ຕາມນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ ພະນົມເປັນ, ເນື້ອໃນຕອບສຳພາດສຳນັກຂ່າວສານກຳປູເຈຍ, ທ່ານ ຫງວຽນມິງຫວູ ຢືນຢັນວ່າ ການພົວພັນ “ບ້ານໃກ້ເຮືອນຄຽງທີ່ດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານ” ລະຫວ່າງຫວຽດນາມ-ກໍາປູເຈຍ ໄດ້ການນຳ ແລະປະຊາຊົນລຸ້ນຕ່າງໆຂອງສອງປະເທດເພີ່ມພູນຄູນສ້າງ ແລະນັບມື້ນັບໄດ້ຮັບການປັບປຸງ, ພັດທະນາ. ໃນນັ້ນ, ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນຍາມໃດກໍ່ແມ່ນຂົງເຂດຮ່ວມມືສຳຄັນຂອງສອງປະເທດ. ພິເສດ, ການນຳຂັ້ນສູງສອງປະເທດໄດ້ກຳນົດວ່ານີ້ແມ່ນຂົງເຂດຮ່ວມມືຈຸດສຸມໃນໄລຍະແຕ່ນີ້ຈົນຮອດປີ 2030.

ທ່ານເອກອັກຄະລັດຖະທູດ ຫງວຽນມິງຫວູ ໃຫ້ຮູ້ວ່າ ນັບແຕ່ເມື່ອເຊັນສັນຍາວ່າດ້ວຍການຮ່ວມມືເສດຖະກິດ ແລະການຄ້າ ກຳປູເຈຍ - ຫວຽດນາມ ຈົນຮອດປະຈຸບັນ, ການພົວພັນດ້ານການຄ້າ ແລະການລົງທຶນລະຫວ່າງສອງປະເທດ ໄດ້ພັດທະນາກ້າວກະໂດດຂັ້ນ, ສວມບົດບາດສຳຄັນ, ປະກອບສ່ວນຊຸກຍູ້ພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດ; ພ້ອມທັງອຳນວຍຄວາມສະດວກສຳລັບການເພີ່ມທະວີ ແລະເປີດກວ້າງການຮ່ວມມືຮອບດ້ານໃນທຸກຂົງເຂດລະຫວ່າງສອງປະເທດ.

leftcenterrightdel
ທ່ານ ຫງວຽນມິງຫວູ ເອກອັກຄະລັດຖະທູດຫວຽດນາມ ປະຈຳກຳປູເຈຍ ຕອບສຳພາດ AKP. ພາບ: ສໍານັກຂ່າວສານຫວຽດນາມ

ສຳລັບການຄ້າສອງຝ່າຍ, ຖ້າວ່າໃນໄລຍະສັນຍາວ່າດ້ວຍການຄ້າ ກໍາປູເຈຍ-ຫວຽດນາມ ໄດ້ລົງນາມໃນປີ 1998, ການຄ້າລະຫວ່າງສອງປະເທດ ພຽງແຕ່ບັນລຸ 117 ລ້ານໂດລາສະຫະລັດ ເທົ່ານັ້ນ ແຕ່ວ່າຮອດປີ 2024 ຕົວເລກນີ້ໄດ້ເພີ່ມຂຶ້ນ 10,1 ຕື້ໂດລາສະຫະລັດ. ໃນເວລາ 5 ເດືອນຕົ້ນປີນີ້, ວົງເງິນການຄ້າສອງສົ້ນບັນລຸເກືອບ 5,5 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ກັບໄລຍະດຽວກັບຂອງປີກາຍ. ຄາດຄະເນວ່າ ໃນປີ 2025, ວົງເງິນການຄ້າສອງຝ່າຍຈະລື່ນກາຍລະດັບ 12 ຕື້ໂດລາສະຫະລັດ.

ຕາມທ່ານເອກອັກຄະລັດຖະທູດ ຫງວຽນມິງຫວູ ແລ້ວ, ປະຈຸບັນ ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າສາກົນໃຫຍ່ອັນດັບທີ 3 ຂອງ ກຳປູເຈຍ, ຖັດຈາກ ຈີນ ແລະ ອາເມລິກາ, ແຕ່ວ່າຕະຫຼາດສົ່ງອອກໃຫຍ່ອັນດັບທີສອງຂອງ ກຳປູເຈຍ, ພຽງແຕ່ຖັດຈາກ ອາເມລິກາ ເທົ່ານັ້ນ. ຫວຽດນາມ ແມ່ນຕະຫຼາດແຖວໜ້ານຳເຂົ້າສ່ວນຫຼາຍສິນຄ້າຜະລິດຕະພັນກະເສດຫຼັກແຫຼ່ງຂອງກຳປູເຈຍ, ຄື: ເຂົ້າສານ, ໝາກມ່ວງຫິມະພານ, ມັນຕົ້ນ, ຢາງພາລາ...

