ພາຍຫຼັງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ການພົວພັນລະຫວ່າງຫວຽດນາມ ແລະປອັກຕູຍການ ໄດ້ຮັບການປັບປຸງ, ເປີດກວ້າງຢ່າງບໍ່ຢຸດຢັ້ງ ແລະເພີ່ມທະວີໃນທຸກຂົງເຂດ, ເປັນຕົ້ນແມ່ນການເມືອງ-ການທູດ, ການຄ້າ, ວັດທະນະທຳ ແລະການສຶກສາ.
ໃນດ້ານການເມືອງ-ການທູດ, ການນຳທຸກຂັ້ນ, ຂະແໜງການ, ທ້ອງຖິ່ນສອງປະເທດໄດ້ຮັກສາການແລກປ່ຽນຄະນະຜູ້ແທນ, ຢ້ຽມຢາມຖາມຂ່າວເຊິ່ງກັນ ແລະກັນ, ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ແມ່ນພື້ນຖານຊຸກຍູ້ການຮ່ວມມືສອງຝ່າຍ.
ໄລ່ມາຮອດປະຈຸບັນ, ຫວຽດນາມ ແລະປອັກຕູຍການ ໄດ້ລົງນາມໃນສົນທິສັນຍາ, ຂໍ້ຕົກລົງສາກົນລວມ 7 ສະບັບ. ສອງປະເທດກໍ່ຮັກສາການປຶກສາຫາລື, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສຫຼາຍຝ່າຍ ແລະອົງການຈັດຕັ້ງສາກົນຢ່າງເປັນປົກກະຕິ, ຄື: ສະຫະປະຊາຊາດ, ຂອບເຂດ ອາຊຽນ-ອີຢູ, ASEM, ພ້ອມກັນສົມທົບປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະການຮ່ວມມື, ການພັດທະນາຂອງພາກພື້ນ ແລະໃນໂລກ.
    |
 |
ທ່ານ ຫງວຽນແມ້ງຖັງ ອຸປະທູດ ສະຖານທູດຫວຽດນາມ ປະຈໍາ ປອັກຕູຍການ. ພາບ: ສໍານັກຂ່າວສານຫວຽດນາມ |
ກ່ຽວກັບດ້ານເສດຖະກິດ, ການຄ້າ ແລະການລົງທຶນ, ນັບແຕ່ສັນຍາການຄ້າເສລີ ຫວຽດນາມ-ສະຫະພາບເອີລົບ (EVFTA) ມີຜົນສັກສິດ, ວົງເງິນການຄ້າລະຫວ່າງສອງປະເທດໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, ສະເລ່ຍ 12%/ປີ ໃນໄລຍະ 2020-2024, ໃນນັ້ນ ປີ 2024 ບັນລຸ 705 ລ້ານໂດລາສະຫະລັດ, ແມ່ນລະດັບສູງທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ. ບັນດາກະຊວງ, ຂະແໜງການຂອງສອງຝ່າຍກໍ່ໄດ້ກໍານົດວ່າ ສອງປະເທດຍັງມີຄວາມສາມາດບົ່ມຊ້ອນເພີ່ມທະວີຫຼາຍຢ່າງ ແລະເປີດກວ້າງການຮ່ວມມືໃນຂົງເຂດການທ່ອງທ່ຽວ, ພະລັງງານທົດແທນ, ກະສິກຳເຕັກໂນໂລຢີສູງ, ການຫັນເປັນສີຂຽວ, ການຫັນເປັນດີຈີຕອນ ແລະເສດຖະກິດທາງທະເລ...
ໃຫ້ຂໍ້ສັງເກດກ່ຽວກັບຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງສອງປະເທດ, ທ່ານ ຫງວຽນແມ້ງຖັງ ຢືນຢັນວ່າ ພາຍຫຼັງເຄິ່ງສະຕະວັດແຫ່ງການພັດທະນາ, ການພົວພັນຮ່ວມມື ແລະມິດຕະພາບລະຫວ່າງຫວຽດນາມ ແລະປອັກຕູຍການ ໄດ້ມີບາດກ້າວພັດທະນາຢ່າງຕັ້ງໜ້າໃນຫຼາຍຂົງເຂດ. ເຖິງຢ່າງໃດກໍ່ຕາມ, ສອງປະເທດຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການຮ່ວມມື, ພິເສດແມ່ນໃນສະພາບການທີ່ສອງຝ່າຍໄດ້ ແລະພວມຕັ້ງໜ້າຊຸກຍູ້ການເປີດສະຖານທູດຢູ່ນະຄອນຫຼວງ Lisbon ແລະນະຄອນຫຼວງຮ່າໂນ້ຍ, ຜ່ານນັ້ນ ສ້າງເງື່ອນໄຂສະດວກໃຫ້ແກ່ການເພີ່ມທະວີການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ, ສົ່ງເສີມການຄ້າ-ການລົງທຶນ, ການຮ່ວມມືດ້ານວັດທະນະທຳ, ສິລະປະ, ການສຶກສາ ແລະການພົບປະແລກປ່ຽນປະຊາຊົນ.
