ນີ້ແມ່ນຂໍ້ສັງ​ເກດລວມຂອງນັກຊ່ຽວຊານທີ່ມາຈາກຫຼາຍອົງການຈັດຕັ້ງສາກົນ ກ່ຽວກັບການກໍານົດທິດທີ່ຖືກຕ້ອງພ້ອມດ້ວຍຄວາມມານະພະຍາຍາມປະຕິຮູບຂອງລັດຖະບານຫວຽດນາມ, ມຸ່ງໄປເຖິງການຮັບໃຊ້ປະຊາຊົນຢ່າງມີປະສິດທິຜົນ ແລະມີຄວາມໂປ່ງໃສກວ່າເກົ່າ. ການປະຕິຮູບກົງຈັກບໍລິຫານມີລັກສະນະປະຫວັດສາດຢູ່ຫວຽດນາມ ໄດ້ ແລະພວມໄດ້ຮັບການສະໜັບສະໜູນຢ່າງແຂງແຮງຈາກຫາງສຽງສາກົນ.

ມີຫຼາຍຄໍາເຫັນຖືວ່າ ນີ້ແມ່ນກາລະໂອກາດສຳຄັນເພື່ອໃຫ້ຫວຽດນາມ ສ້າງບາດກ້າວຫັນປ່ຽນລະບອບລະບຽບການຢ່າງເລິກເຊິ່ງ, ປະກອບສ່ວນປັບປຸງສະພາບແວດລ້ອມແຫ່ງການລົງທຶນ - ດຳເນີນທຸລະກິດ, ຍົກສູງປະສິດທິຜົນການເຄື່ອນໄຫວຂອງລັດ ກໍຄືດຶງດູດແຫຼ່ງກຳລັງຈາກພາກເອກະຊົນທີ່ຢູ່ພາຍໃນ ແລະຕ່າງປະເທດ.

ທ່ານ James Anderson, ຫົວໜ້າຊ່ຽວຊານຂົງເຂດພາກລັດຂອງທະນາຄານໂລກ ຖືວ່າ: “ກ່ອນນີ້, ຫວຽດນາມ ໄດ້ຜ່ານຜ່າວິວັດການປັບປຸງເທື່ອລະກ້າວ, ປະສົມປະສານກັບການຫັນປ່ຽນທີ່ສໍາຄັນຢ່າງແທ້ຈິງ. ແຕ່ມາບັດນີ້, ພວກເຮົາ ພວມເຫັນປະຈັກຕາການປະຕິຮູບທີ່ມີລັກສະນະປະຫວັດສາດ. ນີ້ແມ່ນກາລະໂອກາດຕ້ອງໄດ້ໝູນໃຊ້ໃຫ້ເລິກເຊິ່ງເຖິງຖອງຢ່າງແທ້ຈິງ. ພວກຂ້າພະເຈົ້າ ສະໜັບສະໜູນການປະຕິຮູບລະບອບລະບຽບການຢູ່ຫວຽດນາມ ຢ່າງແຂງແຮງ”.

ບັນດານັກຊ່ຽວຊານດ້ານເສດຖະກິດ ໄດ້ເນັ້ນໜັກເຖິງຜົນກະທົບທີ່ຕັ້ງໜ້າທີ່ເຫັນໄດ້ງ່າຍຈາກການຫັນປ່ຽນໃນການປະຕິຮູບລະບອບລະບຽບການຢູ່ຫວຽດນາມ, ຖືວ່າ: ການຫັນລະບຽບການເປັນງ່າຍດາຍ, ປັບປຸງກົງຈັກໃຫ້ກະທັດຮັດ ແລະໂຮມບັນດາຫົວໜ່ວຍຄຸ້ມຄອງເຂົ້າກັນຈະປະກອບສ່ວນເພີ່ມທະວີຄວາມໂປ່ງໃສ, ຫຼຸດຜ່ອນຄ່າໃຊ້ຈ່າຍ, ຈາກນັ້ນຍົກສູງຄວາມໄວ້ເນື້ອເຊື່ອໃຈ ແລະດຶງດູດກະແສເງິນລົງທຶນ, ໂດຍສະເພາະແມ່ນໃນສະພາບການແກ່ງແຍ້ງພາກພື້ນກຳລັງນັບມື້ນັບເຄັ່ງຮ້ອນ.

leftcenterrightdel
ປະຕິຮູບກົງຈັກບໍລິຫານແນໃສ່ຍົກສູງປະສິດທິຜົນການຄຸ້ມຄອງລັດ. ພາບ: quanlynhanuoc.vn

