ນັກຂ່າວ: ຂໍທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ແບ່ງປັນກ່ຽວກັບບັນດາໝາກຜົນຂອງກອງປະຊຸມ WEF ທຽນຊີນ 2025 ແລະບັນດາການປະກອບສ່ວນຂອງຄະນະຫວຽດນາມ ທີ່ກອງປະຊຸມປີນີ້?

ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ: ດ້ວຍການເຂົ້າຮ່ວມຂອງຜູ້ແທນ 1.700 ຄົນແມ່ນຜູ້ຕາງໜ້າລັດຖະບານ, ວິສາຫະກິດ, ອົງການຈັດຕັ້ງສາກົນ, ນັກຮຽນຮູ້ທີ່ມາຈາກເກືອບ 100 ປະເທດ, ເຂດແຄ້ວນ, ກອງປະຊຸມ WEF ທຽນຊີນ 2025 ແມ່ນໜຶ່ງໃນບັນດາເຫດການສຳຄັນ. ດ້ວຍຖານະບົດບາດ ແລະຂອບຂະໜາດໃຫຍ່, ມີລັກສະນະທົ່ວໂລກຂອງກອງປະຊຸມ, ການໄປປະຕິບັດງານຂອງທ່ານ ຟ້າມມິງຈິ໊ງ ນຳມາເຊິ່ງສານທີ່ມີຄວາມສຳຄັນຖືກຕາມຫົວຂໍ້ຂອງກອງປະຊຸມ, ນັ້ນແມ່ນຈິດໃຈສະຕາດອັບໃນສັງກາດໃໝ່, ດຶງດູດທຸກແຫຼ່ງກຳລັງສາກົນເພື່ອຮັບໃຊ້ການພັດທະນາປະເທດ. ໃນສະພາບການໂລກ, ພາກພື້ນຜັນແປຢ່າງສັບສົນຄືປະຈຸບັນ, ການໄປປະຕິບັດງານຄັ້ງນີ້ ສືບຕໍ່ຢັ້ງຢືນແນວທາງພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນຕ່າງປະເທດເປັນຫຼາຍຮູບແບບ ແລະຫຼາຍຝ່າຍ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຮອບດ້ານ, ເລິກເຊິ່ງກວ້າງຂວາງຂອງຫວຽດນາມ, ແມ່ນບາດກ້າວຈັດຕັ້ງປະຕິບັດມະຕິສະບັບເລກທີ 59 ກ່ຽວກັບການເຊື່ອມໂຍງສາກົນໃນສະພາບການໃໝ່ໃຫ້ມີຄວາມແທດຈິງ. ສຳລັບ ຈີນ, ການໄປປະຕິບັດງານຄັ້ງນີ້ ແມ່ນພະຍານຫຼັກຖານໃນການຈັດຕັ້ງປະຕິບັດຄວາມຮັບຮູ້ລວມຂອງການນຳຂັ້ນສູງທີ່ສຸດຂອງສອງພັກ, ສອງລັດ ບົນຈິດໃຈການພົວພັນຄູ່ຮ່ວມມືຮ່ວມມືຍຸດທະສາດຮອບດ້ານ, ກໍ່ສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ-ຈີນ ທີ່ມີຄວາມໝາຍຍຸດທະສາດ, ໂດຍສະເພາະແມ່ນໃນສະພາບການຫວຽດນາມ ແລະຈີນ ພວມສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ.

leftcenterrightdel
ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ. ພາບ: ສຳນັກຂ່າວສານຫວຽດນາມ

ດ້ວຍ 30 ກິດຈະກຳຂອງການໄປປະຕິບັດງານຄັ້ງນີ້, ຄະນະຫວຽດນາມ ໄດ້ສ້າງຄວາມປະທັບໃຈ ແລະປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດລວມຂອງກອງປະຊຸມ, ສະແດງໃຫ້ເຫັນດ້ວຍ 4 ຈຸດຕົ້ນຕໍດັ່ງນີ້.

