ສະພາແຫ່ງຊາດ ຮັບຮອງເອົາກົດໝາຍວ່າດ້ວຍການປົກປ້ອງຂໍ້ມູນສ່ວນຕົວ
ໂດຍສືບຕໍ່ກອງປະຊຸມຄັ້ງທີ 9, ສະພາແຫ່ງຊາດ ຊຸດທີ XV, ຕອນເຊົ້າວັນທີ 26 ມິຖຸນາ, ຢູ່ຮ່າໂນ້ຍ, ສະພາແຫ່ງຊາດ ໄດ້ລົງປະຊາມະຕິຮັບຮອງເອົາ ກົດໝາຍວ່າດ້ວຍການປົກປ້ອງຂໍ້ມູນສ່ວນຕົວ. ກົດໝາຍວ່າດ້ວຍການປົກປ້ອງຂໍ້ມູນສ່ວນຕົວມີຜົນສັກສິດແຕ່ວັນທີ 1 ກໍລະກົດ 2025.
ກົດໝາຍກຳນົດກ່ຽວກັບບັນດາມາດຕະການປົກປ້ອງຂໍ້ມູນສ່ວນຕົວໃນວິວັດການແກ້ໄຂ, ລວມມີການເກັບກຳ, ຮັກສາ, ນຳໃຊ້ ແລະແບ່ງປັນຂໍ້ມູນ. ການປະກາດໃຊ້ກົດໝາຍວ່າດ້ວຍການປົກປ້ອງຂໍ້ມູນສ່ວນຕົວກໍ່ສອດຄ່ອງກັບທ່າອ່ຽງສາກົນໃນການປົກປ້ອງຂໍ້ມູນສ່ວນຕົວ, ຍົກສູງອິດທິພົນຊື່ສຽງຂອງຫວຽດນາມ ໃນເວທີສາກົນ.
    |
 |
ກອງປະຊຸມຄັ້ງທີ 9, ສະພາແຫ່ງຊາດ ຊຸດທີ XV. ພາບ: quochoi.vn |
ທ່ານ ເລເຕິນເຕີຍ, ຫົວໜ້າກຳມາທິການການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະການຕ່າງປະເທດ ຂອງສະພາແຫ່ງຊາດ ໃຫ້ຮູ້ວ່າ: ພາຍຫຼັງການຮັບເອົາຄຳເຫັນ, ປັບປຸງຮ່າງກົດໝາຍ ໄດ້ຮັບປະກັນຄຸນນະພາບ, ເງື່ອນໄຂເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດຮັບຮອງເອົາ ຢູ່ກອງປະຊຸມຄັ້ງທີ 9. ຮ່າງກົດໝາຍວ່າດ້ວຍການປົກປ້ອງຂໍ້ມູນສ່ວນຕົວຮັບປະກັນລັກສະນະເປັນເອກະພາບກັບລະບົບກົດໝາຍ, ສອດຄ່ອງກັບສົນທິສັນຍາສາກົນທີ່ກ່ຽວຂ້ອງ ເຊິ່ງ ຫວຽດນາມແມ່ນສະມາຊິກ.
ແຫຼ່ງຄັດຈາກ: vovworld.vn