ທ່ານ Andrea Coppola, ຫົວໜ້ານັກເສດຖະກິດຂອງທະນາຄານໂລກ ປະຈຳ ຫວຽດນາມ ໃຫ້ຂໍ້ສັງເກດວ່າ: “ແນ່ນອນ, ວິວັດການປະຕິຮູບຈະສ້າງບາງປັດໄຈທ້າທາຍ, ແຕ່ວ່າໃນໄລຍະກາງ ແລະໄລຍະຍາວ, ຈະມີຜົນກະທົບທີ່ຕັ້ງໜ້າທາງດ້ານປະສິດທິພາບ ແລະປະສິດທິຜົນໃນການເຄື່ອນໄຫວຂອງກົງຈັກ, ສ້າງຄວາມສະດວກໃຫ້ແກ່ສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢູ່ຫວຽດນາມ ແລະຈະເພີ່ມທະວີການລົງທຶນຂອງພາກເອກະຊົນທັງຢູ່ພາຍໃນ ແລະຕ່າງປະເທດ”.

ສ່ວນທ່ານ Mathias Cormann ເລຂາທິການອົງການຈັດຕັ້ງຮ່ວມມື ແລະພັດທະນາເສດຖະກິດ (OECD) ຊີ້ອອກວ່າ, ການປະຕິຮູບໂຄງປະກອບແມ່ນປັດໄຈຈຳເປັນເພື່ອໃຫ້ຫວຽດນາມ ຫັນເປົ້າໝາຍທີ່ມີຄວາມມັກໃຫຍ່ໃຝ່ສູງ, ທະເຍີທະຍານໃຫ້ປະກົດຜົນເປັນຈິງ, ຄື: ເພີ່ມທະວີຄວາມສາມາດແກ່ງແຍ້ງທີ່ແມ່ນປັດໄຈຫຼັກແຫຼ່ງ ເພື່ອຊຸກຍູ້ການເຕີບໂຕດ້ານສະມັດຕະພາບ ແລະກ້າວເຂົ້າສູ່ກຸ່ມທີ່ມີມູນຄ່າເພີ່ມສູງຂຶ້ນກວ່າເກົ່າໃນຕ່ອງໂສ້ການສະໜອງທົ່ວໂລກ. ການປະຕິຮູບໂຄງປະກອບການຈັດຕັ້ງສາມາດໜູນຊ່ວຍການເປີດກວ້າງຕະຫຼາດການບໍລິການໃຫ້ແກ່ການແກ່ງແຍ້ງ, ລວມທັງນັກລົງທຶນຕ່າງປະເທດ, ພ້ອມທັງຊ່ວຍຮັບປະກັນສະພາບແວດລ້ອມທີ່ສະເໝີພາບລະຫວ່າງວິສາຫະກິດພາກລັດ ແລະພາກເອກະຊົນ.

ໃນການປະຕິຮູບດ້ານໂຄງປະກອບການຈັດຕັ້ງ, ຮູບແບບການຈັດຕັ້ງອໍານາດການປົກຄອງທ້ອງຖິ່ນ 2 ຂັ້ນ ເພື່ອແນໃສ່ຫຼຸດຜ່ອນຫົວເງື່ອນ, ລົບລ້າງຂັ້ນກາງ, ປັບປຸງກົງຈັກການຈັດຕັ້ງໃຫ້ກະທັດຮັດ, ແມ່ນບາດກ້າວເດີນອັນສຳຄັນ ເພື່ອຫັນລະບຽບການບໍລິຫານເປັນງ່າຍດາຍ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ. ທ່ານ Ted Osius, ປະທານທັງເປັນຜູ້ອໍານວຍການສະພາດໍາເນີນທຸລະກິດ ອາເມລິກາ-ອາຊຽນ ຊີ້ແຈ້ງວ່າ ບັນດາການປ່ຽນແປງດັ່ງກ່າວພວມນໍາມາເຊິ່ງຜົນກະທົບທີ່ຕັ້ງໜ້າ, ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງນັກລົງທຶນ ແລະວິສາຫະກິດຕ່າງປະເທດ, ໃນນັ້ນມີ ອາເມລິກາ ເມື່ອມາລົງທຶນຢູ່ຫວຽດນາມ. “ລັດຖະບານຫວຽດນາມ ພວມຢູ່ໃນໄລຍະປັບປຸງ, ສັບຊ້ອນກົງຈັກການຈັດຕັ້ງຄືນໃໝ່ໃຫ້ກະທັດຮັດ, ຊ່ວຍຫັນລະບຽບການເປັນງ່າຍດາຍ, ສ້າງເງື່ອນໄຂສະດວກກວ່າແກ່ບັນດາວິສາຫະກິດຕ່າງປະເທດມາລົງທຶນຢູ່ຫວຽດນາມ. ຜ່ານການໂຮມບາງກະຊວງເຂົ້າກັນ ແລະສັບຊ້ອນລັດຖະບານໃຫ້ກະທັດຮັດ. ພວກຂ້າພະເຈົ້າ ຄິດວ່າ ສິ່ງດັ່ງກ່າວມີປະໂຫຍດທີ່ສຸດ. ນີ້ແມ່ນຂໍ້ລິເລີ່ມທີ່ດີເລີດ. ມັນຈະຊ່ວຍໃຫ້ການຕັດສິນໃຈຢູ່ຫວຽນາມ ງ່າຍກວ່າເກົ່າ. ພວກຂ້າພະເຈົ້າດີໃຈຫຼາຍຕໍ່ກັບສິ່ງດັ່ງກ່າວນີ້”.

