ເນື່ອງໃນໂອກາດນີ້,  ນັກຂ່າວສໍານັກຂ່າວສານຫວຽດນາມ ປະຈໍາ ເຊີແນວ ໄດ້ສຳພາດທ່ານ ມາຍຟານຢຸງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ເຊີແນວ.

leftcenterrightdel
ທ່ານ ມາຍຟານຢຸງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ເຊີແນວ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ມາຍຟານຢຸງ ແບ່ງປັນວ່າ: “ໃນໄລຍະຜ່ານມາ, ຫວຽດນາມ ຍາມໃດກໍ່ຢຶດໝັ້ນຕໍ່ນະໂຍບາຍພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື ແລະພັດທະນາ; ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງ, ເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະເປັນສະມາຊິກທີ່ມີຄວາມຮັບຜິດຊອບໃນປະຊາຄົມສາກົນ, ຜ່ານນັ້ນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຢູ່ພາຍໃນປະເທດ, ພ້ອມທັງປະກອບສ່ວນເຂົ້າໃນບັນຫາສັນຕິພາບ, ຄວາມໝັ້ນຄົງ ແລະການພັດທະນາລວມຂອງໂລກ, ລວມມີບັນຫາການປົກປ້ອງສິດທິມະນຸດ. ພັກ ແລະລັດຫວຽດນາມ ຍາມໃດກໍ່ກຳນົດເອົາມະນຸດທັງເປັນໃຈກາງ, ເປັນເຈົ້າກຳ, ທັງເປັນກຳລັງໜູນ, ເປັນເປົ້າໝາຍໃຫ້ແກ່ການພັດທະນາ, ຜ່ານນັ້ນມີຫຼາຍນະໂຍບາຍທີ່ແທດຈິງ, ຮອບດ້ານເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ປົກປ້ອງ ແລະຊຸກຍູ້ສິດທິມະນຸດ. ບົນພື້ນຖານນັ້ນ, ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະປະຕິບັດບັນດາຄຳໝັ້ນສັນຍາ, ພັນທະຢ່າງເຂັ້ມງວດໃນຂອບເຂດສົນທິສັນຍາສາກົນກ່ຽວກັບສິດທິມະນຸດ ເຊິ່ງຫວຽດນາມ ແມ່ນສະມາຊິກ, ລວມມີ ICCPR".

ຕາມທ່ານ ມາຍຟານຢຸງ ແລ້ວ, ບົນເນື້ອໃນຈິດໃຈທີ່ເປີດອົກເປີດໃຈ, ມີຄວາມຮັບຜິດຊອບ, ຫວຽດນາມ ໄດ້ຮັບເອົາ ແລະຜັນຂະຫຍາຍບັນດາຂໍ້ສະເໜີແນະທີ່ເໝາະສົມ, ເປັນເຈົ້າການສະໜອງຂໍ້ມູນຂ່າວສານ, ກໍ່ສ້າງ ແລະນຳສະເໜີບັນດາບົດລາຍງານແຫ່ງຊາດ, ແລກປ່ຽນກັບສະມາຊິກຄະນະກຳມະການສົນທິສັນຍາ. ຄຽງຂ້າງນັ້ນ, ໃນວິວັດການເຈລະຈາ, ຫວຽດນາມ ກໍ່ຕັ້ງໜ້າແບ່ງປັນບັນດາບົດຮຽນພຶດຕິກໍາຕົວຈິງທີ່ດີຂອງຊາດ, ຊຸກຍູ້ບັນຫາທີ່ປະຊາຄົມສາກົນມີຄວາມສົນໃຈຮ່ວມກັນ ແລະໄດ້ຮັບຄວາມຮັບຮູ້ ແລະຕີລາຄາສູງຈາກເພື່ອນມິດ ແລະຄູ່ຮ່ວມມື. ສາມາດເຫັນໄດ້ວ່າ, ຜ່ານການເຄື່ອນໄຫວແລກປ່ຽນ ແລະຮ່ວມມືກັບຄະນະກໍາມະການສິດທິມະນຸດ ກໍ່ຄືບັນດາກຳມະການສົນທິສັນຍາອື່ນໆ, ຫວຽດນາມ ໄດ້ຮັບການໜູນຊ່ວຍອັນລໍ້າຄ່າຈາກບັນດາຄູ່ຮ່ວມມື, ປະກອບສ່ວນຊຸກຍູ້ວຽກງານຮັບປະກັນສິດທິມະນຸດຢູ່ພາຍໃນປະເທດ, ພ້ອມທັງເສີມຂະຫຍາຍທັດສະນະ, ປັບປຸງຊື່ສຽງ, ຖານະບົດບາດຂອງຫວຽດນາມ ຢູ່ເວທີປາໄສຫຼາຍຝ່າຍ, ລວມມີສະພາສິດທິມະນຸດ.

