ຫວຽດນາມ ເປັນປະທານຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດຮ່ວມມືແມ່ນ້ຳຂອງ-ສ.ເກົາຫຼີ
ກົນໄກ ແມ່ນ້ຳຂອງ-ສ.ເກົາຫຼີ. ລວມມີສະມາຊິກ 5 ປະເທດຄື: ກຳປູເຈຍ, ລາວ, ມຽນມາ, ສ.ເກົາຫຼີ, ໄທ ແລະ ຫວຽດນາມ.
    |
 |
ບັນຍາກາດທີ່ກອງປະຊຸມ. ພາບ: vov.vn |
ວັນທີ 11 ກໍລະກົດ, ຢູ່ຫໍປະຊຸມ ກົວລາລຳເປີ, ມາເລເຊຍ, ກ່າວຄຳເຫັນ ແລະບໍລິຫານກອງປະຊຸມດ້ວຍຖານະບົດບາດເປັນປະທານຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດຮ່ວມມືແມ່ນ້ຳຂອງ-ສ.ເກົາຫຼີ ຄັ້ງທີ 13 (FMM MKC 13), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ ໄດ້ສະເໜີຫຼາຍມາດຕະການຊຸກຍູ້ການຮ່ວມມືແມ່ນ້ຳຂອງ-ສ.ເກົາຫຼີ. ທີໜຶ່ງແມ່ນ ໃຫ້ບຸລິມະສິດສູງສຸດການຈັດຕັ້ງກອງປະຊຸມຂັ້ນສູງແມ່ນ້ຳຂອງ-ສ.ເກົາຫຼີ ໃນປີ 2025. ທີສອງແມ່ນໃນໄລຍະພັດທະນາໃໝ່, MKC ສຸມໃສ່ເອົານະວັດຕະກຳແມ່ນກຳລັງໜູນຫຼັກແຫຼ່ງ. ທີສາມແມ່ນຫວຽດນາມ ຄາດວ່າ ຈະຈັດເວທີປາໄສວິສາຫະກິດແມ່ນ້ຳຂອງ-ສ.ເກົາຫຼີ. ຄັ້ງທີ 13 ດ້ວຍຫົວເລື່ອງ “ຫັນເປັນດີຈີຕອນ ແລະນະວັດຕະກຳ: ຂໍ້ກູນແຈຊຸກຍູ້ວິສາຫະກິດແມ່ນ້ຳຂອງ-ສ.ເກົາຫຼີ ຫັນເປ່ຽນ ແລະຮ່ວມມື” ໃນເດືອນ ກັນຍາ 2025.
ສິ້ນສຸດກອງປະຊຸມ, ຫວຽດນາມ ແລະສ.ເກົາຫຼີ ໄດ້ອອກຖະແຫຼງການຮ່ວມ. ກົນໄກແມ່ນ້ຳຂອງ-ສ.ເກົາຫຼີ. ລວມມີສະມາຊິກ 5 ປະເທດ, ຄື: ກຳປູເຈຍ, ລາວ, ມຽນມາ, ສ.ເກົາຫຼີ, ໄທ ແລະຫວຽດນາມ.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