ໃນການຕອບສໍາພາດ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳກຳປູເຈຍ ໄດ້ເຕື້ອງເຖິງບາງຂໍ້ຕົກລົງຊຸກຍູ້ການຄ້າສອງຝ່າຍທີ່ໄດ້ສອງປະເທດລົງນາມ, ຄື: ສັນຍາການຄ້າຊາຍແດນ, ສັນຍາສົ່ງເສີມ ແລະປົກປ້ອງການລົງທຶນ, ຂໍ້ຕົກລົງຊຸກຍູ້ການຄ້າສອງຝ່າຍປະຈຳປີ, ບົດບັນທຶກຊ່ວຍຈຳ (MOU) ວ່າດ້ວຍການຮ່ວມມືພື້ນຖານໂຄງລ່າງການຄ້າຊາຍແດນ... ທ່ານເອກອັກຄະລັດຖະທູດ ໃຫ້ຂໍ້ສັງເກດວ່າ “ດ້ວຍຂອບຂະໜາດພື້ນຖານເສດຖະກິດຂອງສອງປະເທດ ນັບມື້ນັບເຕີບໃຫຍ່ເຂັ້ມແຂງ, ພ້ອມດ້ວຍຄວາມຕ້ອງການແລກປ່ຽນສິນຄ້າ, ການບໍລິການລະຫວ່າງສອງປະເທດ ນັບມື້ນັບເພີ່ມຂຶ້ນ ແລະມີລັກສະນະໜູນຊ່ວຍກັນ, ບວກກັບການພົວພັນມິດຕະພາບອັນດີງາມ ແລະປະຊາຄົມວິສາຫະກິດສອງປະເທດມີຄວາມຂະຫຍັນຂັນເຄື່ອນ, ຂ້າພະເຈົ້າ ຖືວ່າ ສອງປະເທດຈະບັນລຸໄດ້ເປົ້າໝາຍຍົກວົງເງິນການຄ້າສອງຝ່າຍ ຂຶ້ນເຖິງ 20 ຕື້ໂດລາສະຫະລັດ ໃນເວລາໜຶ່ງຫາສອງປີຈະມາເຖິງ”.

ຕາມທ່ານເອກອັກຄະລັດຖະທູດຫວຽດນາມ, ໃນໄລຍະຈະມາເຖິງ, ຫຼາຍວິສາຫະກິດຫວຽດນາມ ມີແຜນການລົງທຶນໃໝ່ ຫຼືລົງທຶນເປີດກວ້າງຢູ່ບໍລິເວນ. ຫຼາຍວິສາຫະກິດໄດ້ ແລະກຳລັງດຳເນີນການສຳຫຼວດກາລະໂອກາດລົງທຶນດຳເນີນທຸລະກິດຢູ່ບາງທ້ອງຖິ່ນຂອງກຳປູເຈຍ, ຄື: ນະຄອນຫຼວງພະນົມເປັນ ແລະບັນດາແຂວງ Svay Rieng, Kampot, Takeo, Kratie, Moldulkiri, Rattanakiri, Preah Shihanouk, Preah Vihear… ຂົງເຂດລົງທຶນທີ່ບັນດາວິສາຫະກິດຫວຽດນາມ ສົນໃຈລວມມີກະສິກຳທີ່ມີຂອບຂະໜາດໃຫຍ່, ອຸດສາຫະກຳປຸງແຕ່ງບັນດາຜະລິດຕະພັນກະເສດ, ໂທລະຄົມມະນາຄົມ ແລະເຕັກໂນໂລຢີິຂໍ້ມູນຂ່າວສານ, ພະລັງງານທົດແທນ, ຂຸດຄົ້ນແຮ່ທາດ, ອຸດສາຫະກຳປຸງແຕ່ງ. ຄຽງຂ້າງກັນນັ້ນ, ບາງວິສາຫະກິດກໍ່ສົນໃຈເຖິງຂົງເຂດກໍ່ສ້າງ, ອະສັງຫະລິມະຊັບ, ຜະລິດວັດສະດຸກໍ່ສ້າງ, ພັດທະນາພື້ນຖານໂຄງລ່າງ...

leftcenterrightdel
ໃນບົດຂຽນທີ່ໄດ້ລົງພິມໃນວັນທີ 25 ມິຖຸນາ 2025, AKP ຄັດສະເໜີຄໍາເຫັນຂອງທ່ານເອກອັກຄະລັດຖະທູດ ຫງວຽນມິງຫວູ ຕີລາຄາການພົວພັນດ້ານການຄ້າ ແລະການລົງທຶນລະຫວ່າງສອງປະເທດ ສວມບົດບາດສຳຄັນ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດ ແລະສ້າງເງື່ອນໄຂສະດວກສຳລັບການເພີ່ມທະວີ ແລະເປີດກວ້າງການຮ່ວມມືຮອບດ້ານລະຫວ່າງສອງຝ່າຍ. ພາບ: ສຳນັກຂ່າວສານຫວຽດນາມ.

