ນັກຂ່າວ: ຂໍຮຽນທ່ານນາງຮອງລັດຖະມົນຕີ ຂໍທ່ານນາງແບ່ງປັນຈຸດປະສົງ, ຄວາມໝາຍຂອງການປະຕິບັດງານຄັ້ງນີ້?
ທ່ານນາງ ຫງວຽນມີງຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ: ໃນສະພາບການໂລກ, ພາກພື້ນພວມມີການຜັນແປຢ່າງວ່ອງໄວ, ການປະຕິບັດງານຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ດ້ວຍການເຄື່ອນໄຫວທີ່ຫຼາກຫຼາຍໃນດ້ານສອງຝ່າຍ ແລະຫຼາຍຝ່າຍ, ຈະສືບຕໍ່ຫັນເປົ້າໝາຍ, ໜ້າທີ່ສຳຄັນຂອງມະຕິສະບັບເລກທີ 59-NQ/TW ຂອງກົມການເມືອງ ວ່າດ້ວຍການເຊື່ອມໂຍງເຂົ້າກັບສາກົນໃນສະພາບການໃໝ່ໃຫ້ປະກົດຜົນເປັນຈິງ; ພ້ອມທັງຜັນຂະຫຍາຍແນວທາງພົວພັນຕ່າງປະເທດເປັນເອກະລາດ, ເປັນເຈົ້າຕົນເອງ, ເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ, ເປັນເພື່ອນມິດ, ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະສະມາຊິກມີຄວາມຮັບຜິດຊອບຂອງປະຊາຄົມສາກົນ.
    |
 |
ທ່ານນາງ ຫງວຽນມີງຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: ພາບ: ຈູງໂດ໋ |
ນີ້ແມ່ນຄັ້ງທຳອິດທີ່ຫວຽດນາມ ເຂົ້າຮ່ວມດ້ວຍຖານະເປັນປະເທດຄູ່ຮ່ວມມືທີ່ກອງປະຊຸມສຸດຍອດ BRICS ເປີດກວ້າງ, ແມ່ນກົນໄກຮ່ວມມືຫຼາຍຝ່າຍລະຫວ່າງບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນ ແລະນັບມື້ນັບມີອິດທິພົນຊື່ສຽງທັງດ້ານເສດຖະກິດ ແລະການເມືອງ. ເລື່ອງ ຫວຽດນາມ ກາຍເປັນປະເທດຄູ່ຮ່ວມມືຂອງ BRICS ກໍ່ຄືເຂົ້າຮ່ວມກອງປະຊຸມສຸດຍອດ BRICS ເປີດກວ້າງໄດ້ຢືນຢັນບົດບາດ ແລະການປະກອບສ່ວນຄວາມຮັບຜິດຊອບຢູ່ກົນໄກຫຼາຍຝ່າຍດ້ວຍຄວາມປາດຖະໜາຢາກມານະພະຍາຍາມປະກອບສ່ວນ, ຍົກສູງທັດສະນະ ແລະບົດບາດຂອງບັນດາປະເທດພວມພັດທະນາ, ຊຸກຍູ້ຄວາມສາມັກຄີສາກົນ, ລັດທິຫຼາຍຝ່າຍກວມລວມ, ຮອບດ້ານບົນຈິດໃຈເຄົາລົບກົດໝາຍສາກົນ ກໍ່ຄືເຮັດໃຫ້ການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະບັນດາປະເທດສະມາຊິກ BRICS ເລິກເຊິ່ງກວ່າອີກ.
ດ້ວຍຫົວຂໍ້ວ່າ “ເພີ່ມທະວີການຮ່ວມມືທິດໃຕ້ເພື່ອບໍລິຫານກວມລວມ ແລະຍືນຍົງກວ່າ”, ກອງປະຊຸມສຸດຍອດ BRICS ເປີດກວ້າງປີ 2025 ແມ່ນໜຶ່ງໃນບັນດາເຫດການຫຼາຍຝ່າຍທີ່ສຳຄັນ, ມີການເຂົ້າຮ່ວມຂອງການນຳຂັ້ນສູງ ປະມານ 20 ປະເທດ, ເລຂາທິການໃຫຍ່ສະຫະປະຊາຊາດ ແລະການນຳຂອງຫຼາຍອົງການຈັດຕັ້ງສາກົນ. ດ້ວຍຄວາມໝາຍສຳຄັນທີ່ສຸດນັ້ນ, ການຢ້ຽມຢາມຈະແມ່ນໂອກາດເພື່ອໃຫ້ຫວຽດນາມ ສົ່ງ 3 ສານໃຫຍ່.