ທີໜຶ່ງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ພ້ອມກັບການນຳຂອງ WEF, ການນໍາບັນດາປະເທດ, ບັນດາອົງການຈັດຕັ້ງສາກົນ, ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ມີການປຶກສາຫາລືຢ່າງເລິກເຊິ່ງກວ້າງຂວາງ, ແທດຈິງເພື່ອເຮັດແຈ້ງສະພາບການຂອງເສດຖະກິດທົ່ວໂລກ ແລະພາກພື້ນເຕັມໄປດ້ວຍການຜັນແປຫຼາຍຢ່າງດ້ວຍຄວາມສ່ຽງ, ສິ່ງທ້າທາຍຫຼາຍຢ່າງ. ໃນສະພາບການດັ່ງກ່າວ, ບັນດາການນຳເນັ້ນໜັກວ່າ ບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນ, ພິເສດແມ່ນຢູ່ພາກພື້ນອາຊີ, ຈະສືບຕໍ່ສວມບົດບາດແມ່ນກຳລັງໜູນຂອງການເຕີບໂຕ. ຄຽງຂ້າງນັ້ນ, ບັນດາທ່າອ່ຽງເຕັກໂນໂລຢີໃໝ່, ບົດບາດຂອງບັນດາຂົງເຂດເສດຖະກິດຕິດພັນກັບການຫັນປ່ຽນສີຂຽວ, ຫັນປ່ຽນດີຈີຕອນ, ຫັນປ່ຽນພະລັງງານ... ກໍ່ແມ່ນບັນດາຫົວຂໍ້ສຳຄັນທີ່ໄດ້ການນຳ, ຜູ້ແທນເຂົ້າຮ່ວມກອງປະຊຸມເອົາໃຈໃສ່ເປັນພິເສດ, ແບ່ງປັນທັດສະນະ. ນີ້ກໍ່ແມ່ນບັນດາເນື້ອໃນສຳຄັນສອດຄ່ອງກັບເປົ້າໝາຍ ແລະກຳນົດທິດພັດທະນາກ່ຽວກັບທຸກດ້ານຂອງຫວຽດນາມ ໃນສັງກາດໃໝ່ຂອງຊາດ.

ທີສອງ, ດ້ວຍຈຸດພົ້ນເດັ່ນແມ່ນວາລະປຶກສາຫາລືນະໂຍບາຍພິເສດກ່ຽວກັບຫົວຂໍ້ “ສັງກາດໃໝ່ຂອງຫວຽດນາມ: ຈາກວິໄສທັດ ຈົນຮອດການກະທໍາ” ແລະວາລະປຶກສາຫາລືສ່ວນຕົວກັບທ່ານ Borge Brende ປະທານ ທັງເປັນຜູ້ອໍານວຍການໃຫຍ່ບໍລິຫານຂອງ WEF, ທ່ານ ຟ້າມມິງຈິ໊ງ ໄດ້ແບ່ງປັນກັບເພື່ອນມິດສາກົນກ່ຽວກັບເລື່ອງລາວ ສ້າງແຫຼ່ງບັນດານໃຈກ່ຽວກັບຫວຽດນາມ “ພວມຄິດໃຫຍ່, ກະທຳໃຫຍ່, ປະຕິຮູບໃຫຍ່” ດ້ວຍ “4 ເສົາຄ້ຳນະໂຍບາຍ” ບຸກທະລຸກ່ຽວກັບວິທະຍາດສາດ-ເຕັກໂນໂລຢີ ແລະປະຕິຮູບກົດໝາຍ. ຫຼາຍຜູ້ແທນເຂົ້າຮ່ວມໄດ້ແບ່ງປັນ ແລະຕີລາຄາສູງວິໄສທັດຍຸດທະສາດ, ຮັບຮູ້ຜົນງານກ່ຽວກັບການພັດທະນາຮອບດ້ານຂອງຫວຽດນາມ.

ທີສາມ, ຢູ່ແງ່ມູນຫຼາຍຝ່າຍ, ທ່ານ ຟ້າມມິງຈິ໊ງ ກໍ່ຍົກອອກບັນດາຂໍ້ສັງເກດກ່ຽວກັບສະພາບການໂລກ; ຢືນຢັນວ່າ ອາຊີ ມີພື້ນຖານຄົບຖ້ວນເພື່ອສືບຕໍ່ພັດທະນາ, ບືນຕົວຂຶ້ນ, ສວມບົດບາດເສົາຄ້ຳ, ນຳໜ້າໃນພື້ນຖານເສດຖະກິດທົ່ວໂລກ. ທ່ານ ຟ້າມມິງຈິ໊ງ ໄດ້ສະເໜີ “5 ນຳໜ້າ” ທີ່ມີຄວາມໝາຍຍຸດທະສາດຕໍ່ກັບອາຊີ ໃນການຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ; ພັດທະນາວິທະຍາສາດ-ເຕັກໂນໂລຢີ ແລະນະວັດຕະກຳ; ຍູ້ແຮງການເຊື່ອມຕໍ່ເສດຖະກິດ ແລະເຊື່ອມໂຍງທົ່ວໂລກ; ຊຸກຍູ້ຈິດໃຈສະຕາດອັບ ແລະພັດທະນາວິສາຫະກິດ; ເຊື່ອມຕໍ່ວັດທະນະທຳ, ສັງຄົມ ແລະຮັບປະກັນຖືມະນຸດແມ່ນໃຈກາງໃນທຸກນະໂຍບາຍຍຸດທະສາດ.