ທ່ານເອກອັກຄະລັດຖະທູດ ຫງວຽນມິງຫວູ ກໍ່ໃສ່ໃຈວ່າ ເພື່ອຊຸກຍູ້ການລົງທຶນຂອງຫວຽດນາມ ເຂົ້າ ກຳປູເຈຍ ໃນໄລຍະຈະມາເຖິງ, ສອງປະເທດຄວນຈັດຕັ້ງບັນດາເຫດການສົ່ງເສີມ, ຊຸກຍູ້ການຮ່ວມມືການຄ້າ ແລະການລົງທຶນສອງຝ່າຍ, ຄື: ເວທີປາໄສວິສາຫະກິດ, ກອງປະຊຸມສົ່ງເສີມການລົງທຶນ ກໍາປູເຈຍ-ຫວຽດນາມ... ເພື່ອແນໃສ່ຊຸກຍູ້ການຮ່ວມມືລົງທຶນລະຫວ່າງສອງປະເທດໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນສູງ. ພົ້ນເດັ່ນຄືເຫດການປຶກສາຫາລືວິສາຫະກິດໂດຍສະຖານທູດຫວຽດນາມ ປະຈຳ ຫວຽດນາມ ແລະສະຫະສະມາຄົມວິສາຫະກິດ ຫວຽດນາມ-ກຳປູເຈຍ (VCBA) ສົມທົບກັນຈັດຕັ້ງໃນຕົ້ນເດືອນເມສາ ຜ່ານມາ. ເຫດການນີ້ເຕົ້າໂຮມວິສາຫະກິດຫວຽດນາມ ຈຳນວນ 150 ແຫ່ງ, ລ້ວນແຕ່ແມ່ນບັນດາວິສາຫະກິດທີ່ສົນໃຈລົງທຶນຢູ່ຕະຫຼາດ ກໍາປູເຈຍ.

ຈາກແງ່ມູມດັ່ງກ່າວ, ທ່ານເອກອັກຄະລັດຖະທູດຫວຽດນາມ ສະແດງຄວາມເຊື່ອໝັ້ນວ່າ ການພົວພັນດ້ານການເມືອງການທູດອັນດີງາມ ລະຫວ່າງສອງປະເທດ, ທີ່ຕັ້ງພູມສາດ ແລະວັດທະນະທຳທີ່ສະໜິດຕິດພັນ, ພ້ອມກັບການປັບປຸງສະພາບແວດລ້ອມການລົງທຶນ ຂອງສອງປະເທດໃນໄລຍະມໍ່ໆມານີ້ ຈະແມ່ນເງື່ອນໄຂສະດວກທີ່ສຸດສຳລັບວິສາຫະກິດສອງປະເທດລົງທຶນດຳເນີນທຸລະກິດ ແລະພັດທະນາ, ນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ແກ່ວິສາຫະກິດ ແລະປະຊາຊົນສອງປະເທດ. ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ ສະຖານທູດຫວຽດນາມ ປະຈຳກໍາປູເຈຍ ພ້ອມກັບອົງການກ່ຽວຂ້ອງຂອງສອງປະເທດ ຈະເອົາໃຈໃສ່ໜູນຊ່ວຍ, ຊຸກຍູ້ບັນດາວິສາຫະກິດຫວຽດນາມ ລົງທຶນໃໝ່ ຫຼືເປີດກວ້າງລົງທຶນ, ດຳເນີນທຸລະກິດຢູ່ຕະຫຼາດກຳປູເຈຍ.

ຕາມທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳກໍາປູເຈຍ ແລ້ວ, ບົນພື້ນຖານ 58 ປີແຫ່ງການພົວພັນສອງປະເທດ ແລະໃນສະພາບການພາກພື້ນ ແລະໂລກນັບມື້ນັບສັບສົນ, ຜັນແປທີ່ຄາດເດົາໄດ້ຍາກຄືປະຈຸບັນ, ກໍ່ຄືສະພາບຕົວຈິງພິສູດໃຫ້ເຫັນວ່າ “ສັນຕິພາບ, ສະຖຽນລະພາບ ແລະພັດທະນາຂອງປະເທດນີ້ກໍ່ແມ່ນສັນຕິພາບ, ສະຖຽນລະພາບ ແລະພັດທະນາຂອງປະເທດອື່ນ”, ນ້ຳໃຈສາມັກຄີລະຫວ່າງສອງປະເທດ ຫວຽດນາມ-ກໍາປູເຈຍ ແມ່ນຊັບສົມບັດອັນລ້ຳຄ່າຕ້ອງໄດ້ຮັກສາໄວ້ ແລະພັດທະນາໃຫ້ຄົນຮຸ່ນຫຼັງ.

ບົນຈິດໃຈດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ຫງວຽນມິງຫວູ ເນັ້ນໜັກວ່າ “ສອງປະເທດ ພ້ອມກັນເຕີບໃຫຍ່ເຂັ້ມແຂງ, ພ້ອມກັນພັດທະນາ ແລະສາມັກຄີມິດຕະພາບກັບກັນ ພວກເຮົາຈະສາມາດກ້າວຂຶ້ນໃນສະພາບການເຕັມໄປດ້ວຍສິ່ງທ້າທາຍຂອງສະພາບການໂລກໃນປະຈຸບັນ”.

ໂດຍ: ແສງເດືອນ