມສົນທິສັນຍາ ICCPR.
ທີ່ວາລະເຈລະຈາ, ຄະນະກໍາມະການສິດທິມະນຸດ ໄດ້ຮັບຮູ້ ແລະຕີລາຄາສູງຕໍ່ຄວາມຄືບໜ້າຂອງຫວຽດນາມ, ຄືການໃຫ້ສັດຕະຍາບັນສົນທິສັນຍາສາກົນຫຼັກ 7/9 ສະບັບກ່ຽວກັບສິດທິມະນຸດ; ກໍ່ສ້າງ ແລະປັບປຸງລະບອບລະບຽບການໃຫ້ສົມບູບແບບແນໃສ່ສະກັດກັ້ນການຈຳແນກການປະພຶດ; ມານະພະຍາຍາມແກ້ໄຂບັນຫາຄວາມຮຸນແຮງໃນຄອບຄົວ, ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະສະກັດກັ້ນ, ຕ້ານການສໍ້ລາດບັງຫຼວງ. ເພື່ອເຮັດໃຫ້ການເອົາໃຈໃສ່ຂອງຄະນະກໍາມະການ ຈະແຈ້ງຂຶ້ນຕື່ມນັ້ນ, ຄະນະຜູ້ແທນຫວຽດນາມ ໄດ້ສະໜອງຂໍ້ມູນຂ່າວສານທີ່ກ່ຽວຂ້ອງຢ່າງຄົບຖ້ວນ ແລະຮອບດ້ານກ່ຽວກັບຂະບວນການຮັບປະກັນ, ຊຸກຍູ້ສິດທິພົນລະເມືອງ, ສິດທິທາງການເມືອງ ນັບແຕ່ວາລະເຈລະຈາປີ 2019 ມາຮອດປະຈຸບັນ. ບັນດາສະມາຊິກໃນຄະນະປະຕິບັດງານລະຫວ່າງຂະແໜງການໄດ້ເປັນເຈົ້າການແລກປ່ຽນກ່ຽວກັບນະໂຍບາຍ, ກົດໝາຍ, ນັບແຕ່ການສ້າງລະບອບລະບຽບການ, ການປະຕິຮູບກົດໝາຍ, ການປະຕິຮູບຕຸລາການ ຕະຫຼອດຮອດມາດຕະການຮັບປະກັນສິດທິມະນຸດໃນຕົວຈິງ ກໍ່ຄືການກໍານົດທິດທີ່ຈະມາເຖິງ.
    |
 |
ບັນຍາກາດທີ່ວາລະເຈລະຈາ. ພາບ: ກະຊວງຍຸຕິທຳ |
ຫວຽດນາມ ມີຄວາມສະດວກຫຼາຍຢ່າງໃນການປະຕິບັດສົນທິສັນຍາ
ນັກຂ່າວ: ໃນຂະບວນການປະຕິບັດສົນທິສັນຍາ ICCPR, ຫວຽດນາມ ມີຄວາມສະດວກ ແລະປະສົບສິ່ງທ້າທາຍໃດແດ່, ຂໍຮຽນທ່ານຮອງລັດຖະມົນຕີ?
ທ່ານຮອງລັດຖະມົນຕີ ຫງວຽນແທັງຕີ້ງ: ສົນທິສັນຍາ ICCPR ມີຂອບເຂດກວ້າງຂວາງ, ມີຄວາມໝາຍເລິກເຊິ່ງ, ວິທີທຳຄວາມເຂົ້າໃຈ ແລະອະທິບາຍບັນດາສິດຕາມທ່າອ່ຽງເປີດ ແລະກວ້າງ. ສະນັ້ນ, ການປະຕິບັດສົນທິສັນຍາຍາມໃດກໍ່ຮຽກຮ້ອງໃຫ້ມີຄວາມມານະພະຍາຍາມຫຼາຍ ແລະແຫຼ່ງກໍາລັງພໍສົມຄວນ. ຫວຽດນາມ ກໍ່ປະເຊີນໜ້າກັບບັນດາສິ່ງທ້າທາຍ, ຄື: ຄວາມຮັບຮູ້ກ່ຽວກັບສິດທິມະນຸດຍັງບໍ່ສະໝໍ່າສະເໝີລະຫວ່າງທຸກຂັ້ນ, ທຸກພາກພື້ນ, ລະບອບລະບຽບການກົດໝາຍບາງຄັ້ງຍັງບໍ່ທັນໄປຕາມຄວາມຮຽກຮ້ອງຕ້ອງການໃໝ່. ການຫັນຂໍ້ກໍານົດ ICCPR ໃຫ້ເປັນກົດໝາຍພາຍໃນຄວນໄດ້ຄົ້ນຄວ້າຢ່າງລະອຽດເພື່ອຮັບປະກັນຄວາມກົມກຽວ, ຄົບຊຸດ.