ໃນສະພາບການທົ່ວໂລກມີການຜັນແປຫຼາຍຢ່າງ, ເລື່ອງຫວຽດນາມ ເປັນເຈົ້າການຊຸກຍູ້ການປະຕິຮູບການບໍລິຫານ, ເຮັດໃຫ້ກົງຈັກກະທັດຮັດ, ຍົກສູງກໍາລັງຄວາມສາມາດບໍລິຫານໄດ້ຮັບຖືວ່າແມ່ນບາດກ້າວເດີນທີ່ມີລັກສະນະພື້ນຖານ, ຊ່ວຍປັບປຸງຄວາມສາມາດຕ້ານທານ, ກໍານົດຍຸດທະສາດພັດທະນາແບບຍືນຍົງ. ທ່ານ Shantanu Chakraborty, ຜູ້ອຳນວຍການທະນາຄານ ADB ປະຈຳຫວຽດນາມ ຖືວ່າ: “ວິວັດການປະຕິຮູບກົງຈັກລັດ ສາມາດນຳມາເຊິ່ງປະສິດທິຜົນສູງໃຫ້ແກ່ການເຄື່ອນໄຫວຂອງລັດ ແລະຊຸກຍູ້ການເຕີບໂຕ. ທະນາຄານ ADB ເຊື່ອໝັ້ນວ່າ ການປ່ຽນແປງດັ່ງກ່າວສາມາດຊຸກຍູ້ພື້ນຖານເສດຖະກິດໃຫ້ມີການເຕີບໂຕສູງກວ່າ ແລະຍືນຍົງກວ່າ, ນໍາມາເຊິ່ງກາລະໂອກາດຊຸກຍູ້ເສດຖະກິດຢູ່ພາຍໃນປະເທດ, ເພີ່ມປະສິດທິຜົນໃນການຄຸ້ມຄອງ, ພ້ອມທັງຊຸກຍູ້ການເຄື່ອນໄຫວໃນຂົງເຂດເອກະຊົນ”.

ຄວາມຮັບຮູ້ທີ່ຕັ້ງໜ້າຈາກບັນດານັກຊ່ຽວຊານໄດ້ສະແດງໃຫ້ເຫັນວ່າ ກິດຈະການປະຕິຮູບການບໍລິຫານຢູ່ຫວຽດນາມ ບໍ່ພຽງແຕ່ໄດ້ຮັບຄວາມເຫັນດີເຫັນພ້ອມຢ່າງກວ້າງຂວາງຢູ່ພາຍໃນປະເທດເທົ່ານັ້ນ, ຫາກຍັງໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະຄວາມຫວັງອັນໃຫຍ່ຫຼວງຈາກປະຊາຄົມສາກົນ. ໃນສະພາບການທ່ົວໂລກມີການຫັນປ່ຽນຢ່າງແຂງແຮງ, ວິວັດການສັບຊ້ອນກົງຈັກໃຫ້ກະທັດຮັດ, ຍົກສູງປະສິດທິຜົນການບໍລິຫານ ແລະປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ຈະເປັນກຳລັງໜູນຫຼັກແຫຼ່ງເພື່ອເພີ່ມກຳລັງແກ່ງແຍ້ງຂອງຊາດ,  ຈາກນັ້ນປະກອບສ່ວນຫັນເປົ້າໝາຍພັດທະນາແບບຍືນຍົງໃຫ້ປະກົດຜົນເປັນຈິງ.

ໂດຍ: ທູຈາງ