ທີໜຶ່ງ, ສືບທອດການເຄື່ອນໄຫວພົວພັນຕ່າງປະເທດຫຼາຍຝ່າຍຂັ້ນສູງຂອງພັກ, ລັດຫວຽດນາມ ແຕ່ຕົ້ນປີມາຮອດປະຈຸບັນ, ການປະຕິບັດງານແມ່ນໂອກາດເພື່ອໃຫ້ຫວຽດນາມ ຢືນຢັນອີກເທື່ອໜຶ່ງສານຂອງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາ ກໍ່ຄືຄວາມຕັດສິນໃຈ ແລະຄາດຫວັງພັດທະນາຂອງຫວຽດນາມ ໃນສັງກາດໃໝ່ຂອງຊາດ. ການເຂົ້າຮ່ວມກອງປະຊຸມກໍ່ແມ່ນກາລະໂອກາດເພື່ອໃຫ້ຫວຽດນາມ ເຂົ້າຮ່ວມເປັນເຈົ້າການ, ຕັ້ງໜ້າເຂົ້າໃນວິວັດການຊຸກຍູ້ການບໍລິຫານທົ່ວໂລກກວມລວມ, ຍືນຍົງ, ຍົກສູງທັດສະນະຂອງບັນດາປະເທດພວມພັດທະນາໃນການແກ້ໄຂສິ່ງທ້າທາຍໃນປະຈຸບັນ, ກໍ່ຄືການແລກປ່ຽນບົດຮຽນ, ທັດສະນະ, ວິໄສທັດ, ພຶດຕິກຳຕົວຈິງກ່ຽວກັບການພັດທະນາ, ຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ສອດຄ່ອງກັບບຸລິມະສິດ ແລະຜົນປະໂຫຍດຂອງເຮົາ.
ທີສອງ, ຈາກແງ່ມູມສອງຝ່າຍ, ໃນສະພາບການໂລກ, ພາກພື້ນມີການຜັນແປຢ່າງວ່ອງໄວ, ສັບສົນ, ການຢ້ຽມຢາມສືບຕໍ່ຢືນຢັນ ຫວຽດນາມ “ເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ” ຂອງເພື່ອນມິດສາກົນ. ການປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຈະເປັນ “ຂົວຕໍ່” ການພົວພັນຕ່າງປະເທດທີ່ສໍາຄັນແນໃສ່ປັບປຸງ ແລະເພີ່ມທະວີສາຍພົວພັນມິດຕະພາບ ແລະການຮ່ວມມືອັນດີງາມລະຫວ່າງຫວຽດນາມ ແລະບຣາຊິນ ກໍ່ຄືຍົກສູງພາບພົດ, ຖານະບົດບາດຂອງຫວຽດນາມ ຢູ່ພາກພື້ນອາເມລິກາກາງ ແລະອາເມລິກາໃຕ້.
ສຸດທ້າຍ, ການຢ້ຽມຢາມແມ່ນກາລະໂອກາດເພື່ອໃຫ້ຫວຽດນາມ ຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນລະຫວ່າງຫວຽດນາມ ແລະບັນດາພາກພື້ນທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ດຶງດູດແຫຼ່ງກໍາລັງສາກົນຢ່າງສຸດຂີດ ເພື່ອຮັບໃຊ້ເປົ້າໝາຍພັດທະນາປະເທດຊາດໃນສັງກາດບືນຕົວຂຶ້ນຂອງຊາດ. ບັນດາປະເທດສະມາຊິກ BRICS, ບັນດາປະເທດແຂກທີ່ເຂົ້າຮ່ວມກອງປະຊຸມສຸດຍອດ BRICS ເປີດກວ້າງ ແມ່ນບັນດາປະເທດທີ່ມີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ຄູ່ຮ່ວມມືສຳຄັນ, ເພື່ອນມິດທີ່ເປັນມູນເຊື້ອຂອງຫວຽດນາມ; ບຣາຊິນ ແມ່ນປະເທດທີ່ມີການພົວພັນຄູ່ຮ່ວມມືຍຸດທະສາດ, ມີບັນດາທ່າແຮງ ເຊິ່ງຫວຽດນາມ ມີຄວາມຕ້ອງການຊ່ວຍຊູກັນ, ສອດຄ່ອງກັບກໍານົດທິດພັດທະນາແບບຍືນຍົງຂອງຫວຽດນາມ.