ດ້ວຍຄວາມໄວ້ວາງໃຈຈາກເພື່ອນມິດສາກົນ, ຫວຽດນາມ ບັນລຸໄດ້ຜົນງານຫຼາຍຢ່າງໃນການອອກສະໝັກເລືອກຕັ້ງເຂົ້າອົງການຂອງສະຫະປະຊາຊາດ (ສປຊ). ໃນໄລຍະຈະມາເຖິງ, ພ້ອມກັບການຕັ້ງໜ້າປະກອບສ່ວນເຂົ້າໃນບັນດາເນື້ອໃນເຊິ່ງສະພາສິດທິມະນຸດພວມແກ້ໄຂ, ຫວຽດນາມ ຈະສືບຕໍ່ສະແດງໃຫ້ເຫັນຈິດໃຈຄວາມຮັບຜິດຊອບ, ເຈລະຈາຢ່າງເປີດອົກເປີດໃຈເພື່ອແນໃສ່ປະກອບສ່ວນເຂົ້າໃນຂະບວນການປະຕິຮູບຂອງສະພາສິດທິມະນຸດ ກໍ່ຄື ສປຊ, ປະກອບສ່ວນຊ່ວຍອົງການນີ້ຍົກສູງປະສິດທິຜົນການເຄື່ອນໄຫວ, ຕອບສະໜອງບັນດາໜ້າທີ່ທີ່ວາງອອກໃນສະພາບການໃໝ່, ປະກອບສ່ວນເຂົ້າໃນສັນຕິພາບ, ການພັດທະນາ ແລະຄວາມວັດທະນາຖາວອນຂອງມວນມະນຸດ.

ຄຽງຂ້າງນັ້ນ, ທ່ານ ມາຍຟານຢຸງ ຍັງໄດ້ຍົກໃຫ້ເຫັນການປະກອບສ່ວນຢ່າງລະອຽດຂອງຄະນະຜູ້ຕາງໜ້າຫວຽດນາມ ຢູ່ເຊີແນວ ໃນໄລຍະຜ່ານມາ. ທ່ານ ໃຫ້ຮູ້ວ່າ: “ນັບແຕ່ຕົ້ນອາຍຸການມາຮອດປະຈຸບັນ, ຫວຽດນາມ ໄດ້ເປັນເຈົ້າການຍົກອອກຫຼາຍຂໍ້ລິເລີ່ມຮ່ວມມືກ່ຽວກັບສິດທິມະນຸດໃນຕະຫຼອດໄລຍະຜ່ານມາ, ຄວາມມານະພະຍາຍາມ ແລະການປະກອບສ່ວນຂອງຫວຽດນາມ ໄດ້ຮັບການຮັບຮູ້, ສະໜັບສະໜູນ ແລະຕີລາຄາສູງຈາກບັນດາປະເທດ,  ອົງການຈັດຕັ້ງສາກົນ”.

ຄຽງຂ້າງນັ້ນ, ຫວຽດນາມ ກໍ່ເປັນປະທານຍົກອອກຂໍ້ລິເລີ່ມອື່ນອີກຢູ່ສະພາສິດທິມະນຸດເພື່ອແນໃສ່ຊຸກຍູ້ການຮັບປະກັນສິດທິມະນຸດ, ເປັນຕົ້ນແມ່ນກ່າວຄໍາເຫັນລວມກ່ຽວກັບບັນຫາການສັກຢາກັນພະຍາດ ແລະສິດສຸຂະພາບ, ຮັບປະກັນຄວາມສະເໝີພາບລະຫວ່າງຍິງ-ຊາຍ; ຜັນຂະຫຍາຍປະຕິບັດເປົ້າໝາຍພັດທະນາແບບຍືນຍົງ, ປົກປັກຮັກສາພື້ນຖານໂຄງລ່າງພົນລະເຮືອນໃນການປະທະກັນດ້ວຍອາວຸດ, ການປ່ຽນແປງຂອງດິນຟ້າອາກາດ ແລະສິດທິມະນຸດ, ຮັບປະກັນສິດມີສະບຽງອາຫານ... ບັນດາຂໍ້ລິເລີ່ມດັ່ງກ່າວໄດ້ຮັບການສະໜັບສະໜູນຈາກຫຼາຍປະເທດຢູ່ສະພາສິດທິມະນຸດ.