ເຖິງຢ່າງໃດກໍ່ຕາມ, ຫວຽດນາມ ມີຄວາມສະດວກທີ່ສຳຄັນ. ນັ້ນແມ່ນຫວຽດນາມ ມີຄຳໝັ້ນສັນຍາດ້ານການເມືອງຢ່າງແຂງແຮງ, ທັດສະນະສະເໝີຕົ້ນສະເໝີປາຍຂອງພັກ ແລະລັດ ຖືສິດທິມະນຸດແມ່ນເປົ້າໝາຍໃນຕະຫຼອດຂະບວນການພັດທະນາ-ໄດ້ສະແດງອອກໃຫ້ເຫັນຜ່ານບັນດາຍຸດທະສາດ, ນະໂຍບາຍ ແລະໂຄງການດໍາເນີນງານລະອຽດ. ລະບົບກົດໝາຍນັບມື້ນັບໄດ້ຮັບການປັບປຸງໃຫ້ສົມບູນແບບ, ກົດດໍາລັດຫຼາຍສະບັບ ໄດ້ຮັບການປັບປຸງ, ປະກາດໃຊ້ໃໝ່ເພື່ອຫັນຂໍ້ກໍານົດຂອງ ICCPR ເປັນກົດໝາຍພາຍໃນ, ປະກອບສ່ວນຍົກສູງປະສິດທິຜົນການປົກປ້ອງສິດທິພົນລະເມືອງ, ສິດທິທາງການເມືອງ. ຫວຽດນາມ ນັບມື້ນັບໄດ້ຮັບການຮັບຮູ້ ແລະຕີລາຄາສູງຈາກປະຊາຄົມສາກົນກ່ຽວກັບຄວາມມານະພະຍາຍາມປະຕິບັດບັນດາຄຳໝັ້ນສັນຍາສາກົນກ່ຽວກັບສິດທິມະນຸດ, ພ້ອມທັງຮັກສາການເຈລະຈາສ້າງສັນກັບບັນດາກົນໄກສິດທິມະນຸດຂອງສະຫະປະຊາຊາດ.
3 ກໍານົດທິດໃຫຍ່ ໃນໄລຍະຈະມາເຖິງ
ນັກຂ່າວ: ພາຍຫຼັງວາລະເຈລະຈາຄັ້ງນີ້, ຫວຽດນາມ ຈະມີການກໍານົດທິດໃດແດ່ເພື່ອແນໃສ່ສືບຕໍ່ຍົກສູງປະສິດທິຜົນຂອງການປະຕິບັດສົນທິສັນຍາ ICCPR, ຂໍຮຽນທ່ານຮອງລັດຖະມົນຕີ?
ທ່ານຮອງລັດຖະມົນຕີ ຫງວຽນແທັງຕີ້ງ: ພວກຂ້າພະເຈົ້າ ໄດ້ກຳນົດທິດທາງໃນຕໍ່ໜ້າຢ່າງຈະແຈ້ງ ໂດຍອີງໃສ່ແຜນນະໂຍບາຍໃຫຍ່ຂອງພັກ, ເປັນຕົ້ນແມ່ນມະຕິເລກທີ 27-NQ/TW ປີ 2022 ວ່າດ້ວຍການສືບຕໍ່ສ້າງ ແລະປັບປຸງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ໃນໄລຍະໃໝ່ ແລະມະຕິເລກທີ 66-NQ/TW ປີ 2025 ຂອງກົມການເມືອງ ວ່າດ້ວຍການປ່ຽນແປງໃໝ່ວຽກງານກໍ່ສ້າງ ແລະປະຕິບັດກົດໝາຍ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາປະເທດໃນສັງກາດໃໝ່. ບົນພື້ນຖານນັ້ນ, ພາຍຫຼັງວາລະເຈລະຈາຄັ້ງນີ້, ພວກຂ້າພະເຈົ້າ ຈະຍື່ນສະເໜີຕໍ່ນາຍົກລັດຖະມົນຕີ ເຊັ່ນປະກາດໃຊ້ແຜນການດຳເນີນງານແຫ່ງຊາດ ດ້ວຍການເຂົ້າຮ່ວມຂອງບັນດາກະຊວງ, ຂະແໜງການ, ອົງການທີ່ກ່ຽວຂ້ອງເພື່ອແນໃສ່ປະຕິບັດສົນທິສັນຍາ ICCPR ແລະບັນດາຂໍ້ສະເໜີແນະຂອງຄະນະກຳມະການສິດທິມະນຸດຢ່າງມີປະສິດທິຜົນ. ຕາມຂ້າພະເຈົ້າ ແລ້ວ, ຕ້ອງສຸມໃສ່ 3 ໜ້າທີ່.
