ຫວຽດນາມ ມອບສົ່ງຕໍ່ຕຳແໜ່ງປະທານກຸ່ມ ອາຊີ - ປາຊີຟິກ ຢູ່ວຽນນາ
ໃນອາຍຸການ 6 ເດືອນ, ຫວຽດນາມ ໄດ້ເປັນປະທານ ແລະ ເຂົ້າຮ່ວມຫຼາຍການເຄື່ອນໄຫວທີ່ພົ້ນເດັ່ນ, ຢັ້ງຢືນບົດບາດທີ່ຕັ້ງໜ້າ ແລະ ເປັນເຈົ້າການຂອງ APG ຢູ່ບັນດາກົນໄກຫຼາຍຝ່າຍ ແລະ ສປຊ.
ຕອນບ່າຍວັນທີ 2 ກໍລະກົດ, ຢູ່ສູນສາກົນ ວຽນນາ (VIC), ທ່ານເອກອັກຄະລັດຖະທູດ ຫວູເລທ້າຍຮວ່າງ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳບັນດາອົງການຈັດຕັ້ງສາກົນ ແລະ ສປຊ ຢູ່ ວຽນນາ (ໂອຕາລິດ) ໄດ້ເປັນປະທານພິທີມອບສົ່ງຕໍ່ຕຳແໜ່ງປະທານກຸ່ມ ອາຊີ - ປາຊີຟິກ (Asia-Pacific Group – APG) ຢູ່ ວຽນນາ ໃຫ້ແກ່ທ່ານເອກອັກຄະລັດຖະທູດ Shambhu Kumaran, ຫົວໜ້າຄະນະຜູ້ຕາງໜ້າ ອິນເດຍ. ພິທີໄດ້ຈັດຂຶ້ນຢ່າງສົມກຽດ ດ້ວຍການເຂົ້າຮ່ວມຂອງຜູ້ແທນທີ່ມາຈາກບັນດາປະເທດສະມາຊິກ APG.
    |
 |
ຫວຽດນາມ ມອບສົ່ງຕໍ່ຕຳແໜ່ງປະທານກຸ່ມ ອາຊີ - ປາຊີຟິກ ຢູ່ວຽນນາ ໃຫ້ທ່ານເອກອັກຄະລັດຖະທູດ Shambhu Kumaran, ຫົວໜ້າຄະນະຜູ້ຕາງໜ້າອິນເດຍ. ພາບ: ສໍານັກຂ່າວສານຫວຽດນາມ |
ໃນອາຍຸການ 6 ເດືອນ, ຫວຽດນາມ ໄດ້ເປັນປະທານ ແລະ ເຂົ້າຮ່ວມຫຼາຍການເຄື່ອນໄຫວທີ່ພົ້ນເດັ່ນ, ຢັ້ງຢືນບົດບາດທີ່ຕັ້ງໜ້າ ແລະ ເປັນເຈົ້າການຂອງ APG ຢູ່ບັນດາກົນໄກຫຼາຍຝ່າຍ ແລະ ສປຊ. ຫວຽດນາມ ກໍ່ຕາງໜ້າກຸ່ມ APG ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມສຳຄັນຕ່າງໆ, ຄື: ຄະນະກຳມະການປ້ອງກັນ, ຕ້ານຢາເສບຕິດ (CND68), ຄະນະກຳມະການສະກັດກັ້ນອາດຊະຍາກຳ ແລະ ຍຸຕິທຳທາງອາຍາ (CCPCJ34) ແລະກອງປະຊຸມບັນດາປະເທດສະມາຊິກ ສົນທິສັນຍາ ຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທີ່ມີການຈັດຕັ້ງຂ້າມຊາດ (UNTOC), ພ້ອມທັງເປັນຜູ້ປະສານງານບັນດາວາລະປຶກສາຫາລືປະຈຳປີລະຫວ່າງ APG ແລະ ປະທານສະພາຜູ້ວ່າການ IAEA.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