ຫວຽດນາມ ກໍ່ສົມທົບກັບຫຼາຍປະເທດຄື: ອາເມລິກາ, ອິນເດຍ, ອາກຊັງຕີນ, ບຣາຊິນ, ບັງກະລາເທດ, ໂຮນລັງ, ຟີລິບປິນ, ເມັກຊິກໂກ ແລະບັນດາອົງການຈັດຕັ້ງສາກົນ, ຄື: ສະຫະພັນທົ່ວໂລກກ່ຽວກັບວັກຊິນ ແລະສັກຢາກັນພະຍາດ (Gavi), ອົງການແຮງງານສາກົນ (ILO), ອົງການອະນາໄມໂລກ (WHO) ຊຸກຍູ້ບັນດາຂໍ້ລິເລີ່ມອື່ນໆ, ລວມມີເຫດການເຈລະຈາຢູ່ນອກກອງປະຊຸມສະພາສິດທິມະນຸດກ່ຽວກັບການຕ້ານການຈຳແນກການປະພຶດ, ການໃຊ້ຄວາມຮຸນແຮງລະຫວ່າງຍິງຊາຍ ແລະການກໍ່ກວນໃນບ່ອນເຮັດວຽກ...

ໃນປີ 2025, ຄະນະຜູ້ຕາງໜ້າໄດ້ສົມທົບກັບກະຊວງພາຍໃນ ເພື່ອຜັນຂະຫຍາຍບົດລາຍງານແຫ່ງຊາດກ່ຽວກັບການປະຕິບັດສົນທິສັນຍາ ສປຊ ວ່າດ້ວຍການບໍ່ຈຳແນກການປະພຶດ (CRPD) ແລະປະຈຸບັນຈະສົມທົບກັບກະຊວງຍຸຕິທຳເພື່ອກະກຽມວາລະເຈລະຈາ ຄັ້ງທີ 4 ກັບຄະນະກຳມະການສິດທິມະນຸດກ່ຽວກັບການປະຕິບັດສົນທິສັນຍາວ່າດ້ວຍສິດທິພົນລະເຮືອນ ແລະການເມືອງ. ສົນທິສັນຍາວ່າດ້ວຍສິດທິພົນລະເຮືອນ ແລະການເມືອງ ໄດ້ຮັບຖືວ່າແມ່ນສົນທິສັນຍາຮອບດ້ານ ແລະກວມລວມທີ່ສຸດ, ກວມເອົາເກືອບທຸກຂົງເຂດ.

ບົນພື້ນຖານການປະຕິບັດແຜນນະໂຍບາຍຂອງພັກ ແລະລັດ ກ່ຽວກັບການຜັນຂະຫຍາຍແນວທາງເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ, ແຜນນະໂຍບາຍທີ່ສະເໝີຕົ້ນສະເໝີປາຍກ່ຽວກັບການປົກປັກຮັກສາ ແລະຊຸກຍູ້ສິດທິມະນຸດ, ດ້ວຍການກະກຽມຢ່າງເຂັ້ມງວດ ແລະຮັບເອົາຂໍ້ສະເໜີແນະຂອງຄະນະກຳມະການສິດທິມະນຸດຈາກກອງປະຊຸມຄັ້ງທີ່ຜ່ານມາ, ກໍ່ຄືຮັບເອົາຄໍາເຫັນປະກອບຂອງບັນດາອົງການຈັດຕັ້ງ, ສ່ວນບຸກຄົນດ້ວຍຫຼາຍຮູບການ, ທ່ານ ມາຍຟານຢຸງ ເຊື່ອໝັ້ນວ່າ ວາລະເຈລະຈາທີ່ຈະມາເຖິງນີ້ຂອງຫວຽດນາມ ຢູ່ຄະນະກໍາມະການສິດທິມະນຸດຈະບັນລຸໝາກຜົນທີ່ດີງາມ.

ໂດຍ: ເຈິ່ນຮວ່ຽນ