ຄຽງຂ້າງນັ້ນ, ການຮ່ວມມືລະຫວ່າງລັດຖະບານສອງປະເທດຫວຽດນາມ ແລະປອັກຕູຍການ ຄວນສືບຕໍ່ເຮັດໃຫ້ການຮ່ວມມືໃນຊ່ອງທາງພັກ, ສະພາແຫ່ງຊາດ ແລະອົງການຈັດຕັ້ງປະຊາຊົນເລິກເຊິ່ງຂຶ້ນກວ່າອີກ ແນໃສ່ເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ຄວາມເຂົ້າໃຈເຊິ່ງກັນ ແລະກັນເລິກເຊິ່ງກວ່າອີກ, ສ້າງພື້ນຖານສະດວກ ເພື່ອຍູ້ແຮງການຮ່ວມມືຫຼາຍດ້ານ, ມຸ່ງໄປເຖິງການຍົກລະດັບຂອບເຂດການພົວພັນສອງຝ່າຍໃນໄລຍະຈະມາເຖິງ.
ສອງປະເທດລ້ວນແຕ່ແມ່ນສະມາຊິກຂອງສັນຍາການຄ້າເສລີ ຫວຽດນາມ-ອີຢູ (EVFTA), ແມ່ນກາລະໂອກາດເພື່ອໃຫ້ວິສາຫະກິດສອງຝ່າຍໝູນໃຊ້ບຸລິມະສິດດ້ານພາສີແນໃສ່ເປີດກວ້າງການສົ່ງອອກຜະລິດຕະພັນກະເສດ, ສິນໃນນ້ຳ, ເຄື່ອງຕໍ່າແຜ່ນຕັດຫຍິບ, ເກີບຂອງຫວຽດນາມ ໄປຍັງ ປອັກຕູຍການ, ພ້ອມທັງເຂົ້າເຖິງຜະລິດຕະພັນອຸດສາຫະກຳ, ເຕັກໂນໂລຢີສູງ, ພະລັງງານທົດແທນ, ເສດຖະກິດທາງທະເລຈາກ ປອັກຕູຍການ, ມຸ່ງໄປເຖິງເປົ້າໝາຍບັນລຸວົງເງິນການຄ້າ 1 ຕື້ໂດລາສະຫະລັດ ໃນຊຸມປີຈະມາເຖິງ.
ຫວຽດນາມ ຊົມເຊີຍການສ້າງຕັ້ງສະມາຄົມມິດຕະພາບປອັກຕູຍການ-ຫວຽດນາມ ແລະປາດຖະໜາວ່າ ສະມາຄົມຈະມີການເຄື່ອນໄຫວແທດຈິງຫຼາຍຢ່າງ ເພື່ອແນໃສ່ເພີ່ມທະວີການພົບປະແລກປ່ຽນປະຊາຊົນ, ຮັດແໜ້ນນໍ້າໃຈມິດຕະພາບລະຫວ່າງສອງຊາດ.
ເພື່ອໃຫ້ການພົວພັນຫວຽດນາມ-ປອັກຕູຍການ ສືບຕໍ່ພັດທະນາຢ່າງແຂງແຮງ, ສົມກັບການພົວພັນດ້ານການເມືອງອັນດີງາມ ແລະຄວາມສາມາດບົ່ມຊ້ອນລະຫວ່າງສອງປະເທດ, ທ່ານ ຫງວຽນແມ້ງຖັງ ຖືວ່າ ສອງຝ່າຍຄວນສືບຕໍ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນການນຳຂັ້ນສູງໃນທຸກຊ່ອງທາງພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ, ຍູ້ແຮງການຮ່ວມມືລະຫວ່າງບັນດາທ້ອງຖິ່ນ ແລະພົບປະແລກປ່ຽນປະຊາຊົນ. ຜ່ານການຢ້ຽມຢາມ, ການພົບປະຄັ້ງນີ້, ສອງຝ່າຍຈະມີກາລະໂອກາດເພີ່ມທະວີຄວາມເຂົ້າໃຈ, ແລກປ່ຽນຂໍ້ມູນຂ່າວສານເຊິ່ງກັນ ແລະກັນ, ຈາກນັ້ນຍົກອອກມາດຕະການລະອຽດເພື່ອຍູ້ແຮງການຮ່ວມມືໃນຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ...
ສອງຝ່າຍຄວນເພີ່ມທະວີການເຄື່ອນໄຫວໂຄສະນາ, ສົ່ງເສີມການຄ້າ-ການລົງທຶນ, ໜູນຊ່ວຍວິສາຫະກິດສອງປະເທດຂຸດຄົ້ນສັນຍາ EVFTA ຢ່າງມີປະສິດທິຜົນກວ່າອີກແນໃສ່ຍູ້ແຮງການແລກປ່ຽນການຄ້າສອງຝ່າຍ; ສົມທົບກັນຂົນຂວາຍບັນດາປະເທດອີຢູ ທີ່ຍັງເຫຼືອໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນ ຫວຽດນາມ-ອີຢູ (EVIPA) ໂດຍໄວ ເພື່ອສ້າງກອບນິຕິກຳໃຫ້ແກ່ການເຄື່ອນໄຫວການລົງທຶນ ແລະດຳເນີນທຸລະກິດຢູ່ສອງປະເທດ.
ສອງຝ່າຍຄວນຄົ້ນຄວ້າ, ສ້າງຕັ້ງກົນໄກການຮ່ວມມືສຳລັບຂະແໜງການໂດຍສະເພາະໃນຂົງເຂດເສດຖະກິດ, ການຄ້າ ແລະການລົງທຶນໂດຍໄວ, ສ້າງຂອບເຂດເພື່ອໃຫ້ສອງປະເທດກວດກາຄືນບັນຫາທີ່ຍັງຄົງຄ້າງ ແລະສະເໜີບັນດາມາດຕະການລະອຽດ ເພື່ອຊຸກຍູ້ການຮ່ວມມືໃນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ຄື: ເສດຖະກິດທາງທະເລ, ພະລັງງານທົດແທນ, ວິທະຍາສາດ-ເຕັກໂນໂລຢີ, ການຫັນເປັນດີຈີຕອນ, ເສດຖະກິດໝູນວຽນ...
ຕາມທ່ານ ຫງວຽນແມ້ງຖັງ ແລ້ວ, ປີ 2025 ແມ່ນປີທີ່ມີຄວາມໝາຍພິເສດໃນການພົວພັນລະຫວ່າງຫວຽດນາມ ແລະປອັກຕູຍການ ເມື່ອສອງປະເທດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ນີ້ແມ່ນໂອກາດເພື່ອໃຫ້ສອງຝ່າຍຢືນຢັນຄືນໃໝ່ ຄຳໝັ້ນສັນຍາສົມທົບກັນ, ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືລະຫວ່າງສອງປະເທດໃຫ້ນັບມື້ນັບແທດຈິງ, ມີປະສິດທິຜົນ ແລະເຂົ້າສູ່ລວງເລິກຜ່ານທາງໂທລະເລກ ແລະຈົດໝາຍອວຍພອນລະຫວ່າງການນຳສອງປະເທດ ແລະບັນດາການເຄື່ອນໄຫວໃນປີ 2025 ຢູ່ຫວຽດນາມ ແລະປອັກຕູຍການ ເພື່ອແນໃສ່ສະເຫຼີມສະຫຼອງຂີດໝາຍສຳຄັນນີ້. ສິ່ງທີ່ເປັນໜ້າເອົາໃຈໃສ່ໃນປີນີ້ແມ່ນລັດຖະບານສອງປະເທດໄດ້ຕັດສິນໃຈເປີດອົງການຜູ້ຕາງໜ້າຢູ່ແຕ່ລະປະເທດ, ສ້າງພື້ນຖານ ແລະປະກອບສ່ວນຊຸກຍູ້ການພັດທະນາການພົວພັນສອງປະເທດໃຫ້ແຂງແຮງກວ່າອີກໃນໄລຍະຈະມາເຖິງ.
ທ່ານ ຫງວຽນແມ້ງຖັງ ສະຫຼຸບວ່າ: “ພວກເຮົາເຊື່ອໝັ້ນວ່າ ດ້ວຍພື້ນຖານ, ໝາກຜົນທີ່ບັນລຸໄດ້ໃນຕະຫຼອດ 50 ປີຜ່ານມາ, ພ້ອມຕັດສິນໃຈດ້ານການເມືອງຂອງລັດຖະບານ ແລະປະຊາຊົນສອງປະເທດ, ການພົວພັນ ຫວຽດນາມ-ປອັກຕູຍການ ຈະນັບມື້ນັບໄດ້ຮັບການເປີດກວ້າງ ແລະຊຸກຍູ້ຢ່າງແຂງແຮງ, ຍົກສູງຂຶ້ນສູ່ລະດັບສູງໃໝ່ໂດຍໄວ, ສົມກັບຄວາມສາມາດບົ່ມຊ້ອນ, ທ່າແຮງ ແລະຕອບສະໜອງຄວາມມຸ່ງມາດປາດຖະໜາ ແລະຜົນປະໂຫຍດລວມຂອງປະຊາຊົນສອງປະເທດ”.
ໂດຍ: ເຈິ່ນຮວ່ຽນ