ທີສີ່, ໃນໄລຍະເວລາເຂົ້າຮ່ວມກອງປະຊຸມ, ທ່ານ ຟ້າມມິງຈິ໊ງ ໄດ້ມີການພົບປະກັບປະມຸກລັດ, ຜູ້ນຳໜ້າລັດຖະບານ, ການນຳບັນດາປະເທດ ກໍ່ຄືຄູ່ຮ່ວມມື, ວິສາຫະກິດ. ທ່ານ ຟ້າມມິງຈິ໊ງ ແລະການນຳບັນດາປະເທດໄດ້ເຫັນດີເປັນເອກະພາບບັນດາກຳນົດທິດ, ມາດຕະການສຳຄັນ ແລະແທດຈິງເພື່ອເພີ່ມທະວີການພົວພັນສອງຝ່າຍ, ເພື່ອຜົນປະໂຫຍດຂອງແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມືຢູ່ພາກພື້ນ ກໍ່ຄືໃນໂລກ. ບັນດາການແລກປ່ຽນຢ່າງເປີດອົກເປີດໃຈ, ຈິງໃຈ, ເລິກເຊິ່ງຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ກ່ຽວກັບກາລະໂອກາດລົງທຶນເຂົ້າຫວຽດນາມ, ພິເສດໃນຂົງເຂດຫວຽດນາມ ມີຄວາມຕ້ອງການ, ຄື: ເຕັກໂນໂລຢີສູງ, ປັນຍາປະດິດ, ຈີບ ເຊມິຄອນດັກເຕີ... ໄດ້ບັນດາຄູ່ຮ່ວມມື, ປະຊາຄົມວິສາຫະກິດສາກົນຕີລາຄາສູງ ແລະປາດຖະໜາຢາກເພີ່ມທະວີການຮ່ວມມືຍາວນານຢູ່ຫວຽດນາມ.

ນັກຂ່າວ: ຂໍທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ໃຫ້ຮູ້ບັນດາໝາກຜົນພົ້ນເດັ່ນ ແລະມາດຕະການເພື່ອແນໃສ່ຜັນຂະຫຍາຍໝາກຜົນການໄປປະຕິບັດງານຢູ່ ຈີນ?

ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ: ການໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ດຳເນີນໃນສະພາບການການພົວພັນຫວຽດນາມ-ຈີນ ກ້າວເຂົ້າສູ່ໄລຍະພັດທະນາໃໝ່, ຮອບດ້ານ, ມີປະສິດທິຜົນ, ແທດຈິງ, ຍືນຍົງກວ່າ ແລະຍິ່ງມີຄວາມໝາຍກວ່າເມື່ອດຳເນີນໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ຈີນ. ດ້ວຍຈຸດສຸມແມ່ນຊຸກຍູ້ການຫັນຄວາມຮັບຮູ້ລວມຂອງການນຳສູງສຸດຂອງສອງພັກ, ສອງລັດ ໃຫ້ປະກົດຜົນເປັນຈິງ, ການໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ບັນລຸໝາກຜົນອຸດົມສົມບູນ, ແທດຈິງໃນຫຼາຍດ້ານ. ລະອຽດວ່າ:

ທີໜຶ່ງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ມີການພົບປະເຈລະຈາກັບທ່ານ ຫຼີສຽງ ນາຍົກລັດຖະມົນຕີແຫ່ງ ສປ ຈີນ ເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເປີດກວ້າງການຮ່ວມມືແທດຈິງ ແລະຄວບຄຸມຄວາມບໍ່ລົງລອຍກັນໃຫ້ດີກວ່າ, ນຳການພົວພັນຄູ່ຮ່ວມມືຮ່ວມມືຍຸດທະສາດຮອບດ້ານ, ກໍ່ສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ-ຈີນ ທີ່ມີຄວາມໝາຍຍຸດທະສາດພັດທະນາໃຫ້ມີຄວາມໝັ້ນຄົງ, ປອດໃສ, ມີປະສິດທິຜົນ ແລະຍາວນານ. ສອງຝ່າຍໄດ້ຢັ້ງຢືນຄວາມສຳຄັນຂອງການຮັກສາການແລກປ່ຽນຍຸດທະສາດຂັ້ນສູງ, ປັບປຸງ ແລະເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເສີມຂະຫຍາຍບົດບາດກຳນົດທິດຍຸດທະສາດສຳລັບການພົວພັນສອງຝ່າຍ. ບັນດາການເຄື່ອນໄຫວເຮັດວຽກສອງຝ່າຍຢູ່ ທຽນຊີນ ແລະຊຽງໄຮ້ ໄດ້ປະກອບສ່ວນສ້າງພື້ນຖານສະດວກ ແລະກຳນົດທິດເພື່ອບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງຫວຽດນາມ ເພີ່ມທະວີການພົບປະແລກປ່ຽນມິດຕະພາບ, ການຮ່ວມມືແທດຈິງ.

ທີສອງ, ບົນຈິດໃຈບັນດາຖະແຫຼງການຮ່ວມ ຫວຽດນາມ-ຈີນ ບັນລຸໄດ້ໃນການຢ້ຽມຢາມຂອງສອງເລຂາທິການໃຫຍ່, ການນຳສອງທ່ານ ເຫັນດີຍົກລະດັບປະສິດທິຜົນບັນດາກົນໄກຮ່ວມມື, ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາໃນສັງກາດ, ໄລຍະໃໝ່ຂອງສອງປະເທດ ແລະການພົວພັນສອງຝ່າຍໃຫ້ດີກວ່າ.

ທີສາມ, ສອງຝ່າຍເຫັນດີຍູ້ແຮງການພົບປະແລກປ່ຽນປະຊາຊົນ, ຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ບົນຈິດໃຈດັ່ງກ່າວ, ຫວຽດນາມ ແລະຈີນ ສືບຕໍ່ເພີ່ມທະວີການຮ່ວມມືຂົງເຂດວັດທະນະທຳ, ການສຶກສາ, ການທ່ອງທ່ຽວ; ຈັດຕັ້ງປະຕິບັດເປັນຢ່າງດີ ແລະຍົກສູງປະສິດທິຜົນບັນດາກົນໄກພົບປະແລກປ່ຽນມິດຕະພາບ; ຍູ້ແຮງການໂຄສະນາກ່ຽວກັບນ້ຳໃຈມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ.

ສຸດທ້າຍ, ດ້ວຍການເຄື່ອນໄຫວອຸດົມສົມບູນ, ຫຼາຍຮູບແບບ, ແທດຈິງຢູ່ ທຽນຊີນ ແລະຊຽງໄຮ້, ການໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ປະກອບສ່ວນເປີດກວ້າງກາລະໂອກາດຮ່ວມມື, ເພີ່ມທະວີຄວາມເຂົ້າໃຈ, ຮ່ຳຮຽນກັນ, ນຳກາລະໂອກາດແທດຈິງມາໃຫ້ປະຊາຊົນ, ວິສາຫະກິດ ແລະທ້ອງຖິ່ນສອງປະເທດ.

ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການກຳນົດທິດຍຸດທະສາດຂອງການນຳຂັ້ນສູງສອງພັກ, ສອງລັດ, ການຊີ້ນຳ, ບໍລິຫານຢ່າງຂ້ຽວຂາດຂອງສອງລັດຖະບານ, ບັນດາຜົນງານແທດຈິງໃນການໄປປະຕິບັດງານຢູ່ ຈີນ ຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຈະໄດ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສອງປະເທດ ຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ, ກາຍເປັນບັນດາກິດຈະກໍາ, ໂຄງການຮ່ວມມືທີ່ມີເນື້ອແທ້, ເພື່ອຜົນປະໂຫຍດຂອງວິສາຫະກິດ ແລະປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາຢູ່ພາກພື້ນ ກໍ່ຄືໃນໂລກ.

ນັກຂ່າວ: ຂໍຂອບໃຈທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ!

ໂດຍ: ແສງເດືອນ