ໜຶ່ງແມ່ນຍົກສູງຄວາມຮັບຮູ້ ແລະຄວາມຮັບຜິດຊອບຂອງຖັນແຖວພະນັກງານ, ເປັນຕົ້ນແມ່ນຢູ່ອົງການກໍ່ສ້າງ, ປະຕິບັດກົດໝາຍ, ປະຕິຮູບດ້ານຕຸລາການ, ກ່ຽວກັບທັດສະນະ, ແຜນນະໂຍບາຍໃຫຍ່ຂອງພັກ ກ່ຽວກັບສິດທິມະນຸດ. ທຸກແຜນນະໂຍບາຍ, ນະໂຍບາຍ ທັງໝົດຕ້ອງຖືປະຊາຊົນເປັນໃຈກາງ, ໂດຍມີຈຸດເລີ່ມຕົ້ນມາຈາກຊີວິດ, ສິດ ແລະຜົນປະໂຫຍດອັນຊອບທຳຂອງປະຊາຊົນ.
ສອງແມ່ນກວດກາຄືນ, ຫັນແຜນນະໂຍບາຍຂອງພັກເປັນລະບອບລະບຽບການ, ປະຕິບັດສົນທິສັນຍາສາກົນຢ່າງຄົບຖ້ວນກ່ຽວກັບສິດທິມະນຸດ ໂດຍຫວຽດນາມ ເປັນພາຄີ, ຮັບປະກັນລະບົບກົດໝາຍປະຊາທິປະໄຕ, ຍຸຕິທຳ, ຄົບຖ້ວນ, ທັນການ, ເປັນເອກະພາບ, ເປີດເຜີຍ, ໂປ່ງໃສ, ໝັ້ນຄົງ, ເປັນໄປໄດ້, ມີມະນຸດສະທຳ, ເຂົ້າເຖິງຢ່າງງ່າຍດາຍ, ຖືສິດ ແລະຜົນປະໂຫຍດອັນຊອບທໍາຂອງມະມຸດເປັນໃຈກາງ. ມະຕິເລກທີ 66-NQ/TW ເປັນເຂັມທິດໃນການປະຕິບັດວຽກງານນີ້. ພ້ອມກັນນັ້ນ, ກະຊວງຍຸຕິທຳ, ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຄວນສຸມໃສ່ຜັນຂະຫຍາຍບັນດາໜ້າທີ່ທີ່ໄດ້ຮັບມອບໝາຍໃນມະຕິເລກທີ 140/NQ-CP ລົງວັນທີ 17 ພຶດສະພາ 2025 ຂອງລັດຖະບານ. ໃນນັ້ນ, ໜ້າທີ່ຈຸດສຸມໃນປີ 2025 ແມ່ນປະຕິບັດມະຕິຂອງສະພາແຫ່ງຊາດ ກ່ຽວກັບກົນໄກພິເສດໃນການແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດຍ້ອນຂໍ້ກໍານົດຂອງກົດໝາຍເພື່ອແກ້ໄຂຈຸດອຸດຕັນ, ສ້າງສະພາບແວດລ້ອມແຫ່ງລະບອບລະບຽບການທີ່ປອດໂປ່ງກວ່າໃຫ້ແກ່ການປະຕິບັດສິດທິມະນຸດ.
ສາມແມ່ນປະຕິບັດບັນດາໜ້າທີ່ທີ່ໄດ້ວາງອອກໃນມະຕິເລກທີ 66-NQ/TW ກ່ຽວກັບການສ້າງບາດກ້າວບຸກທະລຸໃນວຽກງານປະຕິບັດກົດໝາຍ, ຮັບປະກັນໃຫ້ກົດໝາຍໄດ້ຮັບການປະຕິບັດຢ່າງຍຸຕິທຳ, ເຂັ້ມງວດ, ສະເໝີຕົ້ນສະເໝີປາຍ, ທັນການ, ມີປະສິດທິພາບ, ປະສິດທິຜົນ; ສະໜິດຕິດພັນຢ່າງແໜ້ນແຟ້ນລະຫວ່າງວຽກງານນິຕິບັນຍັດ ແລະການປະຕິບັດກົດໝາຍ, ຮັບປະກັນໃຫ້ກົດໝາຍໄດ້ເຂົ້າສູ່ຊີວິດຕົວຈິງ. ນອກຈາກນັ້ນ, ຕ້ອງເອົາໃຈໃສ່ເຖິງການປ່ຽນແປງໃໝ່ວຽກງານໂຄສະນາເຜີຍແຜ່, ສຶກສາອົບຮົມກົດໝາຍ ກ່ຽວກັບສິດທິມະນຸດ.
ນັກຂ່າວ: ຂໍຂອບໃຈທ່ານ!
ໂດຍ: ເຈິ່ນຮວ່ຽນ