ນັກຂ່າວ: ທ່ານນາງຮອງລັດຖະມົນຕີ ຕີລາຄາຄືແນວໃດກ່ຽວກັບການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ບຣາຊິນ ແລະຄວາມຄອງຄອຍຂອງທ່ານນາງຮອງລັດຖະມົນຕີ ກ່ຽວກັບການປະຕິບັດງານຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ຟ້າມມີງຈີ໊ງ?
ທ່ານນາງ ຫງວຽນມີງຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ: ພາຍຫຼັງ 35 ປີແຫ່ງການສ້າງຕັ້ງການພົວພັນທາງການທູດ, ການພົວພັນສອງຝ່າຍໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ ແລະນັບມື້ນັບພັດທະນາອັນດີງາມ. ບຣາຊິນ ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານສຳຄັນ, ເປັນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງຫວຽດນາມ ຢູ່ພາກພື້ນອາເມລິກາລາຕິນ ດ້ວຍວົງເງິນການຄ້າສອງສົ້ນປີ 2024 ບັນລຸເກືອບ 8 ຕື້ໂດລາສະຫະລັດ.
ສືບທອດການຢ້ຽມຢາມຂັ້ນສູງຫວ່າງມໍ່ໆມານີ້ຂອງທ່ານນາຍົກລັດຖະມົນຕີ ຟ້າມມີງຈີ໊ງ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າໂລກ (G20) (ເດືອນພະຈິກ 2024) ແລະການຢ້ຽມຢາມທາງລັດຖະກິດຫວຽດນາມ ຂອງທ່ານ Lula da Silva ປະທານາທິບໍດີບຣາຊິນ (ເດືອນມີນາ 2025), ສອງຝ່າຍພວມສືບຕໍ່ຮັກສາ ແລະຊຸກຍູ້ກົນໄກເຈລະຈາສອງຝ່າຍ, ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ. ບັນດາຂົງເຂດຮ່ວມມືສຳຄັນອື່ນໆ, ຄື: ກະສິກຳ, ພະລັງງານ, ວິທະຍາສາດເຕັກໂນໂລຢີ, ການປົກປັກຮັກສາສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ... ແມ່ນເສົາຄໍ້າສຳຄັນໃຫ້ແຜນການກະທໍາຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ ໄລຍະ 2025-2030. ພິເສດກວ່າ, ການຢ້ຽມຢາມ ຈະແມ່ນກາລະໂອກາດເພື່ອໃຫ້ການນຳສອງປະເທດແລກປ່ຽນກໍານົດທິດໃຫຍ່ແນໃສ່ຍູ້ແຮງການຮ່ວມມືດ້ານການຄ້າ, ການລົງທຶນ, ກະສິກຳ, ປະຕິບັດແຜນນະໂຍບາຍຫັນຕະຫຼາດ, ຜະລິດຕະພັນ ແລະຕ່ອງໂສ້ການສະໜອງເປັນຫຼາຍຮູບຫຼາຍແບບໃນສະພາບການຄ້າທົ່ວໂລກຜັນແປຢ່າງສັບສົນໃນປະຈຸບັນ.
ຂ້າພະເຈົ້າເຊື່ອໝັ້ນວ່າ ການປະຕິບັດງານເຂົ້າຮ່ວມກອງປະຊຸມສຸດຍອດ BRICS ເປີດກວ້າງປີ 2025 ແລະດຳເນີນການເຄື່ອນໄຫວສອງຝ່າຍຢູ່ ບຣາຊິນ ຈະປະສົບຜົນສຳເລັດໃນທຸກດ້ານ, ສ້າງຂີດໝາຍທີ່ດີກ່ຽວກັບບົດບາດ, ທີ່ຕັ້ງ, ປະກອບສ່ວນຄວາມຮັບຜິດຊອບຂອງ ຫວຽດນາມ, ຜ່ານນັ້ນປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ກໍ່ຄືໃນໂລກ.
ນັກຂ່າວ: ຂໍຂອບໃຈທ່ານນາງ!
ໂດຍ: ເຈິ່ນຮວ